ການເພາະປູກ ເຂດລຸ່ມ ແມ່ນໍ້າຂອງ


2013.04.09
f-mekong ແມ່ນໍ້າຂອງ ໃນເຂດພາກໃຕ້ ແຂວງຈໍາປາສັກ
RFA

ການຄົ້ນຄວ້າ ຈາກ ອົງການ ແມ່ນ້ຳຂອງ ຄາດການວ່າ ຈະມີການ ປ່ຽນແປງ ກ່ຽວກັບ ຜົລປູກ ໃນເຂດລຸ່ມ ແມ່ນ້ຳຂອງ.

ການຄົ້ນຄວ້າ ກ່ຽວກັບ ສະພາບ ອາກາດ ປ່ຽນແປງ ໃນເຂດລຸ່ມ ແມ່ນ້ຳຂອງ ພົບວ່າ ສປປລາວ ແລະ ວຽດນາມ ຈະປະເຊີນກັບ ການຫລຸດລົງ ຂອງ ການຜລິດ ກາເຟ ໂຣບັສຕາ ໃນອະນາຄົດ ແລະ ຄາດການວ່າ ພື້ນທີ່ ທາງພາກ ອິສານ ຂອງໄທ ເຫມາະສົມ ກັບ ການປູກພືດ ເສຖກິດ.

ທ່ານ Jeremy Reid ຫົວຫນ້າ ຄົ້ນຄວ້າ ກ່ຽວກັບ ຜົລກະທົບ ຈາກອາກາດ ປ່ຽນແປງ ໃນປະເທດລຸ່ມ ແມ່ນ້ຳຂອງ ກ່າວວ່າ ສຳລັບ ການປູກກາເຟ ໂຣບັສຕາ ການຄົ້ນຄວ້າ ພົບວ່າ ພື້ນທີ່ ໃນເຂດທົ່ງພຽງ ພາກກາງ ຂອງ ວຽດນາມ ຈະຫລຸດ ຄວາມເຫມາະສົມ ໃນການ ປູກພືດ ດັ່ງກ່າວ ໃນອະນາຄົດ ແຕ່ຈະເຫມາະສົມ ໃນເຂດ ພາກອິສານ ພາກເຫນືອຂອງໄທ ແລະ ໃນພື້ນທີ່ ທີ່ສູງ ຂອງລາວ.

ການສຶກສາ ຄົ້ນຄວ້າ ທີ່ອຸປຖັມ ໂດຍອົງການ ຊ່ອຍເຫລືອ ຂອງ ສະຫະຣັຖ ດັ່ງກ່າວ ເພື່ອຢາກຮູ້ວ່າ ຜົລກະທົບ ຈາກ ສະພາບອາກາດ ປ່ຽນແປງ ໃນຣະຍະ 25 ຫາ 30 ປີ ຂ້າງຫນ້າ ຈະມີຕໍ່ການ ລ້ຽງສັດ ການປະໂມງ ແລະ ການປູກພືດ ປະເພດ ເຂົ້າ, ເຂົ້າໂພດ ກາເຟ ຢາງພາລາ ແລະ ຖົ່ວເຫລືອງ ຢ່າງໃດ.

ການຄົ້ນຄວ້າ ພົບວ່າ ໃນ 8 ພື້ນທີ່ ໃນຈຳນວນ 187 ແຂວງຂອງ ກຳພູຊາ ລາວ ໄທ ແລະວຽດນາມ ທີ່ມີ ແມ່ນ້່ຳຂອງ ໄຫລຜ່ານ ຈະພົບກັບ ບັນຫາ ຈາກ ອາກາດ ປ່ຽນແປງ ລາຍໃຫຍ່ ດັ່ງແຂວງ ຊຽງຮາຍ ສາກົນນະຄອນ ທີ່ ປະເທດໄທ ແຂວງຄຳມ່ວນ ແລະ ແຂວງ ຈຳປາສັກ ໃນລາວ ແຂວງຊຽງແຕງ ແຂວງ ມົນດຸນຄີຣີ ກຳປົງ ໃນກຳພູຊາ ແລະ ແຂວງກຽນກຽງ ແຂວງໄກລາຍ ໃນ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.