ຄໍາປາໃສຂອງ Obama ປະທານາທິບໍດີ ຕໍ່ສະມາຊິກ ຣັຖະສະພາ

ຄໍາປາໃສຂອງທ່ານ Barack Obama ປະທານາທິບໍດີ ສະຫະຣັຖອາເມຣິກາ ຕໍ່ສະມາຊິກ ຣັຖະສະພາສະຫະຣັຖ ກ່ຽວກັບແຜນ ການຟື້ນຟູເສຖະກິດ ເພື່ອໃຫ້ຫລຸດພົ້ນ ອອກຈາກພາວະຕົກຕໍ່າ.
ສົມເນ
2009.02.26

ຫລັງຈາກ ສະພາສະຫະຣັຖ ໄດ້ຜ່ານ ກົດໝາຍລາຍຈ່າຍ ເພື່ອກະຕຸ້ນເສຖະກິດ ພາຍໃນປະທດ ໃຫ້ເຕີບໃຫ່ຽ ແລະເພື່ອໃຫ້ຫລຸດພົ້ນ ອອກຈາກພາວະ ເສຖະກິດ ຕົກຕໍ່າ ເມື່ອປະມານ 2 ສັປະດາມານີ້, ຊາວອາເມຣິກັນ ຫລາຍຄົນ ກໍຍັງບໍ່ໝັ້ນໃຈວ່າ ແຜນການລາຍຈ່າຍ ຂອງຣັຖະບານຊື່ງ ທີ່ມີມູນຄ່າເຖິງ 787 ຕື້ usd ຈະເຮັດ ໃຫ້ເສຖະກິດຂອງ ສະຫະຣັຖເດີນ ແມ່ນແລ່ນສະດວກ ຄືນອີກຫລືບໍ່. ນັກການ ເມືອງຝ່າຍຄ້ານ, ຄືພັກ ຣີປາບລີກັນ, ອ້າງວ່າ ແຜນການລາຍຈ່າຍ ຂອງທ່ານ Barack Obama ປະທານາທິບໍດີ ສະຫະຣັຖອາເມຣິກາ ຈະບໍ່ເຮັດໃຫ້ ເສຖະກິດ ສະຫະຣັຖຄືນ ຕົວໄດ້ ກົງກັນຂ້າມແຜນການ ລາຍຈ່າຍນີ້ຈະເຮັດ ໃຫ້ຣັຖະບານ ມີໜີ້ສີນເພີ້ມຂື້ນ. ຄໍາກ່າວອ້າງຂອງ ຝ່າຍຄ້ານຍິ່ງເຮັດ ໃຫ້ປະຊາຊົນຊາວ ອາເມຣິກັນ ມີຄວາມງຸດງິດໃຈ ຢ້ານວ່າ ເສຖະກິດຂອງ ສະຫະຣັຖຈະມີ ສະພາບຊຸດໂຊມ
ລົງເລື້ອຽໆ.

ທ່ານ Barack Obama ໄດ້ກ່າວຄໍາປາໃສ ຕໍ່ໜ້າ ສະມາຊິກ ຣັຖະສະພາສະຫະຣັຖ ແລະຕໍ່ປະຊາຊົນ ຊາວອາເມຮິກັນ ໃນທົ່ວປະເທດ ມີໃຈຄວາມ ພໍສະລຸບໄດ້ ດັ່ງນີ້:

