ບ້ານລາວໃນປະເທດໄທ (ຕອນ 24)
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ
ໃນສັປະດາ ທີ່ຜ່ານມາ ເຮົາໄດ້ສເນີ ເລື້ອງ ຂອງ ຄົນລາວ ຢູ່ບ້ານໄຜ່ໜອງ ແຂວງອະຢຸດທະຍາ ມາເຖິງຕອນທີ່ວ່າ ບ້ານຂອງຄົນລາວ-ບ້ານໄຜ່ໜອງນັ້ນ ເປັນບ້ານນາຍຊ່າງ. ດັ່ງນັ້ນ ຄົນລາວ ບ້ານໄຜ່ໜອງ ຈຶ່ງບໍ່ມີ ດິນດອນ ຕ່ອນຫຍ້າຫລາຍ ແລະ ອີກສາຍເຫດນຶ່ງ ທີ່ເຮັດໃຫ້ ຄົນເຊື້ອສາຍ ລາວ ບ້ານນີ້ ບໍ່ມີດິນຫລາຍ ຄືຄົນເຊື້ອອື່ນ ກໍຄື ພວກເຂົາເຈົ້າ ຢືດຖື ຄຳສອນ ຂອງບັນພະບຸຣຸສ ທີ່ວ່າ ດິນນັ້ນ ບໍ່ສຳຄັນຫຍັງ ເພາະຂຸດ ແລະ ຍົກແບກໜີ ເອົາໄປນຳບໍ່ໄດ້ ສູ້ມີຊັບສົມບັດ ອື່ນໆ ເຊັ່ນ ແກ້ວ ແຫວນ ເງິນ ຄຳ ຊຶ່ງສາມາດ ຈະນຳຕິດໂຕໄປ ໄດ້.
ຄຳສັ່ງສອນນີ້ ໄດ້ເຮັດໃຫ້ ຜູ້ເກີດໃໝ່ ໃຫຍ່ລຸນ ໄດ້ຮູ້ວ່າ ສະພາບການ ບ້ານເມືອງ ໃນອາດີດ ມີຄວາມສັບສົນ ຫວຸ້ນວາຍຫລາຍ ແລະຄວາມສັບສົນ ຫວຸ້ນວາຍນີ້ ແກ່ຍາວເວລາ ຈົນກາຍ ເປັນຄວາມເຊື່ອ ເປັນຄຳສັ່ງຄຳສອນ ແລະ ຄຳສັ່ງ ຄຳສອນນີ້ ກໍໄດ້ເຮັດ ໃຫ້ເຫັນ ອີກວ່າ ຄົນລາວ ແຕ່ສະໄໝນັ້ນ ຕ້ອງກຽມພ້ອມ ເພື່ອອົບພະຍົບ ໄປຢູ່ບ່ອນອື່ນ ເລື້ອຍ ໆ ຈົນຫາຄວາມສຸກ ບໍ່ໄດ້. ສັປະດານີ້, ເຮົາ ຈະພາ ທ່ານ ໄປພົບກັບ ບ້ານໄຜ່ໜອງ ໃນຖານະ ທີ່ເປັນ ບ້ານນາຍຊ່າງ ຕີມີດ.
