ໜີ້ສິນ ກັບຕ່າງປະເທດ ບັ່ນທອນ ເສຖກິດ ພາຍໃນ

ການຄົ້ນຄົ້ວາຂອງນັກ ເສຖະສາດຈາກ ຫລາຍອົງການ ລະບຸວ່າ ໜີ້ສີນຕ່າງປະເທດ ມີຜົນສະທ້ອນ ຫລາຍຢ່າງ ຕໍ່ການເຕີບໃຫ່ຽ ຂະຫຍາຍຕົວຂອງ ເສຖະກິດຂອງ ປະເທດທີ່ກໍາລັງ ພັດທະນາ ກໍຄືປະເທດ ທີ່ທຸກຍາກ.

0:00 / 0:00

ນັບເປັນເວລາ ຫລາຍປີມາແລ້ວ ທັງໂລກຮັບຮູ້ວ່າ ປະເທດທີ່ກໍາລັງ ພັດທະນາທີ່ມີໜີ້ສີນ ຕ່າງປະເທດຫລາຍເກີນຄວນ ບໍ່ສາມາດພັດທະນາ ປະເທດຊາດໃຫ້ ກ້າວໄປໄວໄດ້ເພາະວ່າ ໜີ້ສີນເປັນໂຕຈ່ອງດືງ ຄວາມກ້າວໜ້າຂອງການ ພັດທະນາມະນຸດແບບ ຢັ້ງຢືນໃຫ້ຊ້າລົງ ທັງເປັນໂຕທີ່ເຮັດ ໃຫ້ຄວາມໝັ້ນຄົງການ ເມືອງແລະເສຖະກິດ ບໍ່ມີສະຖຽຣະພາບ. ປະເທດທຸກຍາກທີ່ ເປັນໜີ້ສິນເຖິງຂັ້ນເອີ້ນ ວ່າວິກິດການໜີ້ສິນ ບໍ່ສາມາດໃຊ້ໜີ້ສີນ ຕ່າງປະເທດຄືນໄດ້.ລາຍໄດ້ຂອງ ປະເທດສ່ວນໃຫ່ຽ ຈະນໍາໄປໃຊ້ຄ່າດອກເບັ້ຽ ໃຫ້ເຈົ້າໜີ້ຫລາຍກ່ວາ ຈະນໍາໃຊ້ເຂົ້າໃນການ ພັດທະນາປະເທດ.

ໃນຊຸ້ມປີ 1980 ປະເທດທີ່ກໍາລັງພັດທະນາ ໂດຍມາກບັນດາປະເທດ ຢູ່ໃນອານຸພູມີພາກ ຊາຮາຣາ ທະວີບອາຟຣິກກາ ໄດ້ແບກຫາບໜີ້ສີນ ຕ່າງປະເທດເປັນ ຈໍານວນມະຫາສານ, ສ່ວນຫລາຍແລ້ວແມ່ນ ປະເທດທີ່ມີຣັຖະບານ ຜະເດັດການເປັນ ຜູ້ຢືມແລະຄຸ້ມຄອງເງິນ. ກອງທືນສາກົນ IMF ແລະທະນາຄານໂລກ ບໍ່ມີເງິນສົດຈໍານວນ ພຽງພໍເພື່ອຈະຍົກເລີກ ໜີ້ສີນໃຫ້ບັນດາ ປະເທດເລົ່ານີ້. ກຸ່ມນັກເສຖະສາດ ທີ່ຄົ້ນຄົ້ວາເຣື້ອງໜີ້ສີນ ຕ່າງປະເທດຂອງປະເທດ ທີ່ທຸກຍາກ ລະບຸວ່າ ການຍົກເລີກໜີ້ສີນ ໃຫ້ແກ່ປະເທດທີ່ ກໍາລັງພັດທະນາ ຫລືປະເທດທີ່ທຸກ ຍາກທີ່ມີໜີ້ສີນຖົມຄໍນີ້ ໂດຍປະເທດເລົ່ານັ້ນ ບໍ່ມີລະບຽບວິໃນ ໃນການໃຊ້ຈ່າຍ ມັນຈະເປັນການສົ່ງເສີມ ໃຫ້ມີການຢືມເງິນຫລາຍຂື້ນ ຍັງບໍ່ເທົ່ານັ້ນໜີ້ສີນ ຈະກາຍເປັນພະຍາດ ຕິດແປດຊະນິດນື່ງ ຢູ່ໃນປະເທດທີ່ທຸກຍາກ ແລະປະເທດຂອງເຂົາ ເຈົ້າກໍຈະທຸກຍາກຕໍ່ໄປ.

