ລາວຕ່າງປະເທດ ຂໍສັນຊາດລາວຄືນ ໄດ້ບໍ່?

ຊາວລາວທີ່ອາໃສ ຢູ່ຕ່າງປະເທດ ແລະທີ່ ອົພຍົບຫລົບໜີ ອອກຈາກລາວເມື່ອ 20-30 ປີກ່ອນ ຈະສາມາດ ກັບຄືນໄປຢູ່ ລາວ ແລະຂໍສັນຊາດລາວ ຄືນໄດ້ບໍ່?

0:00 / 0:00

ອົພຍົບລາວ ທີ່ອາໃສຢູ່ ຕ່າງປະເທດ ດົນນານແລ້ວ ເຊັ່ນຢູ່ ສະຫະຣັຖ ອະເມຣິກາ ຝຣັ່ງເສດ ແລະອອສເຕຣເລັຍ ຫລາຍໆຄົນມັກຖາມ ກັນວ່າປັດຈຸບັນ ປະເທດລາວ ກໍປ່ຽນແປງຫລາຍແລ້ວຄົນລາວ ຕ່າງປະເທດຈະມີ ສິດແລະສາມາດ ກັບຄືນໄປຢູ່ ລາວເລີຍໄດ້ບໍ່ແລະ ຈະຂໍເປັນສັນ ຊາດລາວຄືນ ໄດ້ບໍ່? ຖ້າໄດ້ ຈະໄດ້ແນວໃດ?

ກ່ອນຈະຕອບ ບັນຫານີ້ ຂ້າພະເຈົ້າຢາກ ໃຫ້ຊາວລາວຕ່າງ ປະເທດເຂົ້າໃຈ ວ່າພວກເຂົາໄດ້ສູນເສັຍ ສັນຊາດລາວ ໄປແລ້ວໃນເວລາ ພວກເຂົາໂຕນໜີ ອອກຈາກລາວ ເພາະກົດໝາຍວ່າດ້ວຍ ສັນຊາດລາວທີ່ ທາງການລາວ ປະກາດໃຊ້ເມື່ອ ປີ2004 ມາດຕຣາທີ່ 20ບົ່ງໄວ້ວ່າ ຄົນລາວທີ່ໄປ ຢູ່ຕ່າງປະເທດ ເກີນເຈັດປີໂດຍ ບໍ່ໄດ້ຮັບ ອະນຸຍາດ ຫລືໄດ້ຮັບອະນຸຍາດ ແຕ່ຢູ່ເກີນກຳນົດ ເຖິງສິບປີ ຈະສູນເສັຍ ສັນຊາດລາວ. ເຖິງຢ່າງໃດກໍດີ ປັດຈຸບັນ ຊາວລາວຕ່າງ ປະເທດສ່ວນຫລາຍ ກໍໄດ້ສັນຊາດ ຂອງປະເທດທີ່ ພວກເຂົາອາໃສຢູ່ ເກືອບໝົດແລ້ວ ແຕ່ຫລາຍໆຄົນ ໂດຍສະເພາະພວກ ທີ່ຍັງມີພີ່ນ້ອງ ລູກຫລານ ເຮືອນຊານຢູ່ລາວ ແລະທີ່ອອກກິນ ເບັ້ຍບຳນານແລ້ວ ກໍມີແນວຄິດ ຢາກກັບຄືນເມືອ ຢູ່ລາວເລີຍແລະ ເວົ້າວ່າ:

