ກຸ່ມຄົນ ທີ່ຖ່າຍທອດສົດ ວີດີໂອໂປ້ ຖືກດຳເນີນ ຄະດີ
2022.03.17
ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ແລະອໍານາດການປົກຄອງບ້ານດອນນົກຂຸ້ມ ໄດ້ກວດຄົ້ນເຮືອນໃຫຍ່ທັນ ສມັຍຫລັ່ງນຶ່ງໃນມື້ວັນທີ 24 ກຸມພາທີ່ຜ່ານມາ ພົບ 10 ຄົນ ຊຶ່ງໃນນັ້ນເປັນຍິງລາວ 6 ຄົນ, ອາຍຸ 18 ປີ ຫາ 23 ປີ, ເປັນຊາຍລາວ 3 ຄົນ, ອາຍຸ 19 ປີ ຫາ 32 ປີ ແລະຜູ້ຊາຍຈີນອີກ 1 ຄົນ ຊື່ ຫວັງ ມິງຄາຍ, ອາຍຸ 36 ປີ, ອາຊີບຄ້າຂາຍ ທີ່ເປັນຄົນຊັກຊວນເອົາຄົນລາວທັງ 9 ຄົນໄປຖ່າຍຮູບແລະ ວີດີໂອລາມົກ ຖ່າຍທອດສົດຜ່ານແອັບ BIGO Live ຢູ່ເຮືອນເລກທີ 044 ໜ່ວຍ 2 ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ.
ຜູ້ຕ້ອງຫາທັງ 10 ຄົນນັ້ນ ໄດ້ຖືກດໍາເນີນຄະດີແລ້ວ ເມື່ອກາງເດືອນມິນານີ້ ພາຍຫລັງທີ່ໄດ້ຖືກຄວບຄຸມໄປກັກຕົວໄວ້ຕາມມາຕການປ້ອງກັນ ແລະຄວບຄຸມການແພ່ຣະບາດຂອງເຊື້ອ ໂຄວິດ-19 ເປັນເວລາ 14 ມື້ ດັ່ງເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 17 ມິນານີ້ວ່າ:
“ເອືອ ຜ່ານມາກໍໄດ້ສະກັດກັ້ນໄດ້ຢູ່ ໂຕນີ້. ກໍດໍາເນີນຄະດີໄປຕາມຂັ້ນຕອນຂອງລາວຫັ້ນແຫລະ ໂຕນີ້ ມັນກໍວ່າຄ້າໂສເພນີ ແລ້ວຫັ້ນນ່າເຜີຍແຜ່ ສິ່ງລາມົກທາງອອນລາຍນ໌ ທາງຄອມພິວເຕີນີ້ຫັ້ນນ່າ.”
ພໍ່ຄ້າຄົນຈີນທີ່ວ່ານີ້ ເປີດຮັບເອົາຄົນເຂົ້າເຮັດວຽກ ເປັນຄົນຂາຍເຄື່ອງຜ່ານທາງອອນລາຍນ໌, ເຮັດວຽກມື້ນຶ່ງ 4 ຊົ່ວໂມງ ແລະໄດ້ຄ່າແຮງງານ 500,000 ກີບ, ຜູ້ກ່ຽວປະກາດເອົາຄົນໜ້າຕາດີ ແລະເວົ້າເກັ່ງ. ແຕ່ຄວາມເປັນຈິງ ເມື່ອໄດ້ເຂົ້າໄປເຮັດວຽກແລ້ວ ຖືກບັງຄັບໃຫ້ຖ່າຍຮູບ ແລະວີດີໂອລາມົກ ເຜີຍແພ່ຜ່ານທາງສື່ສັງຄົມອອນລາຍນ໌ຂອງຈີນ.
ດັ່ງຊາວນະຄອນຫລວງວຽງຈັນນາງນຶ່ງ ທີ່ຮູ້ເຣື່ອງນີ້ເວົ້າໃນມື້ດຽວກັນນີ້ວ່າ:
“ຂະເຈົ້າຫັ້ນຕົວະເປັນຽກໄລສົດ ເລີ່ມໃຫ້ 500,000 ກີບ ແລ້ວແຕ່ແຂກວ່າຊີ້ ຄັ້ງທໍາອິດສິວ່າໄປໄລຂາຍເຄື່ອງ ແລ້ວຂະເຈົ້າກໍໄປ ໝູ່ທີ່ເຄີຍຖືກຕົວະໄປ ກໍວ່າເປັນຄົນຈີນ ຂະເຈົ້າວ່າຕໍ່ມື້ 4 ຊົ່ວໂມງບໍ່ ຄືບາງບ່ອນຂະເຈົ້າລ້ຽງເຂົ້າ ຢູ່ນໍາເລີຍມັນແລ້ວແຕ່ແຂກຢູ່ບໍ່ ຄົນຕ່າງຊາດ ເປັນແອັບຈີນ... ມັນຄ້າຍໆຄື BIGO Live ແຕ່ມັນບໍ່ແມ່ນ.”
