ບ້ານລາວ ໃນປະເທດໄທ: ຕອນທີ 70

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ບົດບາດອັນ ສຳຄັນຂອງ ເຈົ້າປາງຄຳ ໃນປວັດສາດ ຫລາຍໆດ້ານ ເຊີນທ່ານຮັບຟັງໄດ້ ໃນອັນດັບຕໍ່ໄປ
ວຽງໃຊ
2007.11.20
ສະບາຍດ ທ່ານຜູ້ຟັງທີ່ ເຄົາຣົບ ແລະຮັກແພງ

ເມື່ອສັບປະດາ ທີ່ຜ່ານມາ: ເຮົາໃດ້ສເນີເລື້ອງ ຂອງກຸ່ມຄົນລາວ ທີ່ອົພຍົກເຂົ້າ ສູ່ພາກອີສານ ວ່າມີມາຕັ້ງ ແຕ່ສະໄໝເຈົ້າຟ້າງຸ່ມ ແລ້ວ ຄືສະໄໝນັ້ນ ອານາຈັກລ້ານ ຊ້າງ ໄດ້ເລີ້ມຂະຫຍາຍ ອຳນາດ ຂ້າມແມ່ນ້ຳຂອງໄປ ທາງຝັ່ງຂວາ ໂດຍເຈົ້າຟ້າງຸ່ມ ໄດ້ຍົກກອງທັບ ໄປຕີເອົາເມືອງ ຮ້ອຍເອັດຊຶ່ງໃນ ໄລຍະນັ້ນຂົງ ເຂດພາກອີສານ ຕັ້ງແຕ່ແຂວງ ໜອງຄາຍ ຈົນເຖິງແຂວງ ຮ້ອຍເອັດ ຍັງເປັນຫົວເມືອງ ຂຶ້ນຂອງຂເມນຢູ່.

ອີກສະໄໝນຶ່ງ ຄືສະໄໝພຣະເຈົ້າ ສາມແສນໄທ ຊຶ່ງອານາຈັກ ລ້ານຊ້າງໄດ້ ຂະຫຍາຍເຂດແດນ ກວມເອົາພາກອີສານ ອີກຄັ້ງນຶ່ງ. ຕໍ່ມາ ອານາຈັກລ້ານຊ້າງ ໄດ້ເກີດ ຄວາມວຸ້ນວາຍເພາະ ຍາດແຍ່ງອຳນາດ ກັນພາ ໃຫ້ປະຊາຊົນ ລາວຕ້ອງອົພຍົກ ໜີຄວາມວຸ້ນວາຍ ເຂົ້າສູ່ພາກອີສານ ຈົນອານາຈັກ ລ້ານຊ້າງຖືກ ແບ່ງແຍກອອກເປັນ 3 ປະຊາຊົນລາວ ກໍຍັງອົພຍົກ ຂ້າມຂອງເຂົ້າໄປ ຢູ່ພາກອີສານ ຢ່າງບໍ່ຂາດສາຍ. ຈົນເຖິງກຸ່ມຂອງ ພຣະຄູ ໂພນສະເມັກຫຼື “ຍາຄູຂີ້ຫອມ” ຊຶ່ງຖືວ່າເປັນ ການອົພຍົກ ຄັ້ງໃຫຍ່ອີກຄັ້ງນຶ່ງ ໂດຍກຸ່ມດັ່ງກ່າວ ໄດ້ໜີໄພລົງ ທາງໃຕ້ເຂົ້າເຂດ ຂເມນແລ້ວ ກໍໄດ້ອຳນາດ ແລະ ຕັ້ງບ້ານຕັ້ງເມືອງ ຢູ່ ພາກອີສານ ຈົນເມືອງເຫຼົ່ານັ້ນ ໄດ້ກາຍເປັນ ແຂວງຕ່າງໆຂອງພາກ ອີສານຢູ່ໃນປະຈຸບັນ.

