ໂຮງງານຜລິດ ກະແສໄຟຟ້າ ຈາກພະລັງຖ່ານຫີນ
2010.02.10
ການພັທນາ ພະລັງງານ ໄຟຟ້າ ຈາກ ພະລັງງານນໍ້າ ພະລັງງານລົມ ພະລັງງານ ຊີວະພາບ ພະລັງງານ ຖ່ານຫີນ ຫລືຈາກ ພະລັງງານ ໃດກໍດີ ນັກວິທຍາສາດ ວ່າມີ ຂໍ້ໄດ້ຂໍ້ເສັຽ ແລະ ມີຜົນສະທ້ອນ ຕໍ່ສິ່ງແວດລ້ອມ ໃນຮູບໃດຮູບນື່ງ ແລະ ຕໍ່ສຸຂພາບ ຂອງມະນຸດ ສັດ ແລະ ສິ່ງທີ່ມີ ຊີວິດຢູ່ ທັງນັ້ນ ໂດຍສະເພາະ ພະລັງງານ ຖ່ານຫີນ ຫລືເວົ້າ ໂດຍທົ່ວໄປ ພະລັງງານ ທີ່ຂຸດຄົ້ນຂື້ນ ມາຈາກພື້ນດິນ ເນື່ອງຈາກວ່າ ຄວັນໄຟ ທີ່ປ່ອຍອອກຈາກ ໂຮງງານໄຟຟ້າ ທີ່ໃຊ້ ພະລັງງານ ຖ່ານຫີນ ຫລືໂຮງງານ ກັ່ນນໍ້າມັນ ມີອາຍແກສ ທີ່ເອີ້ນວ່າ Sulfur dioxide So2 ຊື່ງເປັນນື່ງ ໃນຈໍານວນ ຫລາຍອາຍແກສ
ທີ່ເຮັດໃຫ້ ອາກາດ ມີມົລພິດ ປົນຢູ່ນໍາ. ອາຍແກສ So2 ແມ່ນເກີດຈາກ ການເຜົາໃໝ້ ຂອງຖ່ານຫີນ. So2 ຍັງຢູ່ໃນ ຮູບແບບຂອງ ສ່ວນປະກອບ ຂອງສານເຄມີ ທີ່ເຮັດໃຫ້ເປັນ
ຝົນນໍ້າກົດ ຕົກລົງມາ ທໍາລາຍ ສິ່ງແວດລ້ອມ.
ດ້ວຍເຫດນີ້ ການໃຊ້ຖ່ານຫີນ ເພື່ອເປັນພະລັງ ງານຜລິດໄຟຟ້າ ຈື່ງໄດ້ສ້າງ ຄວາມເປັນຫ່ວງ ຫລາຍດ້ານ. ນັກວິຊາການ ທີ່ສືກສາ ສະພາບແວດລ້ອມ ໃຫ້ຄວາມເຫັນວ່າ ການຮຽນຮູ້ ປະສົພການຈາກ ປະເທດອື່ນໆ ທີ່ໃຊ້ ພະລັງງານ ຖ່ານຫີນ ເພື່ອຜລິດເປັນ ພະລັງງານໄຟຟ້າ ໄປແລ້ວນັ້ນ ຈະເປັນຕົວຢ່າງ ທີ່ດີ ໃນການຊ່ວຍ ຕັດສີນໃຈວ່າ ຈະເລືອກສ້າງ ໂຮງງານ ຜລິດໄຟຟ້າ ຈາກພະລັງງານ ຖ່ານຫີນ ໃນອຸດສາຫະກໍັມ ຂອງຕົນຫລືບໍ່ ແຕ່ວ່າສິ່ງທີ່ ນັກວິຊາການ ໃຫ້ຄວາມເຫັນ ບໍ່ໄດ້ນັ້ນ ແມ່ນການ ຕັດສີນໃຈ ຈາກເຫດຜົນ ທາງດ້ານການເມືອງ.
