ຍີ່ປຸ່ນມອບເງິນ ເພື່ອຊ່ອຍເຫຼືອໂຮງຮຽນ ຢູ່ແຂວງຫຼວງພຣະບາງ

ຈຳປາທອງ
2023.03.14
ຍີ່ປຸ່ນມອບເງິນ ເພື່ອຊ່ອຍເຫຼືອໂຮງຮຽນ ຢູ່ແຂວງຫຼວງພຣະບາງ ຮູບໂຕຢ່າງ ເດັກນ້ອຍນັກຮຽນ ທີ່ເມືອງປາກແຊງ, ແຂວງຫຼວງພຣະບາງ ກຳລັງສາທິດວິທີການລ້າງມື ຈາກນ້ຳລິນ ໃນການລົງຕິດຕາມກິຈກັມສົງເສີມການອ່ານ ຢູ່ໂຮງຮຽນເປົ້າໝາຍ 10 ແຫ່ງ ຂອງ ອົງການພັທນາ ເດັກນ້ອຍລາວ-ຍີ່ປຸ່ນ. ວັນທີ 20-22 ເດືອນເມສາ ຫາ 4-6 ເດືອນພຶສພາ ປີ 2022.
ຮູບພາບຈາກ: SVA Laos

ໂຮງຮຽນປະຖົມ ຢູ່ນະຄອນຫລວງພຣະບາງ ແລະເມືອງໂພນໄຊ ແຂວງຫລວງ ພຣະບາງ ຈະມີຫ້ອງນໍ້າ ແລະບ່ອນລ້າງມືໃຊ້ໃນໄວໆນີ້ ໂດຍທີ່ຣັຖບານຍີ່ປຸ່ນໄດ້ມອບເງິນທຶນກໍ່ສ້າງໃຫ້. ໃນນາມຣັຖບານຍີ່ປຸ່ນ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ມອບທຶນຊ່ອຍເຫລືອເປັນມູນຄ່າ 190,000 ໂດລ້າຣ໌ ສະຫະຣັຖ ຜ່ານອົງການພັທນາເດັກນ້ອຍ ລາວ-ຍີ່ປຸ່ນ ຫລື Shanti Volunteer Association (SVA) ໃນມື້ວັນທີ 2 ມິນາ 2023 ນີ້ ເພື່ອໃຊ້ເຂົ້າໃນການກໍ່ສ້າງ ຫ້ອງນໍ້າ ແລະບ່ອນລ້າງມື ຢູ່ໂຮງຮຽນປະຖົມ 25 ແຫ່ງ ໃນນະຄອນຫລວງພຣະບາງ  ແລະເມືອງໂພນໄຊ ແຂວງຫລວງພຣະບາງ.

ການຊ່ອຍເຫລືອຂອງຣັຖບານຍີ່ປຸ່ນຄັ້ງນີ້ ຕອບສນອງໄດ້ຕາມ ຄວາມຮຽກຮ້ອງ ຕ້ອງການ ອັນຈໍາເປັນຂອງພວກເດັກນ້ອຍ ນັກຮຽນ ຊຶ່ງຜແນກສຶກສາທິການ ແລະກິລາແຂວງຫລວງພຣະບາງ ເວົ້າວ່າ ເມືອງໂພນໄຊ ມີຄວາມຕ້ອງການຫ້ອງນໍ້າ ແລະບ່ອນລ້າງມືໃຫ້ໂຮງຮຽນປະຖົມຫລາຍ. ດັ່ງນັ້ນອົງການພັທນາເດັກນ້ອຍ ລາວ-ຍີ່ປຸ່ນ ຈຶ່ງຊ່ອຍສ້າງໃຫ້ຢູ່ໂຮງຮຽນ ທີ່ເມືອງໂພນໄຊ 20 ແຫ່ງ ແລະຢູ່ໂຮງ ຮຽນໃນນະຄອນຫລວງພຣະບາງ 5 ແຫ່ງ. ໂຮງຮຽນ 25 ແຫ່ງ ຊຶ່ງເປັນໂຮງຮຽນ ເປົ້າໝາຍທີ່ວ່ານີ້ ທີ່ຜ່ານມາ ບໍ່ເຄີຍໄດ້ຮັບການຊ່ອຍເຫລືອ ດ້ານສຸຂອະນາມັຍຈາກອົງການ ຈັດຕັ້ງໃດມາກ່ອນ.

