ຝັ່ງໄທເຕືອນໃຫ້ຣະວັງພາຍຸ ໃຕ້ຝຸ່ນນາຣີ


2013.10.17
F-Lao-news ທາງການໄທເຕືອນ ໃນພາກອີສານ ໃຫ້ຕຣຽມ ຣະວັງພັຍ ຈາກລົມພາຍຸ ໃຕ້ຝຸ່ນນາຣີ ຢ່າງແຮງອີກ.
RFA

 

ທາງການໄທ ເຕືອນປະຊາຊົນໃນພາກອີສານ ໂດຍສະເພາະແຂວງມຸກດາຫານໃຫ້ຕຣຽມ ຣະວັງພັຍຈາກລົມພາຍຸໃຕ້ຝຸ່ນນາຣີ ຢ່າງແຮງອີກ. ໜັງສືພິມຜູ້ຈັດການ ຂອງໄທ ຣາຍງານວ່າ ປັດຈຸບັນສູນກາງ ຂອງພາຍຸນາຣີ ຍັງຢູ່ກາງທະເລຈີນໃຕ້ ໄກຈາກຝັ່ງວຽດນາມ ປະມານ 380 ກິໂລແມັດ ລົມປິ່ນດ້ວຍຄວາມໄວເຖິງ 140 ກິໂລແມັດຕໍ່ຊົ່ວໂມງ ແລະເຄື່ອນຍ້າຍມາຫາວຽດນາມດ້ວຍຄວາມໄວປະມານ 13 ກິໂລແມັດຕໍ່ ຊົ່ວໂມງ. ນັກອຸຕຸນິຍົມວິທຍາ ຄາດວ່າ ພາຍຸດັ່ງກ່າວ ຈະພັດເຂົ້າວຽດນາມຢ່າງແຮງ ແຕ່ຈະຫລຸດຄວາມຮຸນແຮງລົງ ເມື່ອເຂົ້າໄປເຖິງ ລາວ ແລະພາກຕາວັນອອກສ່ຽງເໜືອຂອງໄທ.

ໃນຂນະນີ້ ອາກາດຢູ່ພາກໃຕ້ຂອງລາວ ນັບແຕ່ແຂວງສວັນນະເຂດ ລົງໄປ ມີຝົນຕົກແລະມືດຄຶ້ມຕລອດເວລາ ຊຶ່ງຄາດວ່າແມ່ນປີດປາຍຂອງ ລົມພາຍຸນາຣີ. ປີດປາຍທີ່ວ່ານັ້ນ ປັດຈຸບັນໄດ້ລາມລົງໄປເຖິງແຂວງຣາຊສີມາຂອງໄທນໍ້າຖ້ວມ ຫລາຍບ່ອນແລ້ວ ແລະຄາດວ່າຈະຖ້ວມຫຼາຍ ຂື້ນເລື້ອຍໆ.

ສ່ວນຢູ່ພາກໃຕ້ຂອງລາວ ກໍອາດຈະແມ່ນປີດປາຍຂອງລົມພະຍຸນາຣີເຊັ່ນກັນ ທີ່ພາໃຫ້ຝົນຕົກແລະລົມແຮງ ຊຶ່ງອາດຈະເປັນສາເຫດໃຫຍ່ ທີ່ ພາໃຫ້ເຮືອບິນ ໂດຍສານຂອງສາຍການບິນລາວຕົກກາງຂອງເມື່ອວັນພຸດທີ່ຜ່ານມາ ທີ່ເມືອງ ປາກເຊ ແຂວງຈຳປາສັກ. ລົມພາຍຸນາຣີ ເປັນ ລົມພາຍຸຂນາດໃຫຍ່ແລະແຮງ ເມື່ອສອງສາມມື້ກ່ອນ ໄດ້ຖະລົ່ມຟີລິບປິນ ເປັນເຫດໃຫ້ຄົນເສັຍຊີິວິດ 6 ຄົນ ແລະຫາຍສາບສູນ 7 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.