ຈີນລົງທຶນ ປູກຕົ້ນຢາງພາຣາ ຊາວສວນມີວຽກເຮັດ

ນັກລົງທືນຈີນ ສ້າງວຽກເຮັດງານທຳ ແກ່ຊາວສວນ ໃນແຂວງ ຜົ້ງສາລີ ດ້ວຍການລົງທືນ ປູກຕົ້ນຢາງພາຣາ ໃນພື້ນທີ່ກວ່າ 13 ພັນເຮັກຕາ.
ສິດນີ
2009.11.03

ເຈົ້າຫນ້າທີ່ຜແນກ ກະສີກັມແລະປ່າໄມ້ ແຂວງຜົ້ງສາລີ ເປີດເຜີຍວ່າ ຂນະນີ້ ນັກລົງທືນຈີນ ໄດ້ເຂົ້າມາລົງທືນ ສົ່ງເສີມໃຫ້ປະຊາຊົນ ປູກຢາພາຣາ ໃນພື້ນທີ່ກວ່າ 13 ພັນເຮັກຕາ ໃນທົ່ວແຂວງ ເພື່ອສ້າງວຽກເຮັດ ງານທຳ ໃຫ້ແກ່ຊາວສວນ ໃນແຂວງດັ່ງກ່າວ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ເປັນໂຄງການສົ່ງເສີມ ປູກຢາງພາຣາ ທີ່ວ່າມາຈາກ ປະເທດຈີນ ເປັນໂຄງການທີ່ ວ່າໃຫ້ປະຊາຊົນ ປູກຢາງພາຣາ ໂດຍສະເພາະ ບ້ານເປົ້າຫມາຍ ທີ່ບໍ່ມີເສັ້ນທາງ ເຂົ້າເຖີງ ຕອນນີ້ບັນລຸ ເນື້ອທີ່ 13ພັນກວ່າເຮັກຕາ."

ທ່ານກ່າວຕໍ່ໄປວ່າ ໂຄງການລົງທືນ ປູກຢາງພາຣາ ຂອງຈີນ ໃນລັກສນະນີ້ ເປັນສ່ວນນື່ງຂອງ ໂຄງການຫລຸດຜ່ອນ ຄວາມທຸກຍາກໃນລາວ ໂດຍຈະກະຈາຍ ລາຍໄດ້ໄປໃນ ຕົວເມືອງຕ່າງໆ ໃນແຂວງ ຍົກເວັ້ນເມືອງສັມພັນ ຊື່ງທາງບໍຣິສັດ ເປັນຜູ້ລົງທືນ ທາງດ້ານແນວພັນປູກ ແລະ ເທກນີກໃນການປູກ ຮ່ວມດ້ວຍ ເປັນຜູ້ຮັບຮອງ ທາງດ້ານການຕລາດ ນຳອີກ. ສຳລັບ ປະຊາຊົນນັ້ນ ເປັນຜູ້ອອກແຮງງານ ແລະ ທີ່ດີນໃນການ ປູກຝັງ. ນອກຈາກນັ້ນ ທາງບໍຣິສັດ ຍັງໄດ້ສ້າງຖນົນ ເຂົ້າໄປໃນຫມູ່ບ້ານ ໃນບາງເຂດເປົ້າຫມາຍ ທີ່ບໍ່ມີຫົນທາງ ໄປເຖີງ ເພື່ອໃຫ້ປະຊາຊົນ ສາມາດເດີນທາງ ໄປມາໄດ້ສະດວກ ຫລາຍຂື້ນ.

ທ່ານວ່າ ໂຄງການສົ່ງເສີມ ປູກຢາງພາຣາ ຈາກນັກລົງທືນ ຊາວຈີນ ໄດ້ເລີ້ມມາແຕ່ປີ 2006 ຊື່ງໃນ ປັດຈຸບັນນີ້ ຍັງບໍ່ແນ່ວ່າ ໂຄງການດັ່ງກ່າວ ຈະໄດ້ຜົລດີ ຫລາຍຫນ້ອຍປານໃດ ແລະ ປະຊາຊົນເອງ ກໍ່ຍັງລໍຖ້າຜົລ ຂອງການເກັບກ່ຽວຢູ່ ນອກຈາກ ການປູກຝັງຈາກ ປະຊາຊົນແລ້ວ ບາງພື້ນທີ່ ບໍຣິສັດ ກໍ່ທຳການປູກເອງ ປະມານ ນື່ງພັນເຮັກຕາ.

ບໍຣີສັດຈີນ ທີ່ທຳການປູກ ຢາງພາຣາ ໃນລາວ ລ້ວນແລ້ວແຕ່ເປັນ ບໍຣີສັດໃຫຍ່ໆ ທັງນັ້ນດັ່ງບໍຣີສັດ ຈົງທຽນ ຫລຸຍແຫຍ່ ບໍຣີສັດ ຈີ້ຊຸ້ຍ ຍຸ້ງອີ້ ບໍຣີສັດອັງຫຍຸ່ນ ແລະ ບໍຣີສັດຈາຫລີງ ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.