ຂ້າພະເຈົ້າໄດ້ ມານະທີ່ນີ້ ໃນຄໍ່າຄືນວັນ ນີ້ບໍ່ພຽງແຕ່ ລາຍງານຕໍ່ຜູ້ທີ່ ມີກຽດ ທັງທ່ານຊາຍແລະຍິງ ທີ່ຢູ່ໃນຫ້ອງສະພາ ອັນຍິ່ງໃຫ່ຽນີ້ ເທົ່ານັ້ນ, ແຕ່ເພື່ອເວົ້າຈາດ້ວຍ
ໃຈຈິງ ກົງໄປກົງມາ ຕໍ່ສຸພາບບຸຣຸດ ແລະສັຕຣີທີ່ສົ່ງ ເຮົາມາໃນນະທີ່ນີ້. ທ່ານວ່າ ທ່ານຮູ້ຈັກວ່າ ພາວະເສຖະກິດ ເປັນບັນຫາທີ່ ເປັນຫ່ວງເໜືອກ່ວາ ສິ່ງອື່ນໆ. ພວກທ່ານບໍ່ຢາກ ຮູ້ຈາກສະຖິຕິ ອື່ນໆອີກວ່າ ເສຖະກິດຂອງ ເຮົາຕົກຢູ່ໃນ ພາວະວິກິດການ ເນື່ອງຈາກວ່າ ພວກທ່ານເອງ ໃນແຕ່ລະວັນ ກໍຢູ່ ກັບສະພາບນີ້: ມັນແມ່ນຄວາມເປັນຫ່ວງ ທີ່ເຈົ້າຕື່ນຂື້ນມາ ກັບມັນ ແລະນອນກັບມັນ ໃນເວລາກາງຄືນ. ຊາວອາເມຣິກັນ ຄິດວ່າ ວຽກງານທີ່ຕົນ ມີຢູ່ນັ້ນຈະເປັນ ວຽກງານທີ່ຕົນ ຈະເຮັດ ຕຣອດຮອດມື້ອອກກິນ ເບັ້ຽບໍານານ ແຕ່ແລ້ວມັນກໍສູນ ເສັຽໄປ.

ທ່ານກ່າວຕໍ່ໄປວ່າ 

ຜົນສະທ້ອນຈາກ ພາວະເສຖະກິດ ຕົກຕໍ່ານີ້ ມັນເປັນຄວາມຈິງ ອີ່ຫລີ ແລະມີຢູ່ທຸກຫົນ ທຸກແຫ່ງ, ແຕ່ວ່າ ໃນຂະນະທີ່ ເສຖະກິດຂອງ ປະເທດເຮົາອອ່ນ ແອລົງນີ້ ແລະຄວາມເຊື່ອໝັ້ນ ຂອງເຮົາຄອນແຄນ, ເຖິງແມ່ນວ່າເຮົາຈະ ຢູ່ໃນພາວະທີ່ ຍຸ່ງຍາກແລະບໍ່ມີ ຄວາມແນ່ນອນ, ໃນຄໍ່າຄືນນີ້ ຂ້າພະເຈົ້າຕ້ອງການ ຢາກໃຫ້ຊາວ ອາເມຣິກັນ ຊາບວ່າ ພວກເຮົາຈະສ້າງສາ ແລະຟື້ນຟູ ອາເມຣິກາໃໝ່ ແລະສະຫະຣັຖ ອາເມຣິກາ ຈະປະໂລຫົວຂື້ນມາ ດ້ວຍຄວາມເຂັ້ມແຂງ ກ່ວາໃນເມື່ອກ່ອນ.

