ພັກຄອມມິວນິສ ວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ກໍາເນີດມາຈາກ ພັກຄອມມິວນິສ ອິນດູຈີນ ອັນດຽວກັນ ຊຶ່ງຖືກ ສ້າງຕັ້ງຂຶ້ນໃນປີ 1930. ທັງສອງພັກ ນີ້ຢຶດໝັ້ນ ຣັດ ທິມາກ-ເລນິນ, ມີຈຸດໝາຍສັງຄົມນິຍົມ, ຄຸ້ມຄອງ ແລະ ບໍຣິຫານປະເທດ ດ້ວຍຣະບອບຜະເດັດການພັກດຽວຜູກຂາດອໍານາດ, ຜູ້ນໍາພັກຢາກປ່ຽນແປງ ແນວໃດກໍເຮັດໄດ້ ແມ່ນແຕ່ສິ່ງ ທີ່ໄດ້ກໍານົດໄວ້ ຢູ່ໃນກົດຣະບຽບພັກກໍຕາມ.
ຄືຢູ່ໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກຄອມມິວນິສ ວຽດນາມ ທ່ານ ຫງວຽນ ຝູ ຈ້ອງ ສມັກ ແລະ ຖືກເລືອກຕັ້ງເປັນ ເລຂາ ທິການໃຫຍ່ ຄະນະບໍຣິຫານງານສູນກາງພັກ ຕໍ່ໄປຕື່ມອີກສມັຍນຶ່ງ ເປັນສມັຍທີ 3 ຄື ຕື່ມອີກ 5 ປີ ເຖິງແມ່ນກົດຣະບຽບພັກ ກໍານົດໃຫ້ເປັນໄດ້ພຽງ 2 ສມັຍ.
ກ່ຽວກັບວ່າ ທ່ານ ຢາກຈະເປັນ ຫລືບໍ່ຢາກເປັນ ຕື່ມອີກສມັຍນຶ່ງນັ້ນ ນັກວິຊາການດ້ານພັກ ຂອງລາວ ເຫັນວ່າເວົ້າໄດ້ຍາກ. ແຕ່ ຄວາມເປັນຈິງຄື ທ່ານສມັກເປັນຕໍ່ໄປ ໂດຍໃຫ້ເຫດຜົລວ່າ ກອງປະຊຸມໃຫຍ່ຂອງພັກ ຢາກໃຫ້ທ່ານເປັນ. ຖ້າທ່ານບໍ່ຢາກເປັນຍ້ອນ ອາຍຸກະສຽນ ຫລືວ່າ ຍ້ອນສຸຂພາບແທ້ໆນັ້ນ ທ່ານກໍບໍ່ສມັກ, ອາຈບໍ່ມີໃຜດຶງທ່ານໄວ້ ເພາະອາຈມີຜູ້ນຶ່ງໃນຈໍານວນສະມາຊິກ ພັກ 5,200,000 ປາຍຄົນ ທີ່ພັກຖືວ່າດີເດັ່ນ ຫລືວ່າມີມາຕຖານ ພຽງພໍຂຶ້ນແທນທ່ານໄດ້.
ທ່ານ ຫງວຽນ ຝູ ຈ້ອງ ບໍ່ຄືກັນກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສຸນກາງພັກປະຊາຊົນ ປະຕິວັດລາວ ທີ່ບໍ່ສມັກເປັນຕໍ່ ເຖິງບໍ່ບອກສາເຫດ ແຕ່ທ່ານ ກໍບໍ່ສມັກ, ພັກກໍເລືອກເອົາຜູ້ໃໝ່ຂຶ້ນແທນ ຄື ທ່ານ ທອງລຸນ ສີສຸລິດ.
ທ່ານ ຫງວຽນ ຝູ ຈ້ອງ ບໍ່ໄດ້ເປັນພຽງແຕ່ ເລຂາທິການໃຫຍ່ ຂອງພັກເທົ່ານັ້ນ ແຕ່ໄດ້ເປັນທັງ ເລຂາທິການພັກ ທະຫານສູນກາງ ແລະທັງເປັນປະທານ ປະເທດວຽດນາມ ນໍາດ້ວຍ ອີງຕາມການຣາຍງານ ຂອງວິທຍຸເອເຊັຍເສຣີ ຜແນກພາສາວຽດນາມ ວັນ ທີ 1 ກຸມພາ 2021.
