ສານສູງສຸດ ອານຸຍາດ ພິຍານ 2ຄົນ
2009.06.18

ມາດາມ ອອງຊານຊູຈິ ຫົວໜ້າພັກ ຝ່າຍຄ້ານ ຜູ່ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ທີ່ຈະມີອາຍຸ 64ປີ ໃນວັນສຸກນີ້ ຖືກຂັງຢູ່ໃນຄຸກ Insein ຊຶ່ງເປັນຄຸກ ທີ່ບໍ່ດີຢູ່ ນະຄອນຢ້າງກຸ້ງ ໃນຂໍ້ຫາ ລະເມີດກົດ ຂອງການກັກຂັງ ບໍລິເວນທີ່ ບ້ານພັກ ພາຍຫລັງທີ່ມີ ຊາຍອາເມຣິກັນ ຄົນນຶ່ງລອຍນ້ຳ ໄປເຮືອນຂອງນາງ ທີ່ຢູ່ແຄມໜອງ ໃນເດືອນພຶສພາ ຜ່ານມາ.
ສານສູງສຸດຂອງ ພະມ້າ ເຫັນດີຕາມຄຳ ຂໍຮ້ອງຂອງ ທິມງານທາງດ້ານ ກົດໝາຍຂອງ ຍານາງທີ່ວ່າຈະ ອານຸຍາດໃຫ້ ຕໍ່ສູ້ກັບການ ຫ້າມໃນເບື້ອງຕົ້ນ ບໍ່ໃຫ້ພິຍານ 2ຄົນ ຊຶ່ງເປັນ ສະມາຊິກ ອາວຸໂສຂອງ ພັກສັນນິບາດ ແຫ່ງຊາດເພື່ອ ປະຊາທິປະໄຕ ນັ້ນໄປໃຫ້ ປາກຄຳຕໍ່ສານ.
ຜູ້ເຫັນເຫດການ ຢູ່ສານເວົ້າວ່າ ສານຮັບຟັງການ ໂຕ້ຕອບຂອງ ທິມງານ ທີ່ຕໍ່ສູ້ຄະດີ ຕາມຄຳຂໍຮ້ອງ ໃນຕອນເຊົ້າຂອງ ວັນພຸດປະມານ 45ນາທີ. ແລະສານຄືວ່າ ຈະປະກາດວັນ ຮັບຟັງການ ໃຫ້ການນັ້ນ ໃນວັນສຸກນີ້.
ທ່ານວ່າມີການ ປ້ອງກັນຄວາມ ປອດໄພຢ່າງ ໜາແໜ້ນຢູ່ອ້ອມ ຮອບສານສູງສຸດ ຊຶ່ງຢ່າງນ້ອຍມີ ຣົດກະບະຕຳຣວດ 10ຄັນ ລາດຕະເວນຢູ່ ໃນເຂດນັ້ນ. ນອກຈາກນັ້ນ ກໍມີເຈົ້າໜ້າທີ່ ນອກເຄື່ອງແບບ ກໍເຂົ້າ ປະຕິບັດ ງານນຳດ້ວຍ.
ນັກສືບສວນດ້ານ ສິດທິມະນຸດ ສະຫະປະຊາຊາດ ທີ່ກຸງ ເຈນີວາ ປະເທດ ສະວິດເຊີແລັນ ປະນາມການ ດຳເນີນຄະດີ ມາດາມ ອອງຊານຊູຈິ ແລະວ່າຣັຖບານ ທະຫານ ພະມ້າ ໄດ້ອານຸຍາດ ໃຫ້ມີການ ລະເມີດສິດທິ ໃນຂະບວນການ ດຳເນີນຄະດີ ຂອງສານ.