ສປຊ ຮຽກຮ້ອງໃຫ້ຊ່ອຍເຫຼືອ ຊາວໂຣຮິນຢາ

ສິດນີ
2020.03.09
F-Rohingya ຕໍາຣວດຮັກສາຊາຍຝັ່ງທະເລ ຊ່ອຍນໍາເອົາຊາວອົພຍົບ ໂຣຮິນຢາ ທີ່ ລອດຊີວິດຈາກເຫດການເຮືອຂວ້າມ ຢູ່ ທາງພາກໃຕ້ ຂອງປະເທດ ບລັງກາເທດ ວັນທີ 11 ເດືອນ ກຸມພາ 2020.
STR / AFP

ໃນມື້ວັນອັງຄານ ອາທີດນີ້ ອົງການສະຫະປະຊາຊາດ ໄດ້ຣົນນະຣົງ ໃຫ້ທົ່ວໂລກ ບໍຣິຈາກເງິນຊ່ອຍເຫລືອ ແກ່ຜູ້ອົພຍົບ ຊາໂຣຮິນຢາກວ່າ 8 ແສນຄົນ ທີ່ອົພຍົບຈາກປະເທດພ້າ ໄປລີ້ພັຍຢູ່ ສູນຜູ້ອົພຍົບ ໃນເຂດພາກຕາເວັນອອກສ່ຽງໃຕ້ ຂອງປະເທດ ບັງຄຣາເທດ ໃນຈຳນວນ ເງິນປະມານ 800 ລ້ານໂດລາ ໃນແຕ່ລະປີ.

ເງິນຈຳນວນດັ່ງກ່າວ ຈຳເປັນໃນການຢູ່ລອດຂອງຊາວໂຣຮິນຢາ ເພື່ອອາຫານ ການກິນ ເຄື່ອງນຸ່ງຫົ່ມ ຢາຮັກສາໂຣຄ ສ້າງບ່ອນຢູ່ອາສັຍ ແລະແຫລ່ງນ້ຳສະອາດ ຮ່ວມທັງ ສາທາຣະນະສຸຂ ແລະໂຮງຮຽນ ສຳລັບເດັກນ້ອຍ, ອິງຕາມຄຳຖແລງຂອງ ເຈົ້າຫນ້າທີ່ອົງການຂ້າຫຼວງ ໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ.

ທ່ານ FILIPPO GRANDI ຫົວຫນ້າຫ້ອງການຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບເວົ້າວ່າ ອົງການສາກົນ ກ່ຽວກັບຜູ້ລີ້ພັຍ ສະຫະປະຊາຊາດ ກັບຄູ່ຮ່ວມບໍຣິຈາກ ໄດ້ຮ່ວມກັນ ຣົນນະຣົງ ການຊອ່ຍເຫລືອ ແກ່ຊາວໂຣຮິນຢາ ພະມ້າ ໃນປີ 2020 ນີ້ ໃນຈຸດປະສົງ ເພື່ອສ້າງຄວາມປອດພັຍ ໃນຊີວິດການເປັນຢູ່ ຂອງພວກຂະເຈົ້າໃນສູນຜູ້ອົພຍົບໃນປະເທດບັງຄຣາເທດ ແລະຫຼັງຈາກບັນຫາການສູ້ຮົບກັນ ຄີ່ຄາຍລົງໃນພະມ້າ, ກຸ່ມດັ່ງກ່າວ ກໍຈະຖືກສົ່ງກັບຄືນພະມ້າ ແຕ່ກວ່າຈະຮອດມື້ນັ້ນ ສາກົນຕ້ອງໃຫ້ ການຊ່ອຍ ເຫຼືອຊາວໂຣຮິນຢາ ແລະ ປະເທດເຈົ້າພາບບັງຄຣາເທດ.

