ສປຈີນ ພະຍາມກີດກັ້ນຂ່າວ ຈາກ Twitter Website

ທາງການຈີນ ກີດກັ້ນ ບໍ່ໃຫ້ເຂົ້າເຖິງ Twitter website ທີ່ເຊີນຊວນ ໃຫ້ຜູ້ອ່ານຂ່າວ ອອກຄວາມຄິດເຫັນ ໃນເຫດການກໍາແພງ ເບີລິນ (Berlin Wall) ພັງທະລາຍ ຖ້າມກາງການ ປະທ້ວງທາງການຈີນ ທີ່ກວດກາ ອິນເທີແນັດ ຢ່າງເຂັ້ມງວດຢູ່ນັ້ນ.
ມະນີຈັນ
2009.10.30

ເຫວບໄຊ໊ທ ‘Twitter’ ເປັນບ່ອນທີ່ຜູ້ຄົນ ແລກ ປ່ຽນປະສົບການ ຄວາມຊົງຈໍາຂອງຕົນ ກ່ຽວກັບເຫດການ ພັງທະລາຍຂອງ ກໍາແພງເບີລິນ ທີ່ເກີດຂຶ້ນເມື່ອ 20ປີກ່ອນ ແຕ່ຫາກກາຍເປັນ ເວທີປະທ້ວງ ອັນທີ່ເອີ້ນກັນວ່າ “ກໍາແພງປ້ອງກັນໄພ" Great Firewall ຂອງຈີນ ຢ່າງໄວວາ.  ໃນຈໍານວນ ຜູ້ອອກຄໍາເຫັນ ປະມານ 3300ຄົນ ຜ່ານເຫວບໄຊ໊ທນັ້ນ ມີປະມານ 1,500ຄົນ ທີ່ໄດ້ໄປຈີນ. 

ທ່ານ Carsten Hein ຜູ້ປະສານງານ ໂຄງການ "berlintwitterwall.com" ເວົ້າວ່າ  ຜູ້ຄົນເຂົ້າຫາ ເຫວບໄຊ໊ທ ນັ້ນຍາກນັບຕັ້ງແຕ່ ແລງວັນຈັນມາ. ຕາມຣາຍງານ ຂອງໜັງສືພິມ China Digital Times, ມີຜູ້ນຶ່ງຂຽນ ເພື່ອຮຽກຮ້ອງໃຫ້ ປະທານປະເທດຈີນ ຫູຈີນຕ້າວ ທໍາລາຍກໍາແພງ ປ້ອງກັນໄພ ທາງອິນເທີເນັດ ດັ່ງກ່າວຂອງຈີນ ເພື່ອໃຫ້ຜູ້ຄົນ ໄດ້ຍ້ອນໄປຫາ ເຫດການ ກໍາແພງເບີລິນ ປີ1987 ຊຶ່ງປະທານາທິບໍດີ ສະຫະຣັຖອະເມຣິກາ Ronald Reagan ໃນຕອນນັ້ນ ໄດ້ຮຽກຮ້ອງໃຫ້ ຄູ່ເຈຣະຈາ  ສະຫະພາບໂຊວຽດ Mikhail Gorbachev ທໍາລາຍ ກໍາແພງເບີລິນ ຊຶ່ງເປັນກໍາແພງ ທີ່ພວກຄອມມິວນິສ ໃຊ້ສໍາລັບກີດກັ້ນ ບໍ່ໃຫ້ປະຊາຊົນ ທີ່ຢູ່ ເຢັຽຣະມັນ ຕາເວນອອກ ລັກລອບໄປຢູ່ ເຢັຽຣະມັນ ຕາເວນຕົກ.

ເຫວບໄຊ໊ທ Twitter ເປັນທີ່ນິຍົມກັນຫລາຍ ເພາະຜູ້ໃຊ້ສາມາດ ນໍາເອົາຂໍ້ມູນຂ່າວ ທີ່ສັ້ນໆອອກຜ່ານ ຊຶ່ງຫລັງຈາກນັ້ນ ຈະມີຄົນອຶ່ນໆອີກ ສາມາດເຂົ້າອ່ານໄດ້. ທາງການຈີນ ປົກກະຕິແລ້ວ ປາບປາມ ແລະເຂັ້ມງວດ ເລື້ອງເນື້ອໃນຂ່າວ ທີ່ທາງການຈີນ ເຫັນວ່າເປັນຂ່າວ ທີ່ບໍ່ດີຕ່າງໆ ຮວມທັງຮູບ ອະນາຈານ ແລະເຫດການ ໃຊ້ຄວາມຮູນແຮງ ທີ່ອອກຜ່ານເຫວບໄຊ໊ທ ຮວມໄປເຖິງ ຂໍ້ມູນຂ່າວສານທີ່ ຕໍານິວິພາກວິຈານ ຣັຖບານຈີນ.  

ເມື່ອເດືອນ ມິຖຸນາ ຜ່ານມາ ທາງການຈີນ ຈໍາຕ້ອງໄດ້ຍົກເລີກ ຄໍາສັ່ງຕິດຕັ້ງ software ກັ່ນກອງເລືອກເຟັ້ນ ຂໍ້ມູນ ໃນຄອມພິວເທີ ທຸກໜ່ວຍທີ່ຂາຍຢູ່ຈີນ ພາຍຫລັງຜູ້ຄົນ ສະແດງຄວາມບໍ່ພໍໃຈ ທັງຢູ່ພາຍໃນຈີນ ແລະ ຢູ່ຕ່າງປະເທດ.

ມີຜູ້ໃຊ້ internet ຢ່າງໜ້ອຍ 338ລ້ານຄົນຢູ່ຈີນ ຊຶ່ງຖືເປັນຈໍານວນ ທີ່ຫລາຍກວ່າ ປະເທດອຶ່ນໃດ ໃນໂລກ: ຕາມຂໍ້ມູນ ຂອງທາງການຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.