ສະພາແຫ່ງຊາດລາວ ເປີດກອງປະຊຸມ ເມື່ອວັນຈັນ ທີ່ຜ່ານມາ ດຣ. ໄຊສົມພອນ ພົມວິຫານ ຮອງປະທານ ສະພາແຫ່ງຊາດ ໄດ້ກ່າວເຖິງ ພາລະໜ້າທີ່ ຂອງ ຣັຖບານຕ້ອງ ປະຕິບັດ ຕໍ່ກອງປະຊຸມ ສະພາ ໃນມື້ທຳອິດວ່າ:
1.. ຫລັງຈາກນັ້ນ ດຣ. ໄຊສົມພອນ ກໍຣາຍງານ ຈຸດດີແລະຈຸດອ່ອນ ຂອງການ ບໍຣິຫານ ແລະການ ພັທນາປະເທດ ຊາດວ່າຈຸດດີ: ຣັຖບານ ສປປລາວ ໄດ້ເຮັດໃຫ້ ເສຖກິດຂອງລາວ ເຊື່ອມໂຍງເຂົ້າກັບ ເສຖກິດຂອງ ອາຊ່ຽນ ແລະຂອງໂລກ ໄດ້ດີ ການຄ້າເຊັ່ນ ການສົ່ງອອກ ແລະນຳເຂົ້າ ຂອງລາວເພິ້ມຂື້ນ. ປະຊາຊົນລາວ ບັນດາຊົນເຜົ່າ ມີຄວາມ ສາມັກຄີດີ ເຊື້ອໝັ້ນ ໃນການນຳພາ ຂອງພັກຂອງຣັຖ ແລະເອົາໃຈໃສ່ ໃນ ການສ້າງສາພັທນາ ປະເທດຊາດ. ການຜລິດສິນຄ້າ ກະສິກັມ ຂອງປະຊາຊົນ ເພິ້ມຂື້ນດັ່ງ ດຣ. ໄຊສົມພອນ ໄດ້ກ່າວຕື່ມວ່າ:
2..ຈຸດດີອີກ ຢ່າງນຶ່ງ ການຂຍາຍ ໄຟຟ້າໄປສູ່ ເຂດຊົນນະບົດ ເພິ້ມຂື້ນແລະ ຈຳນວນຄອບຄົວ ທີ່ທຸກຍາກ ຫລຸດໜ້ອຍຖອຍລົງ. ແຕ່ໃນຂນະ ດຽວກັນ ດຣ. ໄຊສົມພອນ ພົມວິຫານ ກໍໄດ້ຣາຍງານ ຈຸດອ່ອນຫລາຍໆ ຢ່າງຕໍ່ກອງປະຊຸມ ດັ່ງທ່ານໄດ້ກ່າວ ຕອນນຶ່ງວ່າ:
3.. ດຣ. ໄຊສົມພອນ ຖແລງອີກວ່າ ການປະຕິບັດ ຕາມນະໂຍບາຍ ມອບດິນມອບປ່າ ແລະ ຣະດົມໃຫ້ ປະຊາຊົນ ເຊົາຖາງປ່າ ເຮັດໄຮ່ ຍັງຊັກຊ້າ. ການໂຍກຍ້າຍ ປະຊາຊົນ ຍັງດຳເນີນໄປ ຢ່າງບໍ່ຖືກຕ້ອງ ຕາມຫລັກການ ບໍ່ເປັນ ຣະບຽບຮຽບຮ້ອຍ ສົ່ງຜົນ ກະທົບຕໍ່ ປະຊາຊົນແລະ ສະພາບແວດລ້ອມ. ການຂຍາຍແລະ ການ ເນັ່ງສາຍ ໄຟຟ້າໄປສູ່ ເຂດຊົນນະບົດ ຍັງບໍ່ທົ່ວເຖິງ. ການໃຊ້ເງິນທຶນ ເພື່ອການພັທນາ ແລະຫລຸດຜ່ອນ ຄວາມຍາກຈົນ ຍັງບໍ່ໂປ່ງໃສ ຍັງມີການ ຮົ່ວໄຫລ ແລະບໍ່ມີ ປະສິດທິພາບ ເລີຍ.