ໃນຂະນະນີ້ ທາງໂຄງການກໍ່ສ້າງ ກໍາລັງຢູ່ໃນຂັ້ນຕອນຂອງການສໍາຣວດ ເກັບກໍາຂໍ້ມູນກ່ຽວກັບຄວາມຕ້ອງການຕົວຈິງ ຂອງແຕ່ລະໂຮງຮຽນວ່າ ຈໍາເປັນຫຍັງກັນແທ້. ໃນເບື້ອງຕົ້ນຮູ້ວ່າ ໂຮງຮຽນທຸກແຫ່ງຈະໄດ້ຮັບບ່ອນລ້າງມື, ແຕ່ສໍາລັບຫ້ອງ ນໍ້າແມ່ນຈະມີການສໍາຣວດຕື່ມວ່າ ໂຮງຮຽນໃດຕ້ອງການແທ້. ເມື່ອສໍາຣວດແລ້ວ ກໍຈະໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ກັບທາງການແຂວງ ແລະບ້ານເປົ້າໝາຍ. ຫລັງຈາກນັ້ນ ຈຶ່ງຈະເຮິ່ມກໍ່ສ້າງ ໂດຍຈະໃຊ້ເວລາປີປາຍໂຄງການນີ້ກໍຈະສໍາເຮັດ.

ເວົ້າເຖິງເຣື່ອງສຸຂອະນາມັຍ ເປັນຕົ້ນຢູ່ເຂດຊົນນະບົດ ຂອງແຂວງຫລວງພຣະບາງ ຍັງຂາດຫລາຍ, ເດັກນ້ອຍບໍ່ຮູ້ວິທີການຮັກສາອະນາມັຍ, ຢູ່ໂຮງຮຽນບໍ່ມີນໍ້າສະອາດ ແລະ ບໍ່ມີຫ້ອງນໍ້າໃຊ້, ເຮັດໃຫ້ເດັກນ້ອຍເຈັບປ່ວຍ, ຖອກທ້ອງ.

ດັ່ງເຈົ້າໜ້າທີ່ ອົງການພັທນາເດັກນ້ອຍ ລາວ-ຍີ່ປຸ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມິນານີ້ວ່າ:

ເດັກນ້ອຍຢູ່ເຂດຊົນນະບົດນີ້ ຂະເຈົ້າຈະບໍ່ຮູ້ວິທີການຮັກສາອະນາມັຍ ຕົນເອງ ເຮັດໃຫ້ນັກຮຽນຫັ້ນມີການເຈັບໄຂ້ໄດ້ປ່ວຍ ຕົວຢ່າງວ່າເປັນຖອກທ້ອງບໍຕ່າງໆ ເພາະວ່າ ຂະເຈົ້າບໍ່ເຄີຍໃຊ້ນໍ້າສະອາດ ແລ້ວກໍບໍ່ມີການຮັກສາອະ ນາມັຍ ລ້າງມື ຖຸແຂ້ວ ບໍ່ມີ ເຮັດໃຫ້ນັກຮຽນຂາດໂຮງຮຽນຕ່າງໆ ແລະເກີດເປັນພະຍາດຕ່າງໆຫັ້ນນະ”

ທ່ານກ່າວຕື່ມວ່າ ເມື່ອມີຫ້ອງນໍ້າ ແລະບ່ອນລ້າງມືແລ້ວ ກໍຈະເຣິ່ມການຝຶກອົບ ຮົມໃຫ້ເດັກນ້ອຍນັກຮຽນຕື່ມ ເພື່ອເພິ່ມຄວາມຮູ້ ແລະຄວາມຕື່ນຕົວໃຫ້ພວກເຂົາເຈົ້າໃນການລ້າງມື, ການຮັກສາຄວາມສະອາດ ແລະສຸຂອະນາມັຍ ໃນໂຮງຮຽນ ແລະເຣື່ອງສະພາບແວດລ້ອມໃຫ້ຄຣູ, ນັກຮຽນ ແລະຊາວບ້ານທີ່ເປັນພໍ່ແມ່ຜູ້ປົກຄອງນໍາດ້ວຍ. ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ນະຄອນຫລວງພຣະບາງ ທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໂຮງຮຽນຢູ່ເຂດນອກ ນະຄອນຫລວງພຣະບາງ ນີ້ ຈໍານວນນຶ່ງຍັງບໍ່ມີຫ້ອງນໍ້າ ແລະບ່ອນລ້າງມື ກໍເປັນແບບທັມມະຊາຕຢູ່, ເດັກນ້ອຍ ນັກຮຽນກໍຍັງໄປຖ່າຍແບບທັມມະຊາຕຢູ່.

