ເກົາຫລີເໜືອ ຖືກໂທດຊໍ້າ


2013.03.07
F-un ທີ່ ກຸງນິວຢ໊ອກ: ອົງການ ສະຫະປະຊາຊາຕ ລົງມະຕິ ວັນທີ 7 ມິນາ 2013. ທ່ານ Li Baodong ທູຕ ສະຫະປະຊາຊາຕ ຈາກຈີນ ຍົກມື ອອກສຽງ ລົງໂທດ ພັນທະມິຕ ຂອງຕົນ ເກົາຫລີເໜືອ.
Spencer Platt/Getty Images/AFP

ສະຫະປະຊາຊາດ ຈະອອກສຽງ ລົງໂທດ ເກົາຫລີເໜືອ ເພີ້ມອີກ ໃນມື້ວັນ ພະຫັດ.

ສະພາ ຄວາມຫມັ້ນຄົງ ອົງການ ສະຫະປະຊາຊາດ ໄດ້ເມີນເສີຍ ຕໍ່ການນາບຂູ່ ຂອງ ເກົາຫລີເຫນືອ ດ້ວຍການກຳນົດ ການອອກສຽງ ຮອບທີ 4 ໃນການ ລົງໂທດ ເກົາຫລີເຫນືອ ເພີ້ມ ທີ່ຮຸນແຮງ ກວ່າເກົ່າ ໃນຄວາມ ພຍາຍາມ ທີ່ຈະໃຫ້ ເກົາຫຼີເໜືອ ຢຸດ ໂຄງການ ອາວຸດ ນິວເຄລັຽແລະ ຈະຣວດ ຂ້າມທະວີບ ປະເພດຕ່າງໆ.

ທ່ານ Vitaly Churkin ເອກອັຄຣາຊທູດ ຣັຖເຊັຽ ປະຈຳ ອົງການ ສະຫະປະຊາຊາດ ຜູ້ທີ່ເປັນ ປະທານ ສະພາ ຄວາມຫມັ້ນຄົງ ໃນປັດຈຸບັນ ກ່າວວ່າ ສະພາຄວາມ ຫມັ້ນຄົງ ຈະອອກສຽງ ຜ່ານຮ່າງ ມະຕິ ການລົງໂທດ ຕໍ່ເກົາຫລີເຫນືອ ໃນມື້ ວັນພະຫັດ ຕອນເຊົ້າ. ມະຕິ ດັ່ງກ່າວ ຮ່າງຂຶ້ນ ໂດຍ ສະຫະຣັຖ ແລະ ຈີນ ຜູ້ຊຶ່ງເປັນ ພັນທະມິດ ໃກ້ຊິດ ຂອງ ເກົາຫລີເຫນືອ. ທ່ານວ່າ ຄວາມສຳເຣັດ ຂອງມະຕິ ດັ່ງກ່າວ ຂຶ້ນຢູ່ກັບ ການບັງຄັບໃຊ້ ຂອງ ຈີນ ຊຶ່ງເປັນບ່ອນ ທີ່ ບໍຣິສັດ ແລະ ທະນາຄານ ການເງິນ ສ່ວນໃຫຍ່ ຂອງ ເກົາຫລີເຫນືອ ໃຊ້ເປັນຖານ ດຳເນີນ ກິຈການ.

ຮ່າງມະຕິ ທີ່ຈະມີການ ອອກສຽງ ພາຍໃນ 48 ຊົ່ວໂມງ ຕໍ່ໄປນີ້ ເປັນຮ່າງ ມະຕິ ທີ່ຄາດວ່າ ຈະໄດ້ຮັບ ການສນັບສນູນ ຈາກ ປະເທດ ສະມາຊິກ ສະພາ ຄວາມຫມັ້ນຄົງ ອົງການ ສະຫະປະຊາຊາດ ທັງຫມົດ 15 ປະເທດ. ເກົາຫລີເຫນືອ ຕອບໂຕ້ ຕໍ່ມະຕິ ດ່ັງກ່າວ ດ້ວຍການ ນາບຂູ່ວ່າ ຈະຍົກເລີກ ສົນທິສັນຍາ ການຢຸດຍິງ ທີ່ເຊັນກັນ ໃນປີ 1953 ກັບ ເກົາຫລີໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.