ກອງປະຊຸມ ສະພາບອາກາດ ທີ່ໂກເປນເຮເກນ
2009.12.09
ຜົນຂອງກອງປະຊຸມ ສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ຊຶ່ງກໍາລັງມີຂຶ້ນຢູ່ນະຄອນ Copenhagen ປະເທດ Denmark ຂນະນີ້ ຈະສະທ້ອນໃຫ້ເຫັນເຖິງ ອະນາຄົດຂອງມວນ ມະນຸດແລະໂລກ ຕາມຄໍາເວົ້າຂອງ ທ່ານບານກິມູນ ເລຂາທິການໃຫຍ່ ສະຫະປະຊາຊາດ ໃນວັນທີ 8ທັນວາ 2009ນີ້.
ຕໍ່ຊື່ມວນຊົນ ຢູ່ທີ່ສໍານັກງານໃຫຍ່ ສະຫະປະຊາຊາດໃນ ນະຄອນນິວຢອກ ສະຫະຣັຖອະເມຣິກາ ທ່ານ ບານກິມູນ ກ່າວວ່າ ໃນລະຍະເວລາພຽງ2ປີ ເທົ່ານັ້ນພວກທ່ານ ໄດ້ມາໄກແລ້ວ ແຕ່ສີ່ງທີ່ພວກທ່ານ ກະທໍາໃນລະຍະ2ສັປດາ ຢູ່Copenhagen ຊຶ່ງຈະກໍານົດທິດທາງ ຂອງພວກທ່ານ.
ຜູ້ເຂົ້າຮ່ວມກອງປະຊຸມ ດັ່ງກ່າວ ມີຜູ້ນໍາຣັຖ ແລະຣັຖບານຈາກ ຫລາຍກວ່າ 100ປະເທດ ເຊັ່ນທ່ານບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ແລະທ່ານ Wen Jiabao ນາຍົກຣັຖມົນຕຣີຈີນ ຮວມທັງຜູ້ເຂົ້າຮ່ວມ ຫລາຍກວ່າ15ພັນຄົນ ຢູ່ນະຄອນຫລວງຂອງ ປະເທດ Denmark ບ່ອນທີ່ຄາດກັນວ່າ ຈະສລຸບກັນໄດ້ ກ່ຽວກັບຂໍ້ຕົກລົງ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ສະບັບໃໝ່.
ທ່ານ ບານກິມູນ ໄດ້ສະແດງອອກເຖິງ ຄວາມຫວັງ ທີ່ຈະບັນລຸຂໍ້ຕົກລົງ ຊຶ່ງຈະມີຜົນ ບັງຄັບໃຊ້ ໃນທັນທີ ຊຶ່ງຈະມີທັງຂໍ້ແນະນໍາ ສະເພາະເຈາະຈົງ ໃນການລຸດຜ່ອນ ການປ່ອຍອາຍແກສ ເຮືອນແກ້ວ, ການຊ່ວຍເຫລືອທາງດ້ານ ການເງິນແກ່ປະເທດ ທີ່ທຸກຍາກ ເພື່ອປັບຕົວເຂົ້າກັບການ ປ່ຽນແປງຂອງດິນຟ້າ ອາກາດ ແລະການຜັກດັນ ໃຫ້ໃຊ້ວິຊາການ ເຕັກໂນໂລຊີໃໝ່ ເຂົ້າໃນການພັທນາ ທີ່ບໍ່ປ່ອຍອາຍແກສ ປະກົດການເຮືອນແກ້ວ ຫລາຍອອກສູ່ອາກາດ ນໍາດ້ວຍ.