ດັ່ງທີ່ທ່ານກ່າວວ່າ:

“ມີຍາງບ່ອນຍັງບໍ່ມີຢູ່ເຈົ້າ ເປັນຫ້ອງນໍ້າ ເປັນໂຮງຮຽນກໍຍັງບໍ່ມີເທື່ອເຈົ້າ ມີແຕ່ປ່ອຍທໍາມະຊາດຫັ້ນແຫລະເຈົ້າ ຫ້ອງ ນໍ້າ ບ່ອນລ້າງມືຫລັງໂຮງຮຽນ ກໍຍັງໃຊ້ໄມ້ທໍາມະຊາດເຮັດຢູ່.

ຢູ່ເມືອງໂພນໄຊ ແຂວງຫລວງພຣະບາງ ມີຫລາຍໂຮງຮຽນທີ່ຍັງຕ້ອງການຫ້ອງນໍ້າ ແລະບ່ອນລ້າງມື ແລະມີບາງໂຮງຮຽນບໍ່ມີນໍ້າສະອາດໃຊ້ ເພາະນໍ້າສະອາດເຂົ້າບໍ່ເຖິງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຂແນງສຶກສາທິການ ແລະກິລາເມືອງໂພນໄຊ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມິນານີ້.

ມີ ມີຫລາຍໂຮງຮຽນຢູ່ເກາະ ມີຫລາຍໂຮງຮຽນຕ້ອງການຢູ່ ເພາະວ່າເມືອງເຮົາກໍຍັງຂາດຢູ່ນະ ຂາດຢູ່ບ່ອນລ້າງມື ຫ້ອງນໍ້າກໍຫລາຍໂຮງ ຮຽນຢູ່ ຕ້ອງການນະ.

ນາງຄຣູຜູ້ນຶ່ງ ຢູ່ເມືອງໂພນໄຊນີ້ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຢູ່ເມືອງນີ້ ໂຮງຮຽນບາງບ່ອນມີຫ້ອງນໍ້າບໍ່ພຽງພໍ, ບາງໂຮງຮຽນບໍ່ມີບ່ອນລ້າງມືຍ້ອນບໍ່ມີນໍ້າ, ເມື່ອນັກຮຽນເຮັດກິຈການແລ້ວ ຢາກລ້າງມື ກໍຕ້ອງໄດ້ເອົາຄຸໄປຕັກ ນໍ້າມາລ້າງ. ດັ່ງນັ້ນ ການກໍ່ສ້າງຫ້ອງນໍ້າ ແລະບ່ອນລ້າງມືໃຫ້ໂຮງຮຽນ ຈຶ່ງຈະເປັນ ປໂຍດຫລາຍ ຍ້ອນນັກຮຽນຈະຮູ້ເຣື່ອງສຸຂອະນາມັຍ, ຄວາມສະອາດ ແລະຊ່ອຍຝຶກນິສັຍໃຫ້ພວກເຂົາເຈົ້າ ນໍາໄປໃຊ້ຢູ່ບ້ານເຮືອນ.

 ດັ່ງທີ່ຍານາງກ່າວວ່າ:

ກໍດີ ເພາະວ່າບ່ອນລ້າງມືນໍ ແລ້ວກໍເປັນວຽກທີ່ວ່າສາມາດກໍາຈັດວຽກສຸຂອະນາມັຍໃນໂຮງຮຽນໄດ້ ນັກຮຽນຈະໄດ້ຮຽນຮູ້ຫລາຍຢ່າງນໍ ຕົວຢ່າງການໃຊ້ນໍ້າຫ້ອງນໍ້ານໍ້າ ການອະນາມັຍສ່ວນໂຕຕ້ອງເຮັດແນວໃດ ແລ້ວກໍອີກຢ່າງນຶ່ງກໍເຣື່ອງສຸຂອະນາມັຍ ໃນໂຮງຮຽນນີ້ ມັນກໍໄດ້ເສີມສ້າງຫລັກສູດແຫ່ງ

ຊາດຫັ້ນນະ ເຂົາເຈົ້າໄດ້ຮັບຮູ້ໄປໃນໂຕ ມັນຈະເປັນການຝຶກໃຫ້ເປັນນິສັຍນໍ.

