ສັມພາດທ່ານທອງລຸນ ການຢ້ຽມຢາມສະຫະຣັດ(ຕໍ່)
ເມື່ອບໍ່ນານ ມານີ້ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ຂອງສປປລາວ ໄດ້ເດີນທາງ ໄປຢ້ຽມຢາມ ສະຫະຣັຖ ອະເມຣິກາ ຢ່າງເປັນ ທາງການ ຕາມການເຊື້ອເຊີນ ຂອງ madame Hillary Clinton ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ໃນວັນທີ 8/14/2010 ທ່ານທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ໄດ້ໃຫ້ສັມພາດ ຜູ້ສື່ຂ່າວເອເຊັຽເສຣີ ກ່ຽວກັບການຢ້ຽມຢາມ ສະຫະຣັດ ອະເມຣິກາ ໃນເດືອນ ກໍຣະກະດາ 2010 (VS-RFA) ນັບວ່າການ ຢ້ຽມຢາມເທື່ອນີ້ ມີຄວາມໝາຍ ສໍາຄັນ ໂດຍ ສະເພາະວ່າ ມີຂຶ້ນ ຫລັງຈາກທີ່ ສະຫະຣັຖ ໄດ້ປະກາດວ່າ ຕົນຈະກັບມາ ມີບົດບາດ ໃນຂົງເຂດ ເອເຊັຍ ຕາເວັນອອກ ສຽງໃຕ້ ອີກເທື່ອນຶ່ງ ຫລັງຈາກທີ່ໄດ້ ຖອນອອກໄປ ໃນກາງຊຸມປີ 1970. ວຽງໄຊ ໄດ້ສັມພາດ ດຣ. ທອງລຸນ ກ່ຽວກັບ ການເດີນທາງໄປ ສະຫະຣັຖ ຂອງທ່ານເທື່ອນີ້ ວ່າຈະນໍາການ ປ່ຽນແປງ ຢ່າງໃດແດ່ ມາສູ່ການ ພົວພັນ ຣະຫວ່າງ ສະຫະຣັຖ ແລະ ສປປລາວ ຊຶ່ງມື້ນີ້ ຈະເວົ້າເຖິງ ການຊ່ວຍເຫລືອ ແລະ ຊາວມົ້ງລາວ ຫລາຍພັນຄົນ ທີ່ທາງການໄທ ສົ່ງກັບຄືນລາວ ເມື່ອທ້າຍປີ 2009.