ບ້ານລາວໃນປະເທດໄທ ( ຕອນ 8 )

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ.

ນອກຈາກຈະຖືກຈຳກັດສິທ ໃນການນັບຖືສາສນາແລ້ວ ຄົນລາວໃນສະໄໝ ກຣຸງ ສີອະຍຸທຍາ ຍັງຈະຕ້ອງ ມີການເຂົ້າເດືອນ ຫຼືເຂົ້າເວນຮັບໃຊ້ ທາງຣາຊການ ທະຫານອີກດ້ວຍ ໂດຍຄົນລາວ ໃນ ກຣຸງສີອະຍຸທຍາ ຈະຕ້ອງເຂົ້າເດືອນ ຮັບໃຊ້ຣາຊການ. ປີນຶ່ງໆ ເປັນເວລາເຖິງ 6 ເດືອນ ແລະ ມີການຕັ້ງ ກອງທະຫານລາວຕ່າງ ຫາກ ກອງທະຫານນີ້ຮ້ອງວ່າ “ກອງທະຫານມ້າ ຮັກສາພຣະອົງ” ຫຼື ກອງທະຫານ ທີ່ມີໜ້າທີ່ຮັກສາ ພຣະເຈົ້າ ແຜ່ນດິນ ຄືພຣະນາຣາຍ.

ກອງທະຫານ ຖືກຄວບຄຸມ ໂດຍກົງຈາກພຣະນາຣາຍ ຊຶ່ງຈຳນວນ ທະຫານຈະ ມີໜ້ອຍຫຼາຍ ເທົ່າໃດ ຂຶ້ນຢູ່ກັບ ຄວາມພໍໃຈ ຂອງພຣະອົງ ແລະຂຶ້ນຢູ່ກັບ ຈຳນວນມ້າ ຖ້າຫາກວ່າ ຈຳນວນມ້າຫຼາຍ ກໍໃຊ້ ທະຫານຫຼາຍ ຖ້າມີມ້າໜ້ອຍ ກໍໃຊ້ທະຫານໜ້ອຍ ໂດຍ ພຣະອົງ ໄດ້ແຕ່ງຕັ້ງ ທະຫານລາວຜູ້ນຶ່ງ ຂຶ້ນເປັນຫົວໜ້າ ບັນຊາການ ຕຳແໜ່ງນີ້ ຮ້ອງວ່າ “ອອກຢາລາວ”.

ໜ້າທີ່ຂອງກອງທະຫານມ້າລາວ ຄື ຕ້ອງເຄື່ອນໄຫວ ໄປຕາມພຣະນາຣາຍ ສະເດັດ ໃນກໍຣະນີ ທີ່ພຣະອົງ ສະເດັດ ໄປນອກພຣະຣາຊວັງ ເທົ່ານັ້ນ. ແລະກອງທະຫານລາວ ນີ້ ກໍບໍ່ໄດ້ ຮັບອະນຸຍາດ ໃຫ້ຕັ້ງຢູ່ພາຍໃນ ພຣະຣາຊວັງ ອີກດ້ວຍ.

( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ກອງທະຫານລາວ ໃນກຣຸງສີອະຍຸທຍາ ຍັງບໍ່ມີແຕ່ເທົ່ານີ້ ຍັງມີກອງທະຫານລາວ ອີກກອງນຶ່ງ ຮ້ອງວ່າ “ກົມລາວອາສາ” ຊຶ່ງເປັນກົມ ທີ່ຕັ້ງຂຶ້ນໃໝ່ ໃນໄລຍະຫຼັງ ການທີ່ມີການຕັ້ງກົມໆ ນີ້ຂຶ້ນ ກໍເພາະວ່າ ຊະເລີຍລາວ ທີ່ພຣະເຈົ້າແຜ່ນດິນ ພຣະຣາຊທານ ຫຼື ຍົກໃຫ້ແກ່ ເຈົ້ານາຍກົມຕ່າງໆ ໄປແລ້ວ ແລະຕໍ່ມາ ເຈົ້ານາຍ ພວກກ່ຽວນັ້ນ ໄດ້ເສັຽຊີວິດລົງ ຊະເລີຍລາວ ກໍເລີຍຖືກສົ່ງກັບ ໃຫ້ມາຢູ່ “ກົມລາວອາສາ”.

