ຣັຖບານໄທຕ້ອງຣະວັງ ກົດໝາຍອະພັຍໂທດ
2013.08.07

ອົງການ ສິດທິມະນຸດ ສະຫະປະຊາຊາດ ເຕືອນ ຣັຖບານໄທ ໃຫ້ ຣະມັດຣະວັງ ໃນເວລາ ຮັບຜ່ານຮ່າງກົດໝາຍອະພັຍໂທດ ໃຫ້ແກ່ ນັກການເມືອງ ແລະ ເຈົ້າໜ້າທີ່ ທີ່ເຄີຍ ລະເມີດ ສິດທິມະນຸດ ຢ່າງ ຮ້າຍແຮງ ໃນເມື່ອກ່ອນ.
ນາງ Cecile Pouilly ໂຄສົກຄະນະກັມມາທິການເພື່ອສິດທິມະນຸດ ຂອງ ສະຫະປະຊາຊາດ ກ່າວວ່າ ສະພາໄທ ກຳລັງ ພິຈາຣະນາ ຮັບຜ່ານ ຮ່າງກົດໝາຍ ວ່າດ້ວຍການ ໃຫ້ອະພັຍໂທດ ໃນສັປດານີ້ ແຕ່ສະມາຊິກ ສະພາ ຕ້ອງພິຈາຣະນາ ໃຫ້ຖີ່ຖ້ວນ ບໍ່ຄວນຍົກໂທດ ໃຫ້ ນາຍທະຫານ ທີ່ເຄີຍປາບປາມ ພວກປະທ້ວງ ເມື່ອປີ 2010 ນັ້ນ.
ນາງ Pouilly ກ່າວຕໍ່ນັກຂ່າວ ຢູ່ນະຄອນ ເຈນີວາ ປະເທດ ສະວິດເຊີແລນ ເມື່ອວັນ ອັງຄານ ທີ່ຜ່ານມາວ່າ ຣັຖບານໄທ ອາດຈະຍົກໂທດ ໃຫ້ ນັກການເມືອງ ຫລື ເຈົ້າໜ້າທີ່ ຄົນອື່ນໄດ້ ແຕ່ບໍ່ຄວນ ຍົກໂທດ ໃຫ້ບຸກຄົນ ທີ່ເຄີຍລະເມີດ ສິດທິມະນຸດ ຢ່າງຮ້າຍແຮງ. ກົງກັນຂ້າມ ໃຫ້ລົງໂທດ ຜູ້ກະທຳຜິດ ຕາມກົດໝາຍ.
ນາງ Pouilly ອະທິບາຍວ່າ ຣັຖບານໄທ ຄວນປະຕິບັດ ຕາມຄຳແນະນຳ ຂອງຄະນະກັມມາທິການ ສິດທິມະນຸດ ຂອງໄທເອງ ທີ່ສເນີໃຫ້ ທາງການໄທ ລົງໂທດ ຜູ້ທີ່ມີສ່ວນ ຮັບຜິດຊອບ ໃນການເສັຍຊີວິດ ຂອງພວກປະທ້ວງ 90 ກວ່າຄົນ ແລະໄດ້ຮັບບາດເຈັບອີກຫລາຍພັນຄົນ ເມື່ອສາມປີກ່ອນ.
ຊາວໄທ ຫລາຍຄົນ ເຂົ້າໃຈວ່າ ຮ່າງກົດໝາຍ ນິຣະໂທດກັມ ດັ່ງກ່າວ ຍັງຈະຍົກໂທດ ໃຫ້ແກ່ ທ່ານ ທັກສິນ ຊິນນະວັດ ອະດີດ ນາຍົກ ຣັຖມົນຕຣີໄທ ຊຶ່ງຫລົບໜີ ໄປຢູ່ຕ່າງປະເທດ ເປັນເວລາ ສີ່-ຫ້າປີ ແລ້ວ ນັ້ນນຳ.