ທ່ານ Obama ວ່າໃນຄວາມເປັນ ຈິງແລ້ວ ເສຖະກິດຂອງ ສະຫະຣັຖບໍ່ແມ່ນວ່າ ຕົກຕໍ່າລົງໃນຄືນ ນື່ງຄືນດຽວ, ແຕ່ມັນເປັນການ ສືບທອດຈາກຫລາຍ ບັນຫາທີ່ບໍ່ ຖືກແກ້ໄຂໃນ ລະຍະຫລາຍປີຜ່ານມາ ຈົນຮອດມື້ວັນ ທີ່ມັນ ລົ້ມລະລາຍລົງ. ກ່ອນຈະແກ້ໄຂໄດ້ ພວກເຮົາ ກໍຕ້ອງຍອມຮັບວ່າ ເຮັດຈັ່ງໃດເສຖະກິດ ຂອງເຮົາຈື່ງມາ ຮອດຈຸດຈົບບ່ອນນີ້. ບັນຫາທີນື່ງ ຫລາຍສິບປີຜ່ານມາ ສະຫະຣັຖຢູ່ລອດ ໄດ້ຍ້ອນອາໃສ ແຫ່ລງພະລັງງານ ຈາກຕ່າງປະເທດ. ບັນຫາທີສອງ ຄ່າຂອງການຮັກສາ ສຸຂະພາບ ກິນເອົາເງິນ ທີ່ເຮົາ ທ້ອນໂຮມໄວ້ໃນ ແຕ່ລະປີໝົດ ແລ້ວເຮົາກໍຍັງເຍີ້ນ ການປະຕິຮູບ ນະໂຍບາຍຮັກ ສາສຸຂະພາບມາຕຣອດ. ບັນຫາທີສາມ ລູກຫລານ ຂອງເຮົາແຂ່ງຂັນເອົາ ວຽກເຮັດງານທໍາ ໃນສະພາບ ເສຖະກິດໂລກ ຊື່ງຫລາຍໂຮງຮຽນ ຂອງສະຫະຣັຖ ບໍ່ທັນໄດ້ຕຽມ ໄວ້ສໍາລັບເຂົາເຈົ້າ. ບັນຫາທ້າທາຍ ທັງໝົດ ນີ້ບໍ່ທັນຖືກແກ້ໄຂ, ພວກເຮົາຍັງພະຍາຍາມ ຈັບຈ່າຍເງິນຫລາຍຂື້ນ ແລະສ້າງ ໜີ້ສີນເປັນກອງໃຫ່ຽ, ທັງຊາວ ອາເມຣິກັນເອງ ແລະທັງຣັຖະບານ ກໍເຊັ່ນດຽວກັນ
ດັ່ງບໍ່ເຄີຽມີມາກ່ອນ. ອັນນີ້ທ່ານໝາຍ ຄວາມວ່າ  ໃນລະຍະຜ່ານມາ ຊາວອາເມຣິກັນ ແລະ ຣັຖະບານ ອາເມຣິກາ ມີຊີວິດຢູ່ແບບ ສືບມື້ສືບວັນ ໂດຍບໍ່ຄໍານືງເຖິງ ຄວາມຍືນຍົງຂອງ ອານາຄົດ. ທ່ານວ່າ ງົປະມານທີ່ ເຫລືອໃຊ້ໃນລະຍະ ຜ່ານມາ ຊື່ງທ່ານໝາຍເຖິງ ງົບປະມານສ່ວນ ເກີນທີ່ ປະທານາທິບໍດີ Bill Clinton ຫາໄວ້ນັ້ນໄດ້ ໂອນຄືນໃຫ້ຜູ້ທີ່ ຮັ່ງມີຢູ່ແລ້ວ ແທນທີ່ຈະໃຫ້ ໂອກາດ ແກ່ການລົງທືນ ສໍາລັບອານາຄົດ.

ລະບຽບກົດໝາຍ ດ້ານອຸດສະຫະກັມ ການເງິນແມ່ນເພື່ອ ສ້າງກໍາໄລໃນລະຍະສັ້ນ ໂດຍເຮັດ ໃຫ້ຕະລາດການເງິນ ທີ່ເຂັ້ມແຂງຢູ່ແລ້ວ ເສື້ອມເສັຽ. ອັນນີ້ ທ່ານໝາຍ ເຖິງວິກິດການ ດ້ານການເງິນໂລກ ທີ່ເກີດຂື້ນມາ ແລະທໍາລາຍ ເສຖະກິດ ໃຫ້ຢູ່ໃນ ພາວະຕົກຕໍ່ານີ້ ແມ່ນເລີ້ມຈາກ ສະຫະຣັຖຊື່ງ ບໍ່ປະຕິບັດລະບຽບ ຫລັກການດ້ານ ການເງິນແບບມີ ປະສິດທິພາບ. ມາຮອດຈຸດນີ້ ທ່ານໄດ້ກ່າວສະລຸບວ່າ

ມື້ວັນ ທີ່ເຮົາຕ້ອງສັ່ງຊາ ເບິ່ງການກະທໍາ ໃນລະຍະ ຜ່ານມາ ໄດ້ມາຮອດແລ້ວ, ແລະວ່າ ວັນເວລາທີ່ເຮົາ ຈະຕ້ອງຖືເປັນ ຄວາມຮັບຜິດຊອບ ຕໍ່ອານາຄົດ ເຮົາແມ່ນເລີ້ມ ຈາກມື້ນີ້ໄປ. ບັດນີ້ ແມ່ນເວລາທີ່ ເຮົາຈະຕ້ອງລົງມື ປະຕິບັດຢ່າງ ແທ້ຈິງ ແລະມີຄວາມຮອບຄອບ ບໍ່ພຽງ ແຕ່ເພື່ອສ້າງສາ ເສຖະກິດນີ້ຄືນໃໝ່ ແຕ່ເພື່ອປູພື້ນຖານ ສໍາລັບ ຄວາມວັທະນາຖາວອນ ຕໍ່ໆໄປ.