ຊະເລີຍລາວ ທີ່ຖືກສົ່ງຕົວໄປ ຮັບໃຊ້ເຈົ້ານາຍນີ້ ຮ້ອງອີກຢ່າງນຶ່ງ ວ່າ “ໄພ່ສົມ” ແຕ່ພໍເຈົ້ານາຍ ເສັຽຊີວິດ ຊະເລີຍ ທີ່ຖືກສົ່ງກັບມາ ຮ້ອງວ່າ “ໄພ່ຫຼວງ” ຄືກັບມາຢູ່ກັບຫຼວງຄືເກົ່າ.

ໄພ່ ຄື ຄຳເວົ້າ ທີ່ໃຊ້ເອີ້ນຣາສດອນ ທັງຊາຍ ແລະຍິງ ພວກໄພ່ນີ້ ຈະມີສັກດິນາ ຫຼືມີສິທ ຈະມີດິນໄດ້ແຕ່ 10 ຫາ 25 ໄຮ່ ຫຼືແຕ່ 1 ຫາ 4 ເຮັກຕາ. ຄົນທີ່ເປັນໄພ່ນີ້ ໄດ້ແກ່ ຜູ້ທີ່ເປັນໄພ່ ມາແຕ່ມື້ເກີດ, ຜູ້ທີ່ຫາກໍ່ສິກ ອອກມາຈາກ ການບວດເປັນພຣະ, ທາດທີ່ເປັນອິສຣະ ແລະມູນນາຍ ຫຼືພວກເຊື້ອເຈົ້າ ເຊື້ອພຣະວົງ ຫຼື ພວກຂຸນນາງ ຂ້າຣາຊການ ທີ່ທຳຄວາມຜິດ ແລ້ວຖືກຖອດ ຍົດໃຫ້ເປັນໄພ່. ເມື່ອເປັນໄພ່ແລ້ວ ກໍຈະຖືກແບ່ງ ອອກໄປສັງກັດ ຕາມກົມ ແລະ ກອງຕ່າງໆ ໄພ່ຕ້ອງຮັບໜ້າທີ່ຕ່າງໆ ດັ່ງນີ້: ຍາມສົງຄາມ ຈະຖືກເກນໄປຣົບ ແລະຍາມປົກກະຕ ິຈະຖືກເກນໃຫ້ໄປ “ເຂົ້າເດືອນ” ຄືໃຫ້ໄປອອກແຮງງານ ຮັບໃຊ້ຣາຊການ ຫຼືບໍ່ດັ່ງນັ້ນ ກໍຕ້ອງສົ່ງສ່ວຍ ໃຫ້ຣາຊການທຸກປີ ແລະຍັງຕ້ອງຮັບໃຊ້ ມູນນາຍອີກດ້ວຍ.

ເພື່ອຈະໃຫ້ສະດວກໃນການຄວບຄຸມ “ໄພ່ສົມ” ຄົນລາວ ທີ່ໄດ້ຍ້າຍມາເປັນ “ໄພ່ຫຼວງ” ຈຶ່ງໄດ້ຕັ້ງກົມ ຂຶ້ນມາໃໝ່ ຮ້ອງວ່າ “ກົມລາວອາສາ” ຊຶ່ງມີໜ້າທີ່ຄ້າຍຄືກັນກັບ ກົມອາສາ ຂອງຄົນຕ່າງຊາດອື່ນໆ ຊຶ່ງກໍມີກົມອາສາ ເຊັ່ນດຽວກັນ.

( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ເຖີງແມ່ນວ່າ ຈະຕົກເປັນຂ້ອຍຂ້າ ເປັນທັງຊະເລີຍ ທັງທາດ ແລະ ໄພ່ຕ່າງໆ ແຕ່ຄົນລາວ ກໍຍັງຄົງ ມີຄວາມແຂັງແກ່ນ ໃນເລື້ອງສິລປະວັທນະທັມ ບໍ່ວ່າຈະແມ່ນ ເລື້ອງດົນຕຣີ ຫຼື ການສແດງ ຢູ່ຣາຊສຳນັກ ໃນ ກຣຸງສີອະຍຸທຍາ ມີການສແດງ ຂອງສິລະປິນລາວ ໃນພຣະ ຣາຊພິທີ ຫຼາຍຕໍ່ຫຼາຍຄັ້ງ ເຊັ່ນ ບຸນສລອງ ພຣະບໍຣົມມະຣາຊາພິເສກ ຫຼືພິທີຂຶ້ນຄອງ ຣາຊສົມບັດ ຂອງພຣະເຈົ້າ ກຣຸງອົງກິດ ແລະ ພຣະເຈົ້າກຣຸງ ໂປຕຸເກດ (Portuguese) ທີ່ໄດ້ຈັດໃຫ້ຂຶ້ນຢູ່ ພຣະຣາຊວັງ ໃນສະໄໝ ພຣະນາຣາຍ ຊຶ່ງມີການສແດງ ຫຸ່ນລາວ ແລະມະໂຫຣີລາວ.