ເລີ້ມແຕ່ປີ 2017 ເປັນຕົ້ນມາ ມີຊາວໂຣຮິນຢາ ໄດ້ປົບຫນີ ຈາກພະມ້າຫລາຍແສນຄົນ ໄປລີ້ພັຍຢູ່ປະເທດບັງຄຣາເທດ ຍ້ອນກອງທັບພະມ້າ ໄດ້ດຳເນີນການ ປາບປາມກຸ່ມດັ່ງກ່າວ ຫລັງຈາກ ກຸ່ມຂະບົດຊາວໂຣຮິນຢາ ໂຈມຕີປ້ອມຕຳຣວດພະມ້າ ເຮັດໃຫ້ເຈົ້າຫນ້າທີ່ພະມ້າເສັຽຊິວິດ ຫລາຍຄົນ.

ຊາວໂຣຮິນຢາຫລາຍກຸ່ມ ທີ່ໂຕນຫນີຈາກພະມ້າ ວ່າງຫລັງໆມານີ້ ຫລາຍພັນຄົນ ກໍໄດ້ ໄປຮ່ວມກັບກຸ່ມ ທີ່ໂຕນໄປກ່ອນຫນ້ານີ້ ຫຼາຍແສນ ຄົນ ຊຶ່ງຈຳນວນໂຕເລກ ໃນປັດຈຸບັນຄາດວ່າ ປະມານກວ່າ 1 ລ້ານ ຄົນ.

ໃນການຕອບໂຕ້ ຕໍ່ການຮຽກຮ້ອງ ຂໍເງິນຊອ່ຍເຫລືອ ຈາກອົງການສະຫະປະຊາຊາດ ກອງທຶນ Athena Rayburn ຊຶ່ງເປັນກອງທຶນ ຊ່ອຍເຫລືອ ທາງດ້ານມະນຸສທັມ ແລະກໍເປັນຜູ້ຈັດການອົງການ ປົກປ້ອງເດັກນ້ອຍ ຜູ້ອົພຍົບ, ກ່າວໃນຖແລງການວ່າ  ຜູ້ອົພຍົບຫລາຍຄົນ ຍັງມີບັນຫາ ເຣື້ອງສຸຂພາບຈິດຫລາຍຢູ່ ຍ້ອນວ່າຂາດທີ່ຢູ່ອາສັຍ ແລະອາຫານການກິນ ຢາຮັກສາໂຣຄ ແລະວ່າ ເດັກນ້ອຍໃນສູນຜູ້ອົພຍົບ ຊີວິດຂອງພວກຂະເຈົ້າ ຂາດຄວາມຫວັງ ແລະລຳບາກ.

ທ່ານ Mostafa Hossain ຫົວຫນ້າຜແນກຖແລງຂ່າວ ຕໍ່ສື່ມວນຄົນ ສະຫະປະຊາຊາດ ປະຈຳປະເທດບັງຄຣາເທດ ເວົ້າວ່າ ເງິນທີ່ອົງການ ສະຫະປະຊາຊາດໄດ້ຮັບຈາກການບໍຣິຈາກ ວ່າງສອງປີກ່ອນນັ້ນ ແມ່ນໃກ້ຈະຫມົດແລ້ວ ເພາະເອົາໄປໃຊ້ໃນ ການຊ່ອຍຊີວິດຂອງຜູ້ອົພຍົບ ໃນນັ້ນ ຮວມທັງ ອາຫານການກິນ ທີ່ຢູ່ອາສັຍ ຢາຮັກສາໂຣຄ ແລະອື່ນໆ ແລະວ່າ ການຣົນນະຣົງ ເທື່ອນີ້ ແມ່ນເພື່ອຕ້ອງການ ການຊ່ອຍ ເຫລືອຕື່ມອີກ ໃນການຊ່ອຍເຫລືອຊິວິດ ການເປັນຢູ່ຂອງພວກຂະເຈົ້າ ແລະ ປະເທດທີ່ເປັນເຈົ້າພາບ ທີ່ປະເຊີນກັບບັນຫາ ດັ່ງກ່າວ.