“ຈະເປັນແນວໃດ ກໍຕາມ ຈະຂໍເມືອຕາຍ ຢູ່ບ້ານເກີດ ເມືອງນອນ.” ຫລືບາງຄົນກໍ ຢາກກັບຄືນໄປລົງທຶນ ເຮັດທຸຣະກິດ ການຄ້າຢູ່ລາວ. ສຳລັບພວກທີ່ ອອກກິນ ເບັ້ຍບຳນານແລ້ວ ທາງການລາວ ກໍໃຫ້ຄວາມ ສະດວກສະບາຍ ຫລາຍຢ່າງ ເຊັ່ນໃຫ້ເຊັນຂໍ ຢູ່ຕໍ່ໂດຍທີ່ບໍ່ເສັຍຄ່າ ທຳນຽມ ແລະ ຈະຢູ່ດົນນານ ກໍໄດ້ ແຕ່ຍັງຈຳເປັນ ຕ້ອງໄປເຊັນຕໍ່ ກັບກະ ຊວງການຕ່າງ ປະເທດລາວ ທຸກໆເດືອນ. ສຳລັບ ນັກທຸຣະກິດ ທາງການລາວ ກໍອອກວິຊາພິເສດໃຫ້ ອະນຸຍາດ ໃຫ້ມີສິດຢູ່ ແລະເຮັດ ທຸຣະກິດ ຢູ່ລາວໄດ້ຢ່າງ ສະດວກສະບາຍ. ສ່ວນຊາວອົພຍົບລາວ ທີ່ອາໃສຢູ່ ຕ່າງປະເທດ ດົນນານແລ້ວ ໂດຍທົ່ວໄປເດ້ ຈະເຮັດແນວໃດ ຈຶ່ງຈະກັບຄືນ ໄປຢູ່ລາວຫລື ຂໍຕັດສັນຊາດ ເປັນຄົນລາວ ຄືນໄດ້? ຄຳຕອບສັ້ນໆກໍຄື ເປັນໄປໄດ້ເພາະ ວ່າກົດໝາຍວ່າ ດ້ວຍສັນຊາດລາວ ມາດຕຣາທີ່ 15 ຣະບຸໄວ້ວ່າ ຜູ້ມີ ເຊື້ອຊາດລາວ ອາດຈະໄດ້ ສັນຊາດລາວຄືນ ຕາມຄຳຮ້ອງຂໍ ຂອງຜູ້ກ່ຽວແລະຕ້ອງມີ ເງື່ອນໄຂດັ່ງນີ້:

1. ຕ້ອງມີອາຍຸແຕ່ 18ປີ ຂື້ນໄປໃນເວລາ ຍື່ນຄຳຮ້ອງຂໍ ສັນຊາດລາວ
2. ຕ້ອງເຄົາຣົບ ຣັຖທັມມະນູນ ແລະກົດໝາຍຂອງ ສປປລາວ
3. ຕ້ອງເວົ້າອ່ານແລະ ຂຽນພາສາລາວ ໄດ້ດີ
4. ຕ້ອງເຊື່ອມເຂົ້າໃນ ສັງຄົມແລະ ວັທນະທັມລາວ ຮູ້ຈັກແລະເຄົາ ຣົບຮີດຄອງປະເພ ນີອັນດີງາມ ຂອງລາວ
5. ຕ້ອງມີສຸຂພາບດີ ບໍ່ເປັນພຍາດ ຕິດແປດທີ່ຮ້າຍແຮງ ບໍ່ຕິດ ຢາເສບຕິດ
6. ບໍ່ຖືກສານຕັດສິນຈຳຄຸກ
7. ໄດ້ປະກອບສ່ວນ ເຂົ້າໃນການ ປົກປັກຮັກສາ ແລະພັທນາ ປະເທດລາວ
8. ບໍ່ໄດ້ສ້າງຄວາມ ເສັຍຫາຍໃຫ້ແກ່ ຜົນປໂຍດຂອງ ຊາດລາວ
9. ບໍ່ຈຳເປັນຕ້ອງ ປະສັນຊາດ ທີ່ຕົນມີຢູ່ ຍົກເວັ້ນຄົນບໍ່ ມີສັນຊາດ;
10. ຕ້ອງຢູ່ ສປປລາວ ຢ່າງຕິດຕໍ່ນໍ່ເນືອງ ເປັນເວລາ 5ປີຂື້ນໄປ ສຳລັບຜູ້ທີ່ ໄດ້ສັນຊາດອື່ນແລ້ວ 3ປີສຳລັບ ຜູ້ບໍ່ທັນໄດ້ ສັນຊາດປະເທດອື່ນ.

