ຈີນລົງໂທດຜູ້ນໍາຄຣິສຈຽນ 5 ຄົນ
ສົມເນ
2009.12.03
2009.12.03
ລາຍງານການໃສ່ໂທດນີ້ ມີຂື້ນຫລັງຈາກ ຜູ້ນໍາໂບດດຽວກັນ 5 ຄົນ ຢູ່ແຂວງຊັນຊີ ພາກເໜືອ ຂອງປະເທດຈີນ ຖືກຕັດສີນຈໍາຄຸກ ເປັນເວລາ7ປີ ໃນຫລາຍຂໍ້ຫາ ຮ່ວມທັງຂໍ້ຫາຊຸມນຸມ ກັນແບບຜິດກົດໝາຍ.
ລາຍງານວ່າເມື່ອເດືອນ ກັນຍາຜ່ານມາ ເຈົ້າໜ້າທີ່ຕໍາຣວດ ແລະກໍາລັງຮັກສາ ຄວາມສງົບຫລາຍຮ້ອຍຄົນ ໄດ້ບຸກເຂົ້າໄປ ໃນໂບດຊື່ງເປັນຫໍພັກຂອງ ສະມາຊິກໂບດ Linfen Fushan 50,000 ຄົນອາໃສຢູ່. ຜູ້ນໍາໂບດ5ຄົນທີ່ຖືກ ທາງການຈີນລົງໂທດ ໂດຍໃຫ້ໄປຢູ່ແຄັມ ອອກແຮງງານໜັກ ເປັນເວລາສອງປີນີ້ ແມ່ນຍ້ອນຈັດຕັ້ງ ປະທ້ວງທາງການຈີນ ຫລັງຈາກທາງການຈີນ ໄດ້ບຸກເຂົ້າໄປຈັບ ຜູ້ນໍາໂບດ5ຄົນ.
ຣັຖບານຈີນຕ້ອງການ ໃຫ້ສະມາຊິກ ສາສນາຄຣິສຈຽນ ນິກາຍ ໂປຣເຕັສຕັ້ງ ທໍາການໄຫ້ວພະເຈົ້າ ຢູ່ໃນໂບດທີ່ທາງການຈີນ ອະນຸຍາດ ໃຫ້ເທົ່ານັ້ນ ໂບດໃດທີ່ທາງການຈີນ ບໍ່ມີອະນຸຍາດອອກໃຫ້ ຈະຖືກເຈົ້າໜ້າທີ່ ລົບກວນ ແລະປາບປາມຕຣອດມາ.