ອົງການສາກົລ ຮ່ວມກັບຣັຖບານ ຊ່ວຍປັບປຸງຊີວິດ ຄົນງານແມ່ຍິງລາວ ໃນຕ່າງປະເທດ
2023.03.22

ໃນໄລຍະບໍ່ດົນມານີ້, ທ່ານ Vincent Vire' ຫົວໜ້າຝ່າຍຄວາມຮ່ວມມືຂອງ ອົງການສະຫະພາບຢູໂຣບ ປະຈໍາປະເທດລາວ ໄດ້ກ່າວ ໃນກອງປະຊຸມຄະນະທີ່ປືກສາ ແຫ່ງຊາຕລາວ ວ່າດ້ວຍເຣື່ອງ “ຄວາມປອດພັຍ ແລະ ຄວາມຍຸຕິທັມ” ການສົ່ງເສີມໃຫ້ແມ່ຍິງລາວ ໄດ້ຕນັກຮູ້ກ່ຽວກັບສິດ ແລະ ໂອກາດ ເມື່ອເດີນທາງໄປເຮັດວຽກຢູ່ຕ່າງປະເທດວ່າ ປຈຸບັນມີຄົນງານລາວຫລາຍກ່ວາ 1.3 ລ້ານຄົນ ອາສັຍຢູ່ຕ່າງປະເທດ ໃນນີ້ ປະມານ 56% ແມ່ນເປັນເພດຍິງ. ກ່ຽວກັບເຣື່ອງນີ້, ທາງດ້ານອົງການ ສະຫປະຊາຊາຕ ແລະ ສະຫະພາບຢູໂຣບ ຮ່ວມກັບກະຊວງແຮງງານ ແລະ ສວັດດີການສັງຄົມຂອງປະເທດລາວ ວາງແຜນປັບປຸງຊີວິດ ຄວາມເປັນຢູ່ຂອງຄົນງານລາວ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງສ່ວນຫລາຍເປັນແມ່ຍິງ ຫລັງຈາກພົບສິ່ງທ້າທາຍ ແລະ ຄວາມສ່ຽງຫລາຍຢ່າງ ເປັນຕົ້ນ ການຖືກຂູດຮີດຄ່າຈ້າງແຮງງານ ແລະ ສ່ຽງຕົກເປັນເຫຍື່ອການຄ້າມນຸສ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 22 ມີນາ 2023 ນີ້ວ່າ:
“ຄວາມສ່ຽງຂອງຜູ້ອອກແຮງງານ ໂຕນີ້ກໍມີປະກົດການໂຕນີ້ຄືກັນເນາະ ໂດຍສະເພາະປະກົດການຄ້າມະນຸສ ເພດຍິງກໍຖືກຕົກເປັນໂສເພນີ ຖ້າວ່າເວົ້າເຣື່ອງແຮງງານຊາຍ ກໍຈະເປັນເອົາລັດເອົາປຽບກັນ ຈັ່ງຊີ້ນ່າ ເວົ້າເຣື່ອງຄ່າແຮງງານ ມັນກໍບໍ່ໄດ້ເຕັມເມັດເຕັມສ່ວນຫັ້ນນ່າ ໄລຍະຜ່ານມານີ້ກໍຍັງບໍ່ທັນມີທີ່ວ່າ ແບບເປັນຕົນໂຕເນາະ ແບບວ່າ ເຂົາຈະບໍ່ເຂົ້າມາ ຂໍຄໍາຮ້ອງນໍາຈຸດບໍຣິການຈັດຫາງານ.”
