ອັດຕຣາການ ແລກປ່ຽນເງິນ ລະຫວ່າງປະເທດ ແມ່ນຫຍັງ

ອັດຕຣາການແລກປ່ຽນ ເງິນລະຫວ່າງປະເທດ ແມ່ນຫຍັງ? ມີຄວາມສຳຄັນ ຢ່າງໃດ ກັບປະເທດ ເຊັ່ນ ສປປລາວ
ໂພໄຊສວັດ
2009.02.25

ອັດຕຣາການແລກປ່ຽນ ເງິນລະຫວ່າງປະເທດ ແມ່ນຫຍັງ? ຄວາມແຕກຕ່າງລະຫວ່າງ ອັດຕຣາທີ່ ຢູ່ຄົງທີ່ ກັບ ອັດຕຣາທີ່ ປ່ຽນແປງ ມີຫຍັງແດ່? ເງິນຕຣາຫລັກ ຂອງໂລກ ມີເງິນຂອງ ປະເທດໃດແນ່? ປັດໃຈຫລັກທີ່ສຳຄັນ ທີ່ກະທົບກະເທືອນ ຄ່າຂອງເງິນ ມີຫຍັງແນ່? ແລະທຸກສິ່ງທຸກຢ່າງ ທີ່ໄດ້ກ່າວມານີ້ ມີຄວາມສຳຄັນກັບ ຫລືກະທົບກະເທືອນ ລະຫວ່າງປະເທດ ຈັ່ງໃດ໋?

ອັfຕຣາການແລກປ່ຽນ ເງິນລະຫວ່າງປະເທດ ແມ່ນອັດຕຣາ ທີ່ເງິນສະກຸນ ນຶ່ງຈະສາມາດ ແລກປ່ຽນເອົາເງິນອີກ ສະກຸນນຶ່ງໄດ້. ເຊັ່ນ ເງິນກີບລາວ ຈະແລກປ່ຽນ ເອົາເງິນບາດໄທ, ເງິນດົງວຽດນາມ, ເງິນຢວນຈີນ ຫລືເງິນຣິງງິດ ມາເລເຊັຍໄດ້ ທໍ່ໃດ? ຫລືວ່າເງິນໂດລາ ສະຫາຣັຖ ໄດ້ທໍ່ໃດ? ເວົ້າໄດ້ອີກແບບນຶ່ງ ກໍແມ່ນວ່າຄ່າ ຫລືຣາຄາເງິນ ຂອງປະເທດອື່ນ ທີ່ເອົາມາປຽບ ໃສ່ເງິນຂອງປະເທດ ຂອງເຣົາ.

ບາດນີ້ເວົ້າເຖິງຄວາມ ແຕກຕ່າງລະຫວ່າງ ອັດຕຣາທີ່ ຢູ່ຄົງທີ່ກັບ ອັດຕຣາທີ່ ປ່ຽນແປງ ຈະມີຄວາມສຳຄັນ ຈັ່ງໃດ? ຄ່າຂອງເງິນ ຈະວັດແທກກັບເງິນ ສະກຸນອື່ນໄດ້ ສອງວິທີ ອັນທຳອິດຄື ອັດຕຣາທີ່ຢູ່ຄົງທີ່, ຊຶ່ງແມ່ນອັດຕຣາ ທີ່ທາງການຫລື ທະນາຄານກາງ ເປັນຜູ້ຕັ້ງ ແລະລະບຸໄວ້ ໃຊ້ເປັນທາງການ. ສ່ວນຫລາຍຈະ ຕັ້ງໄວ້ແນ ໃສ່ກັບອັດຕຣາເງິນ ໂດລາສະຫະຣັຖ ຫລືເງິນ ສະກຸນອື່ນ ທີ່ມີຄ່າໝັ້ນຄົງ ເຊັ່ນ ເງິນຢູໂຣ ຫລືເງິນເຢັນ ຍີ່ປຸ່ນ. ທະນາຄານກາງ ກໍຊື້ຂາຍເງິນ ຕົນເອງ ໃນຕລາດ ແລກ ປ່ຽນນາໆຊາດ ທີ່ຕົນໄດ້ຕັ້ງ ອັດຕຣາທີ່ ຢູ່ຄົງທີ່ໄວ້ແລ້ວ. ເຖິງຢ່າງໃດກໍຕາມ ທະນາຄານກາງ ຕ້ອງມີເງິນສະກຸນອື່ນ ສຳຮອງໄວ້ເພື່ອແລກ ປ່ຽນຫາກ ຢາກຮັກສາ ອັດຕຣາ ທີ່ຕົນໄດ້ຕັ້ງໄວ້ ເພື່ອໃຫ້ ຣາຄາເງິນທຸ່ນທ່ຽງ.