ໃນສັປະດານີ້: ຈະໃດ້ສເນີ ວຽກງານວິໄຈ ຂອງຄະນະວິໄຈ ໄທບ້ານກ່ຽວກັບ ບົດບາດຂອງ “ເຈົ້າປາງຄຳ” ພໍ່ຂອງ ພຣະວໍພຣະຕາ ເພາະເຊື່ອກັນວ່າ ເປັນຜູ້ແຕ່ງ ວັນນະສິນ ເຣື້ອງ ສັງສິນໄຊ ຊຶ່ງເປັນນຶ່ງໃນ ວັນນະສິນເອກ ຂອງລາວ.
 (Music : ສຽງລຳ : ກອນພະວໍພະຕາ)
ການສຶກສາຂອງ ນັກວິໄຈ ຄະນະນີ້ໄດ້ ໃຫ້ຄວາມສຳຄັນ ກັບບົດບາດຂອງ  "ເຈົ້າປາງຄຳໂດຍ"  ເຊື່ອວ່າ ເຈົ້າປາງຄໍາຄື ຜູ້ດຽວກັນກັບ ຜູ້ທີ່ແຕ່ງ ວັນນະສິນ ເລື້ອງ “ສັງສິນໄຊ” ແລະ ເຈົ້າປາງຄຳ ຜູ້ນີ້ກໍຄືພໍ່ ຂອງ ພຣະວໍພຣະຕາ ເອກກະສານ ຂອງນັກວິໄຈ ຄະນະນີ້ບົ່ງ ວ່າສະໄໝຂອງ ພຣະເຈົ້າສຸຣິຍະ ວົງສາທັມມິກ ກະຣາຊ ແຫ່ງວຽງຈັນນັ້ນ ສອງເມືອງອັນໃດ້ ແກ່ເມືອງຊຽງຮຸ່ງ (ປະຈຸບັນນີ້ຢູ່ ໃຕ້ອຳນາດ ຂອງຈີນ) ແລະ ເມືອງ ແສນຫວີ (ປະຈຸບັນນີ້ ຢູ່ໃນຣັຖສານ ຂອງພະມ້າ) ໄດ້ຖືກ ພວກຈີນຫໍ້ຮຸກຮານ ປຸ້ນບ້ານປຸ້ນເມືອງ ພາໃຫ້ເຈົ້າ ອິນທະກຸມມານ ເຈົ້າຈັນທະຣະ ກຸມາຣີ ແລະເຈົ້າປາງຄຳ ຊຶ່ງເປັນເຊື້ອພຣະວົງ ຂອງເມືອງ ດັ່ງກ່າວ ໂຕນໜີມາຢູ່ ວຽງຈັນກັບເຈົ້າ ສຸຣິຍະວົງ ສາທັມມິກກະຣາຊ ແລະຕໍ່ມາໄດ້ ເປັນດອງກັນໂດຍ ເຈົ້າປາງຄຳ ໄດ້ເປັນຫຼານເຂີຍ ຂອງເຈົ້າ ສຸຣິຍະວົງສາທັມ ມິກກະຣາຊ.

ເຈົ້າປາງຄຳໄດ້ ຖືກການແຕ່ງຕັ້ງ ໃຫ້ເປັນ “ນາຍກົມຊ້າງ” ຂອງວຽງຈັນ ໂດຍໃຫ້ໄປປົກ ຄອງແລະຕັ້ງທັບ ຊ້າງຢູ່ເມືອງໜອງ ບົວລຸ່ມພູຫຼື ແຂວງໜອງບົວລຳພູ      ປະເທດໄທ ໃນປະຈຸບັນນີ້ ຊຶ່ງໃນຂະນະນັ້ນ ເມືອງໜອງບົວລຸ່ມພູ ຖືວ່າເປັນຫົວ ເມືອງສຳຄັນຂອງ ອານາຈັກ ລ້ານຊ້າງເນື່ອງຈາກ ວ່າເມືອງນີ້ເປັນ ເມືອງທີ່ຖືກໃຊ້ ໃຫ້ເປັນຖານ ໃນການຂະຫຍາຍ ອຳນາດ ແລະ ຂອບເຂດຂອງ ລ້ານຊ້າງອອກໄປ ທາງພາກອີ ສານ ແລະລົງສູ່ລຸ່ມ ນ້ຳຊີ.

