ສປຈີນວ່າສະຫະຣັດ ເຜີຍແຜ່ ຣາຍງານ ທີ່ບໍ່ມີມູລຄວາມຈິງ

ທາງກາຣ ສປຈີນ ແສດງຄວາມບໍ່ພໍໃຈ ຕໍ່ກາຣຣາຍງານ ກ່ຽວກັບອິສຣະພາບ ທາງສາສນາ ໃນປະເທສຈີນ ທີ່ວ່າ ສະຫະຣັຖ ເມີນເສີຽຕໍ່ຄວາມຈິງ ພ້ອມຍັງເຂົ້າຫຍຸ້ງກ່ຽວ ບັນຫາພາຍໃນ ຂອງຕົນ ສະນັ້ນຈຶ່ງຮຽກທວງ ໃຫ້ທາງກາຣ ສະຫະຣັຖ ໄດ້ຍຸຕິກາຣ ນຳອອກເຜີຽແຜ່ ຂອງຣາຍງານ ທີ່ບໍ່ມີມູລຄວາມຈິງ ດັ່ງກ່າວ ແລ້ວເຣີ້ມເຮັດ ສິ່ງໃດສິ່ງໜຶ່ງ ທີ່ຈະສ້າງຜົລປໂຍຊ ແກ່ທັງສອງປະເທສ.
ຫວາດ ສີມູລ
2009.10.30

ທ່ານ Ma Zhaoxu ໂຄສົກກະຊວງ ກາຣຕ່າງປະເທສຈີນ ໄດ້ແຈ້ງຕໍ່ທາງ ອົງກາຣຂ່າວຊິນຮົ໊ວວ່າ: ປະຊາຊົນຈີນ ທຸກໆຊົນເຜົ່າຕ່າງ ກໍມີຄວາມພາກພູມໃຈ ໃນກາຣມີສິທທິ ປະຕິບັຕ ຕາມກາຣເຊື່ອຖືສາສນາ ຂອງຂະເຈົ້າ ດັ່ງທີ່ຣະບຸໄວ້ ໃນກົດໝາຍ ກາຣຄຸ້ມຄອງຂອງ ປະຊາຊົນຊາວຈີນ.

ໃນມື້ວັນຈັນ ຜ່ານມານີ້ ທາງກະຊວງກາຣ ຕ່າງປະເທສຂອງ ສະຫະຣັຖ ໄດ້ນຳເອົາຜົລ ກາຣສຳຣວຈທາງດ້ານ ສິທທິຂອງກາຣ ເຊື່ອຖືທາງສາສນາ ຕາມບັນດາ ປະເທສຕ່າງໆ ໃນທົ່ວໂລກ ຊຶ່ງໄດ້ເນັ້ນເຖິງ ກາຣປາບປາມ ປະຊາຊົນຂອງ ທາງເຈົ້າໜ້າທີ່ຈີນ ໃນຣະຍະທີ່ ຜ່ານມາຢູ່ຄືເກົ່າ ໂດຽສະເພາະ ໃນເຂຕແຄວ້ນ Tibet ແລະ Xinjiang.

ໃນຂນະດຽວກັນນັ້ນ ໃນຣາຍງານດ້ານ ອິສຣະພາບຂອງ ກາຣເຊື່ອຖືສາສນາ ດັ່ງກ່າວ ຍັງໄດ້ຈັດຫລາຍໆ ປະເທສເຂົ້າໃນບັນຊີ ປະເທສທີ່ໜ້າ ເປັນຫ່ວງເຊັ່ນ: ອີຫຣ່ານ ພະມ້າ ເກົາຫລີ ເໜືອ Saudi Arabia, Sudan ແລະ Uzbekistan ທີ່ທາງກາຣ ສະຫະຣັຖ ຈະໄດ້ເອົາໃຈໃສ່ ແລະຕິດຕາມຢ່າງ ໃກ້ຊິດ ໃນຂັ້ນຕໍ່ໄປຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.