ຈີນແນໃສ່ຜົນກໍາໄຣຈາກທາງ ຣົດໄຟ
2014.04.10

ບໍຣິສັດ ສ້າງ ທາງຣົດໄຟ ຂອງຈີນ ຈະລົງທຶນ ຫລາຍຂຶ້ນ 3 ເທົ່າ ເພື່ອສ້າງ ທາງ ຣົດໄຟ ຄວາມໄວ ສູງ ໃນປະເທດ ໃກ້ຄຽງ ແລະ ຫວັງ ຈະໄດ້ ຣາຍຮັບ ຈາກ ການລົງທຶນ ເປັນ 3 ເທົ່າ ເຊັ່ນກັນ. ອີງຕາມ ຣາຍງານ ຂອງ ສຳນັກ ຂ່າວ South China Morning Post.
ບໍຣິສັດ ສ້າງ ທາງ ຣົດໄຟ ທີ່ເປັນ ຂອງ ຣັຖບານ ຈີນ ໄດ້ສຸມໃສ່ ຕອບສະໜອງ ຕາມຄວາມ ຕ້ອງການ ຈາກ ຕ່າງ ປະເທດ ໃນການ ສ້າງທາງ ຣົດໄຟ ໃນມູນຄ່າ ເຖີງ 20 ຕື້ ເພີ່ມຂຶ້ນ ຈາກ 7 ຕື້ ໃນ ປີ ທີ່ຜ່ານມາ.
ທ່ານ ລີ່ ຈາງຈີນ ປະທານ ຂອງ ບໍຣິສັດ ສ້າງ ທາງຣົດໄຟ ກ່າວວ່າ: ມັນບໍ່ຍາກ ທີ່ ຈະບັນລຸ ເປົ້າໝາຍ ທີ່ ຕັ້ງເອົາໄວ້. ຜູ້ນຳຈີນ ໄດ້ເຮັດ ການຕລາດ ທາງ ຣົດໄຟ ຂອງຈີນ ຢູ່ ຕ່າງ ປະເທດ ແລະ ຕ້ອງການ ໃຫ້ ບໍຣິສັດ ທາງ ລົດໄຟ ຂອງຈີນ ອອກໄປ ຕ່າງ ປະເທດ.
ຜູ້ນຳຈີນ ໄດ້ ເຂົ້າຮ່ວມ ການທູດ ຣົດໄຟ ຄວາມໄວ ສູງ ຢ່າງ ຫ້າວຫັນ ແລະ ຣັຖບານ ກໍໄດ້ ສົ່ງເສີມ ການສ້າງ ທາງຣົດໄຟ ຄວາມໄວ ສູງ ໄປຍັງ ບັນດາ ປະເທດ ອາຊຽນ ຄື: ພະມ້າ, ກຳພູຊາ ແລະ ຫວຽດນາມ. ໃນເວລາ ດຽວກັນ ຈີນ ກໍກຳລັງ ມີການ ສໍາຫຣວດ ທີ່ ຈະສ້າງ ທາງຣົດໄຟ ຄວາມໄວ ສູງ ມາ ຜ່ານ ປະເທດ ລາວ ແລະ ປັດຈຸບັນ ກຳລັງ ມີການ ສໍາຫຣວດ ແລະ ສຶກສາ ຄວາມ ເປັນໄປໄດ້ ແລະ ມີແນວໂນ້ມ ວ່າ ຈະສ້າງ ແລະ ໃນການ ສ້າງ ຄັ້ງນີ້ ຣັຖບານ ລາວ ຈະຢືມເງິນ ຈາກຈີນ ມາສ້າງ ໂດຍ ບໍ່ມີການ ຮ່ວມຫຸ້ນ ກັບຈີນ.