ກອງປະຊຸມ ສຸດຍອດອາຊ໊ຽນ ຄັ້ງທີ່ 15 ໄດ້ສີ້ນສຸດລົງ

ກອງປະຊຸມ ສຸດຍອດອາຊ໊ຽນ ຄັ້ງທີ່ 15 ແລະກອງປະຊຸມ ອາຊ໊ຽນ ອື່ນໆທີ່ທາງກາຣໄທຽ ເປັນເຈົ້າພາບ ຈັດຂື້ນຢູ່ຫົວຫີນ ແຕ່ມື້ວັນສຸກທີ່ 23 ໄດ້ສິ້ນສຸດລົງ ໃນມື້ວັນທີ່ 25 ຕຸລາ ນີ້.
ຫວາດ ສີມູນ
2009.10.26
F-Summit-closing ກອງປະຊຸມ ສຸດຍອດອາຊ໊ຽນ ຄັ້ງທີ່ 15 ແລະກອງປະຊຸມ ອາຊ໊ຽນອື່ນໆທີ່ ທາງກາຣໄທຽ ເປັນເຈົ້າພາບ ຈັດຂື້ນຢູ່ຫົວຫີນ ແຕ່ມື້ວັນສຸກທີ່ 23 ໄດ້ ສິ້ນສຸດລົງ ໃນມື້ວັນທີ່ 25 ຕຸລານີ້.
Photo: RFA

ກອງປະຊຸມໄດ້ ປະສົບຜົລສຳເຣັຈ ເປັນຢ່າງດີ ໂດຽມີກາຣ ປະກາສ ກາຣຈັດຕັ້ງ ຄນະກັມກາຣ ຣະຫວ່າງຣັຖບາລ ອາຊ໊ຽນ ວ່າດ້ວຍ ສິທທິມະນຸສ, ກາຣຈັດຕັ້ງ ຄນະກັມກາຣ ເສີມສ້າງດ້ານກາຣ ຮ່ວມມືດ້ານກາຣ ສຶກສາ ຕລອດຮອດດ້ານ ກາຣຈັດຕຣຽມຮ່າງ ແຖລງກາຣດ້ານ ກາຣປ່ຽນແປງ ທາງດິນຟ້າອາກາສ ແລະ ກາຣເຊື່ອມໂຍງກັບ ບັນດາປະເທສ ທີ່ເປັນຄູ່ກາຣ ເຈຣະຈາຕ່າງໆ.

ທ່ານອະພິສິຕ ເວຊຊາຊິວະ ນາຍົກຣັຖ ມົນຕຣີໄທຽ ໃນຖານະເປັນ ປະທານວຽນ ອາຊ໊ຽນ ປັຈຈຸບັນ ໄດ້ກ່າວໃນຕອນໜຶ່ງ ຢູ່ພິທີ ກາຣປິດກອງປະຊຸມ ຄັ້ງນີ້ວ່າ: ASEAN arises to the challenges…

“ອາຊ໊ຽນສາມາດ ຂຍາຍໂຕຂຶ້ນເພື່ອ ຕອບໂຕ້ກັບບັນຫາ ກາຣທ້າທາຍ ບໍ່ແມ່ນແຕ່ສະເພາະ ໃນເຂຕພູມີພາຄ ເທົ່ານັ້ນ ແຕ່ຫາກກວມໄປ ເຖີງໃນທົ່ວໂລກ ນຳດ້ວຍ ແລະພ້ອມທີ່ຈະ ມີຄວາມເຕີບໃຫຍ່ ຂຍາຍໂຕອອກ ໄປເລື້ອຽໆ ໂດຽສະເພາະໃນດ້ານ ປະຕິບັຕໜ້າທີ່ ວຽກງານໃຫ້ເກີດ ເປັນຈິງ ດັ່ງຈະເຫັນໄດ້ ຈາກກາຣກໍ່ຕັ້ງ ຄນະກັມກາຣດ້ານ ສິທທິມະນຸສ ອາຊ໊ຽນ ຕລອດຮອດຄວາມ ພຍາຍາມກໍ່ຕັ້ງ ປະຊາຄົມອາຊ໊ຽນ ນຳດ້ວຍນັ້ນ."

ໃນຂນະດຽວກັນ ທ່ານອະພິສິຕ ກໍຮຽກທວງ ໃນບັນດາຜູ້ນຳ ແຕ່ລະປະເທສ ທີ່ກ່ຽວຂ້ອງ ໄດ້ໃຫ້ຄວາມຮ່ວມມື ເພື່ອຈະໃຫ້ອາຊ໊ຽນ ສາມາດ ບັນລຸເປົ້າໝາຍ ໃນຂັ້ນຕໍ່ໆໄປ ໂດຽສະເພາະ ດ້ານກາຣຈັດຕັ້ງ ປະຊາຄົມອາຊ໊ຽນ ໃຫ້ໄດ້ພາຍໃນປີ 2015 ທີ່ຈະມາເຖີງ ໃນໄວໆນີ້ນັ້ນ.

ຢ່າງໃດກໍຕາມ ກອງປະຊຸມສຸດຍອດ ອາຊ໊ຽນ ຄັ້ງທີ່ 16 ແລະ ກອງປະຊຸມຕ່າງໆ ທີ່ກ່ຽວພັນກັບ ອາຊ໊ຽນ ໃນຂັ້ນຕໍ່ໄປ ຈະຖືກຈັດຂຶ້ນ ຢູ່ປະເທສວຽຕນາມ ຊຶ່ງທາງກາຣ ວຽຕນາມສືບຕໍ່ກາຣ ເປັນປະທານວຽນ ໃນປີຕໍ່ໄປນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.