ທ່ານ ຫງວຽນ ຝູ ຈ້ອງ ກ່າວຕໍ່ນັກຂ່າວ ໃນຕອນທ້າຍຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ຄອມມູນິດວຽດນາມ ຊຶ່ງໄດ້ ເລີ່ມຂຶ້ນໃນມື້ວັນທີ 25 ເຖິງວັນທີ 31 ມົກກະຣາ ຜ່ານມາ ວ່າ ທ່ານຕ້ອງການຢາກຈະອອກບຳນານ ຍ້ອນອາຍຸກະສຽນຂອງ ທ່ານ ແລະວ່າ "ສຸຂພາບ ແມ່ນຄວາມຕ້ອງການ ທີ່ສຳຄັນສຳລັບ ການເຮັດວຽກງານ.” ທ່ານເວົ້າວ່າ ເຖິງຢ່າງໃດກໍ່ ຕາມ, ເມື່ອກອງປະຊຸມ ໃຫຍ່ເລືອກເອົາທ່ານ, ທ່ານກໍຈະຕ້ອງສືບຕໍ່ ພາຣະກິດ ຂອງທ່ານຕໍ່ໄປ.
ເວົ້າເຖິງທ່ານ ຫງວຽນ ຝູ ຈ້ອງ ເປັນຫົວໜ້າພັກ ສະໄໝ ທີ 3 ຄືບໍ່ປະຕິບັດຕາມ ກົດລະບຽບຂອງພັກ ທີ່ກໍານົດໃຫ້ເປັນໄດ້ບໍ່ເກີນ 2 ສມັຍ ຕິດຕໍ່ກັນ ຄືບໍ່ໃຫ້ເກີນ 10 ປີ ນັ້ນ ອີງຕາມຄໍາເວົ້າ ຂອງນັກວິຊາການ ດ້ານພັກຂອງລາວ ຜູ້ຂໍສງວນຊື່ ແລະສຽງ, ສະຖານທີ່ ແລະວັນເວລາໃຫ້ ວິທຍຸເອເຊັຍເສຣີ ສໍາພາດ ເພື່ອຄວາມປອດພັຍຂອງທ່ານ ແລ້ວແມ່ນວ່າ ສໍາລັບທ່ານ ຫງວຽນ ຝູ ຈ້ອງ ເປັນ ກໍຣະນີພິເສດ ຫລື ເປັນຍ້ອນວ່າ ອາຈຫາຜູ້ໃໝ່ມາແທນໄດ້ ແຕ່ຈະບໍ່ຄືທ່ານ. ທ່ານເວົ້າວ່າ ທ່ານ ຫງວຽນ ຝູ ຈ້ອງ ກໍບໍ່ຢາກເປັນຕໍ່ ແລ້ວ ແຕ່ມາເທື່ອນີ້ ເພິ່ນໄດ້ເປັນຕໍ່ອີກສມັຍນຶ່ງ ຄືສມັຍທີ 3 ຍ້ອນ ອາຈບໍ່ມີຜູ້ໃດເໝາະສົມ ຄືກັນກັບທ່ານ ທີ່ຈະມາສືບທອດ ເຖິງກົດຣະບຽບພັກ ຈະກໍານົດເອົາໄວ້ວ່າ ເປັນໄດ້ 2 ສມັຍ.
ເມື່ອຖາມວ່າ ຕາມທີ່ທ່ານຮູ້ ທ່ານ ຫງວຽນ ຝູ ຈ້ອງ ບໍ່ຢາກເປັນເລຂາທິການໃຫຍ່ ຕໍ່ໄປຕື່ມອີກສມັຍນຶ່ງແທ້ໆບໍ?, ຖ້າທ່ານບໍ່ ຢາກເປັນ ທ່ານກໍບໍ່ສມັກ ຄືກັນກັບ ທ່ານ ບຸນຍັງ ວໍລະຈິດ, ອັນນີ້ຢ້ານວ່າ ທ່ານຢາກມີສິດ ມີອໍານາດຢູ່ຕໍ່ໄປ. ທ່ານ ເວົ້າວ່າ ຈະຕີຣາຄາໄປຄືແນວນັ້ນກໍໄດ້, ແຕ່ເຮົາກໍຄວນເບິ່ງ ບັນຫາຂອງມັນ, ເຂົາວ່າຢູ່ໃນກົມການເມືອງ ສູນກາງພັກ, ຢູ່ໃນຄະນະນໍາ ຂອງພັກຄອມມິວນິສ ວຽດນາມ ແມ່ນຢາກໃຫ້ທ່ານ ຢູ່ຕໍ່ໄປອີກ, ຢູ່ໃນພັກເຂົາຕ້ອງ ເວົ້າກັນສູ້ກັນ ຕາມກົດຣະບຽບເຂົາມັນກໍມີ ຫລາຍອັນສັບສົນ, ເຂົາອອກຂ່າວ ແນ່ນອນ ເຂົາກໍບໍ່ເວົ້າ ສິ່ງບໍ່ດີ. ແຕ່ຕົວຈິງເປັນຄືແນວໃດນັ້ນ ເຮົາກໍບໍ່ຮູ້, ເຂົາກໍຮັກສາຄວາມ ລັບຂອງເຂົາ, ເຮົາບໍ່ໄດ້ຢູ່ພາຍໃນນໍາເຂົາ, ເຮົາມີແຕ່ໄດ້ຍິນຂ່າວ ແລ້ວກໍຄາດຄະເນເອົາ.