ນັກວິຊາການເສຖະສາດ ວ່າຕາມນິຍາມ ຂອງການເປັນໜີ້ແລ້ວ, ການເປັນໜີ້ສີນ ມັນແມ່ນຄວາມຈໍາເປັນ ຂອງປະເທດນື່ງໆ ທີ່ຕ້ອງກູ້ຢືນເງີນ ໄປພັດທະນາ ປະເທດຊາດ, ມັນແມ່ນຄວາມສ່ຽງ ຂອງບຸກຄົນ ທຸຣະກິດ ຫລືຣັຖະບານ ທີ່ຕ້ອງການຢືມເງິນໄປ ລົງທືນເພື່ອສ້າງຜົນ ກໍາໄລແລະເພື່ອສ້າງ ຄວາມກ້າວໜ້າຂອງ ທຸຣະກິດ ຫລືການພັດທະນາ ເສຖະກິດຂອງ ປະເທດໃຫ້ກ້າວໜ້າ. ແຕ່ມັນກໍແມ່ນ ຄວາມຈໍາເປັນເຊັ່ນ ດຽວກັນທີ່ບຸກຄົນ ທຸຣະກິດ ແລະຣັຖະບານ ຕ້ອງສາມາດ ຈ່າຍງວດໜີ້ ແລະດອກເບັ້ຽຂອງການ ຢືມເງິນໃຫ້ໄດ້ ຕາມກໍານົດເວລາ ເພາະວ່າທະນາຄານ ທີ່ມີໄວ້ໃຫ້ ບໍຣິການນັ້ນແມ່ນເພື່ອ ອໍານວຍຄວາມ ສະດວກໃຫ້ບຸກຄົນ ໃຫ້ທຸຣະກິດແລະ ຣັຖະບານປະເທດຕ່າງໆ ສາມາດຢືມເງິນໄປ ພັດທະນາທຸຣະກິດ ຂອງຕົນໂດຍທີ່ທາງ ທະນາຄານກໍຕ້ອງການ ຜົນກໍາໄຣເຊັ່ນກັນ. ກົງກັນຂ້າມ ຖ້າຫາກວ່າຢືມເງິນໄປແລ້ວ ເອົາເງິນໄປໃຊ້ເຂົ້າໃນໂຄງການ ແບບບໍ່ມີປະສິດທິຜົນ ຫລືໃຊ້ໃນທາງ ທີ່ບໍ່ສອດຂ້ອງກັບ ໂຄງການພັດທະນາ, ຫລືຂີ້ຮ້າຍໄປກ່ວານັ້ນ, ຢືມເງິນໄປແລ້ວພັດ ປະປ່ອຍໃຫ້ເງິນຮົ່ວໄຫລ ໄປໃສ່ມືບຸກຄົນ, ໜີ້ສີນທີ່ບໍ່ເກິດດອກ ອອກຜົນນີ້ຈະນໍາພາ ປະເທດຊາດເລິກເຂົ້າ ໄປໃນການແບກຫາບ ໜີ້ສີນຕ່າງ ປະເທດຫລາຍຂື້ນ ແລະກໍຈະກ້າວເຂົ້າ ໄປເຖິງຈຸດທີ່ເອີ້ນວ່າ ວິກິດການໃນການ ບໍ່ສາມາດໃຊ້ໜີ້ຄືນ (debt crisis) ປະເທດຊາດ ກໍທຸກຈົນເຂົ້າ, ເຈົ້າໜີ້ກໍບໍ່ໄດ້ເງິນ ຄືນຕາມກໍານົດ ແລະເຮັດໃຫ້ປະເທດ ນັ້ນມີຄວາມຍຸ່ງຍາກ ໃນການຢືມເງິນ ຫລືຢືມໄດ້ກໍຕ້ອງ ຍອມຮັບເອົາເງື່ອນໄຂທີ່ສູງ.

