ໄຂ້ຫວັດນົກ ສາຍພັນໃໝ່


2013.04.19
F-bird-flu ຮ້ານຂາຍຊີ້ນໄກ່ ໃນຈີນ
AFP

ໂຣຄ ໄຂ້ຫວັດນົກ ສາຍພັນໃໝ່ ຈະບໍ່ ຣະບາດ ງ່າຍ ປານໃດ.

ປັດຈຸບັນ ນັກ ວິທຍາສາດ ການແພດ ຈາກ ອົງການ ອານະໄມໂລກ ກຳລັງສຶກສາ ສຳຣວດ ເບິ່ງການ ເສັຍຊີວິດ ແລະ ການຕິດ ເຊື້ອໂຣຄ ໄຂ້ຫວັດນົກ ສາຍພັນໃໝ່ ຂອງຊາວຈີນ ແຕ່ເມື່ອ ວັນພະຫັດ ທີ່ຜ່ານມາ, ນັກຊ່ຽວຊານ ປະກາດຜົນ ຂອງການສຶກສາ ສຳຣວດ ໃນເບື້ອງຕົ້ນ ວ່າ ຈົນເຖິງ ປັດຈຸບັນ ນັກວິທຍາສາດ ຍັງບໍ່ທັນ ຄົ້ນພົບ ຫລັກຖານ ອັນຄັກແນ່ ເທື່ອ ທີ່ສະແດງ ໃຫ້ເຫັນວ່າ ເຊື້ອໂຣຄ ໄຂ້ຫວັດນົກ ສາຍພັນໃໝ່ ນັ້ນຕິດຕໍ່ ຣະຫວ່າງຄົນ ຫລື ຈາກຄົນຜູ້ນຶ່ງ ໄປໃສ່ຄົນອື່ນ ໄດ້ງ່າຍໆ ແຕ່ເຖິງຢ່າງໃດ ກໍຕາມ ນັກ ວິທຍາສາດ ກໍຍັງບໍ່ທັນ ອະທິບາຍ ໄດ້ວ່າ ເປັນຫຍັງ ຊາວຈີນ ຫລາຍຄົນ ຈຶ່ງເສັຍຊີວິດ ແລະ ຕິດເຊື້ອໂຣຄ ໄຂ້ຫວັດນົກ ສາຍພັນໃໝ່ ທັງໆທີ່ ພວກເຂົາບໍ່ໄດ້ ສຳພັດ ຫລື ຈັບບາຍ ສັດປີກເລີຍ.

ຈົນເຖິງ ວັນພະຫັດ ຊາວຈີນ ເສັຍຊີວິດ ຍ້ອນໂຣຄ ໄຂ້ຫວັດນົກ ສາຍພັນໃໝ່ ແລ້ວ 17 ຄົນ ແລະອີກ 87 ຄົນ ກໍາລັງປ່ວຍ ຍ້ອນຕິດເຊື້ອໂຣຄ ດັ່ງກ່າວ. ນັກວິທຍາສາດ ການແພດ ວິຕົກກັງວົນ ຢ້ານໂຣຄ ໄຂ້ຫວັດນົກ ສາຍພັນໃໝ່ນີ້ ຈະຣະບາດ ໄປເຖິງປະເທດ ເພື່ອນບ້ານ ຂອງຈີນ ເຊັ່ນ ລາວ ພະມ້າ ແລະ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.