ອັດຕຣາເງິນທີ່ປ່ຽນແປງ ແຕກຕ່າງກັບ ອັດຕຣາທີ່ ຢູ່ຄົງທີ່ ຢູ່ບ່ອນວ່າ ຈະຂື້ນຢູ່ກັບ ຕລາດມືດ ຕລາດນອກລະບົບ ຂື້ນຢູ່ກັບ ຄວາມຕ້ອງການ ແລະ ຈຳນວນທີ່ມີຢູ່ ໃນຕລາດ ຄື ພາສາອັງກິດວ່າ ຂື້ນຢູ່ກັບ supply and demand. ອີກຊື່ນຶ່ງຮ້ອງ ອັດຕຣາເງິນທີ່ ປ່ຽນແປງວ່າເປັນ ອັດຕຣາ ທີ່ປ່ຽນແປງເອງ ຄືຈະຂື້ນລົງຕາມ ຄວາມຕ້ອງການ ຂອງຕລາດຕາມ supply and demand ຕາມທີ່ໄດ້ເວົ້າມາແລ້ວ.

ຕາມຄວາມເປັນຈິງແລ້ວ ບໍ່ມີເງິນສະກຸນ ໃດດອກ ທີ່ມີອັດຕຣາ ທີ່ຢູ່ຄົງທີ່ແລະ ອັດຕຣາທີ່ປ່ຽນແປງ ສເມີໄປ. ຢູ່ໃນລະບົບ ທີ່ໃຊ້ອັດຕຣາ ທີ່ຢູ່ຄົງທີ່ ຢ່າງເຄັ່ງຄັດ ຄວາມກົດດັນຂອງ ຕລາດ ອາດ ສົ່ງຜົນກະທົບ ໃຫ້ກັບ ອັດຕຣາການ ແລກປ່ຽນ ຈົນບັງຄັບໃຫ້ທາງການ ຕ້ອງໄດ້ ຂື້ນຫລືຫລຸດຣາຄາ ເງິນຕຣາ ຕາມຕລາດມືດກໍມີ. ໃນລະບົບ ອັດຕຣາເງິນທີ່ ປ່ຽນແປງ ທະນາຄານກາງ ອາດຈະເຂົ້າມາ ກ້າວກ່າຍ ເພື່ອເຮັດໃຫ້ຄ່າ ຂອງເງິນທຸ່ນທ່ຽງ ແລະ ເພື່ອຫລີກລ້ຽງ ພາວະເງິນເຟີ້.

ບາດນີ້ມາເວົ້າເຖິງ ເງິນຕຣາຫລັກຂອງໂລກ ຊຶ່ງຈະມີເງິນຂອງ ປະເທດໃດແນ່? ທ່ານບໍ່ຕ້ອງເປັນ ພໍ່ຄ້າ ຄ້າຂາຍເງິນຕຣາ ຕ່າງປະເທດດອກ ພຽງແຕ່ ທ່ານເດີນທາງ ໄປຕ່າງປະເທດ ແລະແລກປ່ຽນເງິນ ທ່ານກໍມີສ່ວນໃນການ ແລກປ່ຽນເງິນຕຣາ ຕ່າງປະເທດແລ້ວ. ຕລາດແລກປ່ຽນ ເງິນຕຣາຕ່າງປະເທດ ມັກໃຊ້ສະກຸນເງິນ ຂອງ 8 ປະເທດນີ້ ເປັນຫລັກໃນການ ແລກປ່ຽນ ຄືເງິນ ໂດລາ ສະຫະຣັຖ, ເງິນຢູໂຣ, ເງິນເຢັນຍີ່ປຸ່ນ, ເງິນປອນອັງກິດ, ເງິນຝຣັງສະວິດເຊີແລນ, ເງິນໂດລາ ການາດາ, ເງິນໂດລາ ອອສເຕຣເລັຍ ແລະເງິນໂດລາ ນິວຊີແລນ. ການເລືອກໃຊ້ ຕະກຸນເງິນທັງ 8 ນີ້ກໍເພາະວ່າ ເປັນເງິນທີ່ຢູ່ໃນ ປະເທດ ຫລືກຸ່ມປະເທດ ທິ່ມີ ເສດຖະກິດ ທີ່ໝັ້ນຄົງ ແລະທຸ່ນທ່ຽງ ມີການຄ້າຂາຍທີ່ ທົ່ວໂລກ ຮັບຮູ້ ທັງມີລະບົບການ ເງິນທີ່ ໝົດໂລກໄວ້ວາງໃຈ ອີກດ້ວຍ.