ທ່ານ Obama ວ່າ ບັດນີ້ ຮອດເວລາແລ້ວ ທີ່ຈະຕ້ອງ ເລີ້ມສ້າງໜ້າວຽກໃຫ້ ຄົນເຮັດ, ລົງທືນດ້ານພະລັງງານ ດ້ານຮັກສາ ສຸຂະພາບ ແລະດ້ານການສືກສາ. ສາມບັນຫາ ທີ່ກ່າວມານີ້ ເປັນບັນຫາບູຣິມະສິດ ຊື່ງທ່ານ Obama ຫວັງວ່າຈະເຮັດ ໃຫ້ເສຖະກິດ ຂອງສະຫະຣັຖ ເລີ້ມເໜັງຕີງອີກ. ແຜນການລາຍຈ່າຍ     ເພື່ອກະຕຸ້ນເສຖະກິດ ທີ່ກ່າວມານີ້ ທ່ານວ່າ ຈະສາມາດຮັກສາ ຫລືສ້າງໜ້າວຽກ ໃຫ້ຄົນໄດ້ເຖິງ 3 ລ້ານກັບ 5 ແສນໜ້າວຽກພາຍ ໃນລະຍະ 2 ປີຂ້າງໜ້າໃນນັ້ນ 90% ຂອງວຽກງານແມ່ນ ຢູ່ໃນ ພາກສ່ວນເອກະຊົນ ເຊັ່ນວ່າ ສ້າງຖນົນຫົນທາງ ສ້າງຂົວ ສ້າງເຄ່ຶອງຈັກປັ່ນ ໄຟຟ້າກັງລົມ ຫລືໄຟຟ້າຈາກແສງ ພຣະອາທິດ ວາງ ສາຍສົ່ງ ໂທຣະຄົມະນາຄົມ ແລະຂະຫຍາຍຕານ່າງ ການຂົນ ສົ່ງສາທາຣະນະ, ສ້າງຕາຮ່າງສາຍສົ່ງ ໄຟຟ້າແຮງສູງທົ່ວ ປະເທດ, ສ້າງອາຄານໂຮງຮຽນ ໃໝ່ໃນ
ທົ່ວປະເທດ, ລົງທືນການຄົ້ນຄົ້ວາ ການໃຊ້ ພະລັງງານສະອາດ ພະລັງງານທີ່ຢັ້ງຢືນ ເປັນຕົ້ນ ພະລັງງານຈາກ ຖ່ານຫີນ ພະລັງງານຈາກ ແສງພະອາທິດ ພະລັງ ງານຈາກລົມ ສ້າງພາຫານະທີ່ ໃຊ້ພະລັງງານໄຟຟ້າ ເພື່ອທົດແທນພາຫານະ ທີ່ໃຊ້ນໍ້າມັນ. ຕໍ່ອຸດສະຫະກັມ ຜລິດຣົຖຊະນິດຕ່າງໆ ຊື່ງເປັນນື່ງໃນ ເສຖະກິດໃຈກາງ ຂອງສະຫະຣັຖ ທ່ານ Obama ວ່າຈະບໍ່ຊ່ວຍເຫລືອ ການຄຸ້ມຄອງ ທີ່ເຮັດໃຫ້ ບໍຣິສັດຫລົ້ມຈົມ, ແຕ່ວ່າ ຄະນະປົກຄອງ ຂອງທ່ານມີພາລະ ໜ້າທີ່ຊ່ວຍໃຫ້ ອຸດສະຫະກັມ ນີ້ປັບປຸງຕົນ ເອງໃໝ່ ເນື່ອງຈາກວ່າຍັງ ມີຫລາຍອຸດສະຫະກັມ ທີ່ກ່ຽວຂ້ອງກັບ ອຸດສະຫະກັມ ຜລິດຣົຖ ຈະລົ້ມລະລາຍໄປຕາມໆກັນ ແລະຄົນນັບ ເປັນແສນໆຄົນ ກໍຈະສູນເສັຽ ວຽກງານ. ທ່ານເຊື່ອວ່າ ສະຫະຣັຖເປັນ ຜູ້ຜລິດຄິດສ້າງຣົຖ ຂື້ນມາ ບໍ່ຄວນປິ່ນຫລັງ ແລະ ຍ່າງໜີຈາກມັນ.