ສ່ວນຣາສະດອນລາວ ທົ່ວໄປຍັງສາມາດ ສແດງສິລປະ ແລະວັທນະທັມ ຂອງພວກ ເຂົາເຈົ້າໄດ ້ຕາມຄວາມພໍໃຈ ໂດຍບໍ່ມີການຂັດຂວາງ ແຕ່ຢ່າງໃດ.

ໃນສະໄໝ ກຣຸງສີອະຍຸທຍາ ຕອນປາຍ ໄດ້ມີຊາວຕ່າງຊາດອື່ນໆ ທີ່ມີເຊື້ອຊາດ ແລະ ວັທນະທັມ ແຕກຕ່າງ ໄປຈາກຂອງສຍາມ ຢູ່ເປັນຈຳນວນ ຫຼວງຫຼາຍ ຊຶ່ງການທີ່ມີຄົນເຂົ້າມາ ຢູ່ກັນຫຼາຍໆ ນັ້ນ ກໍໄດ້ເຮັດໃຫ ້ເກີດບັນຫາ ທາງເຊື້ອຊາດຂຶ້ນ ອາດຈະເປັນຍ້ອນວ່າ ຄົນສຍາມ ບໍ່ມັກຄວາມປະພຶດ ຂອງຄົນຕ່າງຊາດ ເຫົຼ່ານັ້ນ ຈຶ່ງໄດ້ເຮັດໃຫ້ ໃນ ປີ ຄ.ສ. 1763 ສຍາມໄດ້ອອກກົດໝາຍ ຫ້າມບໍ່ໃຫ້ຄົນສຍາມ, ຄົນມອນ ແລະຄົນລາວ ມີຄວາມສັມພັນ ກັນທາງເພດ ກັບແຂກ, ຝຣັ່ງ, ອັງກິດ, ຄຸລາ ແລະມະລາຢູ.

ການອອກກົດໝາຍ ດັ່ງກ່າວ ສແດງໃຫ້ເຫັນວ່າ ຄົນລາວເ ປັນຈຸຄົນທີ່ໄດ້ຮັບ ຄວາມເອົາໃຈໃສ ່ເບິ່ງແຍງ ໃນເລື້ອງຄວາມເປັນຢູ່ ໃນລະດັບດຽວກັນ ກັບຄົນສຍາມ.

ດັ່ງນັ້ນ ປີ ຄ.ສ. 1767 ຊຶ່ງເປັນປີທີ່ ກຣຸງສີອະຍຸທຍາ ຖືກຜາບແພ້ ເພາະຖືກກອງທັບ ພະມ້າ ເຂົ້າຕີຈົນເສັຽກຣຸງນັ້ນ ຄົນລາວ ລາງຈຸ ຈຶ່ງໄດ້ຜະສົມຄົນເລກັບ ຄົນສຍາມ ຈົນກາຍເປັນ ຄົນທ້ອງຖິ່ນ ຂອງສຍາມໄປ ແລະເມື່ອມີການສູ້ຣົບ ກັບ ທະຫານພະມ້າ ຈນມີເອກະຣາຊ ອີກເທື່ອໃໝ່ ແລະ ສຍາມ ກໍໄດ້ຕັ້ງເມືອງຫຼວງຂຶ້ນໃໝ່ ຄື ກຣຸງທົນບູຣີ ຄົນລາວຈຶ່ງອົບພະຍົບ ເຂົ້າໄປຕັ້ງເປັນບ້ານ ເປັນຊຸມຊົນ ຢູ່ຫົວເມືອງ ຊັ້ນໃນຂອງສຍາມ.

( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວ ໃນໄທຍ” ໄດ້ໃໝ່ໃນສັປດາໜ້າ. ຂໍໄດ້ຮັບ ຄວາມປຣາຖໜາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ,

ສະບາຍດີ.