ເຣື້ອງທີ່ເກັບບັນທຶກໄວ້
2022-03-29
ຄົນຈີນທຳຮ້າຍຮ່າງກາຍຄົນລາວ ເກີດຂຶ້ນໃນປະເທດລາວ ເປັນປະຈຳ ຊຶ່ງກໍ່ມີທັງຜູ້ຊາຍຈີນຕີກັບຜູ້ຊາຍຄົນລາວ ແລະຫຼາຍເທື່ອກໍແມ່ນ ຜູ້ບ່າວຈີນຕີແມ່ຍິງລາວ ເຖິງຢ່າງກໍຕາມ ມີຫຼາຍເທື່ອ ທີ່ຜູ້ກະທຳຜິດ ບໍ່ໄດ້ຮັບການລົງໂທດ ຕາມກົດໝາຍລາວ.
2022-03-25
ທາຣົກຍິງ-ຊາຍ ອາຍຸ ນັບແຕ່ 0-23 ເດືອນ ແລະ ແມ່ຍິງ ໃນ 44 ບ້ານເປົ້າໝາຍ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ໄດ້ຮັບການຊ່ວຍເຫຼືອ ຈາກສາກົລ ທາງດ້ານບໍຣິຫານສຸຂພາບ, ໂພຊະນາການ, ນໍ້າສະອາດ ແລະ ສຸຂອະນາມັຍ ຫລັງຈາກ ຮ້ອງຂໍມາເຫິງນານ.
2022-03-25
ຕໍາຣວດ ນະຄອນຫລວງວຽງຈັນ ແກ້ໄຂບັນຫາ ການຄ້າປະເວນີ ແລະສຶກສາອົບຮົມ ແມ່ຍິງທີ່ຂາຍ ບໍຣິການທາງເພດ 112 ຄົນ, ໃນນັ້ນ ໄດ້ສຶກສາອົບຮົມ 18 ຮ້ານ ແລະ ມີຮ້ານທີ່ຖືກ ດໍາເນີນຄະດີ 4 ຮ້ານ.
2022-03-21
ຄອບຄົວ ຂອງຜູ່ທີ່ເສັຽຊີວິດ ພາຍຫຼັງອອກລູກ ຢູ່ໂຮງໝໍແຂວງສວັນນະເຂດ ໄດ້ຍື່ນໜັງສືຮ້ອງທຸກ ໄປຍັງຜແນກ ສາທາຣະນະສຸກແຂວງ ເພື່ອໃຫ້ສືບສວນຫາ ສາເຫດ ຂອງການເສັຽຊີວິ ຜູ່ທີ່ເປັນລູກສາວ.
2022-03-17
ກຸ່ມ ຍິງ-ຊາຍ 9 ຄົນ ແລະ ຄົນຈີນອີກ 1 ຄົນ ຖືກເຈົ້າໜ້າທີ່ ດໍາເນີນຄະດີແລ້ວ ໃນຂໍ້ຫາຖ່າຍທອດສົດ ທັງຮູບ ແລະວີດີໂອລາມົກ ອານາຈານ ອອກສື່ສັງຄົມອອນລາຍນ໌ ຊຶ່ງກຸ່ມຄົນດັ່ງກ່າວ ແມ່ນມີອາຍຸ ຕັ້ງແຕ່ 18-36 ປີ.
2022-03-15
ເດັກນ້ອຍ ອາຍຸຕໍ່າກວ່າ 2 ປີ ຢູ່ແຂວງສາຣະວັນ ທີ່ໄດ້ຮັບການຊ່ອຍເຫລືອ ດ້ານອາຫານ, ແຕ່ເຄິ່ງນຶ່ງຍັງຂາດ ສານອາຫານ ເຮັດໃຫ້ຮ່າງກາຍ ເດັກນ້ອຍ ເຕີບໂຕ ບໍ່ໄດ້ມາຕຖານ ເຊັ່ນລວງສູງ ແລະ ນ້ຳໜັກ ຖ້າທຽບໃສ່ ອາຍຸຂອງເດັກ ແມ່ນຕ່ຳກວ່າ ມາຕຖານ.
2022-03-08
ໂຮງຮຽນສາມັນ ກິນນອນຊົນເຜົ່າ ເມືອງນໍ້າບາກ ຢູ່ແຂວງຫຼວງພຣະບາງ ຍັງຕ້ອງການ ຄວາມຊ່ອຍເຫຼືອຫຼາຍຢ່າງ ເປັນຕົ້ນງົບປະມານ ດ້ານອາຫານ ແລະອື່ນໆ ເພື່ອຊ່ອຍເຫຼືອນັກຮຽນ ບັນດາເຜົ່າ ເຂົ້າໂຮງຮຽນແຫ່ງນີ້ ເນື່ອງຈາກ ງົບປະມານ ທີ່ພາກຣັຖຊ່ອຍເຫຼືອ ບໍ່ພຽງພໍ.
2022-03-07
ແມ່ຍິງລາວຍັງ ໄດ້ຮັບຄວາມ ບໍ່ເປັນທັມ ຈາກຄວາມບໍ່ສເມີພາບ ກັບຜູ້ຊາຍ, ປະເຊີນກັບ ຄວາມຮຸນແຮງ ແລະ ການຄ້າມະນຸດຢູ່ ເຖິງແມ່ນທາງການລາວ ເວົ້າມາຕລອດ, ຮວມທັງໃນໂອກາດ ວັນແມ່ຍິງສາກົນ, ວ່າ ຈະພະຍາຍາມ ຫລຸດຜ່ອນ ແລະລົບລ້າງບັນຫາ ດັ່ງທີ່ກ່າວມາ ນັ້ນກໍຕາມ.