ເກົາຫລີເໜືອອາຈ ຊຸດໂຊມລົງອີກ

ຜູ້ນໍາ ຄົນໃໝ່ ຂອງ ເກົາຫລີໃຕ້ ເວົ້າວ່າ ເກົາຫລີເໜືອ ອາຈ ພັງທະລາຍ ລົງໄດ້.
ສິດນີ
2013.02.14
f-n-korea ສະຖານທູຕ ເກົາຫລີເໜືອ ທີ່ກຸງປັກກິ່ງ
AFP

ປະທານາທິບໍດີ ຄົນໃຫມ່ ຂອງ ເກົາຫລີໃຕ້ ທີ່ຫາກໍ່ຊນະ ການເລືອກຕັ້ງ ກ່າວວ່າ ການທົດລອງ ອາວຸດ ນິວເຄລັຽ ຄັ້ງໃຫມ່ ຂອງ ເກົາຫລີເຫນືອ ຈະເຮັດໃຫ້ ທັງປະເທດ ທີ່ປົກຄອງ ໂດຍ ນາຍກິມຈົງອຸນ ພັງທະລາຍ ລົງໄດ້. ອິງຕາມ ບົດຣາຍງານ ຈາກຫນັງສືພິມ ທຸຣະກິດ ຂອງ ເກົາຫລີໃຕ້ ນາງ Park Geun-hye ປະທານາທິບໍດີ ຄົນໃຫມ່ ຂອງ ເກົາຫລີໃຕ້.

ຣາຍງານ ທີ່ອ້າງຕາມ ຄຳປາໄສ ຂອງ ນາງ Park ຜູ້ທີ່ຈະຂື້ນ ດຳຣົງຕຳແຫນ່ງ ປະທານາທິບໍດີ ເກົາຫລີໃຕ້ ໃນມື້ວັນທີ 25 ກຸມພາ 2013 ນີ້ ຣະບຸວ່າ ເກົາຫລີເຫນືອ ຈະບໍ່ໄດ້ ຮັບສິດທິ ໃນການ ເຈຣະຈາ ຖ້າມີການ ທົດລອງ ອາວຸດນິວເຄລັຽ ອີກໃຫມ່. ນາງວ່າ ເປັນຄວາມຈຳເປັນ ຢ່າງຮີບດ່ວນ ທີ່ເກົາຫລີໃຕ້ ຕ້ອງຕຣຽມພ້ອມ ໃນການປ້ອງກັນ ເຫດການ ທີ່ຈະເກີດຂື້ນ ຢ່າງເດັດດ່ຽວ ແລະ ຕ້ານການນາບຂູ່ ຕ່າງໆ ຂອງ ເກົາຫລີເຫນືອ.

ໃນການຫາສຽງ ເລືອກຕັ້ງ ປະທານາທິບໍດີ ໃນເດືອນ ທັນວາ 2012 ນາງ Park ຕ້ານການຊ່ອຍເຫລືອ ທາງດ້ານ ເສຖກິດ ແລະ ການລົງທຶນ ຕ່າງໆ ໃນ ເກົາຫລີເຫນືອ ທີ່ພັກຝ່າຍຄ້ານ ພັກເສຣີນິຍົມ ຕ້ອງການ ໂດຍຢໍ້າວ່າ ເກົາຫລີເຫນືອ ຕ້ອງສະແດງອອກ ໃຫ້ເກົາຫລີໃຕ້ ເຊື່ອຖື ແລະ ຍຸຕິການ ເປັນປໍຣະປັກ ກັບ ເກົາຫລີໃຕ້ ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.