ສປຈີນເພີ້ມກາຣສືບສອດແນມ ສະຫະຣັຖຫລາຍກວ່າເກົ່າ

ສປຈີນ ເພີ່ມມາຕກາຣ ທາງກາຣສືບສອດແນມ ສະຫະຣັຖຫລາຍກວ່າເກົ່າ ໂດຽສະເພາະໃນຣະຍະ ທີ່ຈີນກຳລັງກ້າວຂຶ້ນ ເປັນປະເທສມະຫາອຳນາຈ ໃນເອເຊັຽ ດ້ວຍກາຣໃຊ້ ຣະບົບອິນເຕີເນັຕຕ່າງໆ.
ຫວາດ ສີມູນ
2009.11.20

Mme Carolyn Bartholomew ປະທານຄນະກັມມາທິກາຣ ດ້ານຄວາມໝັ້ນຄົງ ແລະເສຖກິຈຣະຫວ່າງຈີນ ແລະສະຫະຣັຖ ໄດ້ຣາຍງານຕໍ່ ສະພາສະຫະຣັຖ ໃນມື້ວັນພຣະຫັດນີ້ວ່າ ຈີນໄດ້ປ່ຽນວິທີກາຣ ສືບສອດແນມໄປໃນ ຫລາຍຮູບແບບ ດັ່ງຈະເຫັນໄດ້ຈາກກາຣ ສະກັດກັ້ນ ແລະແຝງເຂົ້າທຳລາຍເວັບໄຊຕ໌ ຂອງຣັຖບາລສະຫະຣັຖ ແລະ ຣາຍງານກ່ຽວກັບອົງ Dalai Lama ຜູ້ນຳດ້ານຈິຕວິນຍານ ຂອງຊາວທິເບຕ ຊຶ່ງຖືວ່າເປັນຄູ່ແຂ່ງ ຣັຖບາລຈີນນຳອີກ.

ນອກຈາກນັ້ນນາຍພັນ Gary McAlum ເຈົ້າໜ້າທີ່ຣະດັບສູງ ໃນກອງທັພສະຫະຣັຖ ກໍໄດ້ແຈ້ງຕໍ່ ຄນະກັມມາທິກາຣວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ໃນກະຊວງປ້ອງກັນ ປະເທສສະຫະຣັຖ ກໍສາມາດກວດ ເຫັນຂໍ້ມູລທີ່ວ່າ ເຈົ້າໜ້າທີ່ຈີນພຍາຍາມ ເຂົ້າຣະບົບເຄື່ອຄ່າຍອິນເທີເນັຕ ຂອງສະຫະຣັຖບໍ່ຕໍ່າກວ່າ 54,640 ເທື່ອໃນປີ 2008 ຊຶ່ງເປັນອັຕຣາທີ່ເພີ່ມຂຶ້ນ ຈາກປີກ່ອນເຖີງ 20% ແລະອາຈຈະເພີ່ມທະວີຂຶ້ນຕື່ມເຖິງ 60% ກໍເປັນໄດ້ໃນປີ 2009 ນີ້.

ພ້ອມດຽວກັນນີ້ ຄນະກັມມາທິກາຣ ກໍຣາຍງານຕໍ່ ສະມາຊິກສະພາວ່າ ກາຣພຍາຍາມເຂົ້າທຳລາຍ ຣະບົບອິນເຕີເນັຕ ຂອງສະຫະຣັຖນັ້ນ ອາຈໄປຈາກທົ່ວໂລກ ແຕ່ປາກົດເຫັນວ່າ ຈໍານວນທີ່ໄປຈາກ ປະເທສຈີນນັ້ນ ມີຫລາຍກວ່າຈາກ ປະເທສອື່ນໆຕັ້ງ ຫລາຍເທົ່າຕົວ  ແລະໃນຂນະດຽວກັນ ກໍເຫັນທາງກາຣຈີນ ພຍາຍາມ ທີ່ຈະຊັກຊວນເອົາ ຊາວອະເມຣິກັນ ໄປເປັນນັກສືບໃຫ້ແກ່ຕົນ ຫລາຍເພີ່ມຂຶ້ນເຊັ່ນກັນ  ທຽບໃສ່ໃນເມື່ອກ່ອນທີ່ວ່າ ສ່ວນຫລາຍມັກຈະຮັບ ເອົາແຕ່ຊາວຈີນ-ອະເມຣິກັນ ໄປເປັນນັກສືບ ໃຫ້ຕົນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.