ນາງເວົ້າຕື່ມວ່າ ບັນຫາຊາຍໜຸ່ມ ແລະຍິງໜຸ່ມລາວຈໍານວນນຶ່ງ ຖືກຕົວະໄປຖ່າຍຮູບ ແລະວີດີໂອໂປ້ ເຣື່ອງເພດສໍາພັນ ແລ້ວເຜີຍແພ່ທາງສື່ສັງຄົມອອນລາຍນ໌ນັ້ນ ເກີດຂຶ້ນຢູ່ເລື້ອຍໆ ຊຶ່ງເລິ້ມແພ່ຫລາຍມາຕັ້ງແຕ່ທ້າຍປີກາຍ. ເຖິງແມ່ນວ່າເຈົ້າໜ້າທີ່ຈະສະກັດກັ້ນ ແລະດໍາເນີນຄະດີ ລົງໂທດຜູ້ກະທໍາຜິດແນວໃດກໍຕາມ ແຕ່ກໍຍັງມີຊາຍໜຸ່ມ ແລະຍິງໜຸ່ມລາວຈໍານວນນຶ່ງ ຕົກເປັນເຫລື່ອຂອງພວກເຂົາຢູ່.
ແລະແມ່ຍິງລາວ ທີ່ຮູ້ເຣື່ອງນີ້ອີກນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 17 ມິນານີ້ວ່າ ຫລັງຈາກການຖ່າຍທອດສົດຮູບ ແລະວີດີໂອໄປ້ ໂດຍໃຊ້ເວລາຖ່າຍທັງໝົດມື້ນຶ່ງປະມານ 2-3 ຊົ່ວໂມງນັ້ນແລ້ວ, ແຕ່ລະຄົນໄດ້ຮັບເງິນຄ່າຈ້າງບໍ່ເທົ່າກັນ, ຂຶ້ນຢູ່ກັບຈໍານວນຄົນເບິ່ງ, ຫາກຜູ້ໃດມີຄົນເຂົ້າເບິ່ງຫລາຍ ກໍໄດ້ເງິນຫລາຍ.
“ເປັນໄລສົດຜ່ານແອັບ ຈະເປັນແອັບປລີເຄຊັນຕ່າງໆ 2 ຊົ່ວໂມງ 3 ຊົ່ວໂມງ ຂັ່ນຕໍ່າແມ່ນ 2 ຊົ່ວໂມງຕໍ່ມື້ ແຕ່ກໍຈະມີຍອດໃຫ້ເຮົາເບິ່ງ ຫັ້ນນ່າວ່າ ເຮັດຕ້ອງເຮັດຂອງຂັວນ ກໍຈະໄດ້ເງິນ 5 ພັນບາດ. ຖ້າຄັນເຮົາໄດ້ຂອງຂັວນ ເງິນເດືອນເຮົາກໍຈະໄດ້ເພີ່ມຂຶ້ນ. ຂອງຂັວນນີ້ຈະເປັນມາຈາກ user ກໍຄືແມ່ນຄົນເບິ່ງ ເຈົ້າມັກຄົນໃດລະເອົາຄົນນີ້ ງາມເນາະ ຈັ່ງຊັ້ນຈັ່ງຊີ້ເນາະ ຂະເຈົ້າກໍຈະໄປເຕີມເງິນ ສົ່ງເປັນຂອງຂັວນມາໃຫ້ເຮົາ.”
ນັກກົດໝາຍລາວທ່ານນຶ່ງ ຜູ້ທີ່ຮູ້ເຣື່ອງທີ່ວ່ານັ້ນເວົ້າໃນມື້ດຽວກັນນີ້ວ່າ ຜູ້ກະທໍາຄວາມຜິດ ບໍ່ວ່າຈະເປັນຄົນສັນຊາດໃດ ກໍຕ້ອງໄດ້ຮັບໂທດຕາມທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍລາວ ຮວມັງກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນອາຊຍາກໍາທາງລະບົບຄອມພິວເຕີ ປີ 2015.