ທາງດ້ານ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ພຍາຍາມໂຄສະນາ-ປະຊາສັມພັນ ໃຫ້ແກ່ຊາວໝຸ່ມລາວ ທີ່ຕ້ອງການເດີນທາງໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງສ່ວນຫລາຍມີອາຍຸສະເລັ່ຽປະມານ 28 ປີ ແລະ ມີລະດັບການສຶກສາ ລະດັບພື້ນຖານ ແຕ່ເຖິງຢ່າງໃດກໍຕາມ ເນື່ອງຈາກງົບປະມານບໍ່ພຽງພໍ ປະກອບກັບ ສື່ສັງຄົມອອນລາຍນ໌ແຜ່ຫລາຍ ຈຶ່ງເຮັດໃຫ້ຊາວໝຸ່ມລາວ ທີ່ອາສັຍຢູ່ໃນພື້ນທີ່ຫ່າງໄກສອກຫລີກ ຖືກຄົນໃກ້ຕົວຕົວະໄປເຮັດວຽກແບບບໍ່ຖືກກົດໝາຍ ຢູ່ຕ່າງປະເທດຢ່າງຕໍ່ເນື່ອງ.
ດັ່ງ ເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ເວົ້າເຣື່ອງການໂຄສະນາເນາະ ເວົ້າເຣື່ອງການໂຄສະນາຢູ່ໃນທ້ອງຖິ່ນ ຫັ້ນນ່າ ພວກເຮົາກໍຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນເນາະ ແຕ່ອັນນຶ່ງ ອີກປັດຈັຍນຶ່ງກໍ ກໍຕິດພັນຢູ່ກັບແຮງງານຢູ່ຊົນບົດ ນີ້ກໍແຮງງານຢູ່ຊົນບົດນີ້ນ່າ ເຂົາກໍບໍ່ໄດ້ເຂົ້າໃຈ ສ່ວນຫລາຍນີ້ ໄປອອກແຮງງານນີ້ ລັກສະນະແບບອາຈເອົາໄປແບບ ຮູ້ມາຈາກອອນລາຍນ໌ ຫລື ວ່າໝູ່ເພື່ອນ ປະມານນີ້ ແລ້ວກໍໄປເນາະ.”
ທ່ານກ່າວຕື່ມວ່າ ສໍາລັບບັນຫາກ່ຽວກັບການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດຂອງຄົນງານ ໃນປັດຈຸບັນນີ້ ໂຕຢ່າງນຶ່ງແມ່ນ ບັນດາເດັກນ້ອຍ ແລະ ຊາວໝຸ່ມລາວເພດຍິງ ຖືກຊັກຊວນເດີນທາງໄປເຮັດວຽກຢູ່ປະເທດຈີນ ຜ່ານສື່ສັງຄົມອອນລາຍນ໌ ທັງທີ່ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ເຮັດ MOU ເພື່ອຈັດສົ່ງຄົນງານລາວໄປເຮັດວຽກຢູ່ປະເທດຈີນ ແບບຖືກກົດໝາຍເທື່ອ ຈຶ່ງເຮັດໃຫ້ພວກຂະເຈົ້າຫລາຍຄົນ ຖືກກັກຂັງ, ຕ້ອງເຮັດວຽກໜັກ ແລະ ຖືກລ່ວງລະເມີດທາງເພດ.
ສໍາລັບຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ປະເທດໄທຍ ແບບບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນ ໄດ້ຮັບການຊັກຊວນຈາກຍາດຕິພີ່ນ້ອງ ຫລື ຄົນໃກ້ຕົວ, ສມັກວຽກແລະປະສານນາຍໜ້າ ຜ່ານສື່ສັງຄົມອອນລາຍນ໌ ຫລື ເຂົ້າເປັນແຮງງານຕາມລະບົບ MOU ແຕ່ພັດໂຕນຫນີ ເມື່ອເດີນທາງຮອດປະເທດໄທຍ ຍ້ອນເຫຕຜົລດັ່ງກ່າວນີ້ ໄດ້ເຮັດໃຫ້ພວກຂະເຈົ້າຕົກຢູ່ໃນຄວາມສ່ຽງທີ່ບໍ່ໄດ້ຮັບເງິນຄ່າຈ້າງ ແລະ ຖືກນາຍຈ້າງ ຫລື ນາຍໜ້າ ຍືດເອກສານ ແລະ ຂາຍຕໍ່ ຈົນບໍ່ສາມາດຂໍຄວາມຊ່ວຍເຫລືອຜູ້ໃດໄດ້.
