ມາດາມຊູຈິຢາກແກ້ຣັຖທັມນູນ ພະມ້າ
2014.04.17

ມາດາມ ອອງ ຊານ ຊູຈິ ຫົວໜ້າ ພັກ ຝ່າຍຄ້ານ ຂອງ ພະມ້າ ເດີນທາງ ກັບຄືນ ພະມ້າ ຈາກ ປະເທດ ຝັ່ຣງເສດ ໃນວັນທີ 16 ເມສາ ນີ້ ໂດຍ ໄດ້ຮັບ ການສນັບ ສນູນ ໃນບັນຫາ ທີ່ ມາດາມ ຢາກໃຫ້ ມີການ ປ່ຽນແປງ ຣັຖທັມນູນ.
ການເດີນທາງ ເປັນ ເວລາ 1 ສັປດາ ຂອງ ຍານາງ ໃນຄັ້ງນີ້ ມີທັງການ ຢ້ຽມຢາມ ເຢັຽຣະມັນ ແລະ ຝຣັ່ງເສດ ທີ່ຖືເປັນ ການ ຢ້ຽມຢາມ ຢູໂຣບ ຄັ້ງທີ 3 ນັບແຕ່ ປີ 2012 ເປັນຕົ້ນ ມາ. Angus Watson ຣາຍງານ ວ່າ ໃນການພົບ ກັບ ອົງການ ຂ່າວຝຣັ່ງ ເມື່ອ ວັນຈັນ ຜ່ານມາ ມາດາມ ອອງຊານ ໄດ້ເຕືອນ ຕ່າງ ປະເທດ ວ່າ ພະມ້າ ບໍ່ທັນ ເປັນ ປະຊາທິປະຕັຍ ເທື່ອ.
ຂະນະທີ່ ຢືນ ຄຽງຂ້າງ ປະທານາທິບໍດີ ຝັ່ຣງເສດ Francois Hollande ມາດາມ ກໍໄດ້ ຮຽກຮ້ອງ ໃຫ້ ຝຣັ່ງເສດ ແລະ ຢູໂຣບ ໃຫ້ ການ ຊ່ວຍເຫລືອ ແກ່ ພະມ້າ ໃນການ ກ້າວສູ່ ຂັ້ນຕອນ ທີ່ຈະ ຮັບປະກັນ ຄ່ານິຍົມ ປະຊາທິປະຕັຍ ແລະ ເສຣີພາບ ປະຊາທິປະຕັຍ ຂັ້ນຕອນ ຊຶ່ງ ມາດາມ ຢືນຢັນວ່າ ກ່ຽວພັນ ກັບການ ຜ່ອນສັ້ນ ຜ່ອນຍາວ ພາຍໃນ ຊາດ ແລະ ການຈໍາກັດ ອິດທິພົລ ທາງ ທະຫານ ໃນເວທີ ການເມືອງ ໃນ ພະມ້າ.
ທັງ 2 ຢ່າງນັ້ນ ຈະ ບັນລຸໄດ້ ຜ່ານການ ປະຕິຮູບ ຣັຖທັມນູນ ຊຶ່ງ ຍານາງ ກໍໄດ້ ພົບ ພັນທະມິດ ທັງ ປະທານາທິບໍດີ ຟຣັງຊົວ ໂຮລລັງ ແລະ ຜູ້ນໍາ ເຢັຽຣະມັນ ມາດາມ Angela Merkel ຕອນທີ່ ມາດາມ ໄປຢ້ຽມຢາມ ປະເທດ ເຢັຽຣະມັນ.