ສະຫະຣັຖແລະຈີນ ຈະເຈຣະຈາຫາລື ປະເດັນສິດທິມະນຸສ

ສະຫະຣັຖແລະສປຈີນ ເຫັນດີຮ່ວມກັນວ່າ ແຕ່ລະປະເທດ ແລະປະຊາຊົນ ໃນປະເທດຂອງຕົນ ມີສິດທີ່ຈະເລືອກ ທາງເດີນຂອງຕົນເອງ ແລ້ວກໍເຫັນດີ ທີ່ຈະຈັດກອງປະຊຸມ ກ່ຽວກັບປະເດັນ ສິດທິມະນຸສ ຢູ່ນະຄອນຫລວງ Washington ພາຍໃນທ້າຍເດືອນ ກຸມພາ 2010 ອີງຕາມຖແລງການຮ່ວມ ຈີນ-ສະຫະຣັຖ ທີ່ເປີດເຜີຍ ມື້ວັນອັງຄານ ທີ17 ພຶສຈິກາ 2009ນີ້.
ໂພໄຊສວັດ
2009.11.17
F-Obama2 ທີ່ກຸງປັກກິ່ງ: ປະທານປະເທດຈີນ ທ່ານຫູຈິນຕາວ(ຂວາ) ທ່ານບາຣັກໂອບາມາ ປະທານາທິບໍດີ ສະຫະຣັດອະເມຣິກາ(ຊ້າຍ) ທັງສອງຜູ້ນໍາ ກໍາລັງຈະຮ່ວມຮັບ ປະທານອາຫານ ລ້ຽງຮັບຮອງທີ່ ຫໍສະພາປະຊາຊົນປັກກິ່ງ ໃນວັນທີ17ພຶສຈິກາ2009.
AFP PHOTO / POOL / David Gray

ອີງຕາມຖແລງການ ຮ່ວມດັ່ງກ່າວ ທັງຝ່າຍ ສະຫະຣັຖແລະຈີນ ເຫັນພ້ອມກັນວ່າ ແຕ່ລະປະເທດຄວນ ນັບຖືສິດທິ ຂອງກັນແລະກັນ ໃນການເລືອກຣະບົບ ການພັທນາ ຂອງໃຜມັນ.

ຖແລງການຍັງກ່າວ ອີກວ່າທັງສອງຝ່າຍ ຮັບຮູ້ວ່າ ທັງຈີນແລະສະຫະຮັຖ ມີຄວາມເຫັນແຕກຕ່າງກັນ ກ່ຽວກັບປະເດັນ ສິດທິມະນຸສ ແລະ ຈະປຶກສາຫາລືກັນ ກ່ຽວກັບ ຄວາມແຕກຕ່າງ ເພື່ອນຳມາຊຶ່ງຄວາມ ສເມີພາບ ແລະການນັບຖື ຊຶ່ງກັນແລະກັນ, ນອກຈາກນີ້ຍັງຈະສົ່ງເສີມ ແລະປົກປ້ອງຮັກສາ ສິດທິມະນຸສ ໃຫ້ສເມີພາບກັບ ຣະບົບສິດທິມະນຸສ ນາໆຊາດ.

ກອງປະຊຸມດັ່ງກ່າວ ຈະມີຂື້ນຫລັງຈາກ ປະທານາທິບໍດີ ສະຫະຣັຖ ທ່ານບາຣັກໂອບາມາ ໄດ້ໂອ້ລົມກັບ ປະທານປະເທດຈີນ ທ່ານ Hu Jintao ເມື່ອທ່ານມາ ຢ້ຽມຢາມຈີນ. ທ່ານໂອບາມາ ໄດ້ກ່າວກ່ຽວກັບ ເຣື້ອງສິດທິມະນຸສ ໃນຕອນນຶ່ງວ່າ:

"ຄົນທຸກຄົນ ທັງຊາຍແລະຍິງ ມີພື້ນຖານ ສິດທິມະນຸສຄືກັນ ພວກເຮົາບໍ່ເຊື່ອວ່າ ຫລັກການນີ້ ຈະເປັນຫລັກການ ພິເສດສະເພາະແຕ່ ອະເມຣິກາເທົ່ານັ້ນ ແຕ່ແມ່ນສິດທິ ສາກົນ ແລະຄວນຈະມີ ສຳລັບທຸກໆຄົນ ທຸກໆຊົນຊາດຊົນເຜົ່າ ທຸກໆສາສນາ ແລະ ທຸກໆຊົນກຸ່ມນ້ອຍ.

ນອກນີ້ທັງສອງຝ່າຍ ຍັງຕົກລົງທີ່ຈະຮ່ວມມື ທາງດ້ານກົດໝາຍ ແລະການແລກປ່ຽນ ກົດເກນດ້ານກົດໝາຍ ເພື່ອຜົນປະໂຫຍດ ແກ່ປະຊາຊົນ ແລະຮັຖບານຂອງ ທັງສອງປະເທດ ໂດຍຈະມີການປະຊຸມ ນັກວິຊາການດ້ານ ກົດໝາຍຂອງຈີນ ແລະ ສະຫະຣັຖອີກນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.