ການມອບດິນ ເພື່ອການຜລິດ ແລະເພື່ອການ ປຸກສ້າງໃຫ້ ແກ່ປະຊາຊົນ ໄດ້ສ້າງໃຫ້ມີ ຂໍ້ຂັດແຍ້ງ ເກີດຂື້ນ. ປະຊາຊົນ ໃນບາງເຂດ ລັກລອບ ປູກຝິ່ນຄືນ ປະຊາຊົນ ໃນເຂດສອກຫລີກ ຮ່າງໄກ ຍັງຂາດເຂີນ ອາຫານ ແລະເຂົ້າກິນ. ຄວາມແຕກໂຕນຫລື ຊ່ອງວ່າງຣະຫວ່າງ ຄົນໃນເມືອງແລະ ເຂດຊົນນະບົດ ຍິ່ງກວ້າງຂວາງ ອອກ ດັ່ງ ດຣ. ໄຊສົມພອນ ໄດ້ຊີ້ແຈງຕື່ມວ່າ:
4..ຈຸດອ່ອນອີກ ຢ່າງນຶ່ງ ດຣ. ໄຊສົມພອນ ຣາຍງານວ່າ ຣັຖບານ ຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນ ຜລິດແຕ່ເມື່ອ ອອກມາແລ້ວບໍ່ມີ ຕລາດ ຊາວກະສິກອນ ຈຳເປັນຕ້ອງ ຂາຍຜົນຜລິດ ໃນຣາຄາຕ່ຳ ຕ່ຳກວ່າຕົ້ນທຶນ ພາໃຫ້ພວກເຂົາ ຂາດທຶນ ແລະເປັນໜີ້ ທະນາຄານ.
ການຜລິດຂອງ ປະຊາຊົນ ຍັງຕ່ຳແລະບໍ່ມີ ຄຸນນະພາບ ບໍ່ສາມາດ ແຂ່ງຂັນກັບຜົນ ຜລິດຂອງ ຕ່າງປະເທດໄດ້. ທາງຣັຖບານ ຍັງໃຫ້ການ ຊ່ວຍເຫລືອທາງດ້ານ ເທກນິກ ແລະ ວິຊາການ ແກ່ຊາວກະສິກອນ ໜ້ອຍ. ການຜລິດໃນ ໂຄງການນຶ່ງເມືອງ ໃຫ້ໄດ້ນຶ່ງ ຜລິດຕະພັນ ຍັງປະຕິບັດ ບໍ່ໄດ້ດີ.
ສິນຄ້າຫລື ຜົນຜລິດທາງ ດ້ານກະສິກັມ ຂອງຊາວລາວ ຍັງປະສົບກັບ ບັນຫາຫຍຸ້ງຍາກ ໃນສົ່ງອອກ. ການຜລິດປຸຍ ພາຍໃນຍັງ ບໍ່ໄດ້ ຕາມຄາດໝາຍ ຊາວກະສິ ກອນລາວ ຍັງອາໃສ ຊື້ປຸຍຈາກ ປະເທດໃກ້ຄຽງ.