ຄວາມພຍາຍາມຣະຫວ່າງ ຣັຖບານພະມ້າກັບປະເທດບັງຄຣາເທດ ທີ່ຈະສົ່ງຜູ້ອົພຍົບຊາວໂຣຮິນຢາ ກັບຄືນພະມ້າແບບສມັກໃຈ ໃນເດືອນ ສິງຫາປີ 2019 ຫລົ້ມແຫລວ ເຈ້າຫນ້າທີ່ບັງຄຣາເທດ ເວົ້າວ່າ ໃນຈຳນວນຜູ້ທີ່ຖືກ ສຳພາດ 3450 ບໍ່ມີຜູ້ໃດ ຢາກກັບຄືນໄປພະມ້າ.

ພະມ້າຖືວ່າ ຊາວໂຣຮິນຢາ ທີ່ອາສັຍຢູ່ ແຄ້ວນຣາໄຄ່ພະມ້າ ເປັນຄົນເຂົ້າເມືອງ ທີ່ຜິດກົດຫມາຍ ມາແຕ່ສມັຍເປັນອານານິຄົມອັງກິດ, ດັ່ງນັ້ນ ຈຶ່ງບໍ່ສາມາດ ຖືສັນຊາດພະມ້າໄດ້ ຈື່ງເຮັດໃຫ້ມີການຟ້ອງຮ້ອງກັນ ເກີດຂື້ນໃນສານໂລກ ຈາກອົງການ ສິດທິ ມະນຸດ ແລະເຜົ່າພັນ GAMBIA ຜູ້ຊຶ່ງຖືວ່າ ກຸ່ມຊາວໂຣຮິນຢາ ມີເຜົ່າພັນໃນແຄ້ວນຣາໄຄ່ ມາຫລາຍສັດຕະວັດແລ້ວ. ຍານາງ ອອງ ຊານ ຊູຈີ ຖືກສານໂລກ ເອີ້ນໄປ ໃຫ້ປາກຄຳ ໃນການຟ້ອງຮ້ອງ ດັ່ງກ່າວ.

ສານໂລກໄດ້ໃຫ້ຄຳພິພາກສາ ດັ່ງທີ່ບໍ່ເຄີຍມີມາກອ່ນ ໃນເດືອນມົກຣາ ຜ່ານມາວ່າຣັຖບານພະມ້າຕ້ອງວາງມາການຢ່າງເຂັ້ມງວດໃນການ ປົກປ້ອງ ການຂ້າລ້າງເຜົ່າພັນ ຊາວໂຣຮີນຢາ ໃນພະມ້າ ຊຶ່ງເປັນການຕັດສິນຄັ້ງສຸດທ້າຍ ຂອງສານໂລກ ໃນບັນຫາ ຊາວໂຣຮິນຢາ ໂດຍເວົ້າວ່າ ພະມ້າຣະເມີດສົນທິສັນຍາ ສະຫະປະຊາຊາດກ່ຽວກັບການ ຂ້າລ້າງເຜົ່າພັນ ສບັບປີ 1948 ໃນພຶດຕິກັມ ການປາບປາມ ຊາວໂຣຮິນຢາ ມາເປັນເວລາຫລາຍປີ ໃນພະມ້າ.

ການສ້າງຄວາມວຸ້ນວາຍຂອງຕໍ່ຊາວໂຣຮິນຢາ ຂອງທາງການພະມ້າ ໃນນັ້ນຮ່ວມດ້ວຍການຈູດບ້ານເຮືອນ ບ່ອນຢູ່ອາສັຍ ຂອງພວກຂະເຈົ້າ ເຮັດໃຫ້ຫລາຍຄົນເສັຽຊິວິດ ແລະ ຜູ້ທີ່ປົບຫນີຖ້າຖືກຈັບໄດ້ຈະຖືກທາຮຸນ ຂົ່ມຂືນທາງເພດ ສຳລັບຜູຍີງ ແລະ ຖືກກັກຂັງ ເປັນເວລາຫຼາຍ ເດືອນ ຫລືປີ, ອີງຕາມຄຳໃຫ້ການຂອງ ຫນ່ວຍສືບສວນ ສະຫະປະຊາຊາດ ຮ່ວມກັບການສິ້ງຊອມ ດ້ານສິດທິມະນຸດສາກົນ ແຕ່ຫ້ອງການ ຮັກສາຄວາມປອດພັຍ ຂອງຣັຖບານພະມ້າ ປະຕິເສດຕໍ່ຂໍ້ກ່າວຫາ ດັ່ງກ່າວ.

