ບ້ານລາວໃນປະເທດໄທ (ຕອນ 30)
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນສັປະດາ ຜ່ານມາ ເຮົາໄດ້ສເນີ ເລື້ອງ ຄົນລາວ ຢູ່ບ້ານໄຜ່ໜອງ ແຂວງ ອະຢຸດທະຍາ ມາເຖິງ ຕອນທີ່ວ່າ ຄຳວ່າ “ອະຣັນຢິກ” ບໍ່ແມ່ນ ແຕ່ຈະມີດ ທີ່ຄົນ ບ້ານ ໄຜ່ໜອງ ຕີຂຶ້ນ ເທົ່ານັ້ນ ແຕ່ ອິດທິພົນ ຂອງມີດອະຣັນຢິກ ຍັງພາໃຫ້ ສະຫະກອນ, ສຸຂາພິບານ ແລະ ເທດສະບານ ໄດ້ຊື່ວ່າ “ສະຫະກອນ ມີດ ອະຣັນຢິກ”, ສຸຂາພິບານ ອະຣັນຢິກ ແລະ ເທດສະບານ ອະຣັນຢິກ ທັງໆ ທີ່ຊື່ ອະຣັນຢິກນັ້ນ ເປັນຊື່ ຂອງໝູ່ບ້ານ ອີກໝູ່ບ້ານນຶ່ງ ຊຶ່ງຢູ່ ຄົນລະຕາແສງ ກັບ ບ້ານ ໄຜ່ໜອງ.
ໃນສັປະດານີ້ ເຮົາ ຈະພາທ່ານ ໄປພົບກັບ ສະພາບການ ຕົວຈິງ ໃນປະຈຸບັນ ຂອງ “ບ້ານ ອະຣັນຢິກ” ຊຶ່ງເປັນ ໝູ່ບ້ານ ຂອງຄົນ ມຸສລິມ (Muslim).
(ສຽງແຄນ)
ເລາະຕາມ ແມ່ນ້ຳ ປ່າສັກ ຂຶ້ນໄປ ທາງທິດເໜືອ ຂອງ ບ້ານ ໄຜ່ໜອງ 3 ຫຼັກ ກິໂລແມັດ ຣະຫວ່າງທາງ ມີເຮືອນ ແລະ ເລົ້າເຂົ້າ ຫຼັງເກົ່າໆ ຫຼາຍຫລັງ ເຮືອນ ເກົ່າ ບາງຫຼັງ ກໍມີ “ສານພຣະພູມ” ຫຼື ສານຂອງຜີ ເຈົ້າທີ່ ຕັ້ງຢູ່ ທາງ ໜ້າເຮືອນ ຖ້າແມ່ນ ຜ່ານ ກາຍ ເຮືອນເຫຼົ່ານີ້ ໄປ ຍາມກາງຄືນ ແລ້ວ ຜູ້ຜ່ານ ກາຍທາງ ຈະຕ້ອງໄດ້ ງວາກໜ້າ ງວາກຫຼັງ ຢ່າງແນ່ນອນ.
ເລົ້າເຂົ້າ ທີ່ເຫັນ ຢູ່ຫຼາຍຫຼັງ ພາໃຫ້ ຄຶດໄປ ໄດ້ວ່າ ບໍຣິເວນ ດັ່ງກ່າວ ໜ້າ ຈະເປັນ ບ້ານ ຂອງຄົນລາວ ເພາະຄົນໄທ ພາກກາງ ຈະເອົາ ເຂົ້າເປືອກ ໃສ່ຖົງ ໃສ່ໄຖ້ ແລ້ວມ້ຽນໄວ້ ໃນເຮືອນ ບໍ່ນິຍົມ ປຸກເລົ້າເຂົ້າ ຈະເຫັນ ໄດ້ວ່າ ເຮືອນ ຄົນພາກກາງ ຂອງໄທ ຈະບໍ່ມີ ເລົ້າເຂົ້າ.