ອີງຕາມກົດໝາຍ ສັນຊາດມາດຕຣາ ທີ່15 ທີ່ມີ10 ຂໍ້ທີ່ກ່າວມານັ້ນ ເຖິງວ່າຊາວ ອົພຍົບ ລາວຈະອາໃສຢູ່ ຕ່າງປະເທດ ດົນນານແລະຈະ ສູນເສັຍສັນຊາດລາວແລ້ວກໍຕາມ ພວກເຂົາກໍຍັງ ເປັນເຊື້ອຊາດລາວຢູ່ ແລະມີສິດ ຂໍເປັນ ສັນຊາດລາວຄືນໄດ້. ເປັນທີ່ສັງເກດວ່າ ຜູ້ທີ່ເປັນ ເຊື້ອຊາດລາວ ຢູ່ຕ່າງປະເທດ ຈະມີເງື່ອນໄຂ ຂໍເປັນສັນຊາດ ລາວຄືນໃໝ່ງ່າຍ ແລະໄວກວ່າຄົນ ຕ່າງປະເທດອື່ນໆ ເພາະຜູ້ທີ່ມີເຊື້ອຊາດລາວຢູ່ ສປປລາວ ໄດ້ຫ້າປີ ກໍມີສິດຂໍເປັນ ສັນຊາດລາວໄດ້ ແລ້ວແຕ່ຄົນວຽດນາມ ຫລືຈີນ ຕ້ອງຢູ່ລາວເຖິງ ສິບປີ ຈຶ່ງຂໍສັນຊາດ ລາວໄດ້. ເປັນທີ່ສັງເກດອີກວ່າ ຄົນລາວຢູ່ຕ່າງ ປະເທດດົນນານ ແຕ່ຍັງບໍ່ຕັດ ສັນຊາດເປັນສັນ ຊາດຂອງ ປະເທດນັ້ນເທື່ອ ຍິ່ງມີເງື່ອນໄຂ ຂໍເປັນສັນຊາດລາວ ຄືນໄວ ຄືຕ້ອງຢູ່ລາວ ພຽງແຕ່ສາມປີ ກໍຂໍຕັດສັນຊາດ ເປັນລາວໄດ້ແລ້ວ ຕົວຢ່າງຄົນລາວ ຢູ່ສະຫະຣັຖ ອະເມຣິ ກາ ມີບັດຂຽວຫລື ບັດຢູ່ ສະຫະຣັຖ ໄດ້ຢ່າງຖາວອນ ແລະທຳມາຫາກິນ ຢູ່ສະຫະ ຣັຖມາເປັນ ເວລາ 25ປີແລ້ວ ແຕ່ຍັງບໍ່ຕັດ ສັນຊາດເປັນ ອະເມຣິກັນ ເທື່ອຜູ້ນີ້ຖ້າກັບຄືນເມື່ອລາວ ຢູ່ລາວ ພຽງສາມປີ ກໍຂໍສັນຊາດ ລາວຄືນໄດ້.

ເງື່ອນໄຂສຳຄັນ ທີ່ກົດໝາຍສັນ ຊາດລາວໃຫ້ຄວາມ ສະດວກສະບາຍ ແກ່ຊາວລາວຕ່າງ ປະເທດໃນການ ຂໍສັນຊາດລາວ ຄືນກໍແມ່ນເງື່ອນ ໄຂຂໍ້9ທີ່ບົ່ງ ໄວ້ວ່າລາວ ນອກບໍ່ຈຳເປັນຕ້ອງປະສັນຊາດ ປັດຈຸບັນຂອງຕົນ ຕົວຢ່າງຖ້າຄົນ ລາວຜູ້ນຶ່ງຢູ່ ອະເມຣິກາ ແລະເປັນສັນ ຊາດອະເມຣິກັນ ໄດ້30ປີແລ້ວ ຕໍ່ມາຫລັງຈາກ ກັບຄືນໄປຢູ່ ລາວໄດ້ຫ້າປີ ຄົນລາວຜູ້ນັ້ນມີສິດຂໍສັນ ຊາດລາວໄດ້ ໂດຍທີ່ບໍ່ຈຳ ເປັນຕ້ອງປະສັນ ຊາດອະເມຣິກັນ.

ບັດນີ້ໃນເມື່ອ ກົດໝາຍຂອງລາວ ໃຫ້ຄວາມ ສະດວກສະບາຍ ແບບນັ້ນ ຄົນລາວຕ່າງປະ ເທດຈະຄິດແນວ ໃດຕໍ່ການໃຫ້ ຄວາມ ສະດວກສະບາຍ ເຫລົ່ານັ້ນ.
ເພື່ອຕອບ ຄຳຖາມນັ້ນ ຂ້າພະເຈົ້າໄດ້ ສັມພາດ ດຣ. ຄຳໄຫລ ມູນນິວົງ ຄົນລາວທີ່ອອກກິນເບັ້ຍບຳນານ ແລ້ວຢູ່ເມືອງ ມົງເຕຣອ່ານ ປະເທດການາດາ ຕອນນຶ່ງວ່າ: