ຄໍາເຕືອນຈາກ ເກົາຫລີໃຕ້
2013.06.03

ຜູ້ນຳ ເກົາຫລີໃຕ້ ເຕືອນ ເກົາຫລີເຫນືອ ກ່ຽວກັບ ອົພຍົບ ລີ້ພັຍ ທີ່ ຖືກສົ່ງກັບ ບ້ານ ຈາກ ສປປລາວ. ຍານາງ ປັກເກີນຮີ ປະທານາທິບໍດີ ເກົາຫລີໃຕ້ ໄດ້ເຕືອນ ເກົາຫລີເຫນືອ ໃນມື້ວັນຈັນ ນີ້ວ່າ ເກົາຫລິີເຫນືອ ຕ້ອງຮັບ ຜິດຊອບ ຕໍ່ຄວາມປອດພັຍ ຂອງ ຜູ້ລີ້ພັຍເດັກນ້ອຍ 9 ຄົນ ທີ່ ຖືກສົ່ງກັບ ຈາກ ສປປລາວ.
ຍານາງ ໄດ້ກ່າວຕໍ່ ກອງປະຊຸມ ຜູ້ຊ່ອຍ ຣະດັບສູງ ຂອງທ່ານວ່າ ສິ່ງສຳຄັນ ທີ່ສຸດ ກໍແມ່ນການ ຄ້ຳປະກັນ ຄວາມປອດພັຍ ແລະ ຊີິວິດ ຂອງ ພວກຂະເຈົ້່າ ຈາກ ການລົງໂທດ ແບບບໍ່ ຍຸຕິທັມ ຂອງ ທາງການ ເກົາຫລີເຫນືອ. ບໍ່ດັ່ງນັ້ນ ເກົາຫລີເຫນືອ ຍັງຈະຖືກ ປະນາມ ຈາກອົງການ ນານາຊາດ ກ່ຽວກັບ ການຂາດ ຄວາມຮັບຜິດຊອບ ທາງດ້ານ ສິດທິມະນຸດ ຂອງ ເກົາຫລີເຫນືອ ຢູ່ຕຣອດ.
ກໍຣະນີ ຜູ້ໂຕນຫນີ ລີ້ພັຍ ຊາວເກົາຫລີ ເຫນືອ 9 ຄົນ ທີ່ໄດ້ຮັບ ຄວາມສົນໃຈ ຈາກ ນານາຊາດ ຫລາຍຍ້ອນ ຂະເຈົ້າ ເປັນເດັກນ້ອຍ ແລະ ກໍມີຂ່າວວ່າ ເຂົາເປັນ ເດັກກຳພ້າ ນຳອີກ.
ຂະເຈົ້າຖືກຈັບ ໃນມື້ວັນ ທີ 10 ເດືອນ ພຶສພາ ຍ້ອນລັກລອບ ຜ່ານເຂົ້າມາ ສປປລາວ ແລະ ກະຊວງການ ຕ່າງປະເທດ ສປປລາວ ກໍບອກວ່າ ໄດ້ສົ່ງກຸ່ມ ດັ່ງກ່າວ ອອກຈາກປະເທດ ໃນມື້ວັນຈັນ ທັງຫມົດ 9 ຄົນ ມີອາຍຸ ຣະຫວ່າງ 14-18 ປີ.
ມີ ເກົາຫລີໃຕ້ ສອງຄົນ ຖືກກັກໂຕ ໃນເວລາ ດຽວກັນ ໃນຂໍ້ກ່າວຫາ ຄ້າມະນຸດ ແລະ ກໍໄດ້ມອບ ສອງຄົນ ດັ່ງກ່າວ ໃຫ້ແກ່ ສະຖານທູດ ເກົາຫລີໃຕ້ ທີ່ ນະຄອນຫລວງ ວຽງຈັນ. ອິງຕາມ ຖແລງການ ຈາກ ກະຊວງການ ຕ່າງປະເທດ ສປປລາວ.