ເວົ້າເຖິງທ່ານຫວງຽນ ຝູ ຈ້ອງ, ເປັນໄປໄດ້ບໍ ທີ່ວ່າທ່ານລະເມີດກົດຣະບຽບພັກ? ທ່ານເວົ້າວ່າ ມັນກໍຂຶ້ນກັບກອງປະຊຸມບາງເທື່ອ ກໍໂຍະຍານໃຫ້ ເປັນໄດ້ຕໍ່ໄປອີກ. ແມ່ນກອງປະຊຸມ ໃຫຍ່ຕົກລົງວ່າ ຄວນຫລືບໍ່ຄວນ. ເຖິງກົດຣະບຽບພັກ ກໍານົດໄວ້ 2 ສມັຍ, ແຕ່ກໍສາມາດເປັນໄດ້ 3 ສມັຍ ກໍຣະນີພິເສດ, ສຽງສ່ວນຫລາຍ ຍັງເຫັນດີໃຫ້ຢູ່ ກໍໄດ້ຢູ່ຕໍ່.
ຫລາຍກໍຣະນີຂັ້ນລຸ່ມຂັ້ນເທິງ ຂອງພັກຄືກັນ ມັນຢາກເປັນແນວນັ້ນ, ບາງເທື່ອກໍຍັງຫາຜູ້ໝັ້ນໃຈ ແທ້ບໍ່ໄດ້, ເຖິງຈະມີມັນ ກໍບໍ່ຄື ຜູ້ເກົ່າ, ເມື່ອປ່ອນບັດກໍຍັງ ໄດ້ຄະແນນສູງຢູ່, ຄົນນິຍົມ ຊົມຊອບຢູ່.
ເມື່ອຖາມວ່າ ຢູ່ໃນພັກຄອມມິວນິສ ວຽດນາມ, ຢູ່ໃນຄະນະນໍາພັກຫັ້ນ ຈະບໍ່ມີຜູ້ໃດແທ້ໆບໍ ທີ່ມີຄວາມຮູ້ ຄວາມສາມາດ ແລະ ປະສົບການ ພໍທີ່ຈະປ່ຽນແທນ ທ່ານ ຫງວຽນ ຝູ ຈ້ອງ ໄດ້? ທ່ານຕອບວ່າ ມັນຕ້ອງມີ, ວຽດນາມ ເຂົາແຮງສ້າງຜູ້ ສືບທອດໄດ້ດີ, ບາງຄົນສ້າງມາແຕ່ໜຸ່ມ ແຕ່ສຸດທ້າຍ ກໍໄປທາງໃໝ່, ສ້າງຮັ່ງຄູນມີ, ເຊື່ອງຄໍາໄວ້ເປັນໂຕນ ແລ້ວກໍຖືກໄລ່ອອກ ໃສ່ຄຸກ ຄືເຈົ້າຄອງ ນະຄອນຫລວງຮ່າໂນ້ຍ. ມີແຕ່ວ່າ ຫລັງໆມານີ້ ຈຸດພິເສດຂອງເຂົາ ຄືເອົານັກທຸຣະກິດ ເອກກະຊົນ ເຂົ້າມາເຮັດວຽກນໍາ ຣັຖບາລ ແຕ່ຜູ້ຊີ້ນໍາກໍຍັງ ແມ່ນພັກ, ຈະເປັນມິດກັບໃຜ, ເປັນເພື່ອນກັບໃຜ, ກັບຈີນແນວໃດ, ກັບຣັດເຊັຍແນວໃດ ເຂົາມີເປົ້າໝາຍ.
ບາງຂ່າວເວົ້າວ່າ ທ່ານ ຫງວຽນ ຝູ ຈ້ອງ ຖືກເລືອກຕັ້ງເປັນຫົວໜ້າພັກ ຄອມມິວນິສວຽດນາມ ຕື່ມອີກສມັຍນຶ່ງ ແນ່ນອນເປັນ ຂ່າວດີສໍາລັບຈີນ ເພາະວ່າທ່ານເຂົ້າອົກເຂົ້າໃຈ ກັນດີກັບ ທ່ານ ສີ ຈິນ ຜິງ ຫົວໜ້າພັກ ຄອມມິວນິສຈີນ, ທ່ານເຫັນເປັນແນວໃດ? ທ່ານຕອບວ່າ ບາງເທື່ອ, ແຕ່ກໍບໍ່ເຂົ້າໃຈເລິກ ເຣື່ອງການພົວພັນ ຣະຫວ່າງ ບຸກຄົນກັບບຸກຄົນ, ຮູ້ແຕ່ວ່າ ໃນການພົວພັນກັນ, ອັນໃດຕົກລົງກັນໄດ້ ກໍປະຕິບັດ, ອັນໃດຕົກລົງກັນບໍ່ໄດ້ ກໍປະໄວ້ກ່ອນ. ເວົ້າເຖິງທ່ານ ສີ ຈິນ ຜິງ ກໍຄືກັນ ເປັນຫົວໜ້າພັກ ຄອມມິວນິສຈີນ ຕື່ມອີກສມັຍນຶ່ງ ຕາມກົດໝາຍໃໝ່ ແລະ ທ່ານ ປູຕິນ ກໍຄືກັນ ມີສິດເປັນປະທານາທິບໍດີ ຣັດເຊັຍ ໄດ້ຕລອດຊີວິດ ຄັນສິເວົ້າແທ້ ຕາມກົດໝາຍໃໝ່.
ແຕ່ໃນພາກປະຕິບັດຕົວຈິງ ເປັນຄືແນວໃດນັ້ນ ມັນຂຶ້ນຢູ່ນໍາບົດບາດ ຂອງແຕ່ລະຄົນ, ມີອິດທິພົນຕໍ່ພັກບໍ, ພາຍໃນພັກແໜ້ນ ແຟ້ນກັນບໍ, ຖ້າຍັງມີຄວາມຂັດແຍ່ງກັນຢູ່ ຫາງສຽງບໍ່ ນິຍົມແລ້ວກໍເປັນຕໍ່ບໍ່ໄດ້.
ກ່ຽວກັບເຣື່ອງນີ້ ທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກອົງການລາວ ເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣີກາ ກໍໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ກຸມພານີ້ວ່າ:
”ພັກຄອມມິວນິສວຽດນາມ ນີ້ກໍໃຫ້ສິດພິເສດເຍີ້ນເວລາ ຫລືວ່າໃຫ້ອໍານາດ ອີກຕໍ່ໄປ ກໍເນື່ອງຈາກວ່າ ເຣື່ອງເສຖກິດນີ້ມັນເປັນ ໄປໄດ້ດີ ສອງມາກໍເນື່ອງຈາກວ່າ ທ່ານ ຫງວຽນ ນີ້ໄດ້ນໍາເອົານັກລົງທຶນ ຈາກຕ່າງປະເທດນີ້ ເຂົ້າມາໄດ້ ການລົງທຶນ ມາຈາກຍີ່ປຸ່ນ ມາຈາກເກົາຫລີໃຕ້ ມາຈາກ ສະຫະຣັຖ ອາເມຣິກາ, ອາສັຍວ່າເສຖກິດ ໂຕນີ້ສິໄປຄໍ້າຈູນ ໃນການຊື້ອາວຸດ ຈາກຕ່າງປະເທດ ເພື່ອສູ້ກັບຈີນ ການຂຍາຍອໍານາດຂອງຈີນ ຢູ່ໃນນ່ານນໍ້າທະເລຈີນໃຕ້ນັ້ນ. ຖ້າຫາກວ່າ ປົດຜູ້ກ່ຽວອອກໄປ ຄົນອື່ນນີ້ກະຍັງ ບໍ່ເຫັນວິແວວວ່າ ຈະສາມາດສ້າງເສຖກິດ ໄດ້ດີຄືທ່ານ ຫງວຽນ ນີ້”
