ເກົາຫຼີເໜືອຄວນເບິ່ງ ພະມ້າພັທນາ
2013.03.12

ເຈົ້າຫນ້າທີ່ ສະຫະຣັຖ ເວົ້າວ່າ ເກົາຫລີ ເຫນືອ ຄວນເອົາ ແບບຢ່າງ ຂອງ ພະມ້າ.
ທີ່ປຶກສາ ຣະດັບສູງ ຂອງ ສະຫະຣັຖ ກ່າວ ໃນມື້ ວັນຈັນວ່າ ເກົາຫລີເຫນືອ ຄວນເບີ່ງ ແບບຢ່າງ ຂອງພະມ້າ ເພື່ອພິສູດ ຄວາມຕັ້ງໃຈ ຂອງ ສະຫະຣັຖ ໃນການ ຍົກໂທດໃຫ້ ແລະ ສ້າງຕັ້ງ ຄວາມສຳພັນ ໃນ ສັກກະຣາດ ໃຫມ່ ກັບ ສະຫະຣັຖ ເຖິງແມ່ນວ່າ ຈະມີການ ລົງໂທດ ເພີ້ມຕຶ່ມ ກໍຕາມ.
ທ່ານ Tom Donilon ທີ່ປຶກສາ ດ້ານຄວາມ ຫມັ້ນຄົງ ຂອງ ສະຫະຣັຖ ກ່າວວ່າ ປະທານາທິບໍດີ ສະຫະຣັຖ ທ່ານ ບາລັກ ໂອບາມາ ຍິນດີ ສເມີທີ່ຈະ ຍື່ນມື ໃຫ້ແກ່ບຸກຄົນ ຜູ້ທີ່ອ້າມື ຮັບການ ຊ່ອຍເຫລືອ ເຖິງແມ່ນວ່າ ຈະໄດ້ມີ ການທົດລອງ ອາວຸດ ນິວເຄລັຽ 3 ຄັ້ງ ແລະ ຈະຣວດ ຂ້າມທະວີບ ຫລາຍລູກ ກໍຕາມ ແຕ່ສະຫະຣັຖ ຍັງເປີດຮັບ ການເຈຣະນາ ກັບ ເກົາຫຼີເຫລືອ ໄດ້ທຸກເມື່ອ ເພື່ອຊອ່ຍ ເກົາຫລີເຫນືອ ພັທນາ ເສຖກິດ ຂອງ ປະເທດ ແລະ ລ້ຽງເກືອ ປະຊາຊົນ, ແຕ່ ເກົາຫລີເຫນືອ ຕ້ອງປ່ຽນທ່າທີ່ ຂອງຕົນກ່ອນ.
ທ່ານວ່າ ທາງການ ສະຫະຣັຖ ຂໍຮ້ອງ ພຽງແຕ່ວ່າ ເກົາຫລີເຫນືອ ພິສູດ ຄວາມຈິງໃຈ ດ້ວຍການເລີ້ມ ບາດກ້າວ ທີ່ມີຄວາມຫມາຍ ໃນການ ສະແດງອອກ ໃຫ້ເຫັນ ເຖິງຈຸດ ມຸ້ງຫມັ້ນ ທີ່ເກົາຫລີເຫນືອ ຈະປະຕິບັດ ຕໍ່ ພັນທະ ກໍຣະນີ, ຄຳສັນຍາ ແລະ ການເຄົາຣົບ ນັບຖື ກົດຫມາຍ ນານາຊາດ ເທົ່ານັ້ນ.
ທ່ານໄດ້ ຮຽກຮ້ອງ ໃຫ້ຜູ້ນຳ ເກົາຫລີເຫນືອ ທ່ານ ກິມ ຈົງ ອຸນ ເບີ່ງການ ປະຕິບັດ ຂອງ ສະຫະຣັຖ ຕໍ່ ພະມ້າ ໃນອະດີດ ແລະ ປັດຈຸບັນ ເປັນແບບຢ່າງ ຫລັງຈາກ ທີ່ ກຸ່ມຜູ້ນຳ ພະມ້າ ມີການ ປະຕິຮູບ ທາງດ້ານ ການເມືອງ ໄປສູ່ ຣະບອບ ປະຊາທິປະຕັຍ.