ການທີ່ຖືກສົ່ງ ໃຫ້ໄປຢູ່ ໜອງບົວລຸ່ມພູ ນີ້ ເຈົ້າປາງຄໍາໄດ້ ສວຍໂອກາດ ຕັ້ງເມືອງດັ່ງກ່າວ ໃຫ້ເປັນເມືອງທີ່ ມີຄວາມເຂັ້ມແຂງ ເພື່ອກຽມການຫາ ທາງໜີຖ້າເກີດ ມີບັນຫາຂັດແຍ້ງ ກັບວຽງຈັນຊຶ່ງ ສືຕໍ່ມາເມືອງ ໜອງບົວລຸ່ມພູ ກໍຖືກໃຊ້ເປັນ ຖານໃນການຕໍ່ ສູ້ກັບວຽງຈັນ ແລະພະມ້າເມືອງ ໜອງບົວລຸ່ມພູ ຢູ່ໃນເວີງອ້ອມຮອບ ຂອງໜ່ວຍພູ ຊຶ່ງຈະສ້າງຄວາມ ຍາກລຳບາກໃຫ້ ແກ່ຂ້າເສິກຖ້າ ຈະເຂົ້າຕີເມືອງ ແລະຫາກສູ້ບໍ່ ໄດ້ກໍສາມາດ ຈະໜີອອກໄປ ທາງໃຕ້ຕາມສາຍ ນ້ຳຕ່າງໆຈົນ ເຖິງຈຳປາສັກ. ອາຈານ ທົງສິນ ທະນະກັນຍາ ຫົວໜ້າຄະນະ ວິໄຈໄດ້ວິ ເຄາະເຖິງພູມິ ປະເທດຂອງເມືອງ ໜອງບົວລຸ່ມ ພູໃຫ້ຟັງວ່າ:

(ນາຍຄູທົງສິນ ທະນະກັນຍາ ພູມປະເທດ ໜອງບົວລຸ່ມພູ)