ຈຸດອ່ອນອີກຢ່າງນຶ່ງ ທີ່ເປັນສາເຫດ ອັນໃຫຍ່ຫລວງຕໍ່ ການບໍຣິຫານ ແລະ ການພັທນາ ປະເທດຊາດທີ່ ດຣ. ໄຊສົມພອນ ພົມວິຫານ ໄດ້ຣາຍງານຕໍ່ ສະພາແຫ່ງ ຊາດ ກໍແມ່ນການບໍ່ ປະຕິບັດຕາມ ກົດໝາຍ ຕົວຢ່າງ ດຣ. ໄຊສົມພອນ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
5.. ນອກຈາກນັ້ນ ໃນດ້ານ ວັທນະທັມ-ສັງຄົມ ດຣ. ໄຊສົມພອນ ໄດ້ກ່າວວ່າ ການສ້າງ ກະຊີໂນ ເຣື່ອງລາມົກ ໄພສັງຄົມ ການຫລິ້ນ ກິນຟຸມເຟືອຍ ການກິນດື່ມ ແລະ ການບັນເທີງຕ່າງໆ ທີ່ຂັດກັບ ນະໂຍບາຍ ຂອງພັກຂອງຣັຖ ແລະປະເພນີ ອັນດີງາມ ຂອງຊາດ ມີເພິ້ມຂື້ນ ໃນສັງຄົມລາວ.
ໃນດ້ານ ການສຶກສາ ດຣ. ໄຊສົມພອນ ຣາຍງານວ່າ ຍັງມີຈຸດອ່ອນ ຫລາຍເຊັ່ນ ຈຳນວນຄຣູສອນ ຍັງຂາດເຂີນ ເມື່ອສົກ ການສຶກສາປີ 2008-2009 ປະເທດ ຊາດ ຕ້ອງການ ຄຣູສອນເຖິງ 6,000ຄົນ ແຕ່ໄດ້ຄຣູສອນ ຕື່ມພຽງແຕ່ 3,500ຄົນ ເທົ່ານັ້ນ. ໃນສົກຮຽນປີ ຕໍ່ໄປ ຣັຖບານຍິ່ງ ຕ້ອງການຄຣູຫລາຍ ຄືຕ້ອງການເຖິງ 9,000ຄົນ.
ໃນດ້ານ ຄຸນນະພາບ ການສຶກສາ ຢູ່ລາວ ກໍຍັງມີ ຄຸນນະພາບ ຕ່ຳບໍ່ໄດ້ ມາຕຖານ ຕ່າງປະເທດ ທັງໝົດເກີດມາ ຈາກການຂາດເຂີນ ງົບປະມານ ໃນສົກປີຮຽນ ທີ່ ຜ່ານມາ ຣັຖບານຕ້ອງ ການງົບປະມານ ເຖິງ99ຕື້ກີບ ເພື່ອປັບປຸງ ຄຸນນະພາບ ຂອງຄຣູ ແລະການສຶກສາ ແຕ່ໄດ້ຮັບ ງົບປະມານ ພຽງແຕ່45ຕື້ກີບ ບໍ່ເຖິງເຄິ່ງນຶ່ງ ຂອງຄວາມຕ້ອງການ.
ໃນດ້ານ ສາທາຣະນະສຸກ ກໍເຊັ່ນດຽວກັນ ອັດຕຣາການ ເສັຍຊີວິດ ຂອງແມ່ແລະເດັກ ຍັງສູງ ຜູ້ຍິງລາວ ເຖິງ80ສ່ວນຮ້ອຍ ຍັງອອກລູກ ຢູ່ເຮືອນ. ອີກຈຸດອ່ອນນຶ່ງ ທີ່ ດຣ. ໄຊສົມພອນ ໄດ້ຣາຍງານຕໍ່ ກອງປະຊຸມ ສະພາແຫ່ງຊາດ ເມື່ອວັນຈັນ ທີ່ຜ່ານມາ ກໍແມ່ນບັນຫາ ການບຸກລຸກ ປ່າສງວນ ສວຍໂອກາດ ຕັດໄມ້ແລະການ ຂຸດຄົ້ນ ບໍ່ແຮ່ຊະຊາຍ ບໍ່ຖືກຕາມ ຫລັກການ ແລະມາຕຖານ ແລະ ຢ່າງບໍ່ຄຳນຶ່ງ ເຖິງ ສະພາບແວດລ້ອມ.