ເຣື້ອງທີ່ເກັບບັນທຶກໄວ້
2023-03-29
ຍີ່ປຸ່ນຊ່ວຍເຫຼືອ ສປປ ລາວ ເພື່ອຝຶກອົບຮົມຄຣູ ໃຫ້ຮູ້ວິທີສອນ ເດັກນັກຮຽນຊົນເຜົ່າ ໃນການ ເວົ້າ, ອ່ານ ແລະຂຽນພາສາລາວ ໄດ້ດີຂຶ້ນ ເຊິ່ງທີ່ຜ່ານມາ ຣັຖບານ ຍີ່ປຸ່ນໄດ້ຊ່ວຍເຫຼືອລາວມາຢ່າງຕໍ່ເນື່ອງ ໃນຫຼາຍດ້ານ ເຊັ່ນດ້ານອາຫານ, ການສຶກສາ ແລະ ສາທາຣະນະສຸຂ.
2023-03-23
ນັກຮຽນປະຖົມ ແລະ ມັທຍົມ ຢູ່ເມືອງໄຊພູທອງ ແຂວງສວັນນະເຂດ ປະລະການຮຽນ ຫລາຍແບບບໍ່ເຄີຍມີມາກ່ອນ ໃນສົກຮຽນປີນີ້ ຖືວ່າຫລາຍກວ່າ 90 ຄົນ ຊຶ່ງສົກຮຽນປີກາຍ ມີພຽງ 30 ປາຍຄົນເທົ່ານັ້ນ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ພຽງແຕ່ ສຶກສາອົບຮົມ ພໍ່ແມ່ຜູ້ປົກຄອງ ໃຫ້ເອົາລູກຫຼານ ເຂົ້າໄປຮຽນຕໍ່.
2023-03-22
ອົງການສາກົລ ປະຈຳປະເທດລາວ ຮ່ວມກັບຣັຖບານລາວ ວາງມາຕການ ປັບປຸງຊີວິດ ຄວາມເປັນຢູ່ ຂອງຄົນງານ ແມ່ຍິງລາວ ທີ່ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ພາຍຫລັງພົບສິ່ງທ້າທາຍ ແລະ ຄວາມສ່ຽງຫຼາຍດ້ານ.
2023-03-19
ເຈົ້າຂອງຮ້ານ ມັດເດັກນ້ອຍ ຕິດກັບຣົຖຈັກ ຖືກຕຳຣວດ ປກສ ແຂວງໄຊສົມບູນ ສອບສວນແລ້ວ, ໃນຂະນະທີ່ ເດັກນ້ອຍ ໄດ້ຮັບການຊ່ອຍເຫລືອ ຈາກສັງຄົມ ເປັນຈຳນວນ ຫລວງຫລາຍ.
2023-03-14
ຣັຖບານຍີ່ປຸ່ນ ມອບເງິນຊ່ອຍເຫລືອ ເພື່ອກໍ່ສ້າງຫ້ອງນໍ້າ ແລະບ່ອນລ້າງມື ໃຫ້ໂຮງຮຽນຢູ່ນະຄອນຫລວງພຣະບາງ ແລະ ເມືອງໂພນໄຊ ແຂວງຫລວງພຣະບາງ ມູນຄ່າ 190,000 ໂດລ້າຣ໌ສະຫະຣັຖ ຂະນະທີ່ໂຮງຮຽນຫຼາຍແຫ່ງ ໂດຍສະເພາະເຂດຊົນນະບົດ ເດັກນ້ອຍຍັງຖ່າຍຊະຊາຍ.
2023-03-08
ທາງການລາວ ໄດ້ຈັດສະຫລອງ ວັນແມ່ຍິງສາກົນ ຄົບຮອບ 113 ປີ ຄືກັບທຸກປີທີ່ຜ່ານມາ ກິຈກັມການສລອງ ສ່ວນໃຫຍ່ແມ່ນປະຖະກະຖາ ຄວາມເປັນມາ ຂອງວັນແມ່ຍິງສາກົນ ແລະ ການສລອງມ່ວນຊື່ນທົ່ວໄປ ສ່ວນແມ່ຍິງລາວ ຫຼາຍຄົນເຫັນວ່າ ຄວາມສເມີພາບ ລະຫວ່າງຊາຍ-ຍິງ ດີຂຶ້ນກວ່າອະດີດ.
2023-03-07
ຄລິບວີດີໂອ ຖືກເຜີຍແຜ່ ຜ່ານສື່ສັງຄົມອ໋ອນລາຍນ໌ ທີ່ເຫດການເດັກນ້ອຍ ຊົນເຜົ່າມົ້ງອາຍຸ 9 ປີ ຮຽນຢູ່ຊັ້ນ ປ.2 ໂຮງຮຽນປະຖົມ ພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຖືກເຈົ້າຂອງຮ້ານ ລົງໂທດ ດ້ວຍການມັດຕິດໃສ່ຣົຖຈັກ ປະຈານຢູ່ໜ້າຮ້ານ ຫຼັງຈາກພົບວ່າ ເດັກນ້ອຍຄົນນີ້ ໄດ້ລັກເຂົ້າໝົມ 1 ຫໍ່ ໃນລາຄາ 2,000 ກີບ.
2023-03-06
ຜົນສໍາຣວດ ອາຊີບໃນຝັນ ຂອງເດັກນ້ອຍລາວ ປະຈໍາປີ 2022 ຂອງບໍຣິສັດ 108 Jobs ເຊິ່ງເປັນເວັບໄຊຕ໌ ແລະແອັບຊອກຫາວຽກ ໃນລາວ ພົບວ່າ ອາຊີບແພດ ແລະ ໝໍ ຄອງອັນດັບອາຊີບ ທີ່ນັກຮຽນ ຢາກເປັນຫຼາຍທີ່ສຸດ ເພາະສາມາດຊ່ອຍຄົນໃນຄອບຄົວ ແລະຜູ້ອື່ນໄດ້.