ໄທຍ໌ຈະບໍ່ຫລຸດຣາຄາເຂົ້າ
2013.07.02

ຣັຖບາລ ໄທຍ໌ ໄດ້ຕົກລົງ ໃນວັນ ອັງຄານ ທີ່ ຈະບໍ່ຫລຸດ ຣາຄາ ເຂົ້າ ທີ່ ໄດ້ໃຫ້ໄວ້ ກັບ ຊາວ ກະເສຕກອນ ນັ້ນລົງ ພາຍຫຼັງທີ່ ໄດ້ຕົກລົງ ກັນກັບ ຊາວ ກະສິກອນ ໂດຍ ປະກາດ ວ່າ ຈະຫລຸດ ຄ່າໃຊ້ຈ່າຍ ໃຫ້ 20%. ຕາມຣາຍງານ ຂອງ ອົງການ ຂ່າວ AFP ໃນວັນທີ 2 ກໍຣະກະດາ ນີ້.
ໂຄງການ ຈໍານໍາເຂົ້າ ທີ່ວ່ານີ້ ຣັຖບາລ ໄທຍ໌ ໄດ້ ປະຕິບັດ ມາແຕ່ ພາຍຫລັງ ທີ່ ຍານາງ ຍິ່ງລັກ ຊິນນະວັດ ນາຍົກ ຣັຖມົນຕຣີ ໄດ້ຮັບ ໄຊຊະນະ ໃນການ ເລືອກຕັ້ງ ໃນປີ 2011. ກ່ອນ ກອງປະຊຸມ ຄະນະ ຣັຖບາລ ມີການຄາດ ກັນວ່າ ຈະໃຫ້ ເຂົ້າ ຍັງຢູ່ໃນ ຣາຄາ 15,000 ບາດ ເທົ່າກັບ 485 ໂດລາ ສະຫະຣັຖ ຄືເກົ່າ. ຍານາງ ຍິ່ງລັກ ຊິນນະວັດ ເວົ້າວ່າ "ນາງເຕັມໃຈ ທີ່ຈະຊ່ວຍ ຊາວ ກະເສຕກອນ ແຕ່ຊາວ ກະເສຕກອນ ກໍຕ້ອງ ຍິນດີ ທີ່ຈະຊ່ວຍ ຣັຖບາລ" ໃນການເຮັດໃຫ້ ຣາຄາເຂົ້າ ຢູ່ໃນ ປະເທສ ມີ ສະເຖັຍຣະພາບ.
ເມື່ອ 2 ອາທິດ ຜ່ານມາ ຣັຖບາລໄທຍ໌ ເວົ້າວ່າ ຈະຫລຸດ ຣາຄາເຂົ້າ ລົງ 3,000 ບາດ ຕໍ່ຕັນ ອັນເປັນການ ເຮັດໃຫ້ ຊາວ ກະເສຕຕອນ ບໍ່ພໍໃຈ. ທ່ານ ກິດຕິຣັດ ນະ ຣະນອງ ຣັຖມົນຕຣີ ກະຊວງ ການຄັງ ເວົ້າໃນວັນ ຈັນ ວ່າ ຣັຖບາລ ໄທຍ໌ ກໍາລັງຈະ ຮື້ຟື້ນ ຣາຄາເຂົ້າ ກັບຄືນມາ ສໍາລັບ ຊາວ ກະເສຕກອນ 200,000 ຄົນ ທີ່ມີເຂົ້າ ຍັງບໍ່ທັນໄດ້ ກັບກ່ຽວ 2 ລ້ານ 9 ແສນ ຕັນ. ທ່ານວ່າ ຣາຄາເຂົ້າ ທີ່ວ່ານັ້ນ ຈະໄດ້ຈ່າຍ ເງິນ ຄືນໃຫ້ ຈົນເຖິງ ວັນທີ 15 ເດືອນ ກັນຍາ ເມື່ອ ເວລານັ້ນ ຄາດວ່າ ການເກັບກ່ຽວ ເຂົ້າ ຈະສໍາເຣັດ.
ຢູ່ ປະເທສ ໄທຍ໌ ນັບແຕ່ປີ 2011 ມາ ຣັຖບາລ ໄດ້ຈ່າຍເງິນ ອຸດໜູນ ໃຫ້ຊາວ ກະເສຕກອນ ປະມານ 50% ຂອງ ຣາຄາເຂົ້າ ໃນຕລາດ ເພື່ອ ສົ່ງເສີມ ຣາຍໄດ້ ໃຫ້ ແກ່ຊາວ ກະເສຕກອນ ທີ່ ທຸກຍາກ ຢູ່ຕາມເຂດ ຊົນນະບົດ ຊຶ່ງ ສນັບສນູນ ພັກ ກໍາອໍານາດ ມາຕັ້ງແຕ່ ດົນ.