(ສຽງແຄນ)
ເມື່ອອາໄສ ຢູ່ເທິງເຮືອແພ ໄດ້ໄລຍະນຶ່ງ ຄົນເຊື້ອສາຍລາວ ບ້ານໄຜ່ໜອງ ກໍພາກັນ ຍົກຍ້າຍ ຈາກເຮືອແພ ຂຶ້ນມາຢູ່ ເທີງບົກ ພ້ອມໆກັບ ການປ່ຽນອາຊີບ ຈາກອາຊີບ ຕີເງິນຕີຄຳ ມາເປັນ ອາຊີບ ຕີມີດຕີພ້າ. ການປ່ຽນແປງນີ້ ບໍ່ມີໃຜ ຈະບອກເຫດຜົນ ໄດ້ວ່າ ເປັນຍ້ອນຫຍັງ ພວກເຂົາເຈົ້າ ຈຶ່ງໄດ້ພາກັນ ປ່ຽນອາຊີບ ເພາະ ແມ່ນແຕ່ “ຕາແສງບັນຢັດ” ຜູ້ຕາງໜ້າ ຄົນບ້ານໄຜ່ໜອງ ທີ່ໃຫ້ຂໍ້ມູນ ຊຶ່ງມີອາຍຸ 74 ປີແລ້ວນັ້ນ ກໍຍັງເກີດບໍ່ທັນ. “ຕາແສງບັນຢັດ” ຫລື “ກຳນັນບັນຢັດ” ເວົ້າວ່າ ການຍົກຍ້າຍ ຂຶ້ນມາ ຈາກເຮືອແພ ນັ້ນ ເກີດຂຶ້ນ ກ່ອນລາວ ປະມານ 20 ປີ. ແລະ ຄົນລາວ ບ້ານໄຜ່ໜອງ ກໍເໝືອນກັບ ຄົນລາວທົ່ວໄປ ຄື ບໍ່ຄ່ອຍຈົດ ບັນທຶກໄວ້ ເທົ່າໃດ ຈຶ່ງບໍ່ຮູ້ຄັກແນ່ ເຖິງສາຍເຫດ ຂອງ ການປ່ຽນແປງ ນັ້ນ. ແຕ່ ຈາກຫລັກຖານ ທີ່ເປັນ ເອກະສານ ອັນດຽວ ທີ່ມີຢູ່ ໃນເວລານີ້ ຄື ບັນຊີ ທີ່ຈົດຊື່ ຂອງລູກຄ້າ ທີ່ມາສັ່ງ ເຮັດຄຳ ຂອງປູ່ ຂອງ “ຕາແສງ ບັນຢັດ” ຫລື ພໍ່ເຖົ້າພຸກ ຫລື ທີ່ຜູ້ກ່ຽວ ຮ້ອງວ່າ “ປູ່ພຸກ” ນັ້ນ, ພໍສາມາດ ຮູ້ວ່າ ລູກຄ້າ ຂອງ ຊ່າງ ຕີຄຳ ບ້ານໄຜ່ໜອງ ເປັນຄົນ ທີ່ມີຖານະ ທັມມະດາ ເພາະສັ່ງຕີຄຳ ເທື່ອລະ “ເຟື້ອງ” ເທື່ອລະ “ໄພ” ຊຶ່ງ ເຟື້ອງ ກັບ ໄພ ນັ້ນ ຖືວ່າ ເປັນໜ່ວຍນ້ອຍ ທີ່ສຸດ ໃນມາດຕາເງິນ ຫລື ມາດຕາ ຕວງຄຳ ຂອງ ສຍາມ. ແລະ ຈາກຖານະ ຂອງລູກຄ້າ ຂອງ “ປູ່ພຸກ” ນີ້, ກໍພໍຮູ້ວ່າ ຖານະ ຂອງ ຊ່າງເງິນ ຊ່າງຄຳ ບ້ານໄຜ່ໜອງ ບໍ່ຄ່ອຍດີ ປານໃດ ເພາະເປັນແຕ່ພຽງ ຫາກິນ ກັບຄົນ ຊາວບ້ານ ທັມມະດາ ນຳກັນ ເທົ່ານັ້ນ, ບໍ່ແມ່ນ ຮ້ານຂາຍເງິນ ຂາຍຄຳ ຫລື ເຈົ້ານາຍ ຫລື ຄົນຊັ້ນສູງ ໃນສັງຄົມ. ດັ່ງນັ້ນ, ເມື່ອລູກຄ້າ ເປັນຄົນ ຖານະ ບໍ່ຄ່ອຍດີ, ກໍຍ່ອມ ຈະເຮັດໃຫ້ ບໍ່ຄ່ອຍມີວຽກ ຫລາຍພໍ ປານໃດ. ອີກສາຍເຫດນຶ່ງ ອາດຈະເປັນ ຍ້ອນວ່າ ອາຊີບ ຕີເງິນຕີຄຳ ເລີ່ມຈະຝືດເຄືອງ ແດ່ແລ້ວ ຫລື ບໍ່ ດັ່ງນັ້ນ, ອາດຈະເປັນ ເພາະເງິນ ແລະ ຄຳ ເລີ່ມຈະຫາຍາກ ຫລື ອາດຈະມີ ຣາຄາສູງຂຶ້ນ ຈົນຄົນທຸກ ຄົນຍາກ ຫລື ຊາວບ້ານ ທັມມະດາ ບໍ່ສາມາດ ຈະຊື້ ມາແຕ່ງ ມາເອ້ໄດ້. ຫລື ອີກຢ່າງນຶ່ງ, ອາດຈະ ເປັນໄດ້ວ່າ ພວກເຂົາເຈົ້າ ໄດ້ຄົ້ນພົບ ຊ່ອງທາງໃໝ່ ທີ່ມີ ອະນາຄົດ ສົດໃສກວ່າ ແລະ ສາມາດ ຊອກ ວັດຖຸດິບ ໄດ້ງ່າຍກວ່າ ນັ່ນກໍຄື ການຕີມີດຕີພ້າ ເພາະວ່າເຫລັກ ຊຶ່ງເປັນ ວັດຖຸດິບ ທີ່ຈະເອົາມາ ຕີມີດນັ້ນ ຫາໄດ້ ງ່າຍກວ່າ ເງິນ ແລະ ຄຳ ແລະ ເຫລັກ ກໍຍັງມີຣາຄາ ຖືກກວ່າ ເປັນຫລາຍເທົ່າຕົວ.
(ສຽງແຄນ)
ນັບແຕ່ ຂຶ້ນຈາກເຮືອແພ ຂຶ້ນຈາກ ແມ່ນ້ຳ ປ່າສັກ ມາຢູ່ ເທິງບົກ ເທິງໂຄກ ໂດຍຫາດິນ ປຸກເຮືອນ ປຸກຊານ ກັນຢູ່ແລ້ວ, ກໍເລີ່ມ ມີການຕີມີດ ເພາະວ່າ ວຽກງານ ການຕີມີດ ນັ້ນ ຕ້ອງໄດ້ ເຮັດຢູ່ ເທິງໜ້າດິນ ເທົ່ານັ້ນ, ບໍ່ສາມາດ ຈະຕີມີດ ຢູ່ເຮືອແພໄດ້ ເພາະວ່າ ການຕີມີດ ແມ່ນວຽກງານ ທີ່ຕ້ອງໃຊ້ແຮງ ຕ້ອງໄດ້ໃຊ້ ເຄື່ອງມື ທີ່ໜັກ ແລະ ໃຫຍ່ກວ່າ ການຕີເງິນຕີຄຳ ຫລາຍເທົ່າຕົວ. ດັ່ງນັ້ນ ການຕີມີດ ຕ້ອງໄດ້ໃຊ້ ບໍຣິເວນ ສຳລັບ ການໃຊ້ຄ້ອນຕີ ຫລື ສຳລັບ ຕັ້ງເຜົາເຕົາ ຕ້ອງໃຊ້ໄຟ ຊຶ່ງບໍ່ສາມາດ ຈະຕັ້ງ ເຕົາຕີເຫລັກ ຢູ່ໃນເຮືອແພໄດ້. ໃນໄລຍະ ທີ່ຍົກຍ້າຍກັນ ຂຶ້ນມາ ຢູ່ເທິງບົກ ແລະ ເລີ່ມມີ ການຕີມີດ ນັ້ນ, ຄົນເຊື້ອລາວ ບ້ານໄຜ່ໜອງ ກໍຍັງ ຮັບຕີເງິນຕີຄຳ ຢູ່ເລັກໆນ້ອຍໆ ຄື ຍັງບໍ່ໄດ້ເຊົາ ຕີເງິນຕີຄຳ ທັງໝົດ ໂດຍ ຜູ້ທີ່ມີແຮງຫລາຍ ກໍຕີມີດ ສ່ວນຜູ້ທີ່ມີແຮງໜ້ອຍ ແລະ ມີຄວາມລະອຽດ ຫລື ມີໃຈທຸ່ມທ່ຽງ ກໍຕີຄຳ. ອາຊີບ ນາຍຊ່າງ ຄື ຊ່າງຕີເງິນຕີຄຳ ແລະຊ່າງຕີມີດຕີພ້າ ຈຶ່ງເປັນອາຊີບຫລັກ ຂອງຄົນເຊື້ອລາວ ບ້ານໄຜ່ໜອງ ຊຶ່ງຖືເປັນອາຊີບດຽວ ໂດຍບໍ່ມີ ອາຊີບອື່ນ ປະປົນຢູ່ເລີຍ. ຈົນມາຮອດ ຄ.ສ. 1822 ຫລື ພ.ສ. 2365 ການຕີເງິນຕີຄຳ ຈຶ່ງໝົດໄປ ເຫລືອໄວ້ ແຕ່ ການຕີມີດຕີພ້າ ດັ່ງ “ຕາແສງບັນຢັດ ຄຳສີ” ເວົ້າຊູ່ຟັງວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ ແລະ ສຽງແຄນ)
ແລ້ວ ອາຊີບ ຕີມີດຕີພ້າ ຈຶ່ງຖືວ່າ ເປັນອາຊີບຫລັກ ຂອງຄົນ ເຊື້ອສາຍລາວ ບ້ານໄຜ່ໜອງ ນັບແຕ່ນັ້ນ ເປັນຕົ້ນມາ ຊຶ່ງເປັນຊ່ວງ ໄລຍະເວລາ ທີ່ເຫີງນານຫລາຍ ຈົນຖືໄດ້ວ່າ ອາຊີບຕີມີດຕີພ້າ ຂອງຄົນ ບ້ານໄຜ່ໜອງ ເປັນອາຊີບ ທີ່ຄຽງຄູ່ກັບ ປະຫວັດສາດ ຫລື ປັນອາຊີບ ເກົ່າແກ່ ອາຊີບນຶ່ງ. ທີ່ສຳຄັນ ຄື ອາຊີບນີ້ ເປັນອາຊີບ ຂອງຄົນ ເຊື້ອສາຍລາວ ເທົ່ານັ້ນ, ເພາະມີແຕ່ ຄົນເຊື້ອສາຍລາວ ບ້ານໄຜ່ໜອງ ເທົ່ານັ້ນ ທີ່ເຮັດໄດ້ດີ ແລະ ຕີມີດຕີພ້າ ທີ່ມີຄຸນນະພາບ ເປັນທີ່ຍອມ ຮັບຂອງສັງຄົມ ຕັ້ງແຕ່ປະເທດໄທ ຍັງໄດ້ຊື່ວ່າ “ສຍາມປະເທດ” ມາຈົນຮອດ ປະຈຸບັນ ທີ່ໄດ້ຊື່ວ່າ “ປະເທດໄທ”.
