ແມ່ຍິງ-ເດັກນ້ອຍ 10-20-2014

ມະນີຈັນ
2014.10.21
F-Toilet ການມີຫ້ອງນໍ້າ ແມ່ນສິ່ງທີ່ຈໍາເປັນ ແລະ ໃຫ້ຖືວ່າສໍາຄັນ ສໍາລັບ ທຸກຄອບຄົວ
RFA

 

ຫ້ອງນ້ຳ ມີຄວາມ ສຳຄັນ ຫລາຍ ສຳລັບ ທຸກຄົນ ບໍ່ວ່າ ຈະເປັນ ປະເທດ ນ້ອຍໃຫຍ່ ມີ ປະຊາກອນ ຫລາຍໜ້ອຍ ຄືດັ່ງ ອິນເດັຽ ຫລື ປະເທດລາວ. ຫາກ ເວົ້າເຖິງ ແມ່ຍິງ ແລ້ວ ກໍຍິ່ງ ມີຄວາມ ສຳຄັນ ເພາະ ນອກຈາກ ຈະຊ່ວຍ ໃຫ້ ຫລີກເວັ້ນ ຈາກ ພຍາດ ບາດເຍົາ ໄດ້ແລ້ວ ກໍຍັງຊ່ວຍ ບໍ່ໃຫ້ ແມ່ຍິງ ຕົກຢູ່ໃນ ສະພາບ ສ່ຽງ ຮວມທັງ ການຖືກ ຂົ່ມຂືນ, ຖືກ ຫລົບລູ່ ກຽດ ສັກສີ ຂອງ ຄວາມເປັນ ແມ່ຍິງ ນຳດ້ວຍ.

ຫ້ອງນ້ຳ ເວົ້າ ສະເພາະ ຢູ່ລາວ ນັກວິຊາການ ດ້ານ ສຸຂພາບ ເວົ້າວ່າ ເສດເຫລືອ ຂອງຄົນ ຕ້ອງມ້ຽນມັດ ໃຫ້ດີ ຢ່າງ ມີ ອະນາມັຍ. ແຕ່ລະ ຄອບຄົວ ຄວນມີວິດ ຖ່າຍ ຢ່າງ ເໝາະສົມ ບໍ່ໃຫ້ຖ່າຍ ກາງແຈ້ງ ຫລື ໃນບ່ອນ ເປີດແປນ ເພື່ອ ປ້ອງກັນ ການຕິດເຊື້ອ ພຍາດ ໃນ ຄອບຄົວ ແລະ ແຜ່ລາມ ໄປຫາ ຄອບຄົວ ອື່ນ. ຕາມຂໍ້ມູລ ຂອງ ຣັຖບານ ລາວ ໃນປີ 2012 ມີ ປະຊາຊົນ ໃນເຂດ ຊົນບົດ 64 ເປີເຊັນ ເທົ່ານັ້ນ ໄດ້ ປັບປຸງ ແຫລ່ງ ນໍ້າດື່ມ ຂນະທີ່ ໃນເຂດ ຕົວເມືອງ ມີ 88 ເປີເຊັນ, ແລະ 48 ເປີເຊັນ ໄດ້ປັບປຸງ ສະຖານທີ່ ສຸຂອະນາມັຍ ຮວມທັງ ຫ້ອງນໍ້າ ຂນະທີ່ ໃນເຂດ ຕົວເມືອງ ມີ 91 ເປີເຊັນ.