ດັ່ງ ພະນັກງານ ບໍຣິສັດ ຈັດຫາງານ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ໄປແບບທີ່ວ່າ ແນະນໍາກັນໄປເສີຍໆ ບໍ່ຜ່ານຣະບົບ MOU ຂອງຣັຖ ກໍຊິເຮັດໃຫ້ນາຍຈ້າງທີ່ເອົາປຽບ ຄືນຶ່ງບໍ່ຈ່າຍເງິນ ໃຫ້ຕາມທີ່ຕົກລົງກັນ ແລະ ສອງ ຖືກນາຍຈ້າງຂາຍແຮງງານຕໍ່ ຂາຍໄປຕໍ່ ໂດຍທີ່ເອົາໄປບໍ່ຮູ້ຈັກຕົ້ນທາງ ເວລານັ້ນ ກໍບໍ່ສາມາດແຈ້ງພາກສ່ວນກ່ຽວຂ້ອງ ຫລືວ່າ ແຈ້ງໃຫ້ທາງພາກຣັຖຊ່ອຍເຫລືອໄດ້.”
ທີ່ຜ່ານມາ ຄົນງານລາວເພດຍິງ ທີ່ເດີນທາງໄປເຮັດວຽກຢູ່ປະເທດໄທຍ ສ່ວນຫລາຍປະກອບອາຊີບ ເປັນແມ່ບ້ານຢູ່ຕາມເຮືອນ ຫລື ເຮືອນພັກ-ໂຮງແຮມ, ເປັນພະນັກງານເສີປຢູ່ຮ້ານອາຫານ, ເປັນກັມມະກອນຢູ່ຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ຫລື ໂຮງຈັກ -ໂຮງງານ ແລະ ເຮັດວຽກດ້ານການກະເສດ ໂດຍສ່ວນຫລາຍເປັນການເຮັດວຽກ ແບບຜິດກົດໝາຍ.
ດັ່ງ ແມ່ຍິງລາວທີ່ເຮັດວຽກເປັນພະນັກງານເສີບ ຢູ່ຮ້ານອາຫານ ໃນນະຄອນຫລວງບາງກອກ ນາງນຶ່ງກ່າວວ່າ:
“ສ່ວນຫລາຍເພິ່ນຈະເຂົ້າແຕ່ຮ້ານອາຫານເລີຍ ຮ້ານອາຫານອັນນີ້ກໍຕ້ອງຕິດຕໍ່ນໍາ ພວກເອື້ອຍນ້ອງທີ່ເຄີຍມາເຮັດງານຢູ່ນໍາກັນກ່ອນ ກໍມາໆ ອ້າຍນ້ອງ ແລ້ວກໍຍາດຕິພີ່ນ້ອງແລ້ວຈຶ່ງມາ ເຣື່ອງນາຍຈ້າງບໍ່ຈ່າຍເງິນບໍ່ເຈົ້າ ຖ້າມີບັດເຮົາກໍແຈ້ງທາງສູນ ໄດ້ເລີຍ ແຕ່ຖ້າບໍ່ມີບັດ ເຮົາເຮັດຫຍັງບໍ່ໄດ້ເດີ້ ກໍຕ້ອງຍອມຮັບ ເພາະມາແບບຄົນເຖື່ອນ.”
ສໍາລັບຄົນງານລາວທີ່ເດີນທາງມາ ເຮັດວຽກຢູ່ປະເທດໄທຍ ແບບຖືກຕ້ອງຕາມກົດໝາຍນັ້ນ ຖ້າຫາກເກີດບັນຫາລະຫວ່າງການເຮັດວຽກ ພວກຂະເຈົ້າຈະດໍາເນີນການຕິດຕໍ່ ໄປຍັງໜ່ວຍງານຈັດສົ່ງແຮງງານທັນທີ ຂະນະທີ່ ຄົນງານລາວ ທີ່ເຮັດວຽກແບບຜິດກົດໝາຍ ພັດຮູ້ສືກຢ້ານທີ່ຈະຕ້ອງປະສານງານ ຂໍຄວາມຊ່ວຍເຫລືອ ໄປຍັງພາກສ່ວນທີ່ກ່ຽວຂ້ອງ.