ການເປັນນາຍກົມ ຊ້າງເຈົ້າປາງຄໍາ ຕ້ອງອອກໄປ ຄ້ອງຊ້າງຢູ່ປ່າ ພໍໄດ້ແລ້ວກໍເອົາ ໄປຂາຍເພາະວ່າຊ້າງ ໃນສະໄໝນັ້ນຖືວ່າ ເປັນສິນຄ້າສຳຄັນ ທີ່ສະເພາະນອກ ຈາກຈະໃຊ້ຊ້າງ ຕ່າງເຄື່ອງແລະໃຊ້ ຂີ່ເດີນທາງ ໄກແລ້ວກໍຍັງ ສາມາດເອົາຊ້າງ ໄປໃຊ້ແກ່ລາກ ໄມ້ອອກຈາກປ່າອີກ ດ້ວຍແຕ່ ປະໂຍດຂອງຊ້າງ ທີ່ຖືວ່າ ສຳຄັນທີ່ສຸດ ຄືການໃຊ້ເປັນ ຊ້າງເສິກສຳລັບ ສູ້ຮົບໃນສົງຄາມ ດັ່ງນັ້ນໃນສະ ໄໝບູຮານການ ມີຊ້າງຈຶ່ງເທົ່າ ກັບມີຣົຖຖັງ ຫຼືເຮືອບິນຣົບ ໃນສະໄໝປະຈຸບັນນີ້ ດັ່ງນັ້ນຊ້າງຈຶ່ງ ເປັນ ສັດທີ່ມີ ຄວາມສໍາຄັນແລະ ເປັນແຫຼ່ງສ້າງລາຍ ໄດ້ໃຫ້ແກ່ປະເທດ ໂດຍສະເພາະແມ່ນ ອານາຈັກລ້ານຊ້າງ ຊຶ່ງນອກຈາກເປັນ ອານາຈັກ ທີ່ມີຊ້າງຫຼາຍ ແລະມີຊ້າງ ເປັນສັນຍາລັກ ຂອງອານາຈັກ ແລ້ວຊ້າງຍັງເປັນ ສິນຄ້າສົ່ງອອກ ທີ່ສຳຄັນ ອີກດ້ວຍແລະການ ໄດ້ເປັນນາຍກົມ ຊ້າງຈຶ່ງເທົ່າກັບ ເປັນຣັຖມົນຕຣີ ກະຊວງການຄ້າ ໃນສະໄໝນີ້ເພາະ ເປັນຜູ້ມີຄວາມ ສຳຄັນທາງດ້ານ ເສຖກິດຂະນະ ດຽວກັນ ການທີ່ໄດ້ເປັນ ນາຍກົມຊ້າງໄດ້ ເຮັດໃຫ້ ເຈົ້າ ປາງຄໍາມີຄວາມຊ່ຽວ ຊານໃນເລື້ອງພູມິ ປະເທດ ແລະຮູ້ຈັກເສັ້ນ ທາງຕ່າງໆຂອງພາກ ອີສານເປັນຢ່າງດີ ເນື່ອງຈາກວ່າໃນ ອາດີດນັ້ນຖນົນ ຫົນທາງບໍ່ໄດ້ ສະດວກສະບາຍ ຄືທຸກມື້ນີ້ ການຮູ້ຈັກເສັ້ນ ທາງຈຶ່ງເປັນ ເລື້ອງສຳຄັນຫຼາຍ ໂດຍສະເພາະແມ່ນ ໃນການຍົກທັບຈັບ ເສິກດັ່ງນັ້ນເສັ້ນ ທາງທີ່ໄດ້ຈາກ ການໄປຄ້ອງ ຊ້າງແລະເດີນທາງ ຂອງເຈົ້າປາງຄຳ ໃນຍ່ານ ນີ້ຈຶ່ງມີຄ່າທີ່ສຸດ ຈະເຫັນໄດ້ຈາກ ກອງທັບທຸກກອງທັບຈະ ເດີນຕາມເສັ້ນທາງ ຂອງເຈົ້າປາງຄຳທັງ ສິ້ນແມ່ນແຕ່ກອງທັບ ຂອງເຈົ້າອານຸວົງ ກໍດີ.

ອາຈານ ທົງສິນ ທະນະກັນຍາ ເວົ້າເຖິງຄວາມສຳຄັນ ຂອງເສັ້ນທາງທີ່ ເຈົ້າປາງຄຳ ໄດ້ແປງໄວ້ນີ້ວ່າ:

(ສຽງນາຍຄູທົງ ສິນທະນະກັນຍາ: ຄວາມສຳຄັນຂອງ ເສັ້ນທາງ)

