ຈີນ ຕຽມການເຂັ້ມງວດ ກ່ອນຄືນຄົບຮອບ 20ປີ

ທາງການຈີນ ວາງມາຕການ ຢ່າງເຂັ້ມງວດ ໃນການປາບປາມ ນັກເຄື່ອນໃຫວ ກ່ອນຈະຮອດຄືນ ຄົບຮອບ 20 ປີຂອງເຫດການ ທຽນອັນຫມຽນ ທີ່ກຸງປັກກີ່ງ.
ສິດນີ
2009.06.04
F-Tiananman ຕຳຣວດຈີນກຳລັງອອກກວດການສັງເກດເບິ່ງ ຕາມເຂດບໍຣິເວນ Tiananmen Square
Photo: AFP

ນັກເຄື່ອນໃຫວ ທ່ານນື່ງ ໃຫ້ການຕໍ່ ສຳນັກຂ່າວສານ AFP ວ່າ ກຸ່ມນັກເຄື່ອນໃຫວ ຖືກກີດກັ້ນ ແລະຖືກບັງຄັບ ຫລາຍກວ່າເກົ່າ ໃນປີນີ້ຊື່ງ ຣັຖບານຈີນ ໄດ້ວາງກຳລັງ ເຈົ້າຫນ້າທີ່ ຕາມເຂດສູນຈະຕຸຣັດ ທຽນອັນຫມຽນ ຢ່າງໃຫຍ່ ໃນມື້ວັນພຸດ ກ່ອນຈະຮອດ ຄືນຄົບຣອບ 20ປີ ຂອງເຫດການ ທຽນອັນຫມຽນ ທີ່ຮັຖບານຈີນ ທຳການ ເຂັ່ນຂ້າ ປະຊາຊົນ ແລະນັກສືກສາ ເພື່ອ ປະຊາທີປະຕັຍ ຫລາຍພັນຄົນ ໃນເຫດການ ການປະທ້ວງ ໃນຄືນວັນທີ 3-4ເດືອນ ມີຖຸນາ ປີ1989.

ກຸ່ມປະທ້ວງ ຮ້ອງໂຮ ໃນເຫດການ ໃນລະຍະ 20ປີ ທີ່ຜ່ານມາວ່າ: ---- ຕ້ອງການຢາກໃຫ້ ຣັຖບານຈີນ ອະນຸຍາດ ໃຫ້ມີ ສື່ມວນຊົນ ທີ່ເປັນເອກຮາດ ໃນຈີນ ແລະ ອະນຸຍາດ ສິດເສຮີພາບ ໃນການປາກເວົ້າ ແລະ ສີດເສຮີພາບ ໃນການຊຸມນຸມ ປະທ້ວງ.

ກຸ່ມຕຳຣວດ ທະຫານແລະ ຫນ່ວຍງານດ້ານ ຄວາມປອດພັຍ ໄດ້ກວດຄົ້ນ ນັກທ່ອງທ່ຽວ ຜູ້ທີ່ມາທ່ຽວ ໃນເຂດສູນ ຈະຕຸຣັດ ຢ່າງເຂັ້ມງວດ ກວດຄົນຂື້ນລົງ ຮົຖເມໃນ ບໍຣີເວນ ດັ່ງກ່າວ ແລະຕາມຖນົນ ໃກ້ຄຽງ ກວດຫໍ່ຂອງ ຖົງພາຍຂອງ ນັກທ່ອງທ່ຽວໃນ ບໍຣີເວນນັ້ນ ຊື່ງວັນຄົບຮອບ ຂອງເຫດການ ທຽນອັນຫມຽນ ທີ່ທະຫານຈີນ ທຳ ການເຂັ່ນຂ້າ  ປະຊາຊົນ ແລະນັກສືກສາ ຫລາຍພັນຄົນ ໃນເວລານັ້ນ ຍັງເປັນບັນຫາ ທີ່ຫລໍ່ແຫລມ ແລະສຳຄັນ ຂອງຣັຖບານ ຄອມມຸນິດຈີນ ເທົ່າເຖີງ ທຸກວັນນີ້.

ກຸ່ມນັກເຄື່ອນໃຫວ ຄົນສຳຄັນ ຫລາຍຄົນ ໄດ້ກ່າວຕໍ່ ນັກຂ່າວ AFP ວ່າພວກຂະເຈົ້າ ຖືກບີບບັງຄັບ ແລະຖືກຈຳກັດ ຂອບເຂດ ການໄປມາ ຈາກເຈົ້າຫນ້າທີ່ ຕຳຮວດ ຢ່າງໃຫຍ່ ໃນຊ່ວງເວລານີ້.

ນາຍ ກີຊີຢົງ ຜູ້ທີ່ເສັຽ ຂາຂ້າງນື່ງ ຈາກເຫດການ ທຽນອັນຫມຽນ ເວົ້າວ່າທາງການ ຕຳຣວດຄວບຄຸມ ພືຕິກັມຂອງ ລາວ ເປັນປະຈຳໃນ ແຕ່ລະວັນແລະ ນັກເຄື່ອນໃຫວ ຫລາຍຄົນກໍ່ຖືກ ສົ່ງໃຫ້ອອກຈາກ ກຸງປັກກີ່ງ ໃນເວລານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.