ທີ່ຜ່ານມາ ຢູ່ເມືອງໂພນໄຊ ມີອົງການຈັດຕັ້ງສາກົນຈໍານວນນຶ່ງ ໄດ້ມາຊ່ອຍເຫລືອເຣື່ອງສຸຂພິບານ ແລະສຸຂອະນາມັຍໃຫ້ບາງບ້ານ, ຍັງບໍ່ທົ່ວເຖິງ, ບ້ານຈໍານວນນຶ່ງມີຫ້ອງນໍ້າ, ແຕ່ບໍ່ມີນໍ້າໃຊ້, ຈໍານວນນຶ່ງຫ້ອງນໍ້າມີແລ້ວ ແຕ່ເປ່ເພ, ໃຊ້ການບໍ່ໄດ້.

ດັ່ງປະຊາຊົນຜູ້ນຶ່ງ ຢູ່ເມືອງນີ້ເວົ້າວ່າ:

ເຂົາເຈົ້າກໍມາຊ່ວຍ ແຕ່ວ່າມັນກໍຂາດແຄນຢູ່ ບໍ່ພໍນໍ ຍັງມີບ້ານທຸກຍາກກໍຍັງຫລາຍ ເດັກນ້ອຍນີ້ດ້ອຍພັທນາຍັງຫລາຍຢູ່ ບາງບ້ານກໍເປ່ເພແລ້ວ ບາງບ້ານກໍນໍາໃຊ້ບໍ່ໄດ້ ບາງບ້ານກໍຂາດນໍ້າ ນໍ້າແຫ້ງຫັ້ນນະ ມັນກໍຈະບໍ່ມີ ບາງເທື່ອ ບາງບ້ານບໍ່ມີອ່າງເກັບນໍ້ານໍ ບາງເທື່ອກໍມາເປັນນໍ້າລິນມາເລີຍຫັ້ນນະ.

ເຈົ້າໜ້າທີ່ ອົງການພັທນາເດັກນ້ອຍ ລາວ-ຍີ່ປຸ່ນ ທ່ານດຽວກັນນີ້ເວົ້າວ່າ ຫລັງຈາກໂຄງການທີ່ວ່ານີ້ສໍາເຣັດແລ້ວ ແມ່ນຈະມອບໃຫ້ຂແນງສຶກສາທິການ ແລະກິລາເມືອງ ເປັນຜູ້ຮັບຜິດຊອບ ເຣື່ອງການຕິດຕາມເບິ່ງການນໍາໃຊ້ຫ້ອງນໍ້າ, ບ່ອນລ້າງມື ແລະກິຈກໍາສົ່ງເສີມສຸຂອະນາມັຍຢູ່ ໃນໂຮງຮຽນເປົ້າໝາຍນີ້ຕໍ່ໄປ.

ເວົ້າເຖິງການຊ່ອຍເຫລືອລາວ ຂອງຍີ່ປຸ່ນ ນອກຈາກການຊ່ອຍເຫລືອ ດ້ານຫ້ອງນໍ້າ ແລະບ່ອນລ້າງມືທີ່ວ່ານັ້ນແລ້ວ ເມື່ອກ່ອນໜ້ານີ້ ຣັຖບານຍີ່ປຸ່ນ ກໍໄດ້ຊ່ອຍເຫລືອ ສປປ ລາວ ເປັນເງິນ 1 ລ້ານໂດລ້າຣ໌ສະຫະຣັຖ ຜ່ານໂຄງການອາຫານໂລກ ເພື່ອຊ່ອຍບັນເທົາການຂາດສານ ອາຫານຂອງຂອງແມ່ ແລະເດັກນ້ອຍຢູ່ລາວ.