ໃນເຣື່ອງ ຫ້ອງນໍ້າ ນີ້ ຕາມຄໍາເວົ້າ ຂອງ ທ່ານໝໍ ລາວ ແລ້ວ ກໍວ່າ ຢູ່ຕາມ ຕົວເມືອງ ບໍ່ຄ່ອຍມີ ບັນຫາ ດອກ ໃນ ປັຈຈຸບັນ ຫາກຍັງມີ ກໍແມ່ນຢູ່ ເຂດ ຊົນບົດ ຫ່າງໄກ ຂອງລາວ ທີ່ ຍັງມີການ ຖ່າຍຢູ່ ນອກບ້ານ ຕາມທົ່ງໄຮ່ ທົ່ງນາ:

"ຢູ່ບ້ານເຮົາ ໄປຖ່າຍ ນອກບ້ານ ຕາມທົ່ງໄຮ່ ທົ່ງນາ ເມືອງ ໜີ້ໄດ້ຢູ່ ບ້ານໜີ້ ໂອ໋ຍ ບໍ່ໄດ້ ລະ ຍັງມີໜ້ອຍ ທີ່ສຸດ ທີ່ມີ ກະແມ່ນ ບ້ານຮັ່ງມີ ບ້ານໃຫຍ່ໆ ຫັ້ນມີ ຢູ່ ແຕ່ວ່າບ້ານ ບ້ານນ້ອຍ ມັນກະ ແລ້ວລະ ເມືອງໜີ້ ຢາກມີ ຄົບໃດ ຕາມສະຖິຕິ ເພິ່ນ ມັນກະ ຫລາຍຢູ່ ນໍ້າສະອາດ ໜີ້ ກໍພໍໄດ້ ໃຊ້ຢູ່".

ຕາມ ຣາຍງານ ຂອງ ອົງການ IRIN ຈາກ ນະຄອນ ຫລວງ ວຽງຈັນ ເມື່ອ ເດືອນ ມີນາ ປີ 2014 ທີ່ ອ້າງອີງໃສ່ ຄໍາເວົ້າ ຂອງ ບັນດາ ຜູ້ຊ່ຽວຊານ ວ່າ ຮວມຍອດ ມູລຄ່າ ຜລິຕພັນ ພາຍໃນ ຂອງລາວ ເຕີບໂຕ ປະມານ 8 ເປີເຊັນ ໃນ ແຕ່ລະປີ ມາໄດ້ 1 ທົສວັດ ແລ້ວ ແຕ່ເຂດ ຊົນບົດ ບ່ອນທີ່ ຜູ້ຄົນ ສ່ວນໃຫຍ່ ອາສັຍ ຢູ່ນັ້ນ ຫາກຍັງຖືກ ປ່ອຍປະ ລະເລີຍ ເມື່ອເວົ້າ ເຣື່ອງການ ເຂົ້າເຖິງນໍ້າ ທີ່ ປອດພັຍ ເຣື່ອງ ສຸຂອະນາມັຍ ແລະ ເຣື່ອງ ສ້ວມຖ່າຍ ຕ່າງໆ ຊຶ່ງ ເອີ້ນກັນວ່າ ຣະບົບ WASH services. ຣາຍງານ ທີ່ໄດ້ຈາກ ການ ຕິດຕາມ ສັງເກດການ ຮ່ວມ ຂອງ ສະຫະ ປະຊາຊາດ ປີ 2013 ເວົ້າວ່າ ປະຊາຊົນ ໃນເຂດ ຊົນບົດ ຫ່າງໄກ ເກືອບເຖິງ ເຄິ່ງໜຶ່ງ ຖ່າຍ ກາງແຈ້ງ ຊຶ່ງຖືເປັນ ອັຕຣາສູງ ທີ່ສຸດ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້.