ຍົກຕົວຢ່າງ ການສືກສາ ຜົນກະທົບຈາກ ໂຮງງານ ຜລິດໄຟຟ້າ ພະລັງງານ ຖ່ານຫີນ ທີ່ຕັ້ງຢູ່ ໃນເຂດເມືອງ ແມ່ໝໍ້ ແຂວງລໍາປາງ ພາກເໜືອ ຂອງປະເທດໄທ ໂດຍຫ້ອງການ ຄວບຄຸມ ແລະຄຸ້ມຄອງ ຄຸນນະພາບ ຂອງອາກາດ ແລະສຽງ ຂອງປະເທດໄທ ສະຫລຸບວ່າ ມັນເປັນການຍາກ ທີ່ປະຊາຊົນ ຊາວໄທ ຈະຮັບເອົາ ໂຮງງານຜລິດ ກະແສໄຟຟ້າ ຈາກ ພະລັງຖ່ານຫີນ ຍ້ອນເຂົາເຈົ້າ ເຫັນວ່າມັນ ສ້າງບັນຫາ ຕໍ່ສິ່ງແວດລ້ອມ ຫລາຍດ້ານ.
ກ່ອນຈະເຂົ້າ ລາຍລະອຽດ ໃນລາຍງານ ການສືກສາ ເຮົາຂໍສະເໜີ ປະຫັວດ ຂອງໂຮງງານ ໄຟຟ້າ ພະລັງງານ ຖ່ານຫີນ ແມ່ໝໍ້ ດັ່ງນີ້: ໂຮງງານຜລິດ ໄຟຟ້າ ແມ່ໝໍ້ ສາມາດຜລິດ ໄຟຟ້າໄດ້ 2,625 MW ມີເຄື່ອງ ປັ່ນໄຟຟ້າ 13ຫນ່ວຍ ທີ່ໃຊ້ຖ່ານຫີນ ເປັນເຊື້ອເພີງ ໃນປະຣິມານ ວັນນື່ງໆຕໍ່ 50,000ໂຕນ, ມີສານ sulfur ຫລືວ່າ ມາດ3% ຂອງນໍ້າໜັກ, ປ່ອຍແກສ sulfur
dioxide ອອກ150ໂຕນ ຕໍ່ນື່ງຊົ່ວໂມງ ຖ້າຫາກວ່າ ບໍ່ມີການ ຄວບຄຸມ.
ການສືກສາ ບັນຫາ ສິ່ງແວດລ້ອມ ທີ່ເກີດຈາກຄວັນໄຟ ຂອງໂຮງງານ ແຫ່ງນີ້ ແມ່ນຈາກປີ1992 ຫາປີ2008 ແລະພົບວ່າ ໃນປີ1992 ອາຍແກສ Sulfur dioxide So2 ທີ່ປ່ອຍອອກຈາກ ໂຮງງານດັ່ງກ່າວ ມີປຣິມານສູງ. ປະຊາຊົນ ທີ່ອາໃສ ຢູ່ໃນເຂດນັ້ນ ພາກັນຈົ່ມທຸກ ຍ້ອນກິ່ນ ຂີວເໝັນຈາກຄັວນ ແລະ ມີລາຍງານວ່າ ປະຊາຊົນ ເຈັບປ່ວຍ ມີອາການ ຫາຍໃຈ ແສບໜ້າເອິກ.
ຄວັນໄຟ ຈາກໂຮງງານ ຜລິດໄຟຟ້າ ແຫ່ງນັ້ນ ມີຜົນກະທົບ ຕໍ່ພືກສາຊາດ ຢູ່ໃນປ່າດົງ ເຄື່ອງປູກຂອງຝັງ ແລະ ຕໍ່ສັດສາວາສິ່ງ. ເມື່ອເປັນດັ່ງນັ້ນ ທາງໂຣງງານ ຈື່ງໄດ້ເອົາ ມາຕການຮີບດ່ວນ ຫລາຍມາຕການ ເພື່ອຫລຸດຜ່ອນ ການປ່ອຍອາຍແກສ sulfur dioxide ໃຫ້ຫນ້ອຍລົງ ເຊັ່ນວ່າ.
-ຫລຸດຜ່ອນການໃຊ້ ຖ່ານຫີນ ຂອງແຕ່ລະ ຫນ່ວຍປັ່ນໄຟຟ້າ ໃຫ້ຫນ້ອຍລົງ.
-ໃຊ້ຖ່ານຫີນ ຊນິດທີ່ມີມາດ ຫລື sulfur ຕໍ່າ.