ມີແຕ່
ຊາວນາ ທີ່ເປັນ ຄົນ ເຊື້ອສາຍລາວ ເທົ່ານັ້ນ ທີ່ບໍ່ວ່າ ຈະໄປ ຢູ່ບ່ອນໃດ ກໍມັກ ຈະປຸກ ເລົ້າເຂົ້າ
ຢູ່ ໃນບໍຣິເວນ ດຽວກັນ ກັບເຮືອນ ສເມີ. ເຮົາ ລອງ ສອບຖາມ ໄທບ້ານ ເບິ່ງວ່າ ເປັນແນວໃດ ບໍຣິເວນນີ້
ຈຶ່ງມີ ແຕ່ ເຮືອນຮ້າງ, ພວກເຂົາເຈົ້າ ຕອບວ່າ ສ່ວນຫຼາຍ ເຈົ້າຂອງເຮືອນ ຈະເປັນ ຄົນຮັ່ງມີ,
ຮັ່ງຍ້ອນ ເຮັດນາ ໄດ້ເຂົ້າຫຼາຍ. ພໍເຖິງ ຮຸ່ນລູກ ຮຸ່ນຫຼານ ພວກລູກຫຼານ ກໍເຂົ້າໄປ ຮຽນຢູ່ບາງກອກ,
ແລ້ວ ກໍມີເຮືອນ ມີຊານ ຢູ່ບາງກອກ ຈຶ່ງໄດ້ ປະເຮືອນເກົ່າ ໃຫ້ເປັນ ເຮືອນຮ້າງ ຢູ່ ແຄມແມ່ນ້ຳ
ນັ້ນ.
ຊາວບ້ານ
ບາງຄົນ ຍັງບອກ ອີກວ່າ ສະໄໝ ທີ່ພວກເຂົາເຈົ້າ ເປັນເດັກນ້ອຍ ຍາມໄປໂຮງຮຽນ ຕ້ອງໄດ້ກາຍ ໄປບໍຣິເວນນັ້ນ
ແລະ ພວກເດັກນ້ອຍ ກໍມັກ ຈະພາກັນ ຫຼັບຕາ ແລ່ນໂລດ ຍ້ອນມີ ຂ່າວລື ກັນວ່າ ເຮືອນດັ່ງກ່າວ
ນັ້ນ ມີຜີ.
ກາຍເຮືອນ ເກົ່າໆ ເລາະ ແຄມແມ່ນ້ຳ ໄປອີກ ກໍເປັນ ວັດ ທີ່ມີ ສາລາ ແຄມ ແມ່ນ້ຳ ຢູ່ 2 ວັດ ຄື ວັດແດງ ແລະ ວັດແຄອະຣັນຢິກ ແລະ ຢູ່ຫວ່າງ ກາງ ຣະຫວ່າງ ວັດ 2 ວັດນີ້ ຄື ຊຸມຊົນ ທີ່ມີເຮືອນຊານ ຢູ່ຈີມກັນ ໜາແໜ້ນ ກວ່າ ຊຸມຊົນ ອື່ນ ທີ່ຢູ່ອ້ອມຮອບ. ຊຸມຊົນນີ້ ແມ່ນ ຊຸມຊົນ ຂອງ ກຸ່ມຄົນ ທີ່ນັບຖື ສາສນາ ອິດສະລາມ (Islam) ຫຼື ທີ່ຮ້ອງກັນວ່າ “ຄົນມຸດສະລິມ (Muslim)”.
ຊາວຊຸມຊົນ ມຸດສະລິມ ນີ້ ຢູ່ໃນບ້ານ ອະຣັນຢິກ ແລະ ພາກັນຮ້ອງ ຄຸ້ມ ຂອງ ພວກເຂົາເຈົ້າ ວ່າ “ບ້ານອິດສະລາມ”. ອັນທີ່ຈິງ ບ້ານດັ່ງກ່າວ ມີຖານະ ເປັນພຽງ ຄຸ້ມເທົ່ານັ້ນ ໂດຍແຍກເປັນ ໝູ່ 4, ສ່ວນ ບ້ານອະຣັນຢິກ ນັ້ນ ເປັນໝູ່ 5 ຂອງຕຳບົນ ຫຼື ຕາແສງ ປາກທ່າ ເມືອງ ຫຼື ອຳເພີ ທ່າເຮືອ ຈັງຫວັດ ຫຼື ແຂວງ ພຣະນະຄອນ ສີອະຢຸດທະຍາ ຫຼື ອະຢຸດທະຍາ ເມືອງຫຼວງເກົ່າ ຂອງສຍາມ.