ແລະປະຊາຊົນລາວ ຢູ່ພາຍໃນປະເທດ ທ່ານນຶ່ງ ຜູ້ຂໍສງວນຊື່, ເວລາ ແລະ ສະຖານທີ່ສໍາພາດ ກໍກ່າວວ່າເຣື່ອງ ທ່ານ ຫງວຽນ ຝູ ຈ້ອງ ໄດ້ເປັນຫົວໜ້າພັກ ຕື່ມອີກສມັຍນຶ່ງນັ້ນ ບໍ່ມີໃຜສົນໃຈ:
”ສະເພາະພາຍໃນໄທເຮົານີ້ ບໍ່ມີໃຜເວົ້າເຖິງ ລາວເຮົານີ້ສົນໃຈປານໃດເວິຍ ກ່ຽວກັບອັນນີ້ສິເປັນສອງເທື່ອສາມເທື່ອ ບໍ່ອີ່ຫຍັງ ຕາມກົດຣະບຽບ ຂອງເຂົາເຈົ້າຫັ້ນ ເຂົາເຈົ້າຍັງບໍ່ ເຂົ້າໃຈຊໍ້ານະ ເປັນໄດ້ສອງເທື່ອ ແຕ່ວ່າລາວນີ້ແມ່ນແທ້.”
ເມື່ອເວົ້າເຖິງ ທ່ານ ບຸນຍັງ ວໍລະຈິດ ທີ່ບໍ່ສມັກເປັນຫົວໜ້າພັກ ຕໍ່ສມັຍທີ 2, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍຣິຫານງານສູນກາງພັກ ກ່າວຢູ່ໃນກອງປະຊຸມ ໃຫຍ່ຄັ້ງທີ 11 ຂອງພັກ ໂດຍທີ່ບໍ່ບອກສາເຫດວ່າ ເປັນຍ້ອນຫຍັງ ທ່ານ ບຸນຍັງ ຈຶ່ງບໍ່ສມັກຕື່ມອີກ ສມັຍນຶ່ງ ຕາມທີ່ກົດຣະບຽບພັກ ກໍານົດໄວ້ຢູ່ໃນໝວດທີ 3 ວ່າດ້ວຍການຈັດຕັ້ງ ຂັ້ນສູນກາງ ມາດຕຣາ 18 ຂໍ້ທີ 2 ວັກສຸດທ້າຍ ນັ້ນ.
ໃນກອງປະຊຸມຄັ້ງນີ້ ສະຫາຍ ບຸນຍັງ ວໍລະຈິດ ເລຂາທີການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ສມັຍທີ 10 ໄດ້ສມັກໃຈ ບໍ່ສືບຕໍ່ ສມັກຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກສມັຍ ທີ 11 ອີກ.
ນັກວິຊາການດ້ານພັກຂອງລາວ ທ່ານດຽວກັນນີ້ເວົ້າວ່າ ແທ້ຈິງແລ້ວ ທ່ານ ບຸນຍັງ ເພິ່ນກໍບໍ່ຢາກຮັບມາແຕ່ດົນແລ້ວ ເພິ່ນຢາກ ພັກຜ່ອນ ຍ້ອນອາຍຸສັງຂານ ແລະສຸຂພາບເພິ່ນ ກໍບໍ່ຄ່ອຍດີປານໃດ, ເພີ່ນກໍໄດ້ສ້າງເອົາຄົນລຸ້ນໃໝ່ເຂົ້າຫຼາຍໄດ້ 100 ປາຍຄົນ ເຂົ້າມາ, ຜູ້ອາຍຸສູງ ຢູ່ຕໍ່ໄດ້ກໍຢູ່ ຜູ້ໃດສຸຂພາບບໍ່ດີ ກໍຈໍາເປັນຕ້ອງໄດ້ຖອນ.