ເວົ້າເຣື່ອງ ການມີ ວິດຖ່າຍ ນີ້ ທ່ານໝໍ ລາວ ບອກວ່າ ທາງ ຣັຖບານ ລາວ ກໍໃຫ້ຄວາມ ສຳຄັນ ຫລາຍ ໂດຍໄດ້ຮັບ ການສນັບ ສນູນ ຈາກອົງການ ຈັດຕັ້ງ ສາກົລ ກໍໄດ້ ໂຄສະນາ ເຜີຍແພ່ ຊຸກຍູ້ ໃຫ້ ຜູ້ຄົນ ຮູ້ຈັກ ຄວາມ ສໍາຄັນ ຂອງການມີ ວິດຖ່າຍ, ຮູ້ຈັກ ຜົລຮ້າຍ ຂອງ ການຖ່າຍ ຊະຊາຍ ຂນະທີ່ ມີສ່ວນໜຶ່ງ ໃນເຂດ ຊົນບົດ ບໍ່ມັກໃຊ້ ວິດຖ່າຍ ເພາະເປັນ ຄວາມເຄີຍຊິນ ແລະ ກໍເປັນການ ງ່າຍ ສໍາລັບ ພວກ ເຂົາເຈົ້າ ໃນການ ທີ່ຈະເຂົ້າ ໄປຖ່າຍ ຢູ່ໃນປ່າ ຫລື ຖ່າຍກາງແຈ້ງ. ເຣື່ອງ ວິດຖ່າຍນີ້ ຫາກເວົ້າ ໂດຍ ທົ່ວໄປແລ້ວ ທ່ານ ກໍບອກວ່າ ຊາວບ້ານ ກໍຢາກມີ ທາງ ເຈົ້າໜ້າທີ່ ກໍຢາກຊ່ວຍ ໃຫ້ມີ ແຕ່ຄານໍາ ເຣື່ອງເງິນ ເຣື່ອງ ງົປມານ ເຖິງຈະມີ ການສຶກສາ ອົບຮົມ ກໍພໍຊໍ່າ ນັ້ນ:

"ເວົ້າລະ ອົບຮົມ ໄປລະກະ ບໍ່ມີເງິນ ເຮັດລະກະ ຢູ່ໄປ. ຄວາມ ຢາກໄດ້ ກໍຢາກໄດ້ ຫັ້ນລະ ຕ່າງປະເທດ ເຂົາກໍຢາກ ໃຫ້ເຮັດ ຖ່າຍ ຊະຊາຍ ພຍາດ ຕິດຕໍ່ກັນ".

ພຍາດ ທີ່ ອັນຕະຣາຍ ຫລາຍ ກໍແມ່ນ ພຍາດ ໃບໄມ້ ໃນຕັບ ສານໃບໄມ້ ໃນຕັບ ແມ່ທ້ອງ ທ້ອງຊຸ ດາຍແອເຣັຽ ຮວມຢູ່ດ້ວຍ. ການບໍ່ມີ ວິດຖ່າຍ ຫລື ການຖ່າຍ ຊະຊາຍ ທ່ານວ່າ ເສດເຫລືອ ຂອງຄົນ ມັນຈະ ກະຈາຍ ໄປທົ່ວ ຫາກ ຈະບໍ່ຢູ່ ບ່ອນທີ່ຖ່າຍ ໃສ່ ບ່ອນດຽວ ເທົ່ານັ້ນ. ເວລາ ຝົນຕົກ ນໍ້າມັນ ກໍເຊາະເອົາ ເສດເຫລືອ ນັ້ນ ໄຫລລົງ ຫ້ວຍລົງ ໜອງ ລົງສາຍນໍ້າ ລໍາທານ ແລ້ວມັນ ກໍແພ່ ຂຍາຍຕໍ່ໄປ:

"ວົງຈອນ ມັນ ກໍຄືວ່າ ໄປຖ່າຍ ໄປລະ ມັນກະໄຫລ ລົງນໍ້າ ນໍ ປາກິນ ຫອຍກິນ ຄົນໄປກິນ ປາດິບ ມັນກະ ເຂົ້າຄົນອີກ ວົງຈອນ ມັນກັບໄປ ກັບມາ ແນວນັ້ນລະ ເຮົາມັນ ກະກໍາຈັດ ອາຈົມ ບໍ່ໄດ້ ຫັ້ນນະ".