ຊາວໂຣຮິນຢາ ທ່ານນຶ່ງ ຜູ້ທີ່ຖືກອົພຍົບໄປຢູ່ປະເທດບັງຄຣາເທດ ວ່າງ 8 ປີ ກ່ອນຍ້ອນກຸ່ມ ສາສນາພຸດ ພະມ້າ ຫົວຮຸນແຮງຈູດເຜົາບ້ານ ເຮືອນຂອງພວກຂະເຈົ້າເວົ້າວ່າ:

"ຊິວິດການເປັນຢູ່ຂອງພວກຂະເຈົ້າ ໃນອານາຄົດ ຍັງມືດມົນຢູ່ ຍ້ອນວ່າ ຢູ່ໃນແບບສູນກັກຂັງ ຂາດການດູແລະແລະເບິ່ງແຍງ ຈາກຣັຖບານ ເປັນຄົນບໍ່ມີປະເທດ ແລະບໍ່ມີຈຸດຫມາຍປາຍທາງ ໃນຊິວິດ ຂອງພວກລູກໆ."

ພະມ້າເລີ້ມກົດຂີ່ຂົ່ມເຫັງ ແລະໂຈມຕີຊາວໂຣຮິນຢາ ໃນແຄ້ວນຣາໄຄ່ມາແຕ່ປີ 2012 ຕອນນັ້ນມີຄົນເສັຽຊິວິດ 200 ຄົນແລະຖືກໂຍກຍ້າຍ ກວ່າ 1 ແສນ 2 ຫມື່ນຄົນ. ກຸ່ມດັ່ງກ່າວຖືກບັງຄັບໃຫ້ ໄປຢູ່ສູນຜູ້ອົພຍົບ ໃນທົ່ວປະເທດພະມ້າ ໃນເວລານັ້ນ. ບ່ອນຢູ່ອາສັຍຂອງ ຊຸມຊົນໂຣຮິນຢາ ໃນພະມ້າ ຖືກຈູດ, ໃນນັ້ນຮ່ວມດ້ວຍ ເຂດເມືອງນາຊີວາດ ຢູ່ໃນແຄ້ນຣາໄຄ່ ຊຶ່ງເປັນເຂດທີ່ໃຫຍ່ທີ່ສຸດ ໃນພະມ້າ ທີ່ຊາວໂຣຮິນຢາ ອາສັຍຢູ່ ຖືກທຳຮ້າຍຖີ້ມຫມົດ ຕໍ່ມາກໍເຂດອື່ນໆ ທີ່ຊາວໂຮຮິນຢາ ອາສັຍຢູ່ ກໍຖືກ ທະຫານພະມ້າ ແລະຊາວພຸດ ຫົວຮຸນແຮງ ຈູດ ແລະທຳຮ້າຍຫມົດ ຈຶ່ງເຮັດໃຫ້ຊາວໂຣຮິນຢາ ໂຕນຫນີໄປລີ້ພັຍ ຢູ່ສູນຜູ້ອົພຍົບ ໃນປະເທດບັງຄຣາເທດ ຫລາຍຂື້ນ ຈົນຮອດທຸກມື້ນີ້.