ໂຄງການອາຫານໂລກ ເວົ້າວ່າ ເງິນຊ່ອຍເຫລືອ ຈາກປະເທດຍີ່ປຸ່ນດັ່ງກ່າວນີ້ ຈະໃຊ້ເຂົ້າໃນໂຄງການສຸຂພາບແມ່ ແລະເດັກ ແລະໂຄງການອາຫານ ທີ່ມີຄຸນນະພາບ ໃຫ້ແມ່ຍິງ 2,400 ຄົນ ແລະເດັກນ້ອຍ 7,000 ຄົນ ຢູ່ແຂວງເຊກອງ ເປັນເວລາ 6 ເດືອນ. ແມ່ຍິງທີ່ຖືພາ ແລະແມ່ລູກອ່ອນ ທີ່ລ້ຽງລູກດ້ວຍນົມແມ່ ແລະ ເດັກນ້ອຍ ອາຍຸ ແຕ່ 6 ເດືອນຫາ 23 ເດືອນ ຈະໄດ້ຮັບຜລິຕພັນອາຫານ ພິເສດ ທີ່ມີຄຸນພາບຕໍ່ຮ່າງກາຍ ອັນຈະຮັບປະກັນໃຫ້ເດັກນ້ອຍ ໄດ້ຮັບອາຫານ ທີ່ດີຕໍ່ສຸຂພາບ, ບໍາຣຸງສມອງ ແລະຮ່າງກາຍ ເພື່ອໃຫ້ພວກເຂົາເຈົ້າ ເຕີບໃຫຍ່ ມີສຸຂພາບແຂງແຮງ.

ພ້ອມດຽວກັນນັ້ນ ທາງການ ສປປ ລາວ ກໍໄດ້ຮັບທືນການສືກສາ ຈາກ “ຍີ່ປຸ່ນ” 3 ລ້ານໂດລ້າຣ໌ສະຫະຣັຖ ສໍາລັບໂຄງການພັທນາ ຊັພຍາກອນມະນຸດຂອງລາວ ແຕ່ສົກປີ 2011 ຫາປີ 2015 ແລະ ແຕ່ປີ 1999 ເຖິງປັດຈຸບັນ ມີນັກສືກສາລາວ ຮຽນຈົບຫລັກສູດ ຣະດັບປຣິນຍາໂທ ຈາກ “ຍີ່ປຸ່ນ” ເກືອບເຖິງ 200 ຄົນ.

ທີ່ຜ່ານມາ ກໍມີຫລາຍອົງການຈັດຕັ້ງ ສາກົນ ເປັນຕົ້ນອົງການສຸພານິມິດ ຫລື World Vision, ອົງການແມ່ ແລະເດັກ ຫລື UNICEF ແລະທະນາຄານໂລກ ຫລື World Bank ທີ່ໄດ້ໃຫ້ການຊ່ອຍເຫລືອເຣື່ອງສຸຂອະນາມັຍຢູ່ໂຮງຮຽນ ແລະບ້ານຕ່າງໆ ເປັນຕົ້ນໃນເຂດຊົນນະບົດ ຂອງປະເທດລາວ.

ຂໍ້ມູນຂອງທະນາຄານໂລກ ລະບຸວ່າ ຢູ່ ສປປ ລາວ ມີພຽງ 48% ຂອງຈໍານວນໂຮງຮຽນປະຖົມ ທັງໝົດ ມີນໍ້າສະອາດດື່ມ ແລະສຸຂພິບານ ແລະຂໍ້ມູນຂອງອົງ ການ UNICEF ລະບຸວ່າ ພົລເມືອງລາວປະມານ 24% ຂອງຈໍານວນທັງໝົດ ຍັງຖ່າຍຊະຊາຍ.

ນອກຈາກບັນຫາທີ່ວ່ານີ້ ຈາກຜົລການສໍາຣວດທີ່ໄດ້​ສຸ່ມເອົາຕົວຢ່າງ 217 ຄອບຄົວ ຢູ່ແຂວງຫລວງຣະບາງຄຳມ່ວນສວັນນະເຂດຈຳປາສັກ ແລະແຂວງອັດຕະປື ອົງ​ການສຸພານິມິດ ໄດ້​ຣາຍງານໃນມື້ວັນທີ 1 ມິນາ 2023 ນີ້ວ່າ ປະຊາຊົນຢູ່ເຂດຊົນນະບົດ​ ຫລາຍ​ແຂວງຂອງປະເທດລາວ 62% ບໍ່​ມີອາຫານການກິນພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.