ໜັງ ສາຣະຄະດີ ເຣື່ອງ ເນຣະຄຸນ

ໜັງສາຣະຄະດີ ເຣື່ອງນຶ່ງທີ່ ດີເດັ່ນ ແລະຖືກສເນີ ຊື່ອາດຈະໄດ້ ຮັບຣາງວັນ Academy ຊຶ່ງເປັນຣາງວັນ ມອບໃຫ້ແກ່ ນັກສະແດງ ໜັງແລະໜັງ ທີ່ດີເດັ່ນ ໃນຮໍລີວູດ ສະຫະຣັຖອະເມຣິກາ.

0:00 / 0:00

ໜັງສາຣະດີ ເຣື່ອງ ເນຣະຄຸນ ເປັນເຣື່ອງກ່ຽວກັບ ທ້າວ ທະວີສຸກ ພຣະສວັດ ແລະຄອບຄົວ ທີ່ອົບພະຍົບ ມາຈາກ ປະເທດລາວ ມາຕັ້ງຖິ່ນຖານ ຢູ່ເມືອງ Brooklyn ໃນເຂດມະຫານະຄອນ ນິວຢອກ. ໜັງເຣື່ອງນີ້ ໄດ້ເລົ່າເຖິງທ້າວ ທະວີສຸກ ພ້ອມດ້ວຍແມ່ແລະ ຄອບຄົວ ຕັດສິນໃຈໂຕນໜີ ອອກຈາກລາວ ປະຜູ້ເປັນພໍ່ ທີ່ຖືກໄປ ສັມມະນາ ຍ້ອນເປັນນາຍທະຫານ ສນັບສນູນ ສະຫະຣັຖ. ຢູ່ເມືອງ Brooklyn ທ້າວ ທະວີສຸກ ແລະຄອບຄົວ ປະສົບກັບບັນຫາ ເສຖກິດແລະ ໄພສັງຄົມ. ແຕ່ຕໍ່ມາ ຜູ້ເປັນພໍ່ຖືກ ປ່ອຍອອກຈາກສູນ ສັມມະນາແລະ ໄດ້ມາທ້ອນໂຮມ ຢູ່ກັບລູກເມັຍ ໃນສະຫະຣັຖ. ທ້າວ ທະວີສຸກ ພຣະສວັດ ເວົ້າຕອນນຶ່ງວ່າ:

ດຽວນີ້ເຂົາໄດ້ ກາຍເປັນຜູ້ສ້າງ ໜັງໄປໃນຕົວ ແລະກໍເປັນຜູ້ສ້າງ ໜັງຄົນລາວທຳອິດ ໃນສະຫະຣັຖ ເຂົາກາຍເປັນຕົວຢ່າງ ອັນດີໃຫ້ແກ່ ຄົນລຸ້ນໃໝ່ ແລະໃນນາມເປັນ ຄົນອະເມຣິກັນ ທີ່ດີຜູ້ນຶ່ງ ເຂົ້າຮູ້ສຶກມີ ຄວາມຈຳເປັນຕ້ອງ ເປີດເຜີຍຄວາມຈິງ ກ່ຽວກັບຄວາມເປັນມາ ຂອງເຂົາ ຄອບຄົວ ແລະຊາວລາວ ອົບພະຍົບອື່ນໆ. ສ່ວນ ນາງ Allen Kuras ຜູ້ສ້າງໜັງເວົ້າວ່າ ຊາວລາວຫລົບໜີ ມາຢູ່ໃນສະຫະຣັຖ ອະເມຣິກາ ແຕ່ຄົນອະເມຣິກັນ ສ່ວນຫລາຍບໍ່ຮູ້ວ່າ ເປັນຫຍັງພວກເຂົາ ຈຶ່ງກາຍເປັນ ອົບພະຍົບ ລົບໄພ ແລະນາງສ້າງໜັງ ເຣື່ອງນີ້ ກໍເພື່ອໃຫ້ຊາວ ອະເມຣິກັນແລະ ຊາວໂລກຮູ້ຄວາມຈິງ.

ເມື່ອປີກາຍ ໜັງສາຣະຄະດີ ເຣື່ອງເນຣະຄຸນ ຖືກສະແດງຢູ່ ໂຮງລະຄອນທີ່ ນະຄອນນິວຢອກ ແລະໃນຕອນແລງ ຂອງວັນອາທິດນີ້ ຖືກສເນີຊື່ອາດ ຈະໄດ້ຮັບຣາງວັນ Academy ໃນນາມເປັນໜັງ ສາຣະຄະດີ ທີ່ດີເດັ່ນ.