ເຫດການຄັ້ງໃຫຍ່ ທີ່ເຮັດໃຫ້ ທະຫານພະມ້າ ປາບປາມຊາວໂຣຮິນຢາ ຣາຍໃຫຍ່ ແມ່ນເກີດຂຶ້ນໃນປີ 2012 ຫລັງຈາກການຈາຣະຈົນ ເກີດຂຶ້ນ ຣະຫວ່າງຊົນເຜົ່າ, ຊາວໂຣຮີນຢາ ໄດ້ທຳການຈູດເຝົາບ້ານເຮືອນຊົນເຜົ່າອື່ນໆ ໃນເຂດພາກເຫນືອ ຂອງ ແຄ້ວນຣາໄຄ່ ຫລາຍເມືອງ ເປັນຕົ້ນ ເມືອງ ມັງດໍ ໂກມົວ ເວທາລີ ແລະ ຫລາຍເມືອງ ທີ່ມີຊົນເຜົ່າ ອື່ນອາສັຍຢູ່ ຮ່ວມທັງຄົນພະມ້າ.

ໃນການແກ້ແຄ້ນ ການກະທຳດັ່ງກ່າວ ທະຫານພະມ້າ ແລະຊາວພຸດຫົວຮູນແຮງ ກໍໄດ້ຈູດເຝົາບ້ານເຮືອນ ຂອງຊາວໂຣຮິນຢາ ໃນຫລາຍ ເມືອງເປັນຕົ້ນ ທີ່ເມືອງ ສິດເວ ເມືອງກໍ້ຟູ ເມືອງຟາເຢ ແລະເມືອງອື່ນບ່ອນທີ່ຊາວໂຣຮິນຢາ ອາສັຍຢູ່ນອກຈາກນັ້ນ ທາງການພະມ້າ ກໍໄດ້ໂຍກຍ້າຍປະຊາຊົນ ຊາວໂຣຮິນຢາ ໄປອາສັຍຢູ່ຕາມສູນ ຜູ້ອົພຍົບ ໃນພະມ້າ ບາງຄົນ ຍັງຢູ່ສູນດັ່ງກ່າວ ຈົນຮອດກມື້ນີ້ ຍ້ອນບໍ່ມີ ບ່ອນຢູ່ອາສັຍ ເຮືອນຖືກໄຟໄຫມ້;

ໃນປັດຈຸບັນສູນຜູ້ອົພຍົບ ບາງແຫ່ງໃນພະມ້າ ກໍປີດຍັງເຫລືອແຕ່ 14 ແຫ່ງ ໃນນັ້ນຮ່ວມດ້ວຍສູນຢູ່ ເທກັງດາພີນ ມັນຊີ ແລະອື່ນໆໃນເຂດ ເມືອງສິດເວ ແຄ້ນຣາໄຄ່ ຊື່ງເປັນສູນທີ່ແອອັດ ເຮັດໃຫ້ຜູ້ອົພຍົບ ຫລາຍຄົນຫນີໄປຢູ່ ປະເທດອື່ນ ໃນນັ້ນ ຮ່ວມດ້ວຍບັງຄຣາເທດ.

ຊາວໂຣຮິນຢາ ຈາກສູນ ຈະໄປໃນເມືອງຕ້ອງໄດ້ຂໍໃບອະນຸຍາດ ຈາກສູນກ່ອນ, ກ່ອນຈະໄປໄດ້ ເຖິງແມ່ນຈະໄປຄ້າຂາຍຫລືຢາມພີ່ນ້ອງ ກໍຕາມ. ເປັນກົດຣະບຽບຂອງສູນຜູ້ອົພຍົບ ໃນພະມ້າໃນປະເທດບັງຄຣາເທດ.