ອາຊີບ ຕີມີດຕີພ້າ ເຖິງແມ່ນວ່າ ບັນພະບຸຣຸສ ຂອງຄົນ ເຊື້ອສາຍລາວ ບ້ານໄຜ່ໜອງ ຈະບໍ່ໄດ້ ຈົດທະບຽນ ລິກຂະສິດ ຫລື (copyrights) ຫລື ຈົດທະບຽນ ສິດທິບັດ ຫລື (patent) ເພື່ອຄຸ້ມຄອງ ຊັບສິນ ທາງປັນຍາ ຫລື ຄຸ້ມຄອງ ອາຊີບ ໄວ້ໃຫ້ ລູກຫລານ ແຕ່ອາຊີບ ຕີມີດຕີພ້າ ກໍບໍ່ມີຜູ້ໃດ ຍາດແຍ່ງ ເອົາໄປ ຈາກຄົນລາວ ບ້ານໄຜ່ໜອງ ໄດ້. ເຖິງແມ່ນວ່າ ໃນປະຈຸບັນ ຈະມີ ພໍ່ຄ້າຄົນຈີນ ເຂົ້າໄປຕັ້ງ ໂຮງງານ ຕີມີດ ຊຶ່ງເປັນ ໂຮງງານ ທີ່ໃຫຍ່ໂຕ ມະໂຫຖານ ແຕ່ຄຸນນະພາບ ຂອງມີດ ກໍຍັງສູ້ ມີດທີ່ເຮັດຈາກ ໂຮງງານ ນ້ອຍໆ ແຄມແມ່ນ້ຳ ປ່າສັກ ຂອງຄົນ ເຊື້ອສາຍລາວ ບໍ່ໄດ້. ສິ່ງທີ່ ຄຸ້ມຄອງ ອາຊີບ ໄວ້ໃຫ້ ລູກຫລານລາວ ກໍຄື ການຕີມີດ ເປັນອາຊີບ ທີ່ຕ້ອງໄດ້ເຝິກແອບ ແລະ ຖ່າຍທອດກັນ ເປັນຮຸ່ນຄົນ; ຕໍ່ຈາກທວດ ມາສູ່ປູ່, ຕໍ່ຈາກປູ່ ມາສູ່ພໍ່, ຕໍ່ຈາກພໍ່ ມາສູ່ລູກ ແລະ ຈາກລູກ ມາສູ່ຫລານ ເພາະການຕີມີດ ເປັນວຽກງານ ທີ່ເຮັດ ເປັນຄອບຄົວ ທຸກຄົນຕ້ອງໄດ້ ຊ່ວຍກັນ ທີ່ສຳຄັນ ຕ້ອງຮູ້ໃຈ ກັນນຳ ຈຶ່ງຈະຕີມີດ ໄດ້. ເນື່ອງຈາກວ່າ ແຕ່ກ່ອນນີ້ ຍັງບໍ່ມີຈັກ ມາຊ່ອຍ ແຮງຄົນ ວຽກງານ ຕີມີດ ຈຶ່ງຖືເປັນ ວຽກງານທີ່ໜັກ ດັ່ງຈະເຫັນໄດ້ ຈາກເຄື່ອງມື ແລະ ອຸປະກອນ ທີ່ໃຊ້ ມີທັງ ພະເນີນ, ຄ້ອນ, ທັ່ງ, ຄີມ, ຕະໄບ, ເຫລັກຂູດ, ຫີນຝົນມີດ ແລະ ສູບໄຟ. ອີກປະການນຶ່ງ, ການຕີເຫລັກ ຕີມີດ ຕ້ອງໃຊ້ຄົນຕີ ຕັ້ງແຕ່ 2 ຫາ 3 ຄົນ ໂດຍຕີ ສລັບກັນ, ພໍຜູ້ນຶ່ງ ຟາດຄ້ອນລົງ ກໍເປັນ ຈັງຫວະ ທີ່ອີກຜູ້ນຶ່ງ ຕ້ອງໄດ້ພັກເຊົາ ເອົາແຮງ ເພື່ອຈະຕີ ໃຫ້ຕໍ່ເນື່ອງກັນ. ຍ້ອນວ່າ ການຕີເຫລັກ ຕ້ອງຕີ ໃນຂະນະ ທີ່ເຫລັກ ຍັງແດງໆ ຢູ່ ເພາະຖ້າເຫລັກ ເຊົາແດງແລ້ວ ກໍຈະຕີບໍ່ໄດ້ ດັ່ງນັ້ນ ຈຶ່ງຈຳເປັນ ຕ້ອງໃຊ້ແຮງຄົນ ຫລາຍຄົນ ຕີຊ່ອຍກັນ. ການປ່ຽນກັນຕີ ນອກຈາກຜູ້ຕີ ຈະຕ້ອງ ຮູ້ໃຈກັນ ຣະຫວ່າງ ຜູ້ຕີນຳກັນແລ້ວ ຜູ້ທີ່ມີຄວາມ ສຳຄັນ ອີກຜູ້ນຶ່ງກໍຄື ຜູ້ຖືຄີມ. ຜູ້ຖື ຄີມເຫລັກ ຈະຕ້ອງຮູ້ໃຈ ຄົນຕີທັງ 2 ຫລື 3 ຄົນ, ວ່າ ຈະສົ່ງເຫລັກ ໃຫ້ໃຜຕີ ແລະ ຕີໃນຣະຍະ ເທົ່າໃດ ຖ້າບໍ່ໄດ້ຣະຍະແລ້ວ ກໍຈະເຮັດໃຫ້ເຫລັກ ຕີ ຟົ້ງໃສ່ກັນ ແທນທີ່ ຈະໄດ້ມີດ ໄດ້ພ້າ ກໍຈະໄດ້ ຕີກັນ ຄາບ່ອນ ຕີມີດ ເທົ່ານັ້ນເອງ. “ຕາແສງ ບັນຢັດ” ເວົ້າເຖິງ ວິທີການ ແລະ ຄວາມຍາກ ຂອງການຕີມີດ ຊູ່ຟັງວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)
ນອກຈາກນີ້ ການຈະຕີເຫລັກ ໃຫ້ເປັນດວງມີດ ຜູ້ທີ່ຈະໄດ້ຊື່ວ່າ “ນາຍຊ່າງຕີມີດ” ນອກຈາກ ຈະຕ້ອງມີ ຄວາມຊຳນານ ຫລື ມີສີມື ແລ້ວ ຍັງຈະຕ້ອງ ສ້າງຊື່ສຽງ ໃຫ້ເປັນທີ່ ຍອມຮັບ ຂອງຜູ້ ໃຊ້ມີດ ອີກດ້ວຍ ຖ້າຄຸນນະພາບ ຂອງມີດ ບໍ່ເປັນທີ່ຍອມຮັບ ຂອງສັງຄົມ ກໍປ່ຽນ ອາຊີບ ໄປເຮັດ ແນວອື່ນ ໄດ້ເລີຍ. ດັ່ງນັ້ນ, ອາຊີບຕີມີດ ບໍ່ແມ່ນວ່າ ໃຜມີເຫລັກ ມີຄ້ອນ ກໍເປັນ ນາຍຊ່າງ ຕີມີດ ໄດ້ໂລດ ແລະ ດ້ວຍສີມື ແລະ ຄຸນນະພາບ ຂອງມີດ “ອະຣັນຢິກ” ຂອງຄົນ ເຊື້ອສາຍລາວ ບ້ານໄຜ່ໜອງ ນີ້ເອງ ອາຊີບ ຕີມີດ ຈຶ່ງຢູ່ ຄູ່ກັບຄົນ ເຊື້ອສາຍລາວ ບ້ານໄຜ່ໜອງ ຈົນຮອດທຸກມື້ນີ້ ໂດຍບໍ່ມີໃຜ ຈະຍາດຊິງ ໄປ ຈາກພວກເຂົາເຈົ້າ ໄດ້.
(ສຽງແຄນ)
ທ່ານຜູ້ຟັງ ທີ່ຮັກແພງ, ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ກໍໄດ້ສິ້ນສຸດ ລົງແລ້ວ. ເຊີນທ່ານ ຮັບຟັງ ເລື້ອງ “ບ້ານລາວໃນໄທ ແຕ່ອາດີດ ຫາປະຈຸບັນ” ໄດ້ໃໝ່ ໃນສັປະດາ ໜ້າ, ຊຶ່ງຈະນຳພາ ທ່ານ ໄປພົບກັບ ຊີວິດ ຕົວຈິງ ຂອງອາຊີບ ຕີມີດ ຂອງຄົນ ເຊື້ອສາຍລາວ ບ້ານໄຜ່ໜອງ.
ສຳລັບ ສັປະດານີ້ ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ, ຜູ້ລຽບລຽງ, ແລະ ຂ້າພະເຈົ້າ ວຽງໄຊ, ຜູ້ສເນີ. ສະບາຍດີ.