UN ເພີ້ມໂທດ ເກົາຫລີເໜືອ

ຍ້ອນການ ທົດລອງ ສົ່ງຈະຣວດ ຂຶ້ນສູ່ ອາວະກາດ ທາງ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ຈຶ່ງ ລົງໂທດໜັກ ຕໍ່ ເກົາຫລີເໜືອ ອີກຄັ້ງໃໝ່.
ຈໍາປາທອງ
2013.01.23
F-Susan-rice ຍານາງ Susan Rice ທູຕ ສະຫະຣັດ ອະເມຣິກາ ປະຈໍາ ສະຫະປະຊາຊາຕ
US-Government

ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ອອກຄໍາສັ່ງ ໃນວັນ ອັງຄານ ລົງໂທດ ເກົາຫລີເໜືອ ຄັ້ງໃໝ່ ຍ້ອນຣະເມີດ ຂໍ້ຫ້າມ ບໍ່ໃຫ້ສົ່ງ ຈະຣວດຂຶ້ນ ເມື່ອເດືອນ ຜ່ານມາ ແລະ ຍັງເຕືອນອີກວ່າ ຈະເອົາມາຕການ ຕື່ມອີກ ຖ້າຫາກ ເກົາຫລີເໜືອ ຈະທົດລອງ ນິວເຄລັຽ ເທື່ອໃໝ່. ຕາມຣາຍງານ ຂອງ ອົງການຂ່າວ AFP.

ເກົາຫລີເໜືອ ສະແດງອອກເຖິງ ການທ້າທາຍ ຕໍ່ການກະທໍາ ຂອງ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ເອົາມາຕການ ຕໍ່ອົງການ ອາວະກາດ ຂອງຕົນ ພ້ອມທັງ ທະນາຄານ 4 ບໍຣິສັດ ການຄ້າ ແລະ ອີກ 4 ຄົນ ໃນເກົາຫລີເໜືອ ໄດ້ຖືກເອົາຊື່ ຕື່ມເຂົ້າຢູ່ໃນ ບັນຊີຜູ້ຖືກ ລົງໂທດ ຂອງ ສະຫະປະຊາຊາດ. ເກົາຫລີເໜືອ ຊີ້ແນະວ່າ ຕົນຈະສາມາດ ດໍາເນີນການ ທົດລອງ ນິວເຄລັຍໄດ້.

ມະຕິຕົກລົງ ຂອງ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ສເນີໂດຍ ສະຫະຣັດ ອະເມຣິກາ ແລະ ໄດ້ຮັບຜ່ານ ຢ່າງເປັນເອກກະສັນ ຈາກ 15 ປະເທດ ສະມາຊິກ ນັ້ນປະນາມ ເກົາຫລີເໜືຶອ ຕໍ່ອັນທີ່ເອີ້ນວ່າ ການທົດລອງ tecnology ຈະຣວດ ນໍາວິຖີ ເມື່ອວັນທີ 12 ເດຶອນ ທັນວາ ຜ່ານມາ. ມາດາມ Susan Rice ທູດ ສະຫະຣັດ ປະຈໍາ ສະຫະປະຊາຊາດ ກ່າວວ່າ:

"ມາດາມວ່າ ມະຕິດັ່ງກ່າວ ໄດ້ຊີ້ໃຫ້ ເກົາຫລີເໜືອ ເຫັນວ່າ ມັນມີການເຫັນດີ ເຫັນພ້ອມນໍາກັນ ແລະ ຈະມີຜົນ ທີ່ຕາມມາ ຖ້າຫາກວ່າ ເກົາຫລີເໜືອ ບໍ່ເອົາຫົວຊາ ຕໍ່ຄວາມ ຮັບຜິດຊອບ ຂອງຕົນ".

ສະຫະປະຊາຊາດ ລົງໂທດ ເກົາຫລີເໜືອ ຍ້ອນທົດລອງ ນິວເຄລັຽ ມາແລ້ວເມື່ອປີ 2006 ແລະປີ 2009. ເກົາຫລີເໜືອ ອ້າງວ່າ ການສົ່ງຈະຣວດ ນໍາວິຖີ ຂຶ້ນນັ້ນແມ່ນ ເພື່ອສົ່ງດາວທຽມ ຂຶ້ນສູ່ ອາວະກາດ.

ພາຍຫລັງຮັບຜ່ານ ມະຕິລົງໂທດ ນັ້ນແລ້ວ ມາດາມ Susan Rice ກໍກ່າວອີກວ່າ ມິຕິນັ້ນ ກໍານົດວ່າ ເກົາຫລີເໜືອ ຈະຕ້ອງຖືກ ລົງໂທດໜັກ ຂຶ້ນຕື່ມອີກ ຖ້າຫາກວ່າ ເລືອກເອົາການ ປະເຊີນໜ້າ ກັບ ປະຊາຄົມ ສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.