ຊາວໂຣຮິນຢາ ນອກຈາກບໍ່ມີບ້ານເຮືອນ ບ່ອນຢູ່າອາສັຍເປັນຂອງຕົນເອງແລ້ວ ຍັງຂາດອາຫານການກິນ ຂາດຢາຮັກສາໂຣຄ ຂາດໂຮງຫມໍ ໂຮງຮຽນ ແລະອາຊີບສຳລັບ ລ້ຽງຄອບຄົວ ຮ່ວມທັງ ສິດທິ ການມີປະເທດເປັນຂອງໂຕເອງນຳອີກ ເຈົ້າຫນ້າທີ່ ສິດມະນຸດ ທ່ານນື່ງກ່າວ.

ນັກວິຊາການພະມ້າ ທ່ານນືງເວົ້າວ່າ ບັນຫາຊາວໂຣຮິນຢາ ໃນພະມ້າ ຈະບໍ່ຈົບລົງໂດຍງ່າຍ ຍ້ອນວ່າ ຊາວພຸດຫົວຮຸນແຮງ ບໍ່ຍອມຮັບ ຊາວໂຣຮິນຢາ ໃຫ້ເປັນຄົນພະມ້າ ກຸ່ມດັ່ງກ່າວໄດ້ຄັດຄ້ານ ແລະປະທ້ວງຣັຖບານມາຕຣອດ ກ່ຽວກັບບັນຫານີ້  ຊຶ່ງ ຣັຖບານຂອງ ຍານາງ ອອງ ຊານ ຊູ ຈິ ກໍເຮັດຫຍັງບໍ່ໄດ້ຫລາຍ ມີແຕ່ຮຽກຮ້ອງ ໃຫ້ມີການປອງດອງກັນ ເທົ່ານັ້ນ ແຕ່ກໍບໍ່ປະສົບຜົລສຳເຣັດ.

ເຖິງແມ່ນວ່າ ຈະມີຂໍ້ຕົກລົງກັນຣະຫວ່າງ ຣັຖບານພະມ້າກັບ ປະເທດບັງຄຣາເທດ ໃນການສົ່ງຊາວໂຣຮິນຢາ ກັບບ້ານມາຫລາຍຄັ້ງແລ້ວ ກໍຕາມແຕ່ພາກປະຕິບັດໂຕຈີງນັ້ນ ບໍ່ມີຊາວໂຣຮິນຢາຜູ້ໃດໃນສູນອົພຍົບ ຢູ່ບັງຄຣາເທດຢາກກັບຄືນມາພະມ້າອີກ ຍ້ອນຄວາມບໍ່ປອດພັຍ ແກ່ຄອບຄົວ ຂອງພວກຂະເຈົ້າ.

ເຈົ້າຫນ້າທີ່ຊ່ອຍຜູ້ອົພຍົບ ຊາວໂຮຮິນຢາ ຢູ່ໃນສູນຜູ່ອົພຍົບ ແຫ່ງນື່ງໃນປະເທດພະມ້າເວົ້າວ່າ:

"ຊາວໂຣຮິນຢາຢູ່ພະມ້າ ມາເປັນສັດຕະວັດແລ້ວຄວນໃຫ້ສັນຊາດພະມ້າແກ່ພວກຂະເຈົ້າ ພວກຂະເຈົ້າບໍ່ຮ້ອງຂໍຫຍັງຫຼາຍຈາກຣັຖບານພະມ້າ ຂໍພຽງແຕ່ຢາກໃຫ້ຄອບຄົວແລະລູກເຕົ້າ ຂອງພວກຂະເຈົ້າມີຊິວິດຢ່າງສັນຕິ ແບບບຸກຄົນທົ່ວໄປ ກໍພໍແລ້ວ."

ກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ຊາວໂຣຮິນຢາຍັງຈະສ່ຽງພັຍສືບຕໍ່ໂຕນຫນີຈາກພະມ້າໃນອານາຄົດ ຍ້ອນວ່າຣັຖບານພະມ້າບໍ່ເຮັດຫຍັງ ໃນການແກ້ໄຂບັນຫາ ຕົ້ນເຫດທີ່ພາໃຫ້ຊາວໂຣຮີນຢາ ໂຕນຫນີ ຈາກ ພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.