“ໂຕນີ້ແມ່ນ ກໍຈະບໍ່ໄດ້ຈໍາແນກວ່າ ຈະເປັນຄົນລາວຄົນຕ່າງປະເທດ ແມ່ນໃຜກໍໄດ້ ມາຕຖານດຽວກັນເລີຍ ລົງໂທດໃນສະຖານດຽວກັນເລີຍ ແມ່ນເປັນເຊື້ອມູນນຶ່ງ ໃນການຄ້າມະນຸດເນາະ ເຣື່ອງບັງຄັບເປັນໂສເພນີບໍ່ ຫລືວ່າເຣື່ອງຖ່າຍຄລິບວິດິໂອລົງ social media ກໍຣະນີແບບນີ້ກໍຄື ອາຈມີຫລາຍຂໍ້ຫາໃນການກະທໍາອັນນຶ່ງ.”
ທ່ານເວົ້າຕື່ມວ່າ ສໍາລັບຜູ້ຊົມໃຊ້ສື່ສັງຄົມອອນລາຍນ໌ ແລະໄດ້ເຜີຍແຜ່ຮູບ ແລະວີດີໂອທີ່ເຂົ້າຂ່າຍສິ່ງລາມົກນັ້ນ ກໍມີຄວາມຜິດ ແລະຈະຖືກດໍາເນີນຄະດີຕາມກົດໝາຍຄືກັນ ແຕ່ມີໂທດໜ້ອຍກວ່າຜູ້ກະທໍາຕົວຈິງ.
ອີງຕາມກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນອາຊຍາກໍາທາງລະບົບຄອມພິວເຕີ ປີ 2015, ມາດຕຣາ 14 ລະບຸວ່າ ສິ່ງລາມົກແມ່ນຂໍ້ມູນທີ່ມີເນື້ອໃນສະແດງອອກຢ່າງຈະແຈ້ງ ເປັນຕົ້ນ ຮູບ, ພາບເຄື່ອນໄຫວ, ສຽງ ແລະວີດີໂອ ທີ່ກ່ຽວກັບອະວັຍຍະວະເພດ ແລະພຶດຕິກໍາທາງເພດຂອງຄົນ ແລະເມື່ອເວົ້າເຖິງການລົງໂທດຜູ້ກະທໍາຄວາມຜິດ ທີ່ໄດ້ເຜີຍແພ່ສິ່ງລາມົກ, ມາດຕຣາ 62 ວ່າດ້ວຍມາດຕະການທາງອາຍາ ຂໍ້ 6 ລະບຸວ່າ ການເຜີຍແພ່ສິ່ງລາມົກຜ່ານລະບົບຄອມພິວເຕີ ຈະຖືກລົງໂທດຕັດອິດສະຣະພາບແຕ່ 1 ປີຫາ 5 ປີ ແລະຈະຖືກປັບໃໝແຕ່ 5,000,000 ກີບຫາ 30,000,000 ກີບ.
ເມື່ອກ່ອນໜ້ານີ້ ໃນທ້າຍປີກາຍ ເຈົ້າໜ້າທີ່ກອງບັນຊາການຕໍາຣວດເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະອໍານາດການປົກຄອງບ້ານປາກທ້າງ ກໍໄດ້ກວດຄົ້ນຫ້ອງເຮືອນແຫ່ງນຶ່ງຢູ່ໃນເຂດບ້ານນັ້ນ ແລະພົບ 16 ຄົນ ຊຶ່ງໃນນັ້ນເປັນຄົນຈີນ 2 ຄົນ ແລະຄົນລາວ 14 ຄົນ. ໃນຈໍານວນຄົນລາວ 14 ຄົນນັ້ນ ເປັນແມ່ຍິງ 10 ຄົນ. ເຫັນແມ່ຍິງລາວ 2 ຄົນຢູ່ໃນສະພາບເປືອຍກາຍ ທີ່ກໍາລັງຖ່າຍວີດີໂດ ແລະຖ່າຍທອດສົດທາງເຟສບຸກຢູ່. ຄົນທັງໝົດຖືກເຈົ້າໜ້າທີ່ໄດ້ຄວບຄຸມຕົວ, ນໍາໄປສອບສວນ ແລະດໍາເນີນຄະດີຕາມກົດໝາຍ.