ການບໍ່ມີ ວິດຖ່າຍ ຕາມຄໍາເວົ້າ ຂອງ ທ່ານໝໍ ລາວ ແລ້ວ ແມ່ນວ່າ ບໍ່ກ່ຽວຂ້ອງ ນໍາພຽງແຕ່ ການ ຕິດເຊື້ອ ພຍາດ ເທົ່ານັ້ນ ຫາກຍັງ ກ່ຽວຂ້ອງ ກັບ ບັນຫາ ກຽດສັກສີ ສິດທິ ຂອງ ແມ່ຍິງ ແລະ ຄວາມ ບໍ່ ສເມີພາບ ກັນ ຣະຫວ່າງ ຍິງ-ຊາຍ ນໍາດ້ວຍ:

"ຖ່າຍນໍາ ປ່າດົງ ທົ່ງໄຮ່ ທົ່ງນາ ແມ່ຍິງ ໜີ້ຍາກ ແຫລະ ຜູ້ຊາຍ ໄຄແດ່, ຮຽນບົດບາດ ຍິງ-ຊາຍ ມາ ເຂົາກໍຢາກ ໃຫ້ ມີຫ້ອງນໍ້າ ສໍາລັບ ແມ່ຍິງ ມັນຫາກ ເຮັດບໍ່ໄດ້ ບ້ານເຮົາ ບົດບາດ ຍິງ-ຊາຍ ໜີ້ ເຂົາຢາກໃຫ້ ມີຫ້ອງນໍ້າ ລະ ເພື່ອ ທໍາທຸຣະ ຂອງ ແມ່ຍິງ ຍາກ ກວ່າຜູ້ຊາຍ ວ່າຊັ້ນຊະ ຜູ້ຍິງ ມັນຕ້ອງມີ ບ່ອນກໍາບັງ ທໍາທຸຣະ ຊັ້ນນະ".

ເວົ້າເຖິງ ປະເທດລາວ ຂ່າວ ອາຍຣິນ ເມື່ອ ເດືອນ ມີນາ ທີ່ ຜ່ານມາ ກໍເວົ້າເຖິງ ການສນັບ ສນູນ ຂອງ ທາງ ຣັຖບານ ລາວ ໃນຄວາມ ພຍາຍາມ ຂອງ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ວ່າ ມີໜ້ອຍ. ມາໃນປີ 2008 ແອັນຈີ ໂອ ເລີ່ມ ໂຄງການ ສຸຂອະນາມັຍ ນໍາໂດຍ ຊຸມຊົນ ຊຶ່ງເລັ່ງໃສ່ ການ ເຂົ້າຮ່ວມ ຂອງ ສັງຄົມ ເພື່ອ ລຶບລ້າງ ການ ຖ່າຍ ກາງແຈ້ງ ໃນບ້ານ ຕ່າງໆ. ແອັນຈີໂອ ຫວັງວ່າ ນີ້ ຈະຊ່ວຍໃຫ້ ຊາວບ້ານ ປ່ຽນແປງ ສິ່ງ ທີ່ລຶ້ງເຄີຍ ເຮັດມາ ແລະ ສ້າງຫ້ອງນໍ້າ ຂອງ ຕົນເອງ ຂຶ້ນ.

ຢ່າງໃດ ກໍຕາມ ການສນັບ ສນູນ ຂອງ ຣັຖບານ ກໍຍັງ ຈໍາກັດ ຢູ່ໃນເມື່ອ ບໍ່ມີ ນະໂຍບາຍ WASH ສະເພາະ ເຈາະຈົງ ຂອງ ຣັຖບານ ລາວ ທີ່ ເວົ້າເຣື່ອງໃຜ ເປັນເຈົ້າການ ຮັກສາ ຫລື ງົບປະມານ ສໍາລັບ ໂຄງການ ຕ່າງໆ ໃດໜຶ່ງ ໃນເຂດ ຕົວເມືອງ ແລະ ຊົນບົດ ຊຶ່ງ ຕາມຄຳເວົ້າ ຂອງ ອົງການ ຢູນີເຊັຟ ແລ້ວ ແມ່ນວ່າ ຢູນີເຊັຟ ຈະສນັບ ສນູນ ຣັຖບານ ໃນການຮ່າງ ນະໂຍບາຍ ນັ້ນ ໃນອີກ ບໍ່ເທົ່າໃດ ປີ ຂ້າງໜ້າ ນີ້. ປັຈຈຸບັນ ໂຄງການ ສ່ວນໃຫຍ່ ຖືກ ປະຕິບັດ ໂດຍອົງການ ແອັນຈີໂອ ທີ່ບໍ່ຂຶ້ນ ກັບ ຣັຖບານ ແລະ ຕ່າງປະເທດ ທີ່ ໃຫ້ການ ບໍຣິຈາກ ໃນເມື່ອ ເຈົ້າໜ້າທີ່ ວິຊາການ ທີ່ ຊໍານານງານ ຂອງ ຣັຖບານ ລາວ ຍັງຂາດເຂີນ.

