ກຸ່ມອາຊຽນຫວັງໃຫ້ລາວ ເປັນສະມາຊີກ ການຄ້າໂລກ.

ເຈົ້າຊາຍໂມຫາເມັດໂບເກັຽ ຈາກບຣູນາຍ ຜູ້ຊື່ງເປັນຣັຖມົນຕຣີ ຕ່າງປະເທດແລະການຄ້າ ໄດ້ກ່າວຕໍ່ກອງປະຊຸມ ອົງການ ການຄ້າໂລກຄັ້ງທີ 7 ທີ່ປະເທດ ສວີເຊີແລນວ່າ ສະມາຄົມອາຊຽນ ມີຄວາມປະສົງ ອັນແຮງກ້າທີ່ຢາກໃຫ້ ສປປລາວ ເປັນນື່ງ ໃນຈຳນວນ ສະມາຊີກອົງການ ການຄ້າໂລກ ໃນໄວໆນີ້.
ສິດນີ
2009.12.02

ພຣະອົງໄດ້ກ່າວເຖີງ ຄວາມສຳຄັນຂອງການໃຊ້ ກົດຣະບຽບແລະການຕັດສີນໃຈຂອງອົງການ ການຄ້າໂລກ ທີ່ຈະຊ່ອຍປະເທດນ້ອຍ ໃຫ້ເຂົ້າເປັນສະມາຊີກ ແບບຍຸຕິທັມ ແລະສົມເຫດສົມຜົລ ທີ່ຈະໃຫ້ພວກຂະເຈົ້າມີ ປາກສຽງໃນອົງການ ການຄ້າໂລກ.

ພຣະອົງວ່າການອອກສຽງ ແບບເອກກະສັນ ຈະເປັນການອອກສຽງ ທີ່ດີເພາະພວກເຮົາ ຫມົດທຸກຄົນມີສ່ວນຮ່ວມ ໃນການຕັດສີນໃຈ ບໍ່ວ່າຈະເປັນການ ວາງແຜນທາງ ດ້ານເສຖກິດແລະ ການຮັບເອົາສະມາຊີກໃຫມ່.

ໃນຂນະທີ່ອາຊຽນ ຈະກາຍເປັນປະຊາຄົມ ອາຊຽນ ໃນປີ2015 ພຣະອົງຍອມຮັບວ່າ ສະມາຊີກ 10ປະເທດອາຊຽນ ຈະປະເຊີນກັບບັນຫາ ຄວາມຫຍຸ້ງຍາກຫລາຍຢ່າງ ໃນຂນະທີ່ 9ປະເທດອາຊຽນ ມີໂອກາດດີກວ່າ ທີ່ໄດ້ເຂົ້າເປັນສະມາຊີກ ອົງການ ການຄ້າໂລກໄປແລ້ວ ກຸ່ມອາຊຽນຫວັງວ່າ ສປປລາວ ຈະສາມາດເຂົ້າເປັນ ສະມາຊີກໃຫມ່ ໃນໃວໆນີ້.

ໃນເວລາດຽວກັນ ທາງການລາວ ກໍ່ພ້ອມແລ້ວ ທີ່ຈະເຂົ້າຮ່ວມອົງການ ການຄ້າໂລກ ຖ້າຖືກຮັບຮອງຈາກ ຄນະກັມມະການ ອົງການດັ່ງກ່າວ ໃນການຕັດສີນ ໃນທ້າຍປີນີ້.

ສປປລາວ ໄດ້ຍື່ນເປັນສະມາຊີກ ອົງການ ການຄ້າໂລກ ມາໄດ້ຫລາຍປີແລ້ວ ແລະກໍ່ໄດ້ປະຊຸມກັບ ຄນະກັມມະການຈັດແຈງ ເພື່ອການຕັດສີນໃຈ ຈາກອົງການ ການຄ້າໂລກ ມາຫລາຍຄັ້ງແລ້ວ ຄາດວ່າ ການຕັດສີນໃຈ ຄັ້ງສຸດທ້າຍຂອງ ຄນະກັມມະການ ດັ່ງກ່າວຈະຮັບເອົາ ສປປລາວ ເປັນສະມາຊີກໃຫມ່ ຄົງຜ່ານພົ້ນ ໄປໂດຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 05, 2009 09:47 PM

i agree for Laos will be to member WTO,so i am very happy to hear that,cheer....