ແຜນການດັ່ງກ່າວ ຍັງຕັດອາກອນລາຍ ໄດ້ຂອງຊົນຊັ້ນເຮັດ ວຽກຊາວ ອາເມຣິກັນ 95% ແລ້ວສົ່ງເງິນທີ່ ຕັດລົງນັ້ນຄືນ ໃຫ້ເຂົາເຈົ້າພາຍ ໃນເດືອນເມສານີ້ ເພື່ອໃຫ້
ຊາວອາເມຣິກັນ ມີເງິນໃຊ້ຈ່າຍອີກ, ແລະຕໍ່ໄປຈະບໍ່ ຂື້ນອາກອນລາຍ ໄດ້ຂອງ ຊົນຊັ້ນເຮັດວຽກ ທີ່ມີລາຍໄດ້ ຕໍ່າກ່ວາ 250,000 usd ຕໍ່ປີ. ຊາວອາເມຣິກັນ ທີ່ເສັຽ ວຽກໃນລະຍະ ພາວະເສຖະກິດ ຕົກຕໍ່ານີ້ ຈະໄດ້ ຮັບສວັດດີການ-ສັງຄົມ ແລະການຮັກສາ ສຸຂະພາບຕໍ່ໄປອີກ. ທາງດ້ານການທະນາຄານ ນັ້ນ ທ່ານວ່າ ຈະຊ່ວຍ ເຫລືອ ໃຫ້ທະນາຄານ ໃຫ້ມີເງິນໄວ້ ພຽງພໍສໍາລັບ ໃຫ້ສິນເສື້ອແກ່ ບຸກຄົນແລະທຸຣະກິດ ເນື່ອງຈາກວ່າ ສິນເຊື່ອແມ່ນສາຍ ເລືອດຂອງເສຖະກິດຢືມ. ແຜນການໂດຍ ລະອຽດແຕ່ລະແຜນ ການທີ່ອໍານາດການ ປົກຄອງຂອງທ່ານ Obama ວາງອອກນີ້ ປະກອບດ້ວຍລະບົບ ກວດກາແລະຕິດຕາມ ການປະຕິບັດ ຢ່າງລະອຽດເພື່ອ ສ້າງຄວາມເຊື່ຶອຖື ໃຫ້ຊາວອາເມຣິກັນ ຮູ້ວ່າ ເງິນຈໍານວນເງິນ ມະຫາສານທີ່ ທາງສະພາໄດ້ ເຫັນດີອານຸມັດ ແລະຜ່ານເປັນ ກົດໝາຍລາຍຈ່າຍ ນີ້ຖືກນໍາໃຊ້ ຢ່າງຖືກ ຕ້ອງ. ໃນຂະນະດຽວກັນ ແຜນການງົບປະມານ ລາຍຈ່າຍປະຈໍາປີ ສໍາລັບປີໜ້ານີ້ ທ່ານວ່າ ຈະຕັດລາຍຈ່າຍຂອງ ໂຄງການ ທີ່ບໍ່ສ້າງຜົນກະຕຸ້ນ ໃຫ້ເສຖະກິດເຕີບ ໃຫ່ຽແລະຈະຕັດ ລາຍຈ່າຍໂຄງການ ທີ່ບໍ່ໄດ້ຜົນອອກ.

ຫລັງຈາກ ປະຊາຊົນ ໄດ້ຟັງຄໍາກ່າວ ຂອງທ່ານ Obama ໃນຄໍ່າຄືນຂອງ ວັນອັງຄານ ວັນທີ 24 ກຸມພານີ້ແລ້ວ ປະຊາຊົນຊາວ ອາເມຣິກັນ ຈື່ງມີຄວາມໂລ່ງອົກໂລ່ງ ໃຈຫລາຍຂື້ນວ່າ ເສຖະກິດຂອງ ສະຫະຣັຖຈະຕ້ອງ ເຕີບໃຫ່ຽຄືນໃໝ່ ແລະທຸກຄົນຈະມີ ວຽກເຮັດງານທໍາແລະ ເມື່ອໃດ ເສຖະກິດ ຂອງສະຫະຣັຖ ກັບຄືນສູ່ພາວະ ເຕີບໃຫ່ຽແລ້ວ ສະຫະຣັຖ ຊື່ງເປັນຕະລາດ ຊື້ສິນຄ້າຈາກ ຕ່າງປະເທດໃນ ທົ່ວໂລກ ແລະສົ່ງສິນຄ້າ ອອກໄປຂາຍໃນ ທົ່ວໂລກ ກໍຈະເຮັດໃຫ້ ເສຖະກິດ ໃນທົ່ວໂລກ ເຕີບໃຫ່ຽໄປນໍາກັນອີກ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.