ພູມິປະເທດ ຂອງພາກອີສານ ນັ້ນເປັນທົ່ງພຽງ ທີ່ມີພູພານ ຂວາງກັ້ນ ໃຫ້ດິນອີສານ ຖືກແບ່ງແຍກອອກ ເປັນ 2 ສ່ວນຊຶ່ງ ນັກວິຊາການ ຂອງໄທ ຮ້ອງວ່າ 2 ແອ່ງ ສ່ວນນຶ່ງນັ້ນຢູ່ ກ້ຳເໜືອຂອງ ພູພານ ຮ້ອງວ່າ “ແອ່ງສະກົນນະຄອນ” ແລະສ່ວນທີ່ຢູ່ ທາງເບື້ອງທິດໃຕ້ ຂອງພູພານຮ້ອງວ່າ “ແອ່ງໂຄລາດ” ຊຶ່ງເຈົ້າປາງຄຳສາມາດ ຮູ້ເສັ້ນທາງ ທັງສອງແອ່ງໂດຍ ສະເພາະແອ່ງ ສະກົນນະຄອນ ຊຶ່ງເປັນພື້ນທີ່ ທີ່ຢູ່ເລາະແຄມຂອງ ໄປຈົນເຖິງຂົງເຂດ ໜອງຫານ ເສັ້ນທາງໃນລຸ່ມ ແມ່ນ້ຳຊີແລະ ແມ່ ນ້ຳມູນ ແລະລົງໄປ ເຖິງເມືອງຈຳບາກ ນາກຄະບຸຣີ ຊຶ່ງເປັນເມືອງຫຼວງ ຂອງພວກຂ້າຢູ່ ທາງລາວໃຕ້.

ດັ່ງນັ້ນການຄ້ອງ ຊ້າງປ່າຈຶ່ງມີ ຄວາມສຳຄັນແລະ ຜູ້ຈະມີອາຊີບ ຄ້ອງຊ້າງໄດ້ຕ້ອງ ເປັນຜູ້ມີວິຊາ ຄວາມ ຮູ້ສູງກວ່າອາຊີບ ທົ່ວໄປຄືຕ້ອງ ຮູ້ຣະດູໃນ ການຄ້ອງຊ້າງ ໂດຍໃນປີນຶ່ງໆ ຈະຄ້ອງຊ້າງໄດ້ ແຕ່ພຽງ 3 ຄັ້ງ ເທົ່ານັ້ນຄືໃນ ຊ່ວງຣະດູຝົນ ອາດຈະເປັນ ໃນຊ່ວງຕົ້ນ ຊ່ວງກາງຫຼື ຊ່ວງ ປາຍຣະດູຝົນ. ການຄ້ອງຊ້າງມີ ຢູ່ 3 ວິທີຄື 1.ການວັງຊ້າງ ຄືການເອົາຊ້າງ ບ້ານໄປລ້ອມຊ້າງ ປ່າໄວ້ທັງໂຂງ ແລ້ວກໍ ຄ້ອງເອົາເທື່ອ ລະຕົວໆຈົນໝົດ ໂຂງ. 2. ການຈັບພະນຽດ ວິທີນີ້ເປັນ ການຄ້ອງຊ້າງຂອງ ເຈົ້ານາຍຊັ້ນສູງ ຄືເຈົ້າເມືອງຫຼື ພຣະຣາຊາ ໂດຍວິທີ ຕ້ອນຊ້າງເຂົ້າ ພະນຽດແລ້ວຈຶ່ງ ຄ້ອງເອົາສະເພາະ ຊ້າງສຳຄັນ ສ່ວນຊ້າງຕົວອື່ນ ກໍປ່ອຍໄປ. ແລະ 3. ການແຊກ ໂພນ ວິທີນີ້ເປັນ ວິທີການຂອງ ພານຊ້າງມືອາຊີບ ໂດຍນາຍພານອອກ ຊອກຫາຊ້າງ ສຳຄັນ ທີ່ມີລັກສະນະ ດີພິເສດເຊັ່ນ ຊ້າງເຜືອກ ຊຶ່ງອາດເດີນທາງ ເປັນໄລຍະ ທາງໄກໆເມື່ອ ພົບແລ້ວກໍ ຄ້ອງເອົາສະເພາະ ຕົວທີ່ຕ້ອງການ ເທົ່ານັ້ນ.