ສະຖິຕິການເປັນໜີ້ສີນ ຕ່າງປະເທດຂອງປະເທດ ທີ່ທຸກຍາກທີ່ສຸດ ໃນປີ 2002 ລະບຸວ່າ 60 ປະເທດທີ່ທຸກຍາກທີ່ສຸດ ເປັນໜີ້ຕ່າງປະເທດເຖິງ 523,000 ລ້ານ usd, ໜີ້ສີນທີ່ມີຕໍ່

ອົງການສາກົນແບບ ມີຫລາຍຝ່າຍເຊັ່ນວ່າ IMF ແລະທະນາຄານໂລກ ໃນປີ 2005 ນັ້ນມີເຖິງ 153,000 ລ້ານ usd. ໃນປີ 1998 ທະນາຄານໂລກຄິດໄລ່ ເປັນໂຕເລກອອກມາວ່າ 40 ປະເທດທີ່ທຸກຍາກ ທີ່ສຸດທົນຕໍ່ໜີ້ສີນ ຕ່າງປະເທດທີ່ສູງ ທີ່ສຸດບໍ່ໄດ້ແລ້ວ. ຄ່າຂອງໜີ້ສີນແທ້ໆ ຂອງປະເທດເລົ່າ ນີ້ມີຫລາຍກ່ວາ 220% ຂອງການສົ່ງອອກ.

ເປັນຫຍັງປະເທດທີ່ ທຸກຍາກຈື່ງແບກຫາບ ໜີ້ສີນຕ່າງປະເທດຫລາຍແທ້? ເຣື້ອງນີ້ອົງການພັດທະນາ ທີ່ມີຊື່ວ່າ South centre ທີ່ສືກສາການເປັນໜີ້ ຂອງປະເທດທີ່ກໍາລັງ ພັດທະນາໃນປີ 2004 ກ່າວວ່າ ການທີ່ປະເທດ ທີ່ທຸກຍາກຫລື ປະເທດທີ່ກໍາລັງ ພັດທະນາໄດ້ແບກຫາບ ໜີ້ສີນຫລາຍ

ນື່ງ- ສ່ວນນື່ງແມ່ນຈາກການ ໂອນໜີ້ສີນແບບ ບໍ່ເປັນທໍາຈາກຣັຖະບານ ສະໃໝລະບອບ ການປົກຄອງແບບລ້າ ຫົວເມືອງຂື້ນ. ເມື່ອປີ 1960 ໜີ້ສິນຕ່າງປະເທດ ເປັນຈໍານວນເງິນ 59,000 ລ້ານໂດລາ ສະຫະຣັຖຖືກໂອນ ໃຫ້ປະເທດທີ່ ໄດ້ຮັບເອກະຣາດໃໝ່ ພ້ອມທັງວາງຄ່າ ດອກເບັ້ຽໃສ່ 14% ອັນເຮັດໃຫ້ ໜີ້ສີນຂອງເຂົາ
ເຈົ້າເພີ້ມຂື້ນຢ່າງວ່ອງໄວ ແລະສົ່ງຜົນສະທ້ອນ ໃຫ້ປະເທດທີ່ກໍາລັງ ພັດທະນາທຸກ ຍາກລົງຕື່ມ.

