ທູຕເກົາຫລີໃຕ້ ຊ່ອຍຜູ້ລີ້ພັຍ


2013.06.10
F-n-korean ແຜນທີ່ຊີ້ບອກ ເຂດພື້ນທີ່ ໃນແຂວງ ອຸດົມໄຊ ທີ່ອົພຍົບ ຊາວເກົາຫລີເໜືອ ໄດ້ຫລົບໜີ ເຂົ້າມາ ຫວັງໜີຮ້ອນ ມາເພິ່ງເຢັນ
RFA

 

ສະຖານທູດ ເກົາຫລີໃຕ້ ໄດ້ໃຫ້ບ່ອນ ພັກເຊົາ ແກ່ຜູ້ລີ້ພັຍ ເກົາຫລີເຫນືອ ໃນ ສະຖານທູດ ທັງໝົດ 20 ຄົນ ຮ່ວມທັງ ຜູ້ມາໃຫມ່. ໃນວັນທີ 4 ມິຖຸນາ ມີຜູ້ລີ້ພັຍ ຊາວ ເກົາຫລິີ ເຫນືອ 18 ຄົນ ທີ່ ສະຖານທູຕ ເກົາຫລີໃຕ້ ໄດ້ຍ້າຍ ຂະເຈົ້າ ເຂົ້າໄປຢູ່ ໃນ ສະຖານທູດ ເພຶ່ອ ຄວາມປອດພັຍ ຫລັງຈາກ ທີ່ ທາງການລາວ ໄດ້ສົ່ງ ເດັກນ້ອຍ ລີ້ພັຍ ເກົາຫລີເໜືອ ກັບປະເທດ. ອິງຕາມ ຂໍ້ມູນ ທາງການທູດ ຜູ້ລີ້ພັຍ ຊາວ ເກົາຫລີເຫນືອ ກຸ່ມດ່ັງກ່າວ ປະກອບດ້ວຍ ເດັກນ້ອຍ ຜູ້ເສັຽອົງຄະ ແລະ ຜູ້ປ່ວຍເປັນ ໂຣຄມະເຮັງ ນຳອີກ ແຕ່ສ່ວນຫລາຍ ມີ ສຸຂພາບ ດີ.

ທ່ານ ກິຈົງວອນ ສະມາຊິກ ສະພາ ຈາກ ພັກແຊນນູຣີ ໄດ້ເດີນທາງ ມາຮອດ ນະຄອນຫລວງ ວຽງຈັນ ໃນວັນພະຫັດ ຜ່ານມາ ກໍໄດ້ພົບປະ ກັບ ຜູ້ລີ້ພັຍ 20 ຄົນ ຢູ່ສະຖານທູດ ແລະ ກຳລັງຊອກ ຊ່ອງທາງ ໃຫ້ຂະເຈົ້າ ໄປເກົາຫລີ ໃຕ້ ໃຫ້ໄວ ທີ່ສຸດ ເທົ່າທີ່ ຈະໄວໄດ້.

ແຕ່ຄວາມຫວັງ ຂອງ ພວກຂະເຈົ້່າ ຍັງມືດມົນ ຢູ່ ເຖິງແມ່ນວ່າ ພວກຂະເຈົ້າ ຈະຖືກປົກປ້ອງ ໂດຍ ສະຖານທູດ ເກົາຫລີໃຕ້ ກໍຕາມ ກຸ່ມຜູ້ລີ້ພັຍ ເກົາຫລີເຫນືອ ຕ້ອງໄດ້ຖືກ ສຳພາດ ຈາກ ທາງການລາວ ເພຶ່ອຈະໄດ້ ໃບເດີນທາງ ແລະ    ຈ່າຍຄ່າ ປັບໄຫມ ເຂົ້າເມືອງ ຜິດກົດຫມາຍ ຄົນລະ 300 ໂດລາ ກ່ອນ ຈະອອກ ປະເທດໄດ້.

ທ່ານ ກິມຈົງວອນ ເວົ້າວ່າ ທາງການລາວ ໄດ້ຍົກເລີກ ກົດຣະບຽບ ດັ່ງກ່າວ ຫລັງຈາກ ທີ່ມີການ ສົ່ງ ຜູ້ລີ້ພັຍ ຊາວເກົາຫຼີເໜືອ 9 ຄົນ ກັບຄືນ ປະເທດ ແຕ່ຍັງ ບໍ່ຮູ້ວ່າ ຣັຖບານລາວ ຍັງຈະສຳພາດ ກຸ່ມດັ່ງກ່າວ ທີ່ ກຳລັງ ລໍຖ້າ ຢູ່ສຖານທູດ ເກົາຫລີໃຕ້ ຫລືບໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.