ພື້ນຖານ ປັດໃຈສຳຄັນທີ່ ກະທົບກະເທືອນ ຄ່າຂອງເງິນ ມີຫຍັງແນ່? ອັນທຳອິດແມ່ນ ເຄື່ອງໝາຍສັນຍານຈາກ ເສດຖະກິດ ເຊັ່ນ ຜົນຜະລິດຮວມຍອດ ຂອງປະ ເທດ, ລາຍງານການຜະລິດ ອຸດສາຫະກັມ ພາຍໃນປະເທດ, ລາຍງານການ ປ່ຽນແປງຂອງ ຣາຄາສິນຄ້າ ປະມານ 200 ລາຍການ. ລາຍງານເລົ່ານີ້ຈະປ່ຽນແປງ ສະພາບເສດຖະກິດ ແລະ ການປ່ຽນແປງ ໃນສິ່ງເລົ່ານີ້ ກໍຈະກະທົບ ກະເທືອນຣາຄາ ແລະ ປະຣິມານຂອງ ເງິນຕຣາຂອງປະເທດ ໂດຍກົງ. ນອກຈາກນີ້ແລ້ວ ທະນາຄານກາງ ແລະ ດອກເບັ້ຍທາງການ ຍັງມີຄວາມສຳຄັນກັບ ຄ່າຂອງເງິນຕຣາອີກນຳ. ດອກເບັ້ຍ ຈະເປັນເຫດຜົນນຶ່ງ ທີ່ຈະເຣັດໃຫ້ ນັກລົງທຶນ ຍ້າຍເງິນຈາກ ປະເທດນຶ່ງໄປຫາ ປະເທດນຶ່ງທີ່ມີ ດອກເບັ້ຍສູງກວ່າ.

ທ່ານກໍໄດ້ຮູ້ແລ້ວວ່າ ອັນຕຣາການແລກ ປ່ຽນເງິນລະຫວ່າງ ປະເທດ ແມ່ນຫຍັງ? ຄວາມແຕກຕ່າງລະຫວ່າງ ອັດຕຣາທີ່ ຢູ່ຄົງທີ່ກັບ ອັດຕຣາທີ່ ປ່ຽນແປງມີຫຍັງແດ່? ເງິນຕຣາຫລັກຂອງໂລກ ມີເງິນຂອງ ປະເທດໃດແນ່? ປັດໃຈຫລັກທີ່ສຳຄັນ ທີ່ກະທົບກະເທືອນ ຄ່າຂອງເງິນ ມີຫຍັງແນ່? ແລະ ທັງໝົດນີ້ມີຄວາມສຳຄັນກັບ ຫລື ກະທົບກະເທືອນ ລະຫວ່າງປະເທດ ຈັ່ງໃດ໋ ຫາກມີການ ປ່ຽນແປງ ຂອງອັນຕຣາການແລກປ່ຽນ ເງິນລະຫວ່າງ ກັນແລະກັນ ໂດຍສະເພາະ ສປປລາວ? ປະເທດ ທີ່ມີການຊື້ຂາຍ ລະຫວ່າງກັນແລະກັນ ຢ່າງຫລວງຫລາຍ ເຊັ່ນປະເທດ ອຸດສາຫະກັມ ໃຫຍ່ໆ ແລະ ມີການຄ້າຂາຍໃຫຍ່ໆ ອັດຕຣາການແລກປ່ຽນ ສຳຄັນທີ່ສຸດ ຕໍ່ ເສດຖະກິດຂອງ ຂະເຈົ້າ. ການປ່ຽນແປງ ຂື້ນລົງເລັກໆ ນ້ອຍໆ ຂອງ ຄ່າຂອງເງິນ ອາດໝາຍເຖິງການໄດ້ ກຳໄລ ຫລື ຫລຸບທຶນ ຮອດ 500 ຫລືພັນລ້ານໂດລາ ພຽງແຕ່ຂ້າມຄືນກໍມີ. ໝາຍຄວາມວ່າ ໃນລະຍະສັ້ນ ໂຕເລກ ຂອງກຳໄລ ຫລືການ ຫລຸບທຶນ ອາດຈະຫລວງຫລາຍ ແຕ່ໃນລະຍະຍາວ ກໍອາດຈະດັດແປງໃຫ້ ທຸ່ນທ່ຽງຄືນມາໄດ້ ຍ້ອນວ່າ ອັດຕຣາການແລກປ່ຽນເງິນ ຜັນແປ ຂື້ນໆລົງໆ ຢູ່ເປັນປະຈຳ.

