ADB ແລະ ເກົາຫລີໃຕ້ ສະໜັບສະໜູນ ກຳພູຊາ
2009.08.26
ທະນາຄານ ພັທນາເອເຊັຍ ຫລື ADB ແລະສາທາຣະນະຣັດ ເກົາຫລີ ຫລືເກົາຫລີໃຕ້, ສະໜັບສະໜູນ ການເຮັດໃຫ້ເສັ້ນທາງ ແລະຊາຍແດນຢູ່ ກຳພູຊາ ດີຂື້ນ, ເພື່ອຊ່ວຍໃຫ້ກຳພູຊາ ຫລຸດຜ່ອນຄວາມທຸກຍາກ, ເພື່ອເຮັດໃຫ້ໂອກາດ ຂອງການຂະຫຍາຍ ຕົວທາງດ້ານເສຖກິດ, ເພີ້ມທະວີຂື້ນ, ແລະຊ່ວຍໃນຄວາມ ພຍາຍາມທີ່ຈະ ເຮັດໃຫ້ການຄ້າ, ແລະການທ່ອງທ່ຽວ ຢູ່ເຂດລຸ່ມແມ່ ນ້ຳຂອງດີຂື້ນ. ຕາມຄຳເວົ້າຂອງ ທະນາຄານພັທນາ ເອເຊັຍ ໃນວັນອັງຄານ, ທີ່ອົງການຂ່າວ Xinhua ຂອງທາງການຈີນ, ລາຍງານຈາກ ພະນົມເປັນ ໃນວັນທີ 25 ສິງຫາ 2009ນີ້.
ຄນະຜູ້ອຳນວຍການ ທະນາຄານພັທນາ ເອເຊັຍ, ໄດ້ຮັບຜ່ານການ ກູ້ຢືມທີ່ມີມູນຄ່າ ເທົ່າກັບ16ລ້ານ 3ແສນໂດລາ ສະຫະຣັດ ສຳລັບໂຄງການ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ, ທີ່ມີຄວາມຍາວ 113ກິໂລແມດ ຢູ່ທາງພາກເໜືອ ຂອງກຳພູຊາ, ແລະປັບປຸງໃຫ້ມີ ຄວາມສະດວກ, ໃນການ ຂ້າມຊາຍແດນ ທີ່ຕິດກັບ ປະເທດໄທ.
ຣັຖມົນຕຣີ ດ້ານຍຸທສາດ ແລະການເງິນຂອງ ເກົາຫລີໃຕ້ ໄດ້ເພີ່ມການໃຫ້ ກຳພູຊາ ກູ້ຢືມທີ່ມີ ມູນຄ່າເທົ່າກັບ 25ລ້ານ 6ແສນໂດລາ ສະຫະຣັດ, ໂດຍຜ່ານກອງທຶນ ພັທນາເສຖກິດ ແລະການຮ່ວມມື ຂອງຕົນ.
ຕາມການຄາດຄະເນດ, ໂຄງການປັບປຸງ ແລະ ສ້ອມແປງດັ່ງກ່າວ, ຈະສຳເຣັດໃນເດືອນ ທັນວາ ປີ2013 ທີ່ຈະມາເຖີງນີ້.