ອາຊີບການຄ້ອງ ຊ້າງເປັນອາຊີບ ທີ່ຕ້ອງບອກສອນ ກັນຢູ່ສນາມຈິງ ບໍ່ມີການສິດສອນ ໃນຫ້ອງຮຽນ ບໍ່ມີ ເຈັ້ຽມີສໍແຕ່ຕ້ອງ ໄດ້ລົງມືຄ້ອງ ຈາກຕົວຈິງເທົ່າ ນັ້ນ ເຈົ້າປາງຄຳ ໄດ້ພາລູກຊາຍ ຄືພຣະຕາ ອອກຄ້ອງ ຊ້າງຢູ່ເປັນປະຈໍາ ແລະໄດ້ພາໄປ ແຊກໂພນຊ້າງຈົນ ເຖິງເມືອງຈຳບາກ ນາກຄະບຸຣີ ຕໍ່ມາ ເຈົ້າປາງຄຳ ກໍໄດ້ຢູ່ ໄດ້ກິນກັບນາງເພົາ ຊຶ່ງເປັນນາງພະຍາ ຂອງພວກຄົນຂ້າ ແລະໄດ້ລູກກັບ ນາງເພົາຜູ້ນຶ່ງ ຊື່ນາງ ແພງແລະນາງແພງ ຜູ້ນີ້ເປັນຜູ້ ທີ່ມີບົດບາດ ສໍາຄັນໃນການ ປ່ຽນ ແປງການປົກຄອງ ຂອງເມືອງຈໍາບາກ  ນາກຄະບຸຣີ ເພາະຕໍ່ມາເມືອງ ຈຳບາກນາກຄະບຸຣີ ກໍປ່ຽນເຈົ້າຜູ້ ຄອງເມືອງຈາກຄົນ ຂ້າມາເປັນຄົນລາວ ຄືເຈົ້າສ້ອຍສະໝຸດ ພຸດທາງກູນໃນ ສະໄໝທີ່ພຣະ ຄູໂພນສະເມັກ ຂຶ້ນກຳອຳນາດ ການປົກຄອງເມືອງ ຈຳບາກນາກຄະບຸຣີ ຫຼືນະຄອນຈຳປາ ສັກນັ້ນເອງ.

ການພົວພັນ ຣະຫວ່າງ ເຈົ້າປາງຄໍາ ກັບນາງເພົາ ໄດ້ສະທ້ອນອອກ ເຖິງການພົວພັນ ຣະຫວ່າງ ຄົນຂ້າ ກັບຄົນລາວ ຊຶ່ງຕໍ່ມາໄດ້ ມີການສ້າງບ້ານ ແປງເມືອງຂອງ ຄົນຂ້າແລະລາວ ຕາມເສັ້ນທາງ ຄ້ອງຊ້າງ ຂອງເຈົ້າປາງຄຳ ເຊັ່ນ ພວກກູຍຫຼືພວກສ່ວຍ ໄດ້ອົພຍົກເຂົ້າ ໄປຢູ່ລຸ່ມ ນ້ຳມູນບໍຣິເວນ ແຂວງສຸຣິນພວກ ລາວຢູ່ລຸ່ມນ້ຳຊີ ສ່ວນພວກຂ້າ ກໍເລືອກຢູ່ບໍຣິເວນ ລຸ່ມນ້ຳຍັງເຊບົກ ແລະເຊບາຍ.

(Music:ສຽງລຳກອນພຣະວໍພຣະຕາ)

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງ “ບ້ານລາວໃນໄທຍ ແຕ່ອາດີດຫາ ປະຈຸບັນ” ໄດ້ໃໝ່ໃນ ສັປະດາໜ້າ ຊຶ່ງຈະໄດ້ກ່າວ ເຖິງຄວາມ ຜິດຂ້ອງໝອງໃຈ ຣະຫວ່າງ ເຈົ້າສິຣິບຸນຍະສານ ກັບ ພຣະວໍພຣະຕາ. ສຳລັບ ສັປປະດານີ້ ຂໍໄດ້ຮັບຄວາມ ປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ ສະບາຍດີ.


 
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.