ເຈົ້າໜ້າທີ່ ສະຫະ ປະຊາຊາດ ເວົ້າວ່າ ການໃຊ້ຈ່າຍ ງົບປະມານ ຍັງຖືກເກັບ ເປັນ ຄວາມລັບ ຊຶ່ງ ບໍ່ຮູ້ວ່າ ຣັຖບານ ລາວ ໄດ້ອອກ ໜ້ອຍຫລາຍ ປານໃດ ໃນ ຂແນງການ WASH ຊຶ່ງ ປະກອບ ດ້ວຍການ ເຂົ້າເຖິງ ນໍ້າ ທີ່ປອດພັຍ ເຣື່ອງ ສຸຂອະນາມັຍ ແລະ ເຣື່ອງ ສຸຂ-ວິດຖ່າຍ ຕ່າງໆ ນັ້ນ.

ຫາກເວົ້າເຖິງ ສະພາບການ ບໍ່ມີ ຫ້ອງນໍ້າ ຫລື ວິດຖ່າຍ ຢູ່ ປະເທດ ອື່ນ ຄື ອິນເດັຽ ແລ້ວ ຂ່າວ ເອແອັຟພີ ກໍໄດ້ ຣາຍງານ ເມື່ອ ບໍ່ດົນ ມານີ້ ວ່າ ການຖ່າຍ ກາງແຈ້ງ ເປັນບັນຫາ ຮ້າຍແຮງ ທາງ ສຸຂພາບ ແລະ ສັງຄົມ ຢູ່ ອິນເດັຽ ໂດຍສະເພາະ ສໍາລັບ ແມ່ຍິງ ອິນເດັຽ ຫລາຍ ລ້ານຄົນ ໃນເຂດ ຊົນນະບົດ ທີ່ ຕ້ອງຕົກ ເປັນເຫຍື່ອ ຂອງ ການຖືກ ຂົ່ມຂືນ ແລະ ການທໍາຮ້າຍ ຮ່າງກາຍ ເມື່ອຕ້ອງ ອອກຈາກ ເຮືອນ ໃນຍາມ ກາງຄືນ ເພື່ອ ໄປຖ່າຍ ຢູ່ກາງ ທົ່ງໄຮ່ ທົ່ງນາ.

ນີ້ເປັນເຣື່ອງ ທີ່ ຫລາຍຄົນ ອາຈ ບໍ່ຄາດຄິດ ເລີຍວ່າ ຈະເປັນພັຍ ອັນຕະຣາຍ ເຖິງພຽງນີ້ ຍ້ອນຫ້ອງນໍ້າ. ຢ່າງໃດ ກໍຕາມ ນາຍົກ ຣັຖມົນຕຣີ ອິນເດັຽ Narendra Modi ກໍໄດ້ ປະກາດ ແລ້ວວ່າ ພາຍໃນ 4 ປີ ຂ້າງໜ້າ ເຮືອນ ທຸກຫລັງ ຄວນມີ ຫ້ອງນໍ້າ ໃຊ້ ຢ່າງໜ້ອຍ 1 ຫ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.