ສຸດສາຍທາງເລຂ 9 ຕອນທີ 79
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາສັປດາ ຕອນທີ 79. ໃນມື້ນີ້ ຜູ້ຂຽນຈະໄດ້ ເວົ້າເຖິງ: ການບອກເລົ່າ ຂອງທ້າວ ”ຄຳບົນ” ຜູ້ຊຶ່ງເປັນນຶ່ງ ໃນຈໍານວນ ນັກລົບ ທີ່ເຄີຍເຂົ້າຮ່ວມ ໃນກອງກໍາລັງ ແນວລາວ ມາກ່ອນ ຊຶ່ງກໍໄດ້ ກາຍມາເປັນ ນັກໂທດເຊັ່ນກັນ ແລະ ກໍເປັນນັກໂທດ ພຽງຜູ້ດຽວ ທີ່ຍັງຄົງ ເຫລືອຢູ່ດົນ ກວ່ານັກໂທດ ຄົນອື່ນໆ ຊື່ງຍັງຖືກ ກັກຂັງຢູ່ໃນ ຫ້ອງຄຸມຂັງ ຂອງ ”ສູນດັດສ້າງ ບ້ານແກ້ງຄັນ” ເພື່ອລໍຖ້າການ ຕັດສີນ ຈາກ ທາງຂັ້ນເທິງຢູ່.