- ຕັ້ງມາຕຖານ ຄຸນນະພາບ ຂອງອາກາດ ສໍາລັບອາຍແກສ sulfur dioxide so2 ໃຫ້ຢູ່ໃນລະດັບ 1,300 ໄມໂກຣກຣາມ ຕໍ່1ແມັດກ້ອນ ຕໍ່ຊົ່ວໂມງ. ນອກນັ້ນ ຍັງເອົາມາຕການ ຫລຸດຜ່ອນ ໃນລະຍະ ຍາວນານ ດັ່ງນີ້:
-ຕັ້ງມາຕຖານ ຄຸນນະພາບ ຂອງອາກາດ ສໍາລັບອາຍແກສ sulfur dioxide so2 ໃຫ້ຢູ່ໃນ ລະດັບ780 ໄມໂກຣກຮາມ ຕໍ່ແມັດກ້ອນ ຕໍ່ຊົ່ວໂມງ, 300 ໄມໂກຣກຣາມ ຕໍ່1ແມັດກ້ອນ ຕໍ່ວັນ ແລະ100 ໄມໂກຣກຣາມ ຕໍ່1ແມັດກ້ອນ ຕໍ່ປີ. ລາຍງານວ່າ ມາຕການທີ່ໄດ້ ຜົນທີ່ສຸດ ອັນທີນື່ງ ກໍຄື:
-ບໍ່ໃຫ້ມີ ໂຣງງານໄຟຟ້າ ຜລິດຖ່ານຫີນ ຢູ່ໃນເຂດ ເມືອງແມ່ໝໍ້ເລີຽ. ອັນທີສອງ -ບໍ່ອະນຸຍາດ ໃຫ້ປ່ອຍອາຍແກສ sulfur dioxide ອອກເກີນກ່ວາ 11ໂຕນ ຕໍ່ຊົ່ວໂມງ ໃນຍາມໃດກໍດີ ແລະ ບໍ່ໃຫ້ເກີນ7 ໂຕນຕໍ່ຊົ່ວໂມງ ໃນຍາມ ລະດູໜາວ.
-ຕິດຕັ້ງລະບົບ ຄວບຄຸມ ມົລພິດອາກາດ ໃສ່ເຄື່ອງປັ່ນໄຟຟ້າ ຈໍານວນນື່ງ. -ໃຊ້ຖ່ານຫີນ ຊນິດທີ່ມີມາດ ຫລື sulfur ຕໍ່າກ່ວາ1%. ມາຮອດ ເດືອນສິງຫາ ປີ1998 ທັງໆທີ່ໄດ້ເອົາ ມາຕການຫລາຍຢ່າງ ຮ່ວມທັງແລ່ນ ເຄື່ອງປັ່ນໄຟຟ້າ ພຽງແຕ່2 ຫນ່ວຍເທົ່ານັ້ນ ໂດຍບໍ່ໄດ້ ຕິດຕັ້ງລະບົບ ຄວບຄຸມ ມົລພິດອາກາດ ໃສ່ຫນ່ວຍປັ່ນ ໄຟຟ້າ ໄດ້ສັງເກດເຫັນວ່າ ມີສະພາບ ປ່ຽນແປງ ໃນຊັ້ນ ບັນຍາກາດ ຄືວ່າ ເກີດມີ ອາກາດເຢັນ ແລະຝົນຕົກ ປະຣິມານ ອາຍແກສ sulfur dioxide ສຸມຢູ່ຢ່າງ ໜາແໜ້ນ ມີຜົນສະທ້ອນ ຕໍ່ສຸຂພາບ ຂອງຄົນ ຕໍ່ສັດສາວາສິ່ງ ຕໍ່ເຄື່ອງປູກ ຂອງຝັງ.