ເຮົາຈະເຫັນຕົວຢ່າງ ເຊັ່ນກ່ອນວິກິດ ການດ້ານການເງິນ ແລະ ເສຖກິດຂອງໂລກ ຈະເລີ້ມມີຂື້ນລະຫວ່າງ ກາງປີ 2008 ຫລາຍໆ ປະເທດທີ່ ຄ້າຂາຍກັບຈີນ ຕ່າງກໍ ພາກັນຊຸກຍູ້ຢາກໃຫ້ ຈີນຂື້ນຣາຄາ ເງິນຢວນ ເພາະເຫັນວ່າ ຣາຄາເງິນຢວນຕໍ່າ ເຮັດໃຫ້ການຄ້າ ຂອງຈີນກັບປະເທດ ອື່ນໆ ບໍ່ສົມດູນ ຍ້ອນວ່າເມື່ອຣາຄາ ເງິນຢວນຕໍ່າ ຈີນກໍຈະສາມາດ ຈຳໜ່າຍສິນຄ້າ ຂອງຕົນ ທີ່ເປັນສິນຄ້າ ແບບດຽວກັບປະເທດ ອື່ນໆ ເຖິງວ່າຈະບໍ່ມີ ຄຸນນະພາບ ເທົ່າທຽມກັນກໍຕາມ ອັນນີ້ຈະເຮັດ ໃຫ້ ປະເທດ ອື່ນເສັຍປຽບທາງ ການຄ້າ. ນອກຈາກນີ້ແລ້ວ ການຫຍັບຂື້ນ ຫລືລົງ ຂອງອັດຕຣາການ ແລກປ່ຽນເງິນຕຣາ ຍັງກະທົບກະເທືອນ ການສົ່ງອອກ ຫລື ນຳເຂົ້າໂດຍກົງ ຂອງປະເທດ ທີ່ທຳການຄ້າຂາຍ ໃນປະຣິມານທີ່ ມະຫາສານ ລະຫວ່າງກັນ ອີກນຳ.
ຕົວຢ່າງງ່າຍໆ ຫາກ ສປປລາວ ຊື້ສິນຄ້າປະເພດ ອຸບປະໂພກ ບໍລິໂພກ ຈາກໄທ ເປັນຈຳນວນຫລວງຫລາຍ ເຊັ່ນວ່າ ຫລາຍໆລ້ານ ບາດໄທ ຫລື ກີບລາວ. ຫາກ ອັດຕຣາ ການແລກປ່ຽນເງິນ ຂອງເງິນບາດໄທ ຫຍັບຂື້ນ ຈາກ 245 ກີບ ເປັນ 260 ກີບຕໍ່ 1ບາດໄທ ກໍໝາຍຄວາມວ່າ ສິນຄ້າ ທີ່ເຄີຍຊື້ຈຳນວນ 500,000 ອັນ ໃນຣາຄາ 122.5 ລ້ານກີບ ກໍຈະກາຍເປັນ 130ລ້ານກີບ. ໝາຍຄວາມວ່າ ແຕ່ລະອັນ ພໍ່ຄ້າລາວ ຕ້ອງໄດ້ ຕື່ມເງິນອີກ 15 ກີບ ຫລື ທັງໝົດ 7ລ້ານ 5ແສນກີບ. ຖ້າຫາກຢາກໄດ້ ເຄື່ອງຈຳນວນ ທໍ່ເກົ່າ ກໍຈະຕ້ອງໄດ້ຕື່ມເງິນ ແຕ່ຖ້າຫາກ ຢາກຈ່າຍເງິນ ທໍ່ເກົ່າ ກໍຕ້ອງໄດ້ ຫລຸດຈຳນວນ ສິນຄ້າລົງ.

ຕົວຢ່າງທີ່ໄດ້ເວົ້າມາກໍ ສະແດງໃຫ້ເຫັນ ວ່າອັດຕຣາ ການແລກປ່ຽນເງິນ ທີ່ຂື້ນໆລົງໆ ຈະກະທົບກະເທືອນ ທຸກໆປະເທດ ໃນໂລກທີ່ ທຳການ ຄ້າຂາຍ ແລະ ເຮັດ ທຸຣະກິດ ລະຫວ່າງກັນ ແລະ ກັນ ຊຶ່ງຈະບໍ່ເວັ້ນແມ່ນແຕ່ ສປປລາວ ທີ່ມີ ທຸລະກິດການຄ້າ ຊຶ່ງບໍ່ມາກມາຍມະ ຫາສານ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 14, 2014 11:55 AM

ຂໍ ຖາມແດ່ ອັດຕາ ແລກປ່ຽນ ຂື້ນ-ລົງ ນັ້ນແມ່ນເປັນ ຍ້ອນຫຍັງ? ເພີ່ນເອົາຫຍັງ ມາຄິດໄລ່ ຈິ່ງຮູ້ວ່າ ອັດຕາແລກປ່ຽນ ມີການ ຂະຫຍັບຂື້ນ-ລຸດລົງ ດ້ວຍອັດຕາ ເທົ່ານັ້ນ? ການກຳນົດ ຄ່າຂອງເງິນຕາ ທຳອິດ ແມ່ນອີງໃສ່ ອັນໃດ? ອີງໃສ່ປັດໃຈ ໃດແດ່ ເພື່ອກຳນົດ ຊ່ວຍ ອະທິບາຍ ໃຫ້ນ້ອງແດ່


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]