ສອງ: ໜີ້ສີນທີ່ບໍ່ປາຖະນາ ຊື່ງເກີດຈາກການ ໃຫ້ເງິນກູ້ທີ່ ບໍ່ຖືກຕ້ອງຕາມ ກົດໝາຍແກ່ຣັຖະບານ ຜະເດັດການທີ່ໃຊ້ເງິນ ກູ້ຢືມນັ້ນໄປປາບປາມ ປະຊາຊົນໃນຊາດ
ທີ່ລຸກຂື້ນຕໍ່ສູ້ ເພື່ອຄວາມເປັນທໍາ ແລະບາງກໍຣະນີ ໃຊ້ເງິນທີ່ຢືມໄປນັ້ນ ໄປເພື່ອອໍານາດທາງສ່ວນຕົວ ຫລືໃຊ້ແບບບໍ່ສອດຂ້ອງ ກັບຜົນປະໂຍດ ຂອງປະຊາຊົນ ໂດຍເຈົ້າໜີ້ຮູ້ເຫັນນໍາ. ປະເທດເລົ່ານີ້ຕ້ອງ ໃຊ້ໜີ້ສີນຄືນເປັນ ຈໍານວນມະຫາສານ ຍົກຕົວຢ່າງ ລະບອບການປົກຄອງ ອາປາກຕາຍ ທີ່ຈໍາແນກເຊື້ອຊາດ ແລະຜີວພັນ ໃນປະເທດອາຟຣິກກາ ໄຕ້ເມື່ອ 15 ປີກ່ອນ ໄດ້ສ້າງໃຫ້ເກີດໜີ້ສີນໄວ້ ເຖິງ 46,000 ລ້ານ usd ໃນຕອນນັ້ນ ໃນນັ້ນຣັຖະບານ ອາຟຣິກການໄຕ້ ໄດ້ຢືມເງິນ 18,000 ລ້ານ usd ເພື່ອປົກປ້ອງລະບອບນັ້ນໄວ້. ຫລັງຈາກລະບອບ ຈໍາແນກເຊື້ອຊາດ ແລະຜີວພັນຖືກລືບລ້າງ ແລະເລືອກຕັ້ງເອົາທ່ານ Nelson Mandela ເປັນປະທານາທິບໍດີ ຂອງອາຟຣິກກາໄຕ້ແລ້ວ ປະຊາຊົນໃນອາຟຣິກກາໄຕ້ ກໍຍອມຄືນດີກັນ ລືມຄວາມເກົ່າຄວາມຫລັງ ເພື່ອສ້າງອານາຄົດ ອັນແຈ່ມໃສໃນຂ້າງໜ້າ, ແຕ່ວ່າທະນາຄານ ຕ່າງປະເທດທະນາຄານສາກົນ ທີ່ເອົາເງິນໃຫ້ຣັຖະບານລະບອບ ອາພາກຕາຍຢືມ ຕ້ອງການໃຫ້ ຣັຖະບານຊຸດໃໝ່ ຈ່າຍໜີ້ສີນຄືນທັ້ງໆທີ່ ປະຊາຊົນຢູ່ໃນປະເທດ ອາຟຣິກກາໄຕ້ກໍາລັງ ຈະຕາຍຢູ່ແລ້ວ. ປະເທດອິນໂດເນເຊັຽ ມີໜີ້ສີນທີ່ບໍ່ຖືກຕ້ອງເຖິງ 151,000 ລ້ານ usd ໄດ້ໃຊ້ໜີ້ຄືນເກີນ ຈໍານວນທີ່ຕິດໜີ້ ເປັນສອງເທົ້າແລ້ວ ຍ້ອນວ່າຕ້ອງຈ່າຍ ທັງຕົ້ນໜີ້ ແລະຄ່າດອກເບັ້ຽສູງ, ຄົນລຸ້ນໃໝ່ຍັງສືບ ຕໍ່ແບກຫາບໜີ້ ສີນຢູ່ຄືເກົ່າ. ນອກນັ້ນຍັງມີປະເທດ
ອາເຈັນຕີນາ ປະເທດນີກາຣາກົວ ລວມທັງໝົດ 13 ກໍຣະນີທີ່ຕ້ອງໃຊ້ ໜີ້ສີນຄືນເປັນສາມ ເທົ້າໃຫ້ແກ່ເຈົ້າຂອງໜີ້ ອັນເຮັດໃຫ້ປະເທດ ເລົ່ານີ້ຕ້ອງສູນເສັຽລາຍໄດ້ ໄປຢ່າງມະຫາສານ ຈົນບໍ່ມີເງິນພຽງພໍ ທີ່ຈະພັດທະນາປະເທດ ຂອງຕົນໃນທາງທີ່ຄວນ. ນີ້ຄືຜົນສະທ້ອນຈາກ ການເປັນໜີ້ ສີນຕ່າງປະເທດ. ຍັງມີເຫດຜົນອື່ນໆ ອີກທີ່ເຮັດໃຫ້ປະເທດ ທີ່ກໍາລັງພັດທະນາ ມີໜີ້ສີນຖົມຄໍ ຍ້ອນການຄຸ້ມຄອງ ລາຍຈ່າຍແລະການ ໃຫ້ຢືມເງິນທີ່ ບໍ່ຖືກຕ້ອງຂອງປະເທດ ຝ່າຍຕະເວັນຕົກ. ໃນຊຸ້ມປີ 1960 ສະຫະຣັຖອາເມຣິກາ ຈ່າຍເງິນຫລາຍເກີນກ່ວາ ທີ່ສະຫະຣັຖມີຢູ່ ອັນນໍາພາໄປສູ່ ການພິມເງິນອອກມາໃໝ່. ກຸ່ມປະເທດທີ່ຜລິດ ນໍ້າມັນຊື່ງປັບຄ່າ ເງິນຕຣາຂອງປະເທດ ຕົນໃສ່ກັບຄ່າຂອງເງິນ ໂດລາສະຫະຣັຖ ເສັຽລາຍໄດ້ໄປບັກຫລາຍໆ ຍ້ອນວ່າຄ່າຂອງເງິນ ໂດລາສະຫະຣັຖ ຕົກຕໍ່າລົງໃນຕອນນັ້ນ. ໃນປີ 1973 ກຸ່ມປະເທດຜລິດ ນໍ້າມັນພາກັນຂື້ນ ຣາຄານໍ້າມັນເຮັດໃຫ້ລາຍ ໄດ້ສູງຂື້ນແລ້ວກໍເອົາ ເງິນກໍາໄລນັ້ນໄປລົງທືນ ຢູ່ໃນທະນາຄານ ຂອງປະເທດຝ່າຍ ຕະເວັນຕົກອັນເຮັດ ໃຫ້ອັຕຣາດອກເບັ້ຽ ທະນາຄານຕົກຕໍ່າລົງອີກ, ທະນາຄານຈໍາເປັນ ຕ້ອງປ່ອຍເງິນໃຫ້ຄົນ ຢືມຢ່າງບໍ່ອັ້ນ ແລະບໍ່ມີເງື່ອນໄຂ ເພື່ອປ້ອງກັນບໍ່ ໃຫ້ຄ່າດອກເບັ້ຽ ທະນາຄານຕົກຕໍ່າ. ໃນປີ 1982 ປະເທດ ເມັກຊິກໂກ ບໍ່ຍອມຈ່າຍໜີ້ ອັນເຮັດໃຫ້ລະບົບ ສິນເຊື່ອການເງິນ ສາກົນຖືກນາບຂູ່. ກອງທືນ IMFແລະທະນາຄານ ໂລກຍື່ນມືເຂົ້າໄປ ໃນປະເທດເມັກຊິກໂກ ແລະປະເທດອື່ນໆ ທີ່ມີບັນຫາ ເຊັ່ນດຽວກັນນີ້ ທັງອານຸມັດເງິນກູ້ໃຫ້ ແລະທັງບັງຄັບ ໃຫ້ປະຕິຮູບ ໂຄງຮ່າງນະໂຍບາຍ ຂອງປະເທດເລົ່ານັ້ນໃໝ່ ເພື່ອຮັປະກັນວ່າ ໜີ້ສີນທັງໝົດ ຕ້ອງຖືກໃຊ້ຄືນ. ການປັບຕົວໃສ່ ນະໂຍບາຍໂຄງຮ່າງ ໃໝ່ຢູ່ໃນສະພາບ ທີ່ເຂັ້ມງວດນີ້ ເຮັດໃຫ້ປະເທດທີ່ ທຸກຍາກຕ້ອງຜ່ານຜ້າ ກັບຄວາມທຸກຍາກຕື່ມ ໄປອີກລະຍະນື່ງ. ອີກປະການນື່ງ ການໃຊ້ໜີ້ສີນຄືນ ຕ້ອງເປັນເງິນສະກຸນ ຈໍາພວກທີ່ມີຣາຄາດີ ເຊັ່ນວ່າເງິນເຢັນ ເງິນຢູໂຣ ເງິນໂດລາເປັນຕົ້ນ ຊື່ງຄ່າຂອງເງິນສະກຸນ ເລົ່ານີ້ບໍ່ມີການປ່ຽນແປງ ຫລາຍຄືກັນກັບ ເງິນສະກຸນຂອງ ປະເທດທີ່ທຸກຍາກ ທີ່ມີຄ່າຜັນຜວນ ຢູ່ຕຣອດຊື່ງໂດຍມາກ ແລ້ວມີຄ່າທີ່ຕໍ່າ ເມື່ອທຽບໃສ່ກັບເງິນ ຂອງກຸ່ມປະເທດທີ່ຮັ່ງມີ. ໃນສະພາບທີ່ການ ສົ່ງອອກສິນຄ້າຕົກຕໍ່າ ກໍຍິ່ງເຮັດໃຫ້ປະເທດທີ່ທຸກຍາກ ຈ່າຍໜີ້ສີນຄືນ ມີຄວາມລໍາບາກຂື້ນ.

ປະເທດທີ່ທຸກຍາກ ຈໍາເປັນຕ້ອງຢືມເງິນ ໃໝ່ເພື່ອໃຊ້ໜີ້ສີນເກົ່າ. ເງິນທີ່ຢືມມານັ້ນແທນ ທີ່ຈະໃຊ້ເຂົ້າ ໃນໂຄງການສືກສາ ສາທາຣະນະສຸກ ແລະໂຄງການ ບູຣີມະສິດອື່ນໆ ກໍຖືກຕັດໄປຈໍານວນນື່ງ ແລ້ວກໍເຮັດໃຫ້ ປະເທດຊາດທີ່ມີ ເງິນເຫລືອນ້ອຍເພື່ອໃຊ້ ເຂົ້າໃນການພັດທະນາ ທຸກຍາກໄປຕື່ມ. ສາເຫດນື່ງອີກທີ່ເຮັດ ໃຫ້ປະເທດທຸກຍາກ ມີໜີ້ສີນເຂົ້າຊັກໃຊ້ ຍ້ອນວ່າມີການ ທຸດຈະຣິດໃນວົງການ ຜູ້ນໍາຫລາຍໂພດ. ເງິນຈໍານວນມະຫາສານ ທີ່ຕົກໃສ່ມື ຂອງບັນດາຜູ້ນໍາ ຖືກນໍາໄປ ຝາກຢູ່ໃນທະນາຄານ ຕ່າງປະເທດແລ້ວ ທະນາຄານຕ່າງປະເທດ ເອົາເງິນຈໍານວນນັ້ນ ໄປໃຫ້ປະເທດທຸກຍາກ ຢືມອີກຕໍ່ນື່ງ. ເງິນກູ້ຫລາຍກໍຣະນີ ຕິດຫ້ອຍດ້ວຍ ເງື່ອນໄຂຮ່ວມທັງ ການສົ່ງອອກສິນຄ້າ ທີ່ບໍ່ມີພາສີຂາເຂົ້າ. ໃນກໍຣະນີທີ່ກ່າວມານີ້ ນັກເສຖະສາດຕີຣາຄາວ່າ ປະເທດທຸກຍາກໄດ້ກາຍເປັນ ປະເທດທີ່ໃຫ້ການ ອຸດໜູນແກ່ປະເທດ ທີ່ຮັ່ງມີແລ້ວ. ນັກເສຖະສາດວ່າ ບັນດາຜູ້ນໍາຂອງປະເທດ ທີ່ທຸກຍາກຄວນເຂົ້າ ໃຈໃຫ້ດີກ່ຽວກັບ ຜົນສະທ້ອນຂອງ ການນໍາໃຊ້ເງິນກູ້ໄປ ໃນທາງທີ່ບໍ່ຖືກຕ້ອງ. ການຄົ້ນຄົ້ວຂອງ ນັກເສຖະສາດຫລາຍ ອົງການໃນປີ 1999 ລາຍງານວ່າຈໍານວນ ໜີ້ສີນຕ່າງປະເທດ ຂອງປະເທດທີ່ກໍາລັງ ພັດທະນາ ຈະເພີ້ມຂື້ນເລື້ອຍໆ ເຖິງແມ່ນວ່າຈະມີ ການຈ່າຍໜີ້ສີນຄືນ ຫລາຍປານໃດກໍດີ ແລະວ່າປະເທດທີ່ ກໍາລັງພັດທະນາ ຈ່າຍໜີ້ສີນຕ່າງປະເທດຄືນ 13 usd ຕໍ່ທຸກໆ 1 usd ທີ່ປະເທດເລົ່ານັ້ນ ໄດ້ຮັບເງິນຊ່ວຍເຫລືອລ້າ.
ສະບາຍດີ