(ສຽງແຄນ)
ແລະ ຄຸ້ມ ຫຼື ບ້ານອິດສະລາມ ນີ້ເອງ ທີ່ເປັນ ບ້ານອະຣັນຢິກ ໃນອາດີດ ແລະ ເປັນບ່ອນຕັ້ງ ໂຮງພາສີ, ໂຮງບ່ອນເບັ້ຽ ແລະ ຕລາດ ທີ່ມີ ຜູ້ເອົາ ສິນຄ້າ ພື້ນເມືອງ, ເຄື່ອງຢູ່ ເຄື່ອງກິນ ມາວາງຂາຍ ແລະ ກຸ່ມນາຍຊ່າງ ບ້ານໄຜ່ໜອງ ໄດ້ພາກັນ ມາຂາຍ ມີດພ້າ ໃຫ້ແກ່ ພວກຄົນ ມາທ່ອງທ່ຽວ ແລະ ຫຼີ້ນ ການ ພະນັນ ຈົນເຮັດໃຫ້ ມີດ ຂອງພວກ ເຂົາເຈົ້າ ຖືກໄດ້ຊື່ວ່າ “ມີດອະຣັນຢິກ”.
ເຮົາໄດ້ຖາມ ໄທບ້ານ ອະຣັນຢິກ ທັງ ຄົນທີ່ເປັນ ມຸດສະລິມ ແລະ ຄົນໄທ ວ່າ ຮູ້ສຶກ ແນວໃດ ທີ່ມີ ຄົນບ້ານອື່ນ ເອົາຊື່ບ້ານ ຂອງພວກ ເຂົາເຈົ້າ ໄປໃຊ້ ເປັນຊື່ມີດ, ພວກເຂົາເຈົ້າ ບອກວ່າ ບໍ່ໄດ້ ຮູ້ສຶກຫຍັງ ເພາະເປັນເລື້ອງ ອາດີດ ຊຶ່ງ ພວກເຂົາເຈົ້າ ໄດ້ຮູ້ ເຖິງສາຍເຫດ ຢູ່ວ່າ ເປັນແນວໃດ ຊື່ ບ້ານອະຣັນຢິກ ຈຶ່ງກາຍເປັນ ຊື່ມີດ ເພາະ ຄົນເຖົ້າ ຄົນແກ່ເ ຄີຍເວົ້າ ໃຫ້ຟັງ. ບາງຄົນ ກໍວ່າ ກໍບໍ່ຮູ້ ວ່າຈະແກ້ໄຂ ແນວໃດ ເພາະ ຄົນທົ່ວໄປ ໄດ້ຮ້ອງຊື່ ດັ່ງກ່າວ ໄປແລ້ວ; ບາງຄົນ ບອກວ່າ ຮູ້ສຶກ ພູມໃຈ ທີ່ມີ ຜູ້ເອົາຊື່ບ້ານ ໄປໃຊ້ ແລະ ໃຊ້ໃນທາງທີ່ດີ.
ແຕ່ ຄວາມຮູ້ສຶກ ຂອງຄົນ ບ້ານອະຣັນຢິກ ນັ້ນ ບໍ່ໄດ້ຮູ້ສຶກ ຄືຄົນ ໃນສະໄໝ ອາດີດ ນັ້ນ, ບໍ່ໄດ້ຮູ້ສຶກ ຄືຄົນ ໃນສະໄໝ ນີ້, ດັ່ງ “ຕາແສງບັນຢັດ” ເຜີຍໃຫ້ຮູ້ ເຖິງຄວາມຮູ້ສຶກ ຂອງຄົນ ບ້ານອະຣັນຢິກ ໃນອາດີດ ວ່າ:
(ສຽງ ພໍ່ເຖົ້າ ບັນຢັດ)
ຈາກ ການສອບຖາມ ທັງ ຄົນບ້ານອະຣັນຢິກ ແລະ ຄົນຄຸ້ມບ້ານອິດສະລາມ ກໍພົບວ່າ ບໍ່ມີຜູ້ໃດເລີຍ ທີ່ຮູ້ ວ່າ ບ່ອນທີ່ເຄີຍ ຕັ້ງເປັນ ໂຮງພາສີ ແລະ ໂຮງບ່ອນເບັ້ຽ ນັ້ນ ຢູ່ ບໍຣິເວນໃດ ຂອງໝູ່ບ້ານ.