ຢູ່ຕ່າງປະເທດ ທ່ານ ອິນຊີທອງ ກໍເວົ້າວ່າ:
”ເພິ່ນບໍ່ສມັກຕື່ມນີ້ ຍ້ອນເຫດຜົລວ່າ ມາຈາກທາງເທິງ ທາງເທິງກໍຄືວ່າ ວຽດນາມເຂົາພຍາຍາມ ຢາກຄຶງອໍານາດ ປະຕິວັດ ນີ້ໄວ້ ບໍ່ຢາກໃຫ້ປະຊາຊົນ ນີ້ຕິຕຽນຫລາຍ ຫລືລຸກຂຶ້ນ ປະທ້ວງ ຫລືແນວໃດແນວນຶ່ງ ຫັ້ນນະ ເຂົາແລ້ວໃຫ້ອອກຈາກ ອໍານາດນີ້ ບໍ່ແມ່ນ ທ່ານ ບຸນຍັງ ເອງ. ເສຖກິດມັນຕົກໆໄປຈັ່ງຊີ້ນີ້ ປະຊາຊົນກະສິເຫັນວ່າ ມັນບໍ່ດີຫັ້ນນະ ແນວນັ້ນແລ້ວ ປ່ຽນອອກໆໄປຊື່ໆນະ ແນວຄິດປະຕິວັດ ເຂົາມັນຕ້ອງເປັນຈັ່ງຊັ້ນ ຢູ່ແລ້ວ, ເພື່ອຫຍັງ ເພື່ອໃຫ້ປະຊາຊົນ ຍັງເຫັນວ່າ ພັກ-ຣັຖ ນີ້ນໍາພາດີທີ່ສຸດ ເປັນຫ່ວງ ເປັນໃຍ ທີ່ສຸດຫັ້ນນະ ຄັນໄປ ຕິຕົນເອງ ແມ່ນຖືວ່າໂຄ່ນລົ້ມໂຕເອງໃ ນຕົວຂອງມັນ.”
ແລະຢູ່ພາຍໃນປະເທດ ຊາວລາວ ຜູ້ດຽວກັນນີ້ ກໍເວົ້າວ່າ:
”ບໍ່ມີຜູ້ໃດຖົກຖຽງກັນ ມີແຕ່ວ່າເພິ່ນບໍ່ສະບາຍ ແຫລະກະແມ່ນແລ້ວ ເຫດຜົລເພິ່ນຫັ້ນ.”
ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຫ້ອງວ່າການ ສໍານັກງານປະເທດ ໃນມື້ວັນທີ 8 ກຸມພາ ນີ້, ແຕ່ເຈົ້າໜ້າທີ່ ບອກວ່າ ໃຫ້ຕິດຕໍ່ໄປທາງ ຫ້ອງວ່າການສູນກາງພັກ ເພາະ ທ່ານ ບຸນຍັງ ເພິ່ນປະຈໍາການ ຢູ່ທາງພຸ້ນ ແລະ ວິທຍຸເອເຊັຍເສຣີ ກໍໄດ້ພຍາຍາມຕິດຕໍ່ ໄປຫາຫ້ອງວ່າການ ສູນກາງພັກ ແຕ່ບໍ່ມີເຈົ້າໜ້າທີ່ ທ່ານໃດ ຮັບໂທຣະສັບ.
ຢູ່ ສປປລາວ ພັກປະຊາຊົນ ປະຕິວັດລາວ ທີ່ເປັນພັກກໍາອໍານາດ ແລະ ເປັນແກນນໍາ ໃນຣະບົບການເມືອງນັ້ນ ບໍ່ພຽງແຕ່ຖືກ ກໍານົດໄວ້ຢູ່ໃນ ອະລໍາພະບົດ ຂອງກົດຣະບຽບພັກ ເທົ່ານັ້ນ ແຕ່ພັກຍັງໄດ້ ກໍານົດເອົາໄວ້ຢູ່ໃນ ຣັຖທັມມະນູນ ຂອງປະເທດ ມາດຕຣາ 3 ທີ່ວ່າ ສິດເປັນເຈົ້າ ປະເທດຊາດ ຂອງປະຊາຊົນລາວ ບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການ ເຄື່ອນໄຫວ ຂອງຣະບົບການເມືອງ ຊຶ່ງມີພັກປະຊາຊົນ ປະຕິວັດລາວ ເປັນແກນນໍາອີກດ້ວຍ.
ແລະຢູ່ສາທາຣະນະຣັຖ ສັງຄົມນິຍົມ ວຽດນາມ, ພັກຄອມມິວນິສ ວຽດນາມ ທີ່ຜູກຂາດອໍານາດ ແບບຜະເດັດການ ຄືກັນນັ້ນ ກໍກໍານົດ ເອົາໄວ້ຢູ່ໃນມາດຕຣາ 4 ຂອງຣັຖທໍາມະນູນ ສສ ວຽດນາມ ທີ່ຮັບປະກັນ ອຳນາດສູງສຸດ ຂອງພັກນັ້ນ.