ຕົກມາຮອດ ເດືອນ ກຸມພາ ປີ2000 ທາງໂຮງງານ ໄດ້ຕິດຕັ້ງ ລະບົບຄວບຄຸມ ມົລພິດອາກາດ ໃສ່ໝົດທຸກຫນ່ວຍ ປັ່ນໄຟຟ້າ ປາກົດວ່າ ປະຣິມານການ ປ່ອຍອາຍແກສ Sulfur dioxide ໄດ້ຫລຸດ ລົງຈາກ 150ໂຕນຕໍ່ຊົ່ວໂມງ ລົງມາເປັນ ຕໍ່າກ່ວາ7 ໂຕນຕໍ່ຊົ່ວໂມງ. ຈາກປີ 1998 ໄດ້ສັງເກດ ເຫັນວ່າ ຄວາມໝາແໜ້ນ ຂອງອາຍແກສ so2 ທີ່ສຸມຢູ່ໃນ ອາກາດ ຮອບໆຕົວຄົນ ຄ່ອຍໆຫລຸດລົງ. ລາຍງານວ່າ ການສຸມຕົວ ຂອງອາຍແກສ sulfur dioxide ຢູ່ໃນອ່າງເມືອງ ແມ່ໝໍ້ ຢູ່ໃນລະດັບ ໃກ້ມາຕຖານ ທີ່ສຸດ ຄືວ່າ ການສຸມຕົວ ຂອງອາຍແກສ sulfur dioxide ໄດ້ຫລຸດລົງ ຈາກເດີມ 3,000 ໄມໂກຣກຣາມ ຕໍ່ sulfur dioxide 1ແມັດກ້ອນ ລົງມາເປັນເກືອບ 300ໄມໂກຣກຣາມຕໍ່ sulfur dioxide 1ແມັດກ້ອນ ຕໍ່ຊົ່ວໂມງ ຕາມທີ່ໄດ້ ຕັ້ງໄວ້.
ເມື່ອບັນລຸມາຕຖານ ນີ້ແລ້ວບໍ່ໄດ້ ໝາຍຄວາມວ່າ ຄວາມເປັນຫ່ວງ ຂອງປະຊາຊົນ ຊາວໄທຫລຸດລົງ. ໃນຫລາຍສິບປີ ຜ່ານມານີ້ ປະຊາຊົນ ຊາວໄທ ໃນຫລາຍແຂວງ ບ່ອນທີ່ມີ ໂຄງການສ້າງ ໂຮງໄຟຟ້າ ຈາກພະລັງງານ ຖ່ານຫີນ ພາກັນປະທ້ວງ ຕໍ່ຕ້ານການສ້າງ ໂຮງງານດັ່ງກ່າວ ເພາະເຫັນວ່າ ມັນໄດ້ສົ່ງຜົນ ກະທົບຕໍ່ ສະພາບແວດລ້ອມ ຢ່າງໜັກ ແລະ ຕໍ່ສຸຂພາບ ຮ່າງກາຍຂອງຄົນ ແລະ ສັດສາ ວາສິ່ງ.
ເຖິງແມ່ນວ່າ ການໃຊ້ ພະລັງງານ ຖ່ານຫີນ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສຸຂອະນາໄມ ຂອງມະນຸດ ແລະ ສັດສາວາສິ່ງ ກໍດີແຕ່ວ່າ ຫລາຍປະເທດ ທີ່ກໍາລັງ ພັທນາ ຮ່ວມທັງສປປລາວ ກໍຍັງສືບຕໍ່ ອະນຸຍາດ ໃຫ້ສ້າງໂຮງ ໄຟຟ້າ ຈາກພະລັງງານ ຖ່ານຫີນ ຢູ່ຕໍ່ໄປ ໂດຍຖືເອົາ ຜົນປໂຍດທາງ ດ້ານເສຖກິດ ເໜືອກ່ວາຜົນ ກະທົບ ທີ່ຈະຕາມມາ.
ໃນປະເທດໄທ 70%ກ່ວາໆ ຂອງໄຟຟ້າ ທີ່ຜລິດ ແມ່ນມາຈາກ ພະລັງງານແກສ ທໍັມມະຊາດ ແຕ່ພ້ອມກັນນັ້ນ ປະເທດໄທ ຍັງອີງຕໍ່ ພະລັງງານ ອື່ນໆອີກ ໃນນັ້ນ ຫລາຍກ່ວາ17% ແມ່ນມາຈາກ ພະລັງງານ ຖ່ານຫີນ.
ນອກນັ້ນ ບໍຣິສັດ ເອກກະຊົນ ແລະ ຣັຖວິສາຫະກິດໄທ ຍັງຂະຫຍາຍ ໂຄງການສ້າງ ໂຮງງານໄຟຟ້າ ພະລັງງານ ຖ່ານຫີນ ຢູ່ໃນ ສປປລາວ ແລະກໍາພູຊາ ແລະ ມີແຜນສ້າງ ໃນປະເທດ ເພື່ອນບ້ານ ອື່ນໆອີກ ຍ້ອນວ່າ ປະຊາຊົນຊາວໄທ ບໍ່ສາມາດ ຮັບເອົາໂຮງງານ ຜລິດໄຟຟ້າ ຖ່ານຫີນອີກແລ້ວ.... ສະບາຍດີ