ນາຍົກສປຈີນຢ້ຽມຢາມໄທຍ໌
2013.10.14

ນາຍົກຣັຖມົນຕຣີ ລີເກກຽນ ຂອງຈີນ ເປັນຜູ້ນໍາຕ່າງປະເທດຄົນທໍາອິດ ໃນປະມານ 10 ກ່ວາປີມານີ້ ທີ່ກ່າວຄໍາປາສັຍ ຢູ່ສະຫາແຫ່ງຊາຕ ໄທ ໃນລະຍະທ່ານໄດ້ຢ້ຽມຢາມ ປະເທດໄທເປັນເວລາ 3 ວັນເມື່ອວັນສຸກ ອາທິດຜ່ານມາ. ການຢ້ຽມຢາມຂອງທ່ານ ແມ່ນເພື່ອຜູກສັມພັນ ໄມຕຣີ ແລະຕິດຕໍ່ວຽກງານທຸຣະກິດ ສໍາລັບຂະຫຍາຍເທັກໂນໂລຈີຣົດໄຟຄວາມໄວສູງ ໃຫ້ປະເທດຂອງທ່ານ. ຕາມລາຍງານອົງການຂ່າວ ເອພີ.
ທ່ານ ລີເກກຽງ ບອກສະມາຊິກສະພາໄທວ່າ ຈີນ ແລະໄທ ຈະຍົກລະດັບການຄ້າໃຫ້ໄດ້ $100,000 ລ້ານ ພາຍໃນທ້າຍປີ 2015 ແລະວ່າ ຈີນ ຈະຊື້ຜົນຜລິດກະສິກັມໄທຫລາຍຂຶ້ນ ໃນນັ້ນກໍມີເຂົ້າສານຈ້າວຢາງພາຣາ ແລະຜົນຜລິຕອື່ນ ນໍາອີກ. ທ່ານ ລີເກກຽງ ໄດ້ຂໍໃຫ້ສະມາຊິກ ສະພາໄທສນັບສນູນເທັກໂນໂລຈີຣົດໄຟຄວາມໄວສູງຂອງຈີນ ຊຶ່ງທ່ານມີກໍານົດເປີດການວາງສແດງເທັກໂນໂລຈີດັ່ງກ່າວໃນວັນເສົາຜ່ານມາ.
ຣັຖບານທັງສອງປະເທດໄດ້ລົງນາມໃນບົດບັນທຶກການຮ່ວມມືໂຄງການຣົດໄຟຄວາມໄວສູງການລົງທຶນພະລັງງານ ວັທນະທັມ ແລະຂະແໜງ ການອື່ນໆ. ຍານາງ ຢີ່ງລັກ ຊິນນະວັດ ນາຍົກຣັຖມົນຕຣີໄທ ຫລັງຈາກໄດ້ພົບປະກັບທ່ານ ລີເກກຽງແລ້ວ ບອກສື່ມວນຊົນວ່າ ຈີນ ໄດ້ສະ ແດງຄວາມສົນໃຈຊ່ວຍ ພັທນາ ລະບົບທາງຣົດໄຟຄວາມໄວສູງ ໃນປະເທດໄທ ໂດຍຕາມຫລັກການນັ້ນ ໄທຈະຕ້ອງເຮັດວຽກ ຮ່ວມກັບຈີນ ໃນລະດັບຣັຖບານ ເພື່ອຂໍຈ່າຍຄ່າ ໂຄງການລົດໄຟສ່ວນໃດສ່ວນນຶ່ງ ດ້ວຍຜລິຕຜົນກະສິກັມ.
ເມື່ອເດືອນແລ້ວນີ້ ສະພາແຫ່ງຊາຕໄທ ໄດ້ອະນຸມັດໃຫ້ຣັຖບານໄທ ກູ້ຢືມເງິນເປັນຈໍານວນ $2,200 ລ້ານ ລ້ານບາດ ຫລື $70,000 ລ້ານ ໂດລາ ສໍາລັບໂຄງການ ລະບົບຂົນສົ່ງຂນາດໃຫ່ຽ ຮ່ວມທັງ 4 ໂຄງການຣົດໄຟຄວາມໄວສູງ ທີ່ເຊື່ອມ ຕໍ່ຈາກບາງກອກ ຫາເມືອງສໍາຄັນໆ ຂອງໄທ. ກ່ຽວກັບເຣື້ອງດຽວກັນນີ້ ລາຍງານອົງການຂ່າວໄທທີ່ອ້າງຕາມການເປີດເຜີຽ ຂອງຣັຖມົນຕຣີຄົມມະນາຄົມແລະຂົນສົ່ງຂອງໄທ ວ່າ ໂຄງການສ້າງທາງ ຣົດໄຟຄວາມໄວສູງ ທີ່ມີຈຸດເລີ້ມຕົ້ນຈາກ ນະຄອນຂຸນໝິງຜ່ານປະເທດລາວ ແລະເຊື່ອມຕໍ່ໃສ່ໄທນັ້ນກໍາລັງສຶກສາ ທາງ ດ້ານເທັກນິກ ກັບຈີນຢູ່ ແລະວ່າ ຣັຖບານໄທໄດ້ສົ່ງ ນາຍຊ່າງວິສວະກອນ ຜູ້ຊໍານານໄປ ປະເທດຈີນ ສອງຄນະແລ້ວ.