ກັມພູຊາ ຈັດກອງປະຊຸມ ແກ້ໄຂບັນຫາ ພັຍທັມມະຊາຕ

ກັມພູຊາ ເປັນເຈົ້າພາບ ກອງປະຊຸມເພື່ອ ກາຣຕຣຽມພ້ອມ ແກ້ໄຂບັນຫາ ພັຍທັມມະຊາຕ ຊື່ງຈັດຂື້ນ ທີ່ ກຸງພະນົມເປັນ ໃນມື້ວັນ ພຣະຫັດນີ້ ໂດຽຜູ້ຕາງໜ້າ ຈາກ ສປຈີນ ລາວ ໄທຽ ພະມ້າ ແລະວຽຕນາມ ເຂົ້າຮ່ວມ.
ຫວາດ ສີມູນ
2009.10.16

ທ່ານ Nhim Vanda ເຈົ້າໜ້າທີ່ ຣະດັບສູງ ຂອງຣັຖບາລ ກັມພູຊາ ແລະ ຮອງປະທານ ຜູ້ທີ່ໜື່ງຂອງ ຄນະກັມມະກາຣ ດ້ານປ້ອງກັນພັຍ ທັມມະຊາຕ ແລະ ເຊື້ອໂຣຄ ຕິດຕໍ່ແຫ່ງຊາຕ ໄດ້ແຈ້ງຕໍ່ທາງ ກອງປະຊຸມວ່າ ທາງກາຣກ່ຽວຂ້ອງ ກັມພູຊາ ພ້ອມທີ່ຈະຮ່ວມມື ກັບທາງອົງກາຣ ທີ່ກ່ຽວຂ້ອງ ຕ່າງໆ ດັ່ງທີ່ໄດ້ ປະຕິບັຕ ມາແຕ່ຄາວ ກ່ອນ ເຊັ່ນໃນປີ 2005 ທາງກາຣ ກັມພູຊາ ກໍໄດ້ເຊັນໃນ ຂໍ້ສັນຍາດ້ານ ກາຣແລກປ່ຽນ ຂໍ້ມູລ ຕ່າງໆກັບນາໆ ປະເທສ ກ່ຽວກັບກາຣ ປ້ອງກັນພັຍພິບັຕ ແລະ ກາຣແພ່ຣະບາດ ຂອງເຊື້ອໂຣຄຕ່າງໆ.

ພ້ອມດຽວກັນ ທ່ານ Nhim Vanda ກໍຢືນຢັນວ່າ ທາງກາຣ ກັມພູຊາ ແລະ ທາງສູນປ້ອງກັນ ພັຍພິບັຕ ປະຈຳເຂຕ ເອເຊັຽ ຍັງຈະປະສານງານ ກັນໃນຂັ້ນ ຕໍ່ໆໄປ ພ້ອມກັບທີ່ຈະ ຮັບເປັນເຈົ້າພາບ ຈັດກອງປະຊຸມ ຂື້ນຕື່ມ ໃນອະນາຄົຕ.

ໃນຂນະດຽວກັນ ທ່ານ Stephane Rousseau ຜູ້ອຳນວຍກາຣ ປະຈຳເຂຕ ພູມີພາຄ ຂອງທະນາຄາຣ ພັທນາເອເຊັຽ ກໍຢືນຢັນທີ່ ຈະໃຫ້ຄວາມຮ່ວມມື ແລະ ປະສານງານ ຫາວິທີທາງ ປ້ອງກັນບັນຫາ ພັຍທັມມະຊາຕ ທີ່ອາຈເກີດຂື້ນ ໃນ ອະນາຄົຕນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.