ສິດທິມະນຸດ ໃນວຽດນາມ
2013.04.12

ມີການຮຽກຮ້ອງ ໃຫ້ ສະຫະຣັຖ ອະເມຣິກາ ກົດດັນ ວຽດນາມ ໃຫ້ ເຈຣະຈາ ກ່ຽວກັບ ບັນຫາ ການ ປະຕິບັດ ເຣື້ອງ ສິດທິມະນຸດ.
ສະມາຊິກ ຣັຖສະພາ ແລະ ນັກເຂື່ອນໄຫວ ຕົວຕັ້ງຕົວຕີ ສະຫະຣັຖ ອະເມຣິກາ ຮຽກຮ້ອງ ໃຫ້ ຣັຖບານ ຂອງ ປະທານາທິບໍດີ Barack Obama ກົດດັນ ວຽດນາມ ເພື່ອຈໍາກັດ ການປອງຮ້າຍ ນັກຂ່າວ ອິນເທີແນັຕ, ຜູ້ນັບຖື ສາສນາ, ນັກເຂື່ອນໄຫວ ເພື່ອ ສິດທິ ໃນ ທີ່ດິນ ແລະ ບຸກຄົນອື່ນໆ ທີ່ຕິຕຽນ ທາງການ ວຽດນາມ, ກ່ອນໜ້າ ການເຈຣະຈາ ປະຈໍາປີ ກ່ຽວກັບ ບັນຫາ ສິດທິມະນຸດ ຣະຫວ່າງ 2 ຝ່າຍ ກັບ ວຽດນາມ ໃນວັນສຸກ ນີ້. ຕາມຣາຍງານ ຂ່າວ ຈາກ ນະຄອນຫລວງ Washington DC.
ໃນການເປີດ ຟັງ ຄໍາອະພິປາຍ ຂອງ ຄະນະ ກັມມາທິການ ສິດທິມະນຸດ ສະພາຕໍ່າ ສະຫະຣັຖ ກ່ອນໜ້າ ການເຈຣະຈາ ຮອບທີ 17 ທີ່ ກຸງຮ່າໂນ່ຍ ບັນດາ ຜູ້ຮຽກຮ້ອງ ໄດ້ອ້າງເຖິງ ຄວາມເປັນໄປໄດ້ ທີ່ວ່າຈະມີ ຜູ້ບໍ່ເຫັນພ້ອມ ນໍາທາງການ ວຽດນາມ ຖືກຈັບຂັງຄຸກ ຫລາຍທີ່ສຸດ ຢູ່ ວຽດນາມ ໃນ ປີນີ້.
ການເຈຣະຈາ ບັນຫາ ສິດທິມະນຸດ ສະຫະຣັຖ ວຽດນາມ ໄດ້ຮັບຄວາມ ສົນໃຈ ເພີ່ມຂຶ້ນ ຍ້ອນການ ເຈຣະຈາ ນັ້ນ ຖືກເລື່ອນ ມາແຕ່ ທ້າຍປີກາຍ ພາຍຫລັງທີ່ ສະຫະຣັຖ ຜິດຫວັງ ໃນ ເຣື່ອງທີ່ວ່າ ວຽດນາມ ບໍ່ປັບປຸງ ບັນຫາ ທີ່ໄດ້ ຫາຣືກັນ ເມື່ອ ປີກ່ອນນັ້ນ ໃຫ້ດີຂຶ້ນ ເລີຍ. ວຽດນາມ ໄດ້ຕັດສິນໂທດ ຈໍາຄຸກ ຜູ້ຄັດຄ້ານ ຕົນ ຢ່າງໜ້ອຍ 40 ຄົນ ແລ້ວ ໃນປີນີ້ ຊຶ່ງທ່ານ John Sifton ຜູ້ອໍານວຍການ ອົງການ ສິດທິ ມະນຸດ ເຂດເອເຊັຽ ກ່າວວ່າ ຈໍານວນ ຜູ້ຄັດຄ້ານ ທີ່ ຖືກຕັດສິນ ຈໍາຄຸກ ໃນຂໍ້ກ່າວຫາ ຣະເມີດ ກົດໝາຍ ອາຍາ ຂອງ ວຽດນາມ ນັ້ນ ມີຫລາຍ ເພີ່ມຂຶ້ນ.
ທາງດ້ານ ທ່ານ Vo Van Ai ປະທານ ຄະນະ ກັມມະການ ດ້ານສິດທິ ມະນຸດ ວຽດນາມ ທີ່ ມີສູນກາງ ຢູ່ ກຸງປາຣີ ນັ້ນ ກໍກ່າວວ່າ ນອກຈາກ ດໍາເນີນ ຄະດີ ນັກຄັດຄ້ານ ຢ່າງເປີດແປນ ແລ້ວ ທາງການ ວຽດນາມ ຍັງໃຊ້ ນະໂຍບາຍ ຫນີບຮັດ ເພື່ອຄວບຄຸມ ກຸ່ມສາສນາ ທີ່ ທາງການ ບໍ່ຮັບຮູ້ ໂດຍກັກຂັງ ບໍຣິເວນ ບັນດາ ຜູ້ນໍາ ຂອງ ພວກເຂົາເຈົ້າ ແລະ ບໍ່ໃຫ້ຕິດຕໍ່ ກັບສາວົກ ຂອງ ພວກເຂົາເຈົ້າ.