ດັ່ງ ແມ່ຍິງລາວ ທີ່ເຮັດວຽກເປັນແມ່ບ້ານ ຢູ່ແຂວງ ໄຊຍະບຸຣີ ອີກນາງນຶ່ງກ່າວ.
“ມັນກໍແລ້ວແຕ່ຄົນ ໂຮງງານຕີ້ ໂຮງງານແລ້ວກໍແມ່ບ້ານ ເອອ ອັນນີ້ ເຄີຍເຮັດງານໂຮງແຮມຫັ້ນນ່າ ເປັນແມ່ບ້ານໂຮງແຮມ ກໍເລີຍເຮັດງານໂຮງແຮມ (ກໍຣະນີທີ່ເກີດບັນຫາລະຫວ່າງເຮັດວຽກ) ລາອອກ ບາງຄົນກໍໄດ້ ບາງຄົນກໍບໍ່ໄດ້ ກໍພໍສົມຄວນ.”
ອີງຕາມກອບຄວາມຮ່ວມມື ດ້ານການພັທນາແບບຍືນຍົງ ຂອງປະເທດລາວ-ສະຫະປະຊາຊາຕ ລະຫວ່າງ 2022-2026 ລະບຸວ່າ ຄົນງານລາວເພດຍິງ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ຍັງປະສົບບັນຫາ ຄວາມບໍ່ຢັ້ງຢືນໃນການປະກອບອາຊີບ, ສ່ຽງຕໍ່ການຖືກຂູດຮີດແຮງງານ ແລະ ຖືກລ່ວງລະເມີດທາງເພດຫລາຍກ່ອນເພດຊາຍ ອີກທັງ ການເຂົ້າເຖິງການ ບໍຣິການດ້ານສຸຂພາບ ແລະ ການຊ່ວຍເຫລືອດ້ານກົດໝາຍ ຍັງມີຢູ່ຢ່າງຈໍາກັດ.
ກ່ອນໜ້ານີ້ ໃນໄລຍະຕົ້ນເດືອນ ກຸມພາ 2023 ທີ່ຜ່ານມາ ຍານາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສວັດດິການສັງຄົມ ກ່າວວ່າ ມີຄົນງານລາວທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ທີ່ຈັດສົ່ງໂດຍທາງການລາວ ຢູ່ປະເທດໄທຍ ຈໍານວນ 97,799 ຄົນ ເປັນເພດຍິງ 51,728 ຄົນ, ປະເທດຍີ່ປຸ່ນ ຈໍານວນ 626 ຄົນ ເປັນເພດຍິງ 241 ຄົນ ແລະ ປະເທດ ເກົາຫລີໃຕ້ ຈໍານວນ 969 ຄົນ ເປັນເພດຍິງ 192 ຄົນ.
ໃນລະຫວ່າງປີ 2013-2017 ຄອບຄົວຊາວລາວທີ່ໄດ້ຮັບເງິນຊ່ວຍເຫລືອ ຈາກຜູ້ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ມີອັດຕຣາສ່ວນຄວາມທຸກຍາກ ໃນພື້ນທີ່ເຂດນອກຫລຸດລົງປະມານ 7.6% ແລະ ໃນປີ 2021 ຄົນງານລາວທີ່ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ສາມາດສົ່ງເງິນກັບປະເທດໄດ້ປະມານ 435 ລ້ານໂດ່ລ້າ ສະຫະຣັຖ ຫລື ຄິດເປັນ 2% ຂອງ GDP ເຊິ່ງ ຫລາຍກ່ອນເງິນຊ່ອຍເຫລືອທີ່ໄດ້ຮັບຈາກຕ່າງປະເທດໃນແຕ່ລະປີ, ອີງຕາມບົດຣາຍງານຂອງ ອົງການຈັດຕັ້ງສາກົລ ເພື່ອການເຄື່ອນຍ້າຍຖິ່ນຖານປະຈໍາປະເທດລາວ.