ກໍເປັນ ທີ່ໜ້າເຫັນໃຈ ພວກເຂົາເຈົ້າ ຢູ່, ເພາະວ່າ ພວກເຂົາເຈົ້າ ເກີດບໍ່ທັນ ແລະ ສະພາບ ຕົວຈິງ ໃນ ປະຈຸບັນ ນັ້ນ ໄດ້ປ່ຽນແປງ ໄປຢ່າງ ຫຼວງຫຼາຍ ເພາະ ສະພາບ ຂອງເຮືອນຊານ ຂອງ ຄົນ ໝູ່ບ້ານນີ້. ເຖິງແມ່ນວ່າ ຈະຕັ້ງ ຢູ່ໄກ ຈາກ ບາງກອກ ເກືອບ ຮ້ອຍຫຼັກ ກິໂລແມັດ ແລະ ໄກຈາກ ຕົວຈັງຫວັດ ຫຼື ແຂວງ ອະຢຸດທະຍາ ຫຼາຍ ກວ່າ 20 ຫຼັກ ກິໂລແມັດ; ແຕ່ວ່າ ເຮືອນ ຂອງ ພວກເຂົາເຈົ້າ ແຕ່ລະຫຼັງ ນັ້ນ ໄດ້ຕັ້ງຢູ່ ຕິດກັນ, ຄ້າຍຄື ກັບເຮືອນ ຂອງຄົນ ໃນ ບາງກອກ ທີ່ຄົນໄທ ຮ້ອງວ່າ “ຊຸມຊົນແອອັດ” ຫຼື ຮ້ອງເປັນ ພາສາອັງກິດ ວ່າ “ສະລຳ (slum)” ນັ້ນເອງ.
ຫຼັງຈາກ ທີ່ຍ່າງ ເລາະລ້ຽວ ໄປຕາມ ຮ່ອມເລັກ ຮ່ອມນ້ອຍ ແລ້ວ, ກໍມາເຖິງ ຈຸດໃຈກາງ ຂອງ ໝູ່ທີ່ 4 ຫຼື ບ້ານອິດສະລາມ. ສຖານທີ່ ທຳອິດ ທີ່ພົບເຫັນ ກໍຄື ບ່ອນຝັງສົບ ຫຼື ປ່າຊ້າ ຫຼື ທີ່ຄົນມຸດສະລິມ ຮ້ອງວ່າ “ກຸໂບ”. ຕໍ່ຈາກ ກຸໂບ ເຂົ້າຮ່ອມ ໄປອີກ ກໍແມ່ນ ສູນຮວມ ຂອງຜູ້ຄົນ ໃນຊຸມຊົນ ຄື ສຸເຫຼົ່າ ຫຼື ມັດສະຢິດ (mosque), ບ່ອນ ທີ່ມີໄວ້ ສຳລັບ ໃຫ້ຄົນ ມຸດສະລິມ ໄດ້ປະກອບ ສາສະນະກິດ ຄື ອ້ອນວອນ ພຣະອັນເລາະ (Allah) ມັດສະຢິດ ນີ້ຊື່ວ່າ “ນູຣູລ ອິດສະລາມ”.
(ສຽງແຄນ)
ການແຜ່ຂຍາຍ ຂອງສາສນາ ອິດສະລາມເ ຂົ້າສູ່ ສຍາມ ນັ້ນ, ເກີດຂຶ້ນ ເມື່ອ ຄຣິສຕະສັດຕະວັດ ທີ່ 13. ເມື່ອ ສາສນາ ອິດສະລາມ ແຜ່ຂຍາຍ ເຂົ້າເອເຊັຽ ຕາເວັນອອກ ສຽງໃຕ້ ຢ່າງກວ້າງຂວາງ ຍ້ອນວ່າ ສຍາມ ຕັ້ງຢູ່ ກາງພາກພື້ນ ກໍໄດ້ ຕິດຕໍ່ ຄ້າຂາຍ ກັບ ພວກພໍ່ຄ້າ ມຸດສະລິມ ຈາກ ອາຫຼັບ (Arab), ເປີຊີ (Persia) ແລະ ອິນເດັຽ.
ແຕ່ໃນ ຄ.ສ. 1350 ຫຼື ກ່ອນ ການຕັ້ງ ອະຢຸດທະຍາ ເປັນເມືອງຫຼວງ ນັ້ນ, ການຄ້າຂາຍ ບໍ່ຄ່ອຍ ຈະເລີນ ພໍເທົ່າໃດ ຈົນວ່າ ອະຢຸດທະຍາ ໄດ້ເປັນ ເມືອງຫຼວງ ແລ້ວ ການຄ້າ ຈຶ່ງຮຸ່ງເຮືອງຂຶ້ນ, ເພາະວ່າ ອະຢຸດທະຍາ ຕັ້ງຢູ່ ເສັ້ນທາງ ການຄ້າ ສາກົນ, ເປັນຈຸດເຊື່ອມ ກຸ່ມປະເທດ ຕາເວັນຕົກ ເຊັ່ນ: ອາຫຼັບ, ເປີຊີ ແລະ ອິນເດັຽ ກັບ ກຸ່ມປະເທດ ຕາເວັນອອກ ເຊັ່ນ ຢີ່ປຸ່ນ, ຈີນ ແລະ ວຽດນາມ.
ແລະ ອະຢຸດທະຍາ ກໍເປັນ ຈຸດໃຈກາງ ການແລກປ່ຽນ ສິນຄ້າ ທີ່ສຳຄັນ ໂດຍມີ ພໍ່ຄ້າ ຄົນມຸດສະລິມ ເປັນຜູ້ເຊື່ອມໂຍງ ການຄ້າ ຈາກ ທະເລ ອາຫຼັບ, ທະເລ ແດງ, ທະເລ ເມດິເຕີເຣນຽນ ເຂົ້າກັບ ມະຫາສມຸດ ອິນເດັຽ ແລະ ທະເລ ຈີນໃຕ້.
ໃນຊ່ວງ ຄຣິສຕະສັດຕະວັດ ທີ່ 7 ຫາ 13 ນັ້ນ, ກອງເຮືອ ຂອງ ຊາວມຸດສະລິມ ຖືວ່າ ເປັນ ກອງເຮືອ ທີ່ ທັນສະໄໝ ແລະ ມີ ເຄືອຂ່າຍ ກວມເສັ້ນທາງ ແລ່ນເຮືອ ຕັ້ງແຕ່ ອາຟຣິກາ ຈົນເຖິງ ຈີນ.
ນອກຈາກນັ້ນ, ພຣະເຈົ້າ ແຜ່ນດິນ ຂອງ ອະຢຸດທະຍາ ຍັງໄດ້ ເປີດທຳການຄ້າ ກັບ ຊາວມຸດສະລິມ ດັ່ງຈະເຫັນໄດ້ ຈາກ ການທີ່ມີ ຊາວຕ່າງຊາດ ເຂົ້າໄປ ຕັ້ງ ຖິ່ນຖານ ຢູ່ ອະຢຸດທະຍາ ຢ່າງຫຼວງຫຼາຍ. ແລະ ຄົນ ບ້ານອະຣັນຢິກ ກໍເປັນ ຜູ້ສືບ ເຊຶ້ອສາຍ ມາຈາກ ພໍ່ຄ້າ ຊາວເປີຊີ ແລະ ເມື່ອ ຄົນເຫຼົ່ານີ້ ຢູ່ເຫິງໄປ ໄດ້ ອອກແມ່ ແພ່ລູກ ຈົນກາຍ ເປັນຄົນໄທ ໄປໃນທີ່ສຸດ.
(ສຽງແຄນ)
ທ່ານ ຜູ້ຟັງ ທີ່ຮັກແພງ, ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ. ເຊີນທ່ານ ຮັບຟັງ ເລື້ອງລາວຂອງ “ບ້ານລາວໃນໄທ ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ ໃນສັປະດາໜ້າ, ຊຶ່ງຈະນຳພາທ່ານ ໄປພົບກັບ ສີລະປະ ແລ ະວັທນະທັມ ຂອງຄົນເ ຊື້ອລາວ ບ້ານໄຜ່ໜອງ.
ສຳລັບສັປະດານີ້, ຂໍໄດ້ຮັບ ຄວາມປຣາຖໜາ ດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.