ສານໄທສັ່ງຣັຖບານໂຈະ ແຜນປ້ອງກັນນໍ້າຖ້ວມ


2013.06.28
F-floodsss ພັຍນໍ້າຖ້ວມ ບາງກອກ ປະເທດໄທ ປີ 2011
matichon

 

ສານໄທ ເຮັດໃຫ້ ການເລີ່ມ ວຽກງານ ສະກັດກັ້ນ ປ້ອງກັນ ພັຍນໍ້າຖ້ວມ ນັ້ນ ລ່າຊ້າ ອອກໄປ.

ສານໄທ ສັ່ງໃຫ້ ຣັຖບານ ຮັບຟັງ ຄໍາ ອະທິບາຍ ຈາກມວນຊົນ ກ່ອນຈະເລີ່ມ ວຽກງານ ຄຸ້ມຄອງ ບໍຣິຫານ ນໍ້າ ແລະ ປ້ອງກັນ ພັຍນໍ້າຖ້ວມ. ຕາມຣາຍງານ ຂ່າວຈາກ ບາງກອກ ໃນວັນທີ 27 ມີຖຸນາ 2013.
ໂຄງການ ມູລຄ່າ 350 ພັນ ລ້ານ ບາດ ເລີ່ມຂຶ້ນ ພາຍຫລັງ ທີ່ ໄທ ປະເຊີນກັບ ພັຍນໍ້າຖ້ວມ ຄັ້ງຮ້າຍແຮງ ທີ່ສຸດ ໃນຮອບ ເຄິ່ງ ສັຕວັດ ເມື່ອປີ 2011 ຊຶ່ງມີຜູ້ ເສັຽຊີວິດ ຍ້ອນ ຫລາຍກວ່າ 800 ຄົນ.

ຄໍາສັ່ງ ຂອງສານ ປົກຄອງ ຂອງໄທ ຣະບຸວ່າ ແບບແຜນ ທີ່ ກວມເອົາ ທັງການສ້າງ ຄອງ ຣະບາຍນໍ້າ ເພື່ອປ້ອງກັນ ນໍ້າຖ້ວມ ແລະ ສ້າງອ່າງເກັບນໍ້າ ຈະສົ່ງ ຜົລກະທົບ ໃສ່ຜູ້ຄົນ ແລະ ອາດເຮັດໃຫ້ ມີຜົລ ຮ້າຍແຮງ ຕໍ່ ສະພາບແວດລ້ອມ ແລະ ແຫລ່ງ ຊັພຍາກອນ ໃນ ຊຸມຊົນ. ແລະວ່າ ການຈັດຟັງ ຄໍາຊີ້ແຈງ ຈາກ ມວນຊົນ ຮວມເຖິງ ການຄໍານວນ ຜົລກະທົບ ທາງ ສະພາບແວດລ້ອມ ແລະ ສຸຂພາບ ນັ້ນ ຈະຕ້ອງ ໃຫ້ແລ້ວກ່ອນ ທີ່ຈະມີ ການຈ້າງ ອອກແບບ ແລະ ດໍາເນີນ ການກໍ່ສ້າງ.

ຄໍາສັ່ງ ຂອງສານ ເຮັດໃຫ້ ແຜນການເດີມ ຂອງຣັຖບານ ທີ່ຈະໃຫ້ ບໍຣິສັດ ເອກກະຊົນ ທີ່ ໄດ້ສັນຍາ ສັມປະທານ ການ ກໍ່ສ້າງ ເປີດຟັງ ຄໍາຊີ້ແຈງ ນັ້ນ ເປັນໂມຄະ. ສານເວົ້າວ່າ ຜົລການ ສໍາຣວດ ທີ່ ດໍາເນີນ ໂດຍ ບໍຣິສັດ ເອກກະຊົນ ນັ້ນ ອາດມີ